ຕໍາຣວດວ່າບໍ່ໄດ້ຈັບ ລາວ-ຄຣິສຕຽນ

ສິດນີ
2015.09.11
F-Church ໂບດຄຣິສຕຽນ ຢູ່ ແຂວງ ສວັນນະເຊດ
Citizen Journalist

ກໍຣະນີ ການ ຈັບ ທ້າວ ບຸນເທີງ ອາຍຸ 43 ປີ ລາວ-ຄຣີສຕຽນ, ຢູ່ ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ, ແລະ ທ້າວ ເນີຍ ອາຍຸ 40 ປີ ຈາກ ເມືອງ ຄຸນຄຳ ແຂວງ ຄຳມ່ວນ, ທັງສອງ ຖືກ ເຈົ້າຫນ້າທີ່ ຈັບ ຢູ່ ບ້ານ ໜອງຍາງ ເມືອງ ນາກາຍ ແຂວງ ຄຳມ່ວນ, ເມື່ອ ວັນທີ 2 ກັນຍາ ປີ 2015 ຜ່ານມາ, ໃນເວລາ ທີ່ ໄປຢາມ ຊາວ ລາວ-ຄຣິສຕຽນ ຢູ່ບ້ານ ດັ່ງກ່າວ. ມາຮອດ ປັດຈຸບັນ ຂ່າວ ການຈັບກຸມ ກໍມິດງຽບ ໄປ, ແລະ ບໍ່ມີ ເຈົ້າຫນ້າທີ່ ຄົນໃດ ອອກມາ ຊີ້ແຈງ ກ່ຽວກັບ ເຣື້ອງນີ້.

ໃນວັນທີ 10 ກັນຍາ ຜ່ານມາ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ຫ້ອງການ ຕຳຣວດ ເມືອງ ນາກາຍ ພ້ອມທັງ ຫ້ອງການ ປົກຄອງ ເມືອງ, ເພື່ອ ຂໍ ຣາຍລະອຽດ ກ່ຽວກັບ ການ ຈັບກຸມ, ເຈົ້າຫນ້າທີ່ ກໍ ພຽງແຕ່ ເວົ້າວ່າ, ຂ່າວນັ້ນ ບໍ່ມີມູນ ຄວາມຈິງ, ບໍ່ມີການ ຈັບກຸມໃດໆ ເກີດຂຶ້ນ.

ກ່ອນຫນ້າ ນັ້ນ ທ່ານ ລຽງຄຳ ແພງອຸໄທ ເຈົ້າເມືອງ ນາກາຍ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ກຳລັງ ມີການ ສືບສວນ ຫາ ຄວາມຈິງ ກ່ຽວກັບ ຂ່າວນີ້ ຢູ່, ຫລັງຈາກ ໄດ້ເຫັນ ໃນ ສື່ສັງຄົມ ອອນລາຍ, ແລະວ່າ ອາດເປັນ ຂ່າວລື ຫຼາຍກວ່າ ເພາະ ເມືອງ ນາກາຍ ບໍ່ໄດ້ ກີດກັ້ນ ການນັບຖື ຫລື ບໍ່ນັບຖື ສາສນາ ຂອງ ປະຊາຊົນ ແຕ່ ຢ່າງໃດ. ພຽງແຕ່ ໃຫ້