ໂຮງຮຽນສອນພາສາຈີນ ໄດ້ຮັບ ຄວາມນິຍົມ

ອຸ່ນເກ້ວ ສຸກສະຫວັນ
2021.02.11
ໂຮງຮຽນສອນພາສາຈີນ ໄດ້ຮັບ ຄວາມນິຍົມ ໂຮງຮຽນລາວ-ຈີນ ລຽວເປີຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ພາບປະກອບ: ນັກຂ່າວພົລເມືອງ

ສູນການສຶກສາໝູ້ຫລານ ທີ່ເປັນໂຮງຮຽນເອກກະຊົນ ສອນພາສາຈີນ ແລະ ວັທນະທັມຈີນ ໄດ້ເປີດການຮຽນການສອນຢ່າງເປັນ ທາງການໃນວັນທີ 6 ກຸມພາ 2021 ທີ່ນະຄອນຫຼວງ ວຽງຈັນ ແລະ ປະກົດວ່າ ໄດ້ຮັບຄວາມນິຍົມ ຈາກຊາວລາວ. ເຈົ້າໜ້າທີ່ ສູນການສຶກສາໝູ້ຫລານ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 11 ກຸມພາ ວ່າ:

"ນັກຮຽນເຮົາສ່ວນຫຼາຍ ຈະເປັນທັງເດັກນ້ອຍ ແລະນັກຮຽນມໍຕົ້ນ ນັກຮຽນມະຫາໄລ ແລະພະນັກງານ ເຮົາມີໝົດເລີຍ ເປີດຮັບ ສມັກເລື້ອຍໆ, ຕ່າງແຕ່ວ່າເຮົາຫາກໍ່ເປີດ ແກຣນໂອເປິນນິ້ງ ຢ່າງເປັນທາງການ ວັນທີ 6 ທີ່ຜ່ານມາ ມີຄົນສົນໃຈຫຼາຍທັກມາຫຼາຍ ຢູ່ໃນຫຼັກຮ້ອຍ."

ເຍົາວະຊົນ ວັຍໜຸ່ມສາວ ສົນໃຈຮຽນພາສາຈີນ ເພີ່ມຂຶ້ນຫຼາຍ ຍ້ອນເປັນໂອກາດ ຈະໄດ້ມີວຽກເຮັດງານທຳ ກັບບໍຣິສັດຈີນ ທີ່ສ່ວນ ໃຫຍ່ເຂົ້າມາເປີດບໍຣິການ ຢູ່ປະເທດລາວ.

ປັດຈຸບັນ ເດັກນ້ອຍ ເຍົາວະຊົນ ນັກຮຽນນັກສຶກສາ ແລະ ວັຍໜຸ່ມລາວສົນໃຈຮຽນພາສາຈີນ ເພີ່ມຂຶ້ນຫຼາຍຍ້ອນປັດຈຸບັນ ຢູ່ ປະເທດລາວ ຈຳເປັນຕ້ອງມີຄວາມຮູ້ດ້ານພາສາຈີນ ທັກສະ ແລະວັທນະທັມ ຕ່າງໆກ່ຽວກັບຈີນ. ຖ້າກຸ່ມຄົນໃດ ຮູ້ພາສາຈີນ ກໍມີໂອກາດມີວຽກເຮັດງານທຳ ຍ້ອນວ່າຄົນຈີນເຂົ້າມາລົງທຶນ ຢູ່ລາວຫຼາຍກວ່າປະເທດອື່ນ. ນັກສຶກສາ ທ່ານນຶ່ງຢູ່ນະຄອນຫຼວງ ວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ກຸມພາ ວ່າ:

Chinese-school-Savannakhet.jpg
ໂຮງຮຽນຈີນ ຈຸງເຕັກ ຢູ່ ແຂວງ ສວັນນະເຂດ

"ນ້ອງຮຽນພາສາຈີນ ກະຂຽນໄດ້ ອ່ານໄດ້ຢູ່ ແຕ່ວ່າບໍ່ຄ່ອຍໄດ້ປານໃດ ເພາະວ່າຢູ່ໃນລາວມີຈີນມາລົງທຶນຫຼາຍເນາະ ແລະພາສາ ຈີນ ມັນກະຊອກວຽກໄດ້ງ່າຍແດ່ ພາສາອັງກິດ ພາສາຍີ່ປຸ່ນ ບໍ່ຄ່ອຍມັກປານໃດ."

ນັກສຶກສາກ່າວຕື່ມອີກວ່າ ຢູ່ນະຄອນຫລວງວຽງຈັນ ນອກຈາກໂຮງຮຽນສອນພາສຈີນ ຂົງຈື້ ແລ້ວ ກໍຍັງມີໂຮງຮຽນສອນພາສາ ຈີນ ຂອງເອກກະຊົນອີກຫຼາຍໂຮງຮຽນ ມາເປີດສອນ ໃຫ້ຄົນທີ່ສົນໃຈໄດ້ຮຽນ.

ຊາວໜຸ່ມລາວ ທ່ານນຶ່ງ ທີ່ຮຽນຈົບມະຫາວິທຍາໄລ ຢູ່ນະຄອນຫລວງວຽງຈັນ ກ່າວວ່າສ່ວນໃຫຍ່ ຄົນສົນໃຈຮຽນພາສາຈີນ ກໍຍ້ອນ ວ່າຈະໄດ້ມີວຽກເຮັດງານທຳ ກັບບໍຣິສັດຈີນຢູ່ລາວ.

"ສມັຍນີ້ ຄືປະເທດເຮົາ ກັບປະເທດຈີນ ກະແມ່ນເປັນອ້າຍນ້ອງວ່າຊັ້ນຊະ ຮ່ວມມືກັນ ສ່ວນຫຼາຍພວກບໍຣິສັດ ຫຼືວ່ານາຍທຶນນີ້ນ່າ ສ່ວນຫຼາຍກະແມ່ນຈີນ ອີງໃສ່ຄວາມເປັນຈິງຂອງ ປະເທດເຮົາ ຄວາມຕ້ອງການຢູ່ໃນປະເທດ ສ່ວນຫຼາຍກໍໃຊ້ພາສາຈີນ ຄົນທີ່ຈົບ ຢູ່ລາວ ຄົນທີ່ຈົບຢູ່ລາວ ພາສາອັງກິດ ຫຼືວ່າ ສາຍຕ່າງໆ ຢູ່ລາວນີ້ຈົບໄປແລ້ວ ເຂົາຈະໄປເຮັດວຽກ ຫຍັງ."

ຢູ່ປະເທດລາວ ມີແຕ່ຄົນຈີນ ເຂົ້າມາລົງທຶນ ແລະ ເປີດບໍຣິສັດເກີນ 50 ເປີເຊັນ ຮອງລົງມາຈະເປັນວຽດນາມ, ເກົາຫຼີໃຕ້ ແລະ ປະເທດອື່ນໆ. ຊ່ຽວຊານດ້ານພາສາ ຢູ່ລາວ ທ່ານນຶ່ງ ໄດ້ກ່າວວ່າ:

"ອີງໃສ່ບ້ານເຮົາ ດຽວນີ້ ມັນກໍມີຄົນຈີນ ເຂົ້າມາລົງທຶນ ຂ້ອນຂ້າງຫຼາຍ ສ່ວນຫຼາຍມັນກະເປັນບໍຣິສັດໃຫຍ່ ເບິ່ງຕໍ່ໜ້າ ບ້ານເຮົາ ມັນກໍຈະແມ່ນຈີນ ຫຼາຍທຸຣະກິດ ຊິໄດ້ເຮັດກັບຈີນ ຫັ້ນນ່າ ກະຢາກໃຫ້ທຸກຄົນໄດ້ຮຽນ ເພື່ອຮອງຮັບໄວ້."

ຢູ່ເມືອງອື່ນແລະແຂວງອື່ນໂດຍສະເພາະ ຢູ່ພາກເໜືອຂອງລາວ ກໍມີໂຮງຮຽນຈີນ ແລະ ຄົນລາວຮຽນພາສາຈີນ ຫລາຍຂຶ້ນ. ໂຮງຮຽນ ສອນພາສາຈີນ ທີ່ໃຫຍ່ທີ່ສຸດ ກໍແມ່ນສະຖາບັນ ຂົງຈື້ ທີ່ ມະຫາວິທຍາໄລ ແຫ່ງຊາດ.

ໃນໄລຍະປີ 2020 ຜ່ານມາ ໂຄງການທາງຣົດໄຟ ລາວ-ຈີນ ກໍເປີດຮັບສມັກ ພະນັກງານ ບໍຣິການຈຳນວນຫຼາຍ ຮ້ອຍຄົນ ເຂົ້າເປັນ ພະນັກງານ ເພື່ອໄປຝຶກອົບຮົມ ກ່ອນທີ່ໂຄງການ ທາງຣົດໄຟຈະສຳເຣັດ ໃນທ້າຍປີ 2021 ແຕ່ຄຸນສົມບັດຂອງຜູ້ສມັກ ເບື້ອງຕົ້ນ ຕ້ອງຮູ້ພາສາຈີນ - ອ່ານອອກ ຂຽນໄດ້.

ໃນອະນາຄົດຈີນ ຈະເຂົ້າມາລົງທຶນ ເຮັດທຸຣະກິດຢູ່ລາວ ເພີ່ມຂຶ້ນເລື້ອຍໆ ຊຶ່ງຈະເປັນອັນດັບນຶ່ງ ຢູ່ລາວ ແລະ ກໍຕ້ອງມີການເປີດຮັບ ພະນັກງານ ທີ່ສາມາດສື່ສານພາສາຈີນໄດ້ດີ.

ການເປີດສູນການສຶກສາດັ່ງກ່າວ, ມີເຈົ້າໜ້າທີ່ທາງການລາວ ໃຫ້ຄວາມສຳຄັນເຂົ້າຮ່ວມ, ແຕ່ມີຜູ້ຕັ້ງຂໍ້ສັງເກດວ່າການທີ່ຈີນເຂົ້າມາ ເປີດການຮຽນສອນພາສາ ແມ່ນເປັນການ ຂຍາຍອຳນາດ ແລະ ອິດທິພົນຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.