ສຽງຮຽກຮ້ອງໃຫ້ເຂັ້ມງວດ ເຮືອທ່ຽວ ອ່າງນໍ້າງື່ມ
2021.04.12
ປະຊາຊົນລາວ ຢາກໃຫ້ທາງການເຂັ້ມງວດ ເຣື່ອງການປ້ອງກັນ ເພື່ອຄວາມປອດພັຍຂອງເຮືອທ່ອງທ່ຽວ ຢູ່ອ່າງນໍ້າງື່ມ ແຂວງ ວຽງຈັນ ແລະແຈ້ງເຕືອນໃຫ້ຣະມັດ ຣະວັງເຮື່ອງການ ແລ່ນເຮືອ ພາຍລັງທີ່ເຮືອທ່ອງທ່ຽວ ໃຫ້ບໍຣິການ ທ່ານ ຈູມມາລີ ໄຊຍະສອນ ອາດີດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ອາດີດ ປະທານ ປະເທດ ພ້ອມດ້ວຍ ຄອບຄົວ ປີ້ນຂວໍ້າ ຢູ່ອ່າງນໍ້າງື່ມ ເມື່ອສັປດາທີ່ຜ່ານມາ ດັ່ງປະຊາຊົນລາວທ່ານນຶ່ງ ຢູ່ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ເມສາ 2021 ນີ້ວ່າ:
”ຢ້ານຫັ້ນແຫລະ ເພາະວ່າບໍ່ເຄີຍເຫັນເຫດການນີ້ ຈັກເທື່ອ ຄັ້ງນີ້ກໍຖືວ່າເປັນຄັ້ງຍິ່ງໃຫຍ່ ຂອງປະເທດລາວ ທີ່ວ່າເຮືອລໍາໃຫຍ່. ຕ້ອງຢ້ານຕ້ອງຕົກໃຈເປັນທໍາມະດາແຫລະ ອັນນັ້ນ ເພິ່ນກໍຕ້ອງ ອັນນັ້ນກັນຫັ້ນແຫລະ ເພາະວ່າເຣື່ອງນັ້ນ ກໍຕ້ອງມີຢູ່ແລ້ວ ເພາະວ່າເຫດການ ແບບນີ້ມັນກະຕ້ອງ ໄດ້ແຈ້ງເຕືອນໃຫ້ ປະຊາຊົນຢູ່ແລ້ວ.”
ແລະປະຊາຊົນລາວ ອີກທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ເຮືອທໍາມະດາແມ່ນປອດພັຍ ກວ່າເຮືອທີ່ປິີ້ນຂວໍ້າໃນຄັ້ງນີ້, ເພາະເຮືອນັ້ນເປັນເຮືອດັດແປງ, ພື້ນທ້ອງເຮືອນ້ອຍ ກວ່າພື້ນເຮືອປົກກະຕິ ແລະວ່າ ດີແທ້ຄວນມີການຈັດຕັ້ງ ໜ່ວຍກູ້ພັຍທາງນໍ້າ ປະຈໍາການ ຢູ່ທີ່ນັ້ນ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
”ກໍບໍ່ໄດ້ຢ້ານຖ້າເຮືອບໍ່ໄດ້ດັດແປງສະພາບ ແຕ່ວ່າເຮືອແຂກທໍາມະດາ ຂີ່ກະປອດພັຍກວ່າເຮືອຕົວນັ້ນ ເພາະວ່າເຮືອຕົວນັ້ນເຮັດມາ ດັດແປງສະພາບ ເຮັດໃຫ້ພື້ນທ້ອງ ຈະໜ້ອຍກວ່າ ເຮືອປົກກະຕິ. ດີແທ້ກໍແມ່ນໜ່ວຍກູ້ພັຍ ແຫລະທີ່ຕ້ອງໄປປະຈໍາການຢູ່ຫັ້ນ ຢາກໃຫ້ພາກຣັຖ ເຫັນຄວາມສໍາຄັນ ການກູ້ພັຍທາງນໍ້າ.”
