ສິດທິ ເດັກນ້ອຍລາວ ຍັງປະສົບ ບັນຫາ
2018.02.02
ການປົກປ້ອງສິດທິ ຂອງເດັກນ້ອຍຢູ່ລາວ ຍັງປະສົບກັບບັນຫາທ້າທາຍ ຫຼາຍຢ່າງ. ເມື່ອວັນທີ 31 ມົກກະຣາ ຜ່ານມານີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະອົງການ ສະຫະປະຊາຊາດ ຮ່ວມກັນປຶກສາຫາລື ກ່ຽວກັບວຽກງານ ປົກປ້ອງສິດທິ ຂອງເດັກນ້ອຍ ເຊັ່ນ: ວຽກງານການຊ່ວຍເຫຼືອ ເດັກນ້ອຍພິການ ແລະຄອບຄົວ ໃຫ້ເຂົ້າເຖິງ ການບໍຣິການ.
ຈາກການຫາລືກັນນັ້ນ ຣັຖບານລາວ ແລະອົງການສະຫະປະຊາຊາຕ ຫຼື UNICEF ເຫັນວ່າການປົກປ້ອງສິດທິເດັກນ້ອຍ ຢູ່ລາວ ຍັງມີສິ່ງ ທ້າທາຍ ຫຼາຍຢ່າງ. ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມກ່າວວ່າ ສປປລາວ ຍັງເປັນປະເທສ ທຸກຍາກ, ປະຊາກອນຈຳນວນນຶ່ງ ຍັງອາສັຍຢູ່ເຂດຫ່າງໄກ ແລະຍັງອີງໃສ່ ການດຳຣົງຊີວິດ ແບບທັມມະຊາຕ ຊີວິດການເປັນຢູ່ ຂອງພວກ ເຂົາເຈົ້າ ຍັງພົບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນເດັກແມ່ຍິງ ແລະເດັກນ້ອຍ, ຍ້ອນການ ດຳຣົງຊີວິດ ທີ່ຕິດພັນກັບຮີດຄອງ ປະເພນີ ດັ້ງເດີມ ທີ່ບໍ່ສາມາດປະໄດ້ ແລະການໃຊ້ແຮງງານ ເກີນຂອບເຂດອາຍຸກະສຽນ ຫຼືບາງກໍຣະນີ ເດັກນ້ອຍຖືກບັງຄັບ ຕົບຕີ ກໍມີ. ເຈົ້າໜ້າທີ່ ອົງການ ສິດທິເດັກນ້ອຍທ່ານນື່ງ ກ່າວກ່ຽວກັບເຣື້ອງນີ້ ກ່ອນໜ້ານີ້ວ່າ:
”ເຣື້ອງໂຕຢ່າງວ່າ ບາງເທື່ອກໍມີການຕົບຕີ ເດັກນ້ອຍຊິເນາະ ກໍມີໃຊ້ແຮງງານເດັກ. ຜ່ານມາ ຖາມວ່າເຈົ້າເຮັດວຽກຫຍັງແດ່ ເນາະ ໂຕຢ່າງວ່າ ເຂົາເຈົ້າກໍໄປ ແບກນໍ້າ ໄປຫາຟືນ ໄປອິຫັຍງເປັນວຽກໜັກ ຂອງເຂົາເຈົ້າຫັ້ນແຫລະ ແຕ່ເຂົາເຈົ້າ ກໍບໍ່ຮູ້ດອກວ່າ ເຂົາເຈົ້າ ເຮັດວຽກໜັກຫັ້ນນະ."
ທ່ານກ່າວຕື່ມນອກຈາກການຕົບຕີ ແລະໃຊ້ແຮງງານເດັກນ້ອຍ ເກີນຂອບເຂດອາຍຸແລ້ວ ບັນຫາທີ່ກະທົບ ຕໍ່ການດຳຣົງຊີວິດຂອງແມ່ຍິງ ແລະເດັກນ້ອຍ ໃນເຂດຊົນນະບົດ ກໍ່ຄືບັນຫາການເຄື່ອນຍ້າຍແຮງງານ ຈາກຊົນນະບົດເຂົ້າສູ່ຕົວເມືອງ ຈາກ ຂແນງກະສິກັມ ເຂົ້າສູ່ ອຸດສາຫະກັມ ຊື່ງເຮັດໃຫ້ແມ່ຍິງ ແລະເດັກນ້ອຍຈຳນວນຫຼາຍ ຕົກເປັນເຫຍື່ອ ຂອງສັງຄົມ ຫຼືຂອງການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທສ.