ມາຟັງນໍາກັນ 02/14/21
ໄຊຍາ ແລະ ໄມຊູລີ
2021.02.15
2021.02.15
ສິ້ນໄໝກ໊ອບປີ້ ຂອງຈີນ ສ້າງຜົລກະທົບ ໃຫ້ຄົນລາວ ໄດ້ຮັບຜົລກະທົບ ເປັນຕ່ອງໂສ້. ຜູ້ປະກອບການ ຕ້ອງໄດ້ ຢຸດກິຈການ, ຜູ້ຢຶດອາຊີບຕໍ່າຫູກ ຕ້ອງວ່າງງານ ຫັນໄປອອກແຮງງານ ຢູ່ ຕ່າງປະເທດ. ຜູ້ສົ່ງອອກສິ້ນ ກໍສະດຸດ ຍ້ອນວ່າສິ້ນໄໝ ທີ່ຈີນ ກ໊ອບປີ້ ໄປນັ້ນຕີຕລາດ ດ້ວຍລວດລາຍ ທີ່ຄືກັບສິ້ນໄໝລາວ ແລະ ຣາຄາຖືກ ກວ່າທົບເຄີ່ງ. ຣາຍການ ມາຟັງນໍາກັນ ມີຄຳເຫັນ ແລະ ສັມພາດ ເຈາະເລິກ ມາສເນີ ຕໍ່ກັບບັນຫານີ້. ເຊີນທ່ານ ຕິດຕາມໄດ້.