ທ່ານໂອບາມາ ຈະຢ້ຽມລາວ

ສິດນີ
2015.11.06
F-Obama ທ່ານ ປະທານາທິບໍດີ ບາຣັກ ໂອບາມາ
US states Department

ປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ມີ ແຜນການ ຈະໄປ ຢ້ຽມຢາມ ສປປລາວ ໃນ ປີ ຫນ້າ, ເພື່ອ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເສຖກິດ ອາຊຽນ, ຊຶ່ງ ຈະເປັນ ເທື່ອ ທຳອິດ ໃນ ປະຫວັດສາດ ທີ່ ປະທານາທິບໍດີ ຂອງ ສະຫະຣັດ ຢ້ຽມຢາມ ລາວ. ອີງຕາມ ຄຳເວົ້າ ຂອງ ທີ່ ປຶກສາ ຂອງ ທ່ານ ໃນ ວັນພຸດ ນີ້.

ທ່ານ Ben Rhodes ທີ່ ປຶກສາ ດ້ານ ຄວາມປອດພັຍ ຂອງ ປະທານາທິບໍດີ ສະຫະຣັດ ກ່າວວ່າ, ທ່ານ ບາຣັກ ໂອບາມາ ຈະ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເສຖກິດ ອາຊຽນ ທີ່ ລາວ ຊຶ່ງ ເປັນ ປະເທດ ທີ່ ທຸກຍາກ ແຕ່ ມີການ ເຕີບໂຕ ທາງດ້ານ ເສຖກິດ ຢ່າງ ວ່ອງໄວ ແລະ ກໍຖືກ ຖິ້ມ ຣະເບີດ ໃສ່ ໂດຍ ສະຫະຣັດ ຢ່າງ ຫຼວງຫຼາຍ ໃນ ຊ່ວງ ສົງຄາມ ວຽດນາມ.

ທ່ານ ໄດ້ ກ່າວ ກ່ຽວກັບ ເຣື້ອງນີ້ ໃນ ກອງປະຊຸມ ກຸ່ມນັກ ປັນຍາຊົນ ຫົວສມອງ ຫລື (THINK TANK) ທີ່ ກຸງ ວໍຊິງຕັນ ດີຊີ ຫລັງຈາກ ທີ່ ທ່ານ ກັບຈາກ ການ ຢ້ຽມຢາມ ສປປລາວ ເມື່ອມໍ່ໆ ມານີ້. ເພື່ອຊ່ອຍ ຕຣຽມ ວຽກງານ ທີ່ ສປປລາວ ທີ່ຈະເປັນ ປະທານ ວຽນ ອາຊຽນ ໃນ ປີ 2016.

ສປປ ລາວ ແລະ ສະຫະຣັດ ເລີ້ມ ສາຍສຳພັນ ກັນມາ ແຕ່ ສມັຍ ຣັຖບານ ເກົ່າ ໃນ ປີ 1955 ຄວາມສຳພັນ ໄດ້ ລົດລົງ ຫລັງຈາກ ທີ່ ຣັຖບານ ຄອມມຸຍນິສ ກຳ ອຳນາດ ໃນ ປີ 1975 ແລະ ໄດ້ຟື້ນຄືນ ໃຫມ່ ໃນ ປີ 1992.

ໃນ ຊ່ວງ ຣັຖບານ ຂອງ ທ່ານ ບາຣັກ ໂອບາມາ ຣະດັບ ຄວາມສຳພັນ ຣະຫວ່າງ ສອງ ປະເທດ ກໍມີການ ປັບປຸງ ໃຫ້ດີຂຶ້ນ. ໃນ ປີ 2012 ມາດາມ ຮິລລາຣີ ຄຣິນຕັນ ອະດີດ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ກໍໄດ້ ໄປ ຢ້ຽມຢາມ ສປປລາວ ກ່ອນທີ່  ມາດາມ ຈະ ເດີນທາງ ໄປຮ່ວມ ປະຊຸມ ທີ່ ກຳພູຊາ. ການ ຢ້ຽມຢາມ ສປປລາວ ຂອງ ປະທານາທິບໍດີ ສະຫະຣັດ ເທື່ອນີ້ ຈະເປັນ ບົດບາດ ໃຫມ່ ຂອງ ສະຫະຣັດ ທີ່ ມີຕໍ່ກຸ່ມ ປະເທດ ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.