ຊາວຄຣິສຈຽນຖືກຈັບຍ້ອນສ້າງ ໂບດ

ໄມຊູລີ
2014.05.21
F-default ຊາວຄຣິສຈຽນຖືກຈັບຍ້ອນສ້າງໂບດ ບໍ່ມີ ອະນຸຍາດ
RFA

 

ເຈົ້າໜ້າທີ່ ທ້ອງຖິ່ນ ເປິດເຜີຍວ່າ ເມື່ອ ສັປດາ ທີ່ ຜ່ານມາ ໄດ້ມີການ ຈັບ ຊາວ ຄຣິສຈຽນ ຢູ່ ບ້ານ ປາກຊອງ ເມືອງ ສອງຄອນ ແຂວງ ສວັນນະເຂດ ຍ້ອນພວກ ເຂົາເຈົ້າ ຣະເມິດ ກົດໝາຍ ປຸກສ້າງ ອາຄານ ໂດຍບໍ່ມີ ອະນຸຍາດ ຊື່ງ ປັຈຈຸບັນ ຊາວ ຄຣິສຈຽນ  11 ຄົນ ຍັງຖືກ ຄຸມຂັງ ຢູ່. ເຈົ້າໜ້າທີ່ ເວົ້າວ່າ:

“ກົດໝາຍ ເລກທີ່ 92 ນັ້ນ ມາດຕຣາ 16 ກ່ອນ ຈະສ້າງວັດ ຫຼື ສ້າງໂບດ ຕ້ອງ ຂໍ ອະນຸຍາດ ຈາກ ທ່ານ ເຈົ້າແຂວງ ຊະກ່ອນ ອັນນີ້ ສ້າງ ໄປໂລດ ຮວມກັນໂລດ ມັນກໍບໍ່ ເຂົ້າເປົ້າ ຕິ້ ຄໍາສັ່ງ ທີ່ ກໍມີໃຫ້ ຮວມທີ່ ຜ່ານມາ ເຂົາກໍຍັງ ຊິຢູ່ໃນ ຄຸກ”.

ເຈົ້າໜ້າທີ່ ທ່ານນີ້ ຊິ້ແຈງວ່າ ບັນຫານີ້ ບໍ່ແມ່ນ ບັນຫາ ເຣື້ອງ ສາສນາ ແຕ່ເປັນ ບັນຫາ ບໍ່ ປະຕິບັດ ຕາມ ກົດໝາຍ ຊື່ງ ຊາວ ຄຣິສຈຽນ ກຸ່ມນີ້ ພຍາຍາມ ຈະ ສ້າງໂບດ ແຫ່ງທີ່ 2 ຂອງ ບ້ານນີ້ ໂດຍບໍ່ໄດ້ ຮັບ ອະນຸຍາດ ຈາກ ທາງການ ທັງທີ່ ມີໂບດ ຫລັງເກົ່າ ຢູ່ແລ້ວ ຊື່ງ ທາງ ຫ້ອງການ ປົກຄອງ ເມືອງ ກໍໄດ້ ພຍາຍາມ ຕັກເຕືອນ 3-4 ເທື່ອ ແລ້ວ ແຕ່ ພວກເຂົາເຈົ້າ ກໍບໍ່ ເຊື່ອຟັງ ຈຶ່ງມີການ ຈັບເກິດຂື້ນ ເມື່ອ ວັນທີ່ 11 ພຶສພາ 2014 ຜ່ານມາ.

ເຫດການ ຈັບຊ າວຄຣິສຈຽນ ຄັ້ງນີ້ ມີ ຄົນ ບັນທຶກ ເປັນພາບ ວິດິໂອ ແລ້ວນໍາ ໄປໂພັສ ໃນ you tube ໂດຍ ໃຫ້ ຂໍ້ມູນວ່າ: ເມື່ອວັນທີ່ 11 ພືສພາ ຜ່ານມາ ນີ້ ຢູ່ທີ່ບ້ານ ປາກຊອງ ເມືອງ ສອງຄອນ ແຂວງ ສວັນນະເຂດ ເຈົ້າໜ້າທີ່ ປກສ ແລະ ເຈົ້າໜ້າທີ່ ເມືອງ ສອງຄອນ ໄດ້ຈັບ ຊາວ ຄຣິສຈຽນ ຈໍານວນ ທັງມົດ 23 ຄົນ ໃນນັ້ນ ມີທັງ ຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍ ຫລັງຈາກ ຊາວຄຣິສຈຽນ ກຸ່ມນີ້ ຈະໄປຮ່ວມ ພິທີ ນະມັສການ ຢູ່ໂບດ ແຫ່ງທີ່ ສອງ ຊາວບ້ານ ກຸ່ມ ດັ່ງກ່່າວ ຖືກບັງຄັບ ໃຫ້ຮັບ ສາຣະພາບ ແລະ ເຊັນຊື່ ວ່າຈະບໍ່ໄປ ຮ່ວມ ພິທີ ນະມັສການ ອີກ ຫລັງຈາກ ນັ້ນ ທາງ ເຈົ້າໜ້າທີ່ ຈີ່ງປ່ອຍຕົວ ຊາວບ້ານ 12 ຄົນ ໄປ. ແຕ່ ປັຈຈຸບັນ ຍັງມີ ຊາວບ້ານ 11 ຄົນ ຍັງຖືກ ຂັງຢູ່.

ຢ່າງໃດ ກໍຕາມ ທາງ ເຈົ້າໜ້າທີ່ ລາວ ເວົ້າວ່າ ບັນຫາ ຄວາມ ຂັດແຍ້ງ ຣະຫວ່າງ ຊາວຄຣິສຈຽນ ກັບ ເຈົ້າໜ້າທີ່ ທາງການ ໃນເມືອງ ສອງຄອນ ນີ້ ເຣີ້ມ ມີມາແຕ່ ປີ 2000 ແລ້ວ ຊື່ງ ເຈົ້າໜ້າທີ່ ພຍາຍາມ ຕັກເຕືອນ ແຕ່ ທີ່ຜ່ານມາ ເຂົາເຈົ້າ ກໍບໍ່ໄດ້ ປະຕິບັດ ຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.