ຈີນເພີ້ມທຶນການສຶກສາໃຫ້ ສປປ ລາວ
2014.08.26
ນັກສຶກສາ ລາວ ຈໍານວນ 81 ຄົນ ຈະເດີນທາງ ໄປຮຽນ ໃນຂແນງ ວິີຊາ ຕ່າງໆ ຢູ່ ປະເທສຈີນ ໃນມໍ່ໆນີ້ ໂດຍທີ່ ຣັຖບາລຈີນ ເປັນຜູ້ ອອກ ຄ່າໃຊ້ຈ່າຍ ໃຫ້ ທຸກຢ່າງ ຊຶ່ງປີນີ້ ມີຈໍານວນ ຫຼາຍກວ່າ ທຸກປີ ຜ່ານມາ. ຕາມຣາຍງານ ຂອງ ຜູ້ຈັດການ ອອນລາຍ.
ໃນງານລ້ຽງສົ່ງ ທີ່ ທ່ານ ກວນ ຮົວ ຜິງ ທູດຈີນ ເປັນ ເຈົ້າພາບ ທ່ານ ລິຕູ ບົວປາວ ຮອງ ຣັຖມົນຕຣີ ກະຊວງ ສຶກສາທິການ ແລະກິລາ, ຮອງ ປະທານ ສະມາຄົມ ມິຕພາບ ລາວ-ຈີນ ໄດ້ເຂົ້າຮ່ວມ ເປັນກຽດ ນໍາດ້ວຍ.
ໃນຈໍານວນ ຜູ້ໄດ້ຮັບທຶນ ການສຶກສາ ປີນີ້ ຈະໄປຄົ້ນຄວ້າ ຂັ້ນ ປຣິນຍາ ເອກ 6 ຄົນ ເປັນຍິງ 3 ຄົນ ປຣິນຍາໂທ 37 ຄົນ ເປັນຍິງ 13 ຄົນ ແລະ ຂັ້ນ ປຣິນຍາຕຣີ 38 ຄົນ ເປັນຍິງ 14 ຄົນ.
ທີ່ຜ່ານມາ ຈີນ ໄດ້ເພິ່ມທຶນ ການສຶກສາ ໃຫ້ ແກ່ນັກຮຽນ ນັກສຶກສາ ລາວ ຂຶ້ນນໍາທຸກປີ ຈາກ 49 ທຶນ ໃນປີ 2012 ເປັນ 50 ທຶນ ໃນປີ 2013 ໂດຍບໍ່ນັບ ທຶນ ການສຶກສາ ທີ່ທາງການ ທ້ອງຖິ່ນ ຈີນ 2 ແຂວງ ຄືແຂວງ ຍຸນນານ ແລະແຂວງ ກວ່າງຊີ ມອບໃຫ້ ເປັນປະຈໍາ ທຸກປີ ເຊັ່ນກັນ ນັ້ນ.
ຂແນງວິຊາ ທີ່ໄດ້ຮັບ ຄວາມສົນໃສ ແລະ ເປັນທີ່ ຕ້ອງການ ຂອງ ນັກສຶກສາ ລາວ ຫລາຍທີ່ສຸດ ຄືຂແນງ ເສຖກິດ ການຄ້າ, ການເງິນ, ການ ທ່ອງທ່ຽວ, ການທູດ ແລະ ກົດໝາຍ. ພ້ອມກັນ ນັ້ນ ກໍຍັງມີ ນັກສຶກສາ ລາວ ຫຼາຍ ສົມຄວນ ທີ່ ໄປສຶກສາ ຕໍ່ ດ້ານ ການແພດ ບໍຣິຫານ ທຸຣະກິດ ວິທຍາສາດ ດ້ວຍທຶນ ຂອງ ຕົນເອງ ຍ້ອນຄ່າຮຽນ ພໍຈ້າງຮຽນ ໄດ້.
ສໍາລັບ ປະເທດ ວຽດນາມ ໃນ ປີທີ່ແລ້ວ ໃຫ້ທຶນ ການສຶກສາ ແກ່ ສປປລາວ ໄປຮຽນຢູ່ ວຽດນາມ ເຖິງ 750 ທຶນ.