ຈີນອ້າງວ່າ ເມືອງຫລ້າ ແຂວງຢູ່ນານ ພົບວ່າ ມີການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເພື່ອຄວາມປອດພັຍ ໄດ້ປິດ ດ່ານບໍ່ເຕັນ-ບໍ່ຫານ ເປັນການຊົ່ວຄາວ ຍັງບໍ່ຮູ້ວ່າ ຈະກັບຄືນມາເປີດ ເມື່ອໃດອັນໄດ້ ສົ່ງຜົລກະທົບ ຕໍ່ຣົຖຂົນສົ່ງ ຂອງລາວ ຢ່າງໜັກ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ທຸກສັປດາ ພວກເຮົາ ໄດ້ນຳເອົາ ປະເດັນ ທີ່ທ່ານຜູ້ຟັງ ໄດ້ສົ່ງເຂົ້າມາ ເພື່ອຮ່ວມແລກປ່ຽນ ແກ້ໄຂ ບັນຫານຳກັນ. ສັປດານີ້ ມາເວົ້າເຖິງ “ຈີນອ້າງ ຄວບຄຸມໂຄວິດ-19 ປິດດ່ານບໍ່ເຕັນ ຂົນສົ່ງລາວ ກະທົບ.”
ທີ່ຈິງບັນຫານີ້ ທາງການຍັງບໍ່ໄດ້ຮັບ ການແກ້ໄຂ. ຖ້າຈີນ ເອົາໂຄວິດ-19 ມາອ້າງ ແມ່ນຕ້ອງ ໄດ້ປິດ່ານ. ໂດຍບໍ່ໄດ້ຮັບຟັງ ເຫດຜົລ ຫຼື ຄິດເຖິງ ຜົລເສັຽຫາຍ ຂອງສີນຄ້າ ທີ່ຂົນສົ່ງ ໄປຈາກລາວ ທັງທີ່ວ່າ ສິນຄ້າສ່ວນຫຼາຍ ແມ່ນສິນຄ້າກະສິກັມ ທີ່ເໜົ່າເສັຽໄວ ແລະ ທີ່ສຳຄັນສ່ວນຫຼາຍ ກໍແມ່ນ ເປັນຂອງນັກລົງທຶນຈີນ ທີ່ເຂົ້າມາປູກ ໃນລາວ ແລ້ວສົ່ງເຂົ້າໄປຂາຍ ໃນຈີນ. ປິດດ່ານເມື່ອໃດ ກຸ່ມຂັບຣົຖຂົນສົ່ງ ກໍບໍ່ສາມາດຕໍ່ລອງໄດ້ ແລະ ບໍ່ສາມາດ ເວົ້າຫຍັງໄດ້ຫຼາຍ ກໍມີແຕ່ ລໍຖ້າໄປ ກັບຄວາມເສັຽຫາຍ ທີ່ກຳລັງຈະເກີດຂຶ້ນກັບຕົນເອງ.
ທ່ານຜູ້ຟັງ ມີຄວາມຄິດເຫັນແນວໃດ ຫຼື ທ່ານຕ້ອງການ ເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ໃນຮູບແບບສັມພາດ ກະຣຸນາ ສົ່ງຄຳເຫັນ ແລະ ເບີໂທຣະສັບ ເຂົ້າຫາອິນບອກ ທີ່ກຳລັງອອກ ຣາຍການ ຢູ່ໃນຂະນະນີ້ ແລ້ວພວກເຮົາ ຈະຕິດຕໍ່ຫາ ເພື່ອສັມພາດ ມາອອກຣາຍການ. ຜ່ານມາ ກໍມີຫລາຍທ່ານ ທີ່ໄດ້ໃຫ້ການຮ່ວມມື ພວກເຮົາ ຂໍຂອບໃຈ ເປັນຢ່າງສູງ. ສຳລັບມືນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ບັນຫາ ທີ່ພວກເຮົາ ນຳສເນີ ໃນມື້ນີ້ ກໍບໍ່ແມ່ນເຣື່ອງໃໝ່ ແຕ່ຍັງເປັນບັນຫາ ທີ່ຍັງແກ້ ບໍ່ໄດ້ສຳລັບ ການຂົນສົ່ງສິນຄ້າ ຜ່ານດ່ານ ບໍ່ເຕັນ-ບໍ່ຫານ ຂອງແຂວງ ຫລວງນໍ້າທານັ້ນ ກໍຄືການປິດດ່ານ. ເພາະການປິດດ່ານ ຈະເຮັດໃຫ້ ມູນຄ່າການສົ່ງອອກ ຂອງລາວຫລຸດລົງ ແລະ ຍັງສົ່ງກະທົບ ທີ່ໜັກໜ່ວງ ຕໍ່ຜູ້ປະກອບການ ຣົຖຂົນສົ່ງ ຂອງຄົນລາວ. ຜ່ານມາ ພຍາຍາມ ເຈຣະຈາເພື່ອແກ້ໄຂ ບັນຫາດັ່ງກ່າວ ແຕ່ກໍແກ້ໄດ້ ສະເພາະໜ້າ ໄລຍະສັ້ນ. ແຕ່ພໍໂຄວິດ-19 ທີ່ຈີນ ອ້າງຂຶ້ນມາແຕ່ລະເທື່ອ ຣົຖຂົນສົ່ງ ລາວກໍຕ້ອງ ກະທົບອີກ ຍ້ອນການປີດດ່ານ. ຊຶ່ງເຣື່ອງ ຜູ້ປະກອບການ ຣົຖຂົນສົ່ງ ເພິ່ນກໍໄດ້ໃຫ້ ຂໍ້ມູນ ກັບທີມຂ່າວພວກເຮົາ ເພື່ອສເນີ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ແກ້ໄຂ ໃນນັ້ນມີບັນຫາໃດແດ່ ພວກເຮົາ ຈະມາຕິດຕາມຟັງ ນຳກັນ.
…
( ເຊີນ ທ່ານ ຟັງ ຣາຍ ລະ ອຽດ ຈາກ ສຽງ ທີ່ ໄດ້ ບັນ ທຶກ ໄວ້ ຂ້າງ ເທິງ ນັ້ນ )