ເຄືອຂ່າຍຮັກຊຽງຂອງ ຍື່ນຟ້ອງ ເຂື່ອນ ປາກແບງ
2019.07.30

ກຸ່ມຮັກຊຽງຂອງ ໄດ້ຍື່ນຟ້ອງ ໂຄງການເຂື່ອນໄຟຟ້າ ປາກແບງ ແຂວງອຸດົມໄຊ ທີ່ບໍຣິສັດ ຕ້າຖັງ ຂອງຈີນ ເປັນຜູ້ພັທນາ ຕໍ່ສານປົກຄອງ ຂອງປະເທສໄທ ວ່າ ກ່ອນຈະລົງມືສ້າງ ຕ້ອງສຶກສາຜົລກະທົບ ຂ້າມພົມແດນຢ່າງຣະອຽດ ແລະ ນຳຜົລຂອງການສຶກສາ ດັ່ງກ່າວ ສົ່ງໃຫ້ ສານປົກຄອງ ຂອງໄທ. ດັ່ງ ທ່ານ ຈີຣະສັກ ອີນທະຍົດ ຜູ້ປະສານງານ ເຄືອຂ່າຍຮັກຊຽງຂອງ ແຂວງຊຽງຮາຍ ກ່າວຕໍ່ RFA ໃນວັນທີ 29 ກໍຣະກະດາ ວ່າ:
"ກໍຣະນີ ຂອງປາກແບງ ຕອນນີ້ມັນຢູ່ໃນຊັ້ນສານປົກຄອງ ໃຜສິໄປເຊັນຊື້ກໍບໍ່ໄດ້ ເພາະວ່າສານ ກໍຍັງບໍ່ໄດ້ສັ່ງ ຫຼືຕັດສິນ ບໍຣິສັດຕ້າຖັງເອງ ກໍບໍ່ສາມາດທີ່ຈະກໍ່ສ້າງໄດ້ ຫຼັງຈາກສານ ສັ່ງໃຫ້ສຶກສາຜົລກະທົບ ແລະຊີ້ແຈງໃຫ້ຊາວບ້ານ ຈະຫຼຸດຜົລກະທົບແນວໃດ ຕອນນີ້ ເຂົາຍັງ ບໍ່ໄດ້ມາໂອ້ລົມຊາວບ້ານເທື່ອ.”
ທ່ານກ່າວຕື່ມວ່າ ປະຊາຊົນພາກເໜືອ, ພາກອີສານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນປາກແບງ ໂດຍສະເພາະປະຊາຊົນ ຢູ່ແຂວງ ຊຽງຮາຍ ປະມານ 4,000 ຄອບຄົວ. ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ແຂວງອຸດົມໄຊ ໄດ້ກ່າວຕໍ່ RFA ວ່າ ປັດຈຸບັນ ໂຄງການ ກໍ່ສ້າງເຂື່ອນ ປາກແບງນີ້ ຍັງບໍ່ທັນໄດ້ມີການກໍ່ສ້າງເທື່ອ. ໃນຂນະນີ້ ຍັງຢູ່ໃນຂັ້ນຕອນ ການສຶກສາ ໂດຍທ່ານອ້າງວ່າ ເຂື່ອນນີ້ບໍ່ໄດ້ສົ່ງ ຜົລກະທົບ ຕໍ່ໄທ:
"ບໍ່ບໍ່ ໂຕນີ້ຍັງບໍ່ທັນສລຸບເທື່ອ ບໍ່ທັນເຣີ້ມຂັ້ນຕອນ ການດຳເນີນການກໍ່ສ້າງ ແທ້ຍັງບໍ່ທັນໄດ້ລົງມືເທື່ອ ກໍມີແຕ່ຂັ້ນຕອນ ການສຶກສາຄົ້ນຄວ້າ ແທ້ຖືວ່າສຳຣວດແລ້ວ ບໍ່ມີຜົລກະທົບຕໍ່ປະເທສໄທນ່າ ໂຕນີ້ມັນເສັ້ນທາງຂອງ ສປປ ລາວ ພີ້ໝົດນ່າ ບໍ່ໄດ້ກ່ຽວກັບ ປະເທສໄທ.”
ເຖິງແມ່ນວ່າ ເຈົ້າໜ້າທີ່ ແຂວງອຸດົມໄຊ ອ້າງວ່າ ບໍ່ມີຜົລກະທົບ ຕໍ່ປະເທສໄທ ເຄືອຂ່າຍຮັກຊຽງຂອງ ຍັງຕ້ອງການ ໃຫ້ກຸ່ມບໍຣິສັດຕ້າຖັງ ຜູ້ພັທນາເຂື່ອນປາກແບງ ຕ້ອງໄດ້ສົ່ງການສຶກສາ ຜົລກະທົບຂ້າມພົມແດນ ໃຫ້ສານປົກຄອງຂອງໄທ ແລະ ຊີ້ແຈງໃຫ້ ປະຊາຊົນໄທ ຜູ້ທີ່ໄດ້ຮັບຜົລກະທົບຮັບຊາບ ເຖິງຣາຍລະອຽດ ການປ້ອງກັນຜົລກະທົບຂ້າມພົມແດນ.