ຈີນມອບຄອມພິວເຕີ ຊ່ອຍເຫຼືອ ລາວ

 ຈີນມອບຄອມພິວເຕີ ຊ່ອຍເຫຼືອ ລາວ
ຈີນມອບຄອມພິວເຕີ ຊ່ອຍເຫຼືອ ລາວ (RFA)

0:00 / 0:00

ໃນວັນພຸດສະຖານທູຕສປຈີນປະຈຳລາວແລະບໍຣິສັດ ZTE ໄດ້ມອບ ຄອມພິວເຕີ 171 ໜ່ວຍໃຫ້ແກ່ ກະຊວງປ້ອງກັນ ຄວາມສງົບ ຂອງ ລາວ ເພື່ອຊ່ອຍປ້ອງກັນ ການໂຈຣະກັມ ທາງດ້ານອິນເຕີແນັດ.

ທ່ານກົງທອງພົງວິຈິດຣັຖມົນຕຣີຊ່ວຍວ່າການກະຊວງປ້ອງກັນຄວາມ ສງົບຂອງລາວ ໄດ້ເຂົ້າຮ່ວມພິທີຮັບມອບເຄື່ອງຊ່ອຍເຫລືອດັ່ງກ່າວທີ່ ນະຄອນຫລວງວຽງຈັນ ໂດຍມີທີ່ປຶກ ສາດ້ານການຄ້າ ຈາກສະຖານ ທູດຈີນປະຈໍາລາວແລະຜູ້ຕາງໜ້າບໍຣິສັດ ZTEຂອງຈີນເຂົ້າຮ່ວມນໍາ.

ຣະບົບ ອິນເຕີແນັດ ເປັນຣະບົບ ທີ່ເປີດເຜີຍເປີດກວ້າງ ໃຜໆກໍເຂົ້າ ເບິ່ງເຂົ້າອ່ານໄດ້ ບາງເທື່ອຄົນຮ້າຍກໍເຂົ້າໄປທຳຣາຍກໍ່ກວນເວັບໄຊຕ໌ ຫລື ລຶບຂໍ້ມູນ ທີ່ສຳຄັນ. ຜ່ານມາຄົນຮ້າຍໄດ້ລັກກ່າຍເອົາຄວາມລັບ ຈາກຣະບົບຄອມພິວເຕີຂອງຣັຖບານສະຫະຣັຖຫລາຍເທື່ອ ແລະໄດ້ ນໍາເຜີຍແພ່ອອກໄປທົ່ວໂລກ.

ໜັງສືພິມຊິນຫົວ ຊຶ່ງເປັນໜັງສືພິມທາງການຂອງຈີນຣາຍງານວ່າ ກະຊວງປ້ອງກັນຄວາມສງົບຂອງລາວ ແລະບໍຣິສັດ ZTE ຂອງຈີນ ເຄີຍ ຮ່ວມມືກັນມາຫລາຍເທື່ອແລ້ວ ນັບແຕ່ປີ 2006 ເປັນຕົ້ນມາ ເພື່ອປັບປຸງ ຄວາມປອດໄພໃນການໃຊ້ ອິນເຕີແນັດ ຢູ່ລາວ. ນອກຈາກນັ້ນ ບໍ ຣິສັດ ZTE ຍັງໄດ້ຮ່ວມມືກັບບໍຣິສັດໂທຣະຄົມມະນາຄົມເອກກະຊົນຫລາຍບໍຣິສັດໃນລາວເຊັ່ນບໍຣິສັດລາວ ໂທຣະຄົມຫລື LTC, Unitel, ETL ແລະ Beeline.

ບໍຣິສັດ ZTE ເປັນບໍຣິສັດໂທຣະຄົມມະນາຄົມໃຫຍ່ ຂອງຈີນ ທີ່ມີຊື່ເຕັມວ່າ ບໍຣິສັດໂທຣະຄົມມະນາຄົມ ຊ່ອງຈິງ ປັດຈຸບັນມີສັນຍາກັບ ຣັຖ ບານລາວ ເພື່ອຕິດຕັ້ງຣະບົບຄອມພິວເຕີ ໃຫ້ແກ່ກະຊວງກົມກອງຕ່າງໆ ຂອງລາວ ໃນນັ້ນລວມທັງຣະບົບປະຊຸມ ທາງວິດີໂອນໍາດ້ວຍ.