ເສຖກິດບໍ່ເຕັນຈ້າງແຕ່ ຄົນຈີນ

ສິດນີ
2016.06.05
F-boten ເມືອງຈີນນ້ອຍ ໃນເຂດບໍ່ເຕັນ
skyscrapercity

ເຈົ້າຫນ້າທີ່ ດ່ານບໍ່ເຕັນ ແດນຄຳ ເວົ້າວ່າ ເຂດເສຖກິດ ພິເສດ ບໍ່ເຕັນ ແດນຄຳ ແຂວງ ຫຼວງນ້ຳທາ ກຳລັງພັທນາ ໃຫ້ເປັນເຂດ ການຄ້າ ການທ່ອງທ່ຽວ ໂຮງແຮມ ບ້ານພັກ ໂດຍ ນັກລົງທຶນ ຈີນ ແຕ່ ສ່ວນໃຫຍ່ ຈະຈ້າງແຕ່ ຄົນງານຈີນ ຫຼາຍກວ່າຈ້າງ ຄົນງານ ລາວ, ໂດຍ ໃຫ້ເຫດຜົນ ວ່າຄົນລາວ ເວົ້າ ພາສາຈີນ ບໍ່ໄດ້. ອີງຕາມ ເຈົ້າໜ້າທີ່ ດ່ານບໍ່ເຕັນ ທີ່ໄດ້ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ:

"ຄັນວ່າ ຄົນຈີນ ມາລົງທຶນເຮັດ ມີຄວາມຈຳເປັນ ທາງດ້ານ ພາສາເນາະ, ພາສານີ້ ຍັງມີ ຄວາມຈຳກັດຢູ່ ແລະ ສີມືແຮງງານ ລາວ ຍັງບໍ່ໄດ້ ຣະດັບທີ່ ຂະເຈົ້າ ຕ້ອງການ ແຕ່ວ່າພວກເຮົາ ກໍໄດ້ລົມກັບ ຂະເຈົ້າ ຂະເຈົ້າ ກໍອະນຸລົມ ບາງອັນ ກໍໄດ້ຂັ້ນຮຽນ ທຳອິດ".

ທ່ານກ່າວຕື່ມວ່າ ບໍຣິເວນ ເຂດເສຖກິດພິເສດ ບໍ່ເຕັນແດນຄຳ ມີປະຊາກອນ ອາສັຍຢູ່ ຈຳນວນ 5 ບ້ານ ເປັນຕົ້ນ ບ້ານບໍ່ເຕັນ ບ້ານບໍ່ປຽກ ບ້ານຕີ່ນຊານ ບ້ານຕີນຕົກ ແລະ ບ້ານນາເຕີຍ. ພໍ່ບ້ານນາເຕີຍ ເວົ້າວ່າ ບໍ່ມີຊາວບ້ານ ເຂົ້າໄປ ເຮັດວຽກ ໃນພື້ນທີ່ ສຳປະທານ ດັ່ງກ່າວ, ຊຶ່ງ ປັດຈຸບັນ ຊາວບ້ານ ສ່ວນໃຫຍ່ ເຮັດສວນ ແລະບາງຄົນ ກໍໄປຮັບຈ້າງ ຢູ່ໂຮງງານ ເຮັດເຈັ້ຽ ແລະມັນ ຂອງຈີນ ແຕ່ ກໍມີບັນຫາ ຍ້ອນ ນາຍຈ້າງ ບໍ່ຈ່າຍເງິນ ໃຫ້ຂະເຈົ້າ ຕາມປົກກະຕິ:

"ຕົວນີ້ກໍມີບັນຫາ ແຕ່ບໍ່ຄ່ອຍ ມີຫລາຍ ກໍມີຢູ່ ມີບາງຫົວຫນ່ວຍ ທຸຣະກິຈ ຖືວ່າການຈ່າຍ ກໍທັນຕາມໃຈ ຂະເຈົ້າ ຈ່າຍເງິນ ຄ່າແຮງບາງທີ ກໍຊັກຊ້າ ໃຫ້ຂະເຈົ້າ".

ຊາວບ້ານນາເຕີຍ ເວົ້າວ່າ ປະຊາຊົນ ບາງຄົນ ໃນທ້ອງຖິ່ນ ກໍເຂົ້າໄປ ຄ້າຂາຍ ເລັກໆນ້ອຍໆ ເປັນຕົ້ນ ຮ້ານຂາຍ ອາຫານ ຕາມແຄມທາງ ສ່ວນຮ້ານ ຂາຍຂອງຍ່ອຍ ນັ້ນມີແຕ່ ຄົນຈີນ ແລະ ຈ້າງແຕ່ ຄົນຈີນ ຄົນລາວ ບໍ່ມີເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.