ຄົນງານລາວລັກຂ້າມຂອງ ມາລາວ ຖືກຈັບ
2020.05.28
ເມື່ອວັນທີ 26 ພຶສພາ ທີ່ຜ່ານມາ ຄົນງານລາວ 14 ຄົນ ຖືກເຈົ້າໜ້າທີ່ທະຫານ ໜ່ວຍຮັກສາຄວາມເປັນຣະບຽບຮຽບຮ້ອຍ ຕາມລໍາແມ່ຂອງ ປະຈໍາແຂວງ ອຸບົນຣາຊທານີ ຂອງໄທ ຈັບໂຕຢູ່ບໍຣິເວນແຄມ ນໍ້າຂອງເຂດເມືອງຊານຸມານ ແຂວງອໍານາດຈະເຣີນ ຍ້ອນຄົນງານດັ່ງກ່າວ ພຍາຍາມຂີ່ເຮືອຂ້າມນໍ້າຂອງ ກັບເມືອແຂວງສວັນນະເຂດ ໂດຍບໍ່ຍອມຜ່ານດ່ານ ກວດຄົນເຂົ້າ-ອອກເມືອງ ເຊິ່ງມີຄວາມຜິດ ໃນຂໍ້ຫາລັກ ລອບເຂົ້າ-ອອກເມືອງ.
ຫຼ້າສຸດນີ້ ມີຣາຍງານວ່າ ຄົນງານລາວດັ່ງກ່າວ ໄດ້ຖືກສົ່ງໄປແຂວງສວັນນະເຂດ ທັງໝົດແລ້ວ, ດັ່ງ ນາວາໂທ ເອກສຍາມ ແຍ້ມສໍາຣວນ ຫົວໜ້າສະຖານີ ເຮືອເຂມມະຣາດ ກ່າວຕໍ່ວິທຍຸເອເຊັຽ ໃນວັນທີ 28 ພຶສພາ ນີ້ວ່າ:
“ໄດ້ຜັກດັນຂ້າມປະເທດໄປແລ້ວ ຫຼັງຈາກພວກເຮົາຈັບແລ້ວ ກໍສົ່ງໃຫ້ສໍານັກງານກວດຄົນເຂົ້າເມືອງ ແຂວງອໍານາດຈະເຣີນ ດໍາເນີນການ ທາງກວດຄົນເຂົ້າເມືອງ ກໍດໍາເນີນການ ແລ້ວກະສົ່ງຜັກດັນຂ້າມ ປະເທດໄປແລ້ວ."
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສໍານັກງານ ກວດຄົນເຂົ້າເມືອງ ແຂວງອໍານາດຈະເຣີນ ເພື່ອຖາມຂໍ້ມູນເພີ້ມຕື່ມ ແຕ່ ເຈົ້າໜ້າທີ່ ເວົ້າພຽງແຕ່ວ່າ ໄດ້ສົ່ງຄົນງານລາວ ດັ່ງກ່າວ ກັບໄປໝົດແລ້ວ ແຕ່ບໍ່ສາມາດເປີດເຜີຍຂໍ້ມູນ ຣາຍລະອຽດ ໄດ້ຫຼາຍກວ່ານີ້.
ນອກຈາກນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ຫ້ອງການກວດຄົນເຂົ້າເມືອງ ແຂວງສວັນນະເຂດ ແລະ ດ່ານສາກົລ ຂົວມິຕພາບລາວ-ໄທ ແຫ່ງທີ 2 ແຕ່ເຈົ້າໜ້າທີ່ບໍ່ສາມາດ ເປີດເຜີຍຂໍ້ມູນໄດ້ ເຊັ່ນດຽວກັນ.