ຜູ້ປະກອບການຮ້ານອາຫານ ແລະ ເຮືອນໍາທ່ຽວ ຢູ່ອ່າງນໍ້າງື່ມ ເມືອງທຸລະຄົມແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ປີນີ້ ນັກທ່ອງທ່ຽວ ຖືວ່າຫລຸດລົງກວ່າ 2-3 ປີກ່ອນ ຍ້ອນການຣະບາດ ຂອງໂຄວິດ-19 ແລະກໍຣະນີ ອຸບັດຕິເຫດເຮືອຫລົ້ມ ໃນມື້ວັນທີ 4 ເມສາ ນີ້ ກໍມີຜົລກະທົບໜ້ອຍນຶ່ງ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ເມສາ ນີ້ວ່າ:
”ກໍພໍມີຢູ່ ຫລຸດລົງ ຫລຸດລົງກວ່າປີກ່ອນຫລາຍ ມີໂຄວິດ ຄົນກໍຫລຸດລົງ ຕົວນີ້ບໍ່ກ່ຽວ ມາປົກກະຕິ ແຂກມາປົກກະຕິ.”
ແລະຜູ້ປະກອບການຮ້ານອາຫານ ແລະເຮືອນໍາທ່ຽວ ຢູ່ອ່າງນໍ້າງື່ມ ອີກທ່ານນຶ່ງກໍເວົ້າວ່າ ປັດຈຸບັນ ຍັງເປີດບໍຣິການທ່ອງທ່ຽວຕາມ ປົກກະຕິຢູ່ ແຕ່ນັກທ່ອງທ່ຽວ ມາທ່ຽວຫລຸດລົງ ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
”ຍັງເປີດຢູ່ເຈົ້າ ເປີດປົກກະຕິຢູ່ເຈົ້າ ຫຼຸດໆເພາະຍັງບໍ່ເປີດປະເທດ ຍັງມີແຕ່ຄົນລາວທ່ຽວລາວນໍ ມາປົກກະຕິບໍ່ເປັນ ມີມາຕລອດ.”
ກ່ຽວກັບສາເຫດຂອງເຮືອທ່ອງທ່ຽວຫລົ້ມ ໃນຄັ້ງນີ້ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ມີການຈັດຕັ້ງຄະນະ ສະເພາະກິດ ລົງກວດສອບຫາສາເຫດ ທີ່ແທ້ຈິງຕື່ມຢູ່ ແລະວ່າ ໃນພາຍພາກໜ້າກໍອາຈມີ ນິຕິກັມ ຄຸ້ມຄອງວຽກງານ ການທ່ອງທ່ຽວໃຫ້ຫລາຍຂຶ້ນ:
”ດຽວນີ້ເພິ່ນແຕ່ງຕັ້ງຄະນະສະເພາະກິດ ລົງມາເກັບກໍາຂໍ້ມູນ ມາຕຖານເຕັກນິກ ໂຄງສ້າງເຮືອຕ່າງໆ ການອອກໃບອະນຸຍາດ ເຮືອທີ່ວ່າເອົາລົງໄປຫັ້ນ ຍັງບໍ່ໄດ້ຜ່ານການອອກ ອະນຸຍາດ ຈາກພາກສ່ວນຂອງເຮົາ ເລີຍນໍ ພໍດີພະຍຸມາ ມື້ນັ້ນນະ ເກີດເຫດ ສຸດວິສັຍ, ມັນກະໜ້າສິມີນິຕິກັມ ຄຸ້ມຄອງວຽກງານໂຕນີ້ ກິຈກັມການທ່ອງທ່ຽວ ໂຕນີ້ໃຫ້ຫລາຍຂຶ້ນ.”
ອີງຕາມການລາຍງານ ຂອງສື່ມວລຊົນທ້ອງຖິ່ນໃນລາວ, ເຫດການເຮືອຫລົ້ມ ຢູ່ອ່າງນໍ້າງື່ມເກີດຂຶ້ນ ໃນມື້ວັນທີ 4 ເມສາ 2021, ມີຄົນຢູ່ໃນເຮືອ ທັງໝົດ 48 ຄົນ. ໃນນັ້ນເສັຍຊີວິດ 8 ຄົນ. ມາເຖິງປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຍັງສືບສວນສອບສວນຫາ ຂໍ້ມູນເພິ່ມຕື່ມຢູ່ ຮວມໄປເຖິງເອກກະສານ ອະນຸຍາດ ໃຫ້ດໍາເນີນທຸຣະກິດ, ມາຕຖານ ແລະເຕັກນິກ ຂອງ ເຮືອນັ້ນນໍາດ້ວຍ.