ລາວຄຣິສຕຽນຖືກຂົ່ມຂູ່ຈາກ ທາງການ

ມະນີຈັນ
2014.11.05
F-image2 ລາວຄຣິສຕຽນຖືກຂົ່ມຂູ່ຈາກ ທາງການ
RFA

 

ເຈົ້າໜ້າທີ່ ທ້ອງຖິ່ນ ໃນລາວ ຍັງຂົ່ມຂູ່ ຊາວລາວ ຄຣິສຕຽນ ໄປຈາກ ບ້ານ ຂອງ ເຂົາເຈົ້າ ຍ້ອນວ່າ ນັບຖື ສາສນາ ຄຣິສ. ຕາມການ ຣາຍງານ ຂອງ ຊາວລາວ ຄຣິສຕຽນ ຈາກ ປະເທສ ລາວ ທີ່ ວິທຍຸ ເອເຊັຽ ເສຣີ ໄດ້ຮັບ.

ຊາວມົ້ງ ລາວ ທີ່ ເຊື່ອຖື ສາສນາ ຄຣິສ 6 ຄອບຄົວ ໃນ ຈໍານວນ 25 ຄົນ ຢູ່ບ້ານ ກໍໄຮ ເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ໄດ້ຖືກ ອໍານາດ ການ ປົກຄອງ ທ້ອງຖິ່ນ ແລະ ຕໍາຣວດ ຂັບໄລ່ ອອກ ຈາກ ບ້ານ ເມື່ອ ກາງ ເດືອນ ກັນຍາ 2014 ພາຍຫລັງ ທີ່ ເຂົາ ເຈົ້າ ປ່ຽນ ຈາກການ ຖືຜີ ມາຖື ສາສນາ ຄຣິສ ແລະ ອີກ ກໍຣະນີ ນຶ່ງຄື ເມື່ອ ວັນທີ 2 ພຶສຈິກາ ກໍມີ ຊາວມົ້ງ ລາວ ທີ່ ຖື ສາສນາ ຄຣິສ 7 ຄົນ ຮວມທັງ ເດັກນ້ອຍ ຜູ້ຊາຍ ອາຍຸ 14 ປີ ຜູ້ນຶ່ງ ຢູ່ ບ້ານ ແດງກາງ ເມືອງລອງ ແຂວງ ຫລວງນໍ້າທາ ຖືກຈັບ ຍ້ອນ ປ່ຽນໄປ ນັບຖື ສາສນາ ຄຣິສ.

ແຫລ່ງຂ່າວ ທີ່ ບໍ່ປະສົງ ອອກຊື່ ເວົ້າວ່າ ທັງ 2 ກໍຣະນີ ນີ້ ກ່ອນທີ່ ເຂົາເຈົ້າ ຈະ ມາເລີ້ມ ຖືສາສນາ ຄຣິສ ກໍຍ້ອນ ຄວາມ ເຫຼື້ອມໃສ. ໃນຄາວ ຖືຜີ ເວລາ ເຈັບປ່ວຍ ກໍ ປິ່ນປົວ ກັນ ຕາມ ວິທີ ຜີສາງ ທີ່ ພວກ ເຂົາເຈົ້າ ເຊື່ອຖືມາ ຫລື ໄປຮັກສາ ທີ່ ໂຮງໝໍ ກໍບໍ່ເຊົາ ຈຶ່ງ ພາກັນ ໃຊ້ວິທີ ສວດ ພາວະນາ ແບບ ຄຣິສຕຽນ ທົ່ວໄປ ແລ້ວ ກໍຫາຍ ພວກ ເຂົາເຈົ້າ ຈຶ່ງ ປ່ຽນໄປ ເຊື່ອຖື ສາສນາ ຄຣິສ.

ແຕ່ເປັນການ ສ້າງ ຄວາມ ບໍ່ພໍໃຈ ໃຫ້ ອໍານາດ ການປົກຄອງ ບ້ານ ຈົນເກີດ ຄວາມ ຂັດແຍ່ງ ກັນຂຶ້ນ. ປັດຈຸບັນ ຊາວລາວ ຄຣິສຈຽນ ດັ່ງກ່າວ ໄດ້ຮັບ ຄວາມ ເດືອດຮ້ອນ ແລະ ຂໍໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ໃຫ້ຊ່ວຍ ແກ້ໄຂ.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ອໍານາດ ການ ປົກຄອງ ເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ແລະ ເມືອງລອງ ແຂວງ ຫລວງນໍ້າທາ ໄດ້ຮັບ ຄໍາຕອບວ່າ ຍັງບໍ່ມີ ການ ຢືນ ຢັນ ຈາກ ເຈົ້າໜ້າທີ່ ປົກຄອງ ບ້ານ ເທື່ອ. ດັ່ງ ທ່ານ ທອງໂສມ ເຈົ້າເມືອງ ເມືອງ ຄໍາເກີດ ກ່າວວ່າ:

"ໂອ ບໍ່ເຫັນ ເຂົາ ຣາຍງານ ເດ ເຮົາ ກໍສິ ບໍ່ໄດ້ ໄປກວດ ແຫ້ລວ ເຮົາຕ້ອງ ຖາມ ຂແນງການ ເຂົາກ່ອນ ບໍ່ເຫັນ ເຂົາ ຣາຍງານ ເຮົານະ".

ທ່ານເວົ້າ ຕໍ່ໄປ ວ່າ ສໍາລັບ ເຣຶ່ອງນີ້ ຈະຕິດຕໍ່ ສອບຖາມ ກັບ ເຈົ້າໜ້າທີ່ ປົກຄອງ ບ້ານ ເພື່ອ ໃຫ້ຮູ້ວ່າ ມີເຫດການ ນັ້ນເກີດ ຂຶ້ນແທ້ ຫລືບໍ່ ແລະ ເກີດຂຶ້ນ ຍ້ອນ ສາເຫດ ຫຍັງ ແທ້?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.