ໃນຂນະທີ່ ຊາວບ້ານ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ຄົນນຶ່ງເວົ້າວ່າ ການທີ່ເຈົ້າໜ້າທີ່ໄທ ຈັບຄົນງານລາວ ຈໍານວນດັ່ງກ່າວ ສົ່ງ ກັບມາປະເທດ ຕົນກໍຮູ້ສຶກອິຕົນ ເພື່ອນຮ່ວມຊາດ ແລະກໍເຂົ້າໃຈຄວາມ ຮູ້ສຶກ ຂອງຄົນທີ່ບໍ່ມີວຽກເຮັດງານທໍາ ທີ່ຢາກພາກັນກັບມາລາວ ຖ້າຫາກເປັນໄປໄດ້ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຊອກວຽກໃຫ້ແກ່ ພວກຂະເຈົ້າ ເພື່ອບໍ່ຕ້ອງໄປຕົກຢູ່ ໃນຊະຕາກັມ ທຸກຍາກໃນໄທອີກ:
“ກະສົງສານເຂົາຢູ່ດອກ ເຂົາກະໄປຫາກິນ ຫາຢາກເນາະ ເຂົາກະຢາກໄປເຮັດງານເຮັດການ ຫາເງິນຫາຄໍາຫັ້ນແຫຼະ ບາງຄົນກະບໍ່ມີວຽກ ງານເຮັດໄປອາສັຍເຮັດເປັນແຮງງານໄທຫັ້ນເດ້ ບາດນີ້ ຄັນວ່າມີວຽກ ມີງານ ກະຊ່ວຍຊອກໃຫ້ເຂົາຫັ້ນແຫຼະ."
ສ່ວນຊາວເມືອງອຸທຸມພອນ ແຂວງສວັນນະເຂດ ຜູ້ນຶ່ງເວົ້າວ່າ ອາດເປັນໄປໄດ້ວ່າຄົນງານລາວ ດ່ັງກ່າວທີ່ພາກັນຂີ່ເຮືອກັບມາລາວໃນ ໄລຍະທີ່ດ່ານຍັງປິດຢູ່ນີ້ ເປັນຍ້ອນພວກຂະເຈົ້າ ອາຈມີຄວາມຈໍາເປັນ ທີ່ຕ້ອງກັບບ້ານ ເນື່ອງຈາກຫາກິນລໍາບາກ ຖ້າຍັງຢູ່ໄທຕໍ່ໄປ:
“ຖືວ່າສົງສານຄົນລາວດ້ວຍກັນ ບາງເທື່ອເຂົາກັບມາ ມັນກະມີຫຼາຍສາເຫດເດ້ເນາະ ອາຫານການກິນ ຫຼືວ່າການດໍາຣົງຊີວິດ ຂະເຈົ້າມັນ ບໍ່ເໝາະສົມ ບາງເທື່ອ ເຂົາຄິດຢາກມາບ້ານ ຈັກມີໂອກາດໃດຊິໄດ້ມາ ຫັ້ນນະ ເຣື່ອງຖືກຕ້ອງ ມັນບໍ່ຖືກຕ້ອງແຫຼະ."
ທາງດ້ານເຈົ້າໜ້າທີ່ກ່ຽວຂ້ອງ ກັບຂແນງການແຮງງານ ແລະສວັດດີການສັງຄົມ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ໃນເບື້ອງຕົ້ນໄດ້ ຮູ້ຂ່າວດັ່ງກ່າວແລ້ວ ແຕ່ຍັງບໍ່ທັນໄດ້ຮັບການຣາຍງານເທື່ອ ວ່າປັດຈຸບັນ ພາກສ່ວນກ່ຽວຂ້ອງ ໄດ້ນໍາຄົນງານດັ່ງກ່າວ ໄປກັກໂຕຢູ່ໃສ, ດັ່ງທ່ານກ່າວວ່າ:
“ໂຕນີ້ ກະບໍ່ພຽງແຕ່ວ່າ ເປັນຂ່າວຊື່ໆ ແຕ່ວ່າມັນກະໂຕຈິງ ກະພວກເຮົາ ກະຍັງບໍ່ຮູ້ ເພາະວ່າເວລາເຂົາມາແທ້ ກະບໍ່ທັນໄດ້ເປີດເນາະ ມາແລ້ວ ເຂົາກະກັກກັນໄວ້."
ເມື່ອວັນທີ່ 22 ພຶສພາ ຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດ ປກສ ນະຄອນຫຼວງວຽງຈັນ ໄດ້ນໍາສົ່ງຄົນງານລາວ ທີ່ເຮັດວຽກຢູ່ໄທຈໍານວນ 100 ຄົນ ເດີນທາງ ຂ້າມດ່ານສາກົລ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 1 ເພື່ອພາໄປກັກໂຕ 14 ມື້ ຢູ່ສູນກັກກັນຫຼັກ 27 ມາຕການກວດກາ ແລະ ສະກັດກັ້ນໄວຣັສ ໂຄວິດ-19.