ນັກສຶກສາລາວທຸກຊັ້ນ ຕັ້ງໃຈ ຮຽນ ພາສາຈີນ
2021.08.23

ການສມັກເຂົ້າສອບເສັງ ທີ່ມະຫາວິທຍາລັຍແຫ່ງຊາດ ສຳລັບສົກຮຽນ 2021-2022 ນັກ ສຶກສາສ່ວນຫຼາຍ ຈະສມັກເຂົ້າສອບເສັງ ຄະນະອັກສອນສາດ ພາກວິຊາພາສາຈີນ ຫຼາຍກວ່າພາກວິຊາອື່ນໆ. ດັ່ງນັກຮຽນທີ່ຮຽນຈົບສາຍສາມັນ ຈາກເມືອງຊຳເໜືອ ແຂວງ ຫົວພັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫາ ວ່າ ເລືອກລົງທະບຽນສມັກເຂົ້າສອບເສັງ ມະຫາວິທລັຍແຫ່ງຊາດ ຄະນະ ອັກສອນສາດ ພາກວິຊາພາສາຈີນ ເປັນອັນດັບ 1 ສ່ວນພາກວິຊາພາສາອັງກິດ ເປັນອັນດັບ 2 ຍ້ອນວ່າໃນອານາຄົດ ພາສາຈີນ ເປັນສິ່ງທີ່ຈຳເປັນທີ່ຈະຊ່ອຍ ໃຫ້ນັກສຶກສາຈົບໃໝ່ ຊອກວຽກເຮັດໄດ້ງ່າຍ:
“ນ້ອງຄິດວ່າອະນາຄົດ ເຂົາຕ້ອງການຄົນທີ່ແບບ ໄດ້ພາສາຈັ່ງຊິນ່າແລ້ວປັດຈຸບັນລະແມ່ນ ເຊັ່ນວ່າຢູ່ຊໍາເໜືອແມ່ນບໍ່ ຕລາດສ່ວນຫຼາຍ ກໍມີແຕ່ຄົນຈີນມາຂາຍເຄື່ອງ ເຄື່ອງກໍ່ສ້າງມີຫຍັງປະມານນີ້ແຫຼະ. ປັດຈຈຸບັນນີ້ ປະເທດເຮົາມີທາງຣົດໄຟ ແລ້ວເຂົາໜ້າຈະຕ້ອງການ ຄົນໄດ້ພາສາຈີນ.”
ສ່ວນນັກຮຽນຈົບສາຍສາມັນ ຈາກແຂວງ ສວັນນະເຂດ ກໍເວົ້າວ່າ ໄດ້ສມັກສອບເສັງເຂົ້າ ມຊ ແລະ ເລືອກພາກວິຊາພາສາຈີນ ເປັນ ອັນດັບນຶ່ງຄືກັນ ເນື່ອງຈາກວ່າ ເຫັນເອື້ອຍ-ອ້າຍ ຢູ່ເຂດບ້ານ ຮຽນຈົບມາແລ້ວໄດ້ພາສາຈີນ ເວລາໄປເຮັດວຽກກັບຄົນຈີນ ແມ່ນໄດ້ ຮັບເງິນເດືອນສູງ 5-6 ລ້ານກີບຕໍ່ເດືອນ:
“ກາເຂົ້າມີວຽກເຮັດງານທໍາ ເງິນເດືອນເຂົາກໍສູງ ບາງຄົນ ຄົນຈີນຫຼາຍຫັ້ນ ນ່າແບບເຂົາໄປເຮັດວຽກນຳຄົນຈີນ ແລ້ວເງິນເດືອນເຂົາ ຈະສູງກວ່າເຮັດວຽກນຳຄົນລາວແບບນີ້.”
ສ່ວນນັກຮຽນ ຈາກແຂວງອຸດົມໄຊ ກໍເວົ້າວ່າ ຕົນເອງບໍ່ຢາກຮຽນພາສາຈີນ ແຕ່ກໍຈຳເປັນຕ້ອງສມັກສອບເສັງ ຍ້ອນພໍ່-ແມ່ ຕ້ອງການ ຢາກໃຫ້ຮຽນ ເພາະຈະໄດ້ຊອກວຽກເຮັດງ່າຍ ກວ່າພາກວິຊາອື່ນ. ເພາະປັຈຈຸບັນ ບໍ່ວ່າຈະເປັນວຽກແປພາສາຈີນ, ຄຣູສອນພາສາຈີນ ມີຫຼາຍສະຖາບັນຕ້ອງການ:
“ຊອກວຽກໄດ້ງ່າຍຂຶ້ນ ປະມານວ່າ ເປັນພາສາແປກໍໄດ້ ຫຼືວ່າສູນຮຽນສອນພາສາກໍຫຼາຍເນາະ. ຄັນເຮົາຮຽນເກັ່ງ ເຮົາອາດໄປເປັນຄຣູ ໄດ້ຊີ້ນ່າ. ເພາະວ່າອັນນີ້ ຫຼາຍກໍຢູ່ອຸດົມໄຊ ແລ້ວຈີນມັນມາລົງທຶນຫຼາຍ ແລ້ວເຂົາເຈົ້າກໍຈະມາ ເກັບຊື້ພວກຢາງພາຣາບໍ່ ແມ່ນຫຍັງ ປະມານນີ້ນ່າ ຖ້າຫາກຜູ້ໃດທີ່ໄດ້ພາສາຈີນ ເຂົາເຈົ້າຕ້ອງການອີ່ຫຍັງປະມານນີ້.”
ເຖິງຢ່າງໃດກໍຕາມ ອາຈານສອນ ຄະນະອັກສອນສາດ ມະຫາວິທຍາລັຍແຫ່ງຊາດ ພາກວິຊາພາສາຈີນ ໄດ້ເປີດຮັບນັກສຶກສາ ເຂົ້າ ຮຽນສົກຮຽນ 2021-2022 ຈຳນວນ 240 ຄົນ ເຊິ່ງເປັນຈຳນວນຫຼາຍ ກວ່າສົກຮຽນ 2020-2021 ທີ່ພາກວິຊາພາສາຈີນ ເປີດຮັບ ນັກສຶກເຂົ້າຮຽນ ຈຳນວນ 200 ຄົນ ທັງນີ້ ຈຳນວນການເປີດຮັບນັກສຶກສາເຂົ້າຮຽນ ໃນແຕ່ລະປີກໍເປັນໄປຕາມ ນະໂຍບາຍຂອງຂັ້ນເທິງ.
ສ່ວນສາເຫດທີ່ສຳຄັນ ທີ່ມີນັກຮຽນມາສມັກສອບເສັງເຂົ້າຮຽນພາກວິຊາພາສາຈີນຫຼາຍ ກວ່າວິຊາອື່ນ ກໍຍ້ອນວ່າ ຕລາດແຮງງານ ໃນລາວສ່ວນຫຼາຍແລ້ວ ເຣີ້ມມີທ່າທີ ທີ່ຕ້ອງການຄົນງານ ທີ່ຮູ້ພາສາຈີນແລະຍົກພາສາຈີນ ເປັນບູຣິມະສິດ ກວ່າພາສາອື່ນໆ, ດັ່ງ ອາຈານໄດ້ກ່າວ ໃນມື້ດຽວກັນວ່າ:
“ສະເພາະອິດທິພົນໃນການຈູງໃຈ ທີ່ເຂົາເຈົ້າມາຮຽນນັ້ນ ສ່ວນຫຼາຍກໍຈະເປັນ ເຂົາເຈົ້າໄດ້ຮັບຂ່າວສານ ຂ້າງນອກຢູ່ແລ້ວ ວ່າມີທາງ ຣົດໄຟແດ່ຈັ່ງຊີ້. ແລ້ວກໍມີວຽກງານ ທາງດ່ວນອີ່ຫຍັງຫຼາຍໂຄງການ ທີ່ຄົນຈີນຈະມາລົງທຶນ ບ້ານເຮົາກໍຂ້ອນຂ້າງສູງ. ຍ້ອນຄັນຈົບ ມາແລ້ວ ເຂົາເຈົ້າໄດ້ເງິນເດືອນສູງເດ້ ແລ້ວກໍມີວຽກອີ່ຫຍັງທຸກຢ່າງ ກໍຕ້ອງຮູ້ພາສາຈີນເດ້. ຜູ້ໃດຮູ້ພາສາຈີນ ເຂົາເຈົ້າກໍຈະໄລ່ເປັນ ບູຣິມະສິດພິເສດຈັ່ງຊີ້.”
ອີງຕາມຂໍ້ມູນໂຕເລຂສະຖິຕິ ວ່າດ້ວຍເຣື່ອງ ອັນດັບການສມັກສອບເສັງເຂົ້າ ມະຫາວິທຍາລັຍແຫ່ງຊາດ ສົກສຶກສາ 2021-2022 ຂອງເວັບໄຊ໋ ມະຫາວິທຍາລັຍແຫ່ງຊາດລາວ ປະຈຳວັນ ທີ 23 ສິງຫາ 2021 ໄດ້ຣະບຸວ່າ ຄະນະອັກສອນສາດ ພາກວິຊາພາສາ ຈີນ ແມ່ນເປັນສາຂາວິຊາຮຽນ ທີ່ມີຜູ້ສມັກສອບເສັງ ເຂົ້າຫຼາຍທີ່ສຸດ 988 ຄົນ ຮອງລົງມາແມ່ນ ຄະນະເສຖສາດ ແລະ ບໍຣິຫານ ທຸຣະກິຈ ສາຂາບໍຣິຫານທຸຣະກິຈທົ່ວໄປ ແລະ ການເງິນການທະນາຄານ.