ຄອບຄົວລາວຄຣິສຕຽນ ໄດ້ທີ່ຢູ່ ໃໝ່

ຊາວລາວຄຣິສຕຽນ 5 ຄອບຄົວ ຢູ່ແຂວງຫົວພັນ ໄດ້ຮັບ ການຈັດສັນ ທີ່ຢູ່ອາສັຍ ໃຫ້ໃໝ່.

ຄອບຄົວຊາວລາວຄຣິສຕຽນ 5 ຄອບຄົວ ຢູ່ເມືອງຊ່ອນ ແຂວງຫົວພັນ ຖືກໄລ່ອອກຈາກບ້ານ ແລ້ວພາກັນໄປຕັ້ງເຕັ້ນ ອາໃສຢູ່ເຂດເດີ່ນ ໂຮງໝໍເມືອງຊ່ອນ Courtesy of world watch monitor.org photo: Open Doors

ກໍຣະນີຊາວຄຣິສຕຽນ 5 ຄອບຄົວ ຢູ່ເມືອງຊ່ອນ ແຂວງຫົວພັນ ຖືກໄລ່ອອກຈາກບ້ານ ໃນເດືອນມົກກະຣາ ທີ່ຜ່ານມາ ແລະພວກເຂົາເຈົ້າ ໄດ້ພາກັນໄປ ຕັ້ງເຕັ້ນອາໃສຢູ່ເຂດ ເດີ່ນໂຮງໝໍເມືອງຊ່ອນ.

ຫລ້າສຸດ ເຈົ້າໜ້າທີ່ເມືອງຊ່ອນ ໄດ້ອະນຸນຍາດໃຫ້ເຂົາເຈົ້າ ຍ້າຍໄປຢູ່ຕາມບ້ານຕ່າງໆ ທີ່ທາງເມືອງຈັດສັນໃຫ້. ດັ່ງເຈົ້າໜ້າທີ່ ເມືອງຊ່ອນ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 24 ເມສາ ວ່າ:

"ຕອນນີ້ ເຂົາຍ້າຍໄປຢູ່ແຕ່ລະບ້ານເນາະ ບາດນີ້ມັນມີ 5 ຄອບຄົວ ຂະເຈົ້າລະຍ້າຍໄປຢູ່ນຳ ແຕ່ລະບ້ານ ຍ້າຍໄປຢູ່ນຳປະຊາຊົນ ສ້າງ ເຮືອນໃຫ້ຢູ່ ແຕ່ກີ້ລະມີ 3 ຄອບຄົວ ລະຍ້າຍມາຕື່ມອີກ 2 ຄອບຄົວ ແລະ ເປັນ 5 ຄອບຄົວ".

ບ້ານທີ່ເຂົາເຈົ້າຍ້າຍໄປຢູ່ມີ ບ້ານທາດ, ບ້ານວັດ, ບ້ານບວກ ແລະ ບ້ານນາໜົມ ແລະ ອຳນາດການປົກຄອງເມືອງ ອອກງົບປະມານສ້າງ ເຮືອນຫລັງນ້ອຍ ໃຫ້ເຂົາເຈົ້າຄອບຄົວ ລະ 1 ຫລັງ.

ຊາວບ້ານທີ່ຖືສາສນາຄຣິສ ຈຳນວນ 5 ຄອບຄົວ ມີທັງໝົດປະມານ 30 ຄົນເຄີຍຖືກປະຊາຊົນ ຂັບໄລ່ອອກຈາກພື້ນທີ່ ຍ້ອນວ່າເຂົາເຈົ້າ ນັບຖື ສາສນາຄຣິສ ແລະ ໄດ້ມາຢູ່ ອາໃສ ຢູ່ເດີ່ນຫ້ອງການ ປົກຄອງເມືອງຊ່ອນ ກ່ອນທີ່ຈະຍ້າຍໄປ ອາໃສຢູ່ເດີ່ນ ໂຮງໝໍເມືອງຊ່ອນ.

ກ່ຽວກັບບັນຫາດັ່ງກ່າວ ຜູ້ນຳໂບດຊາວຄຣິສ ຢູ່ນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງໃຫ້ ທາງການລາວ ໃຫ້ຄວາມເປັນທັມ ກັບຄອບຄົວ ທີ່ນັບຖືສາສນາຄຣິສ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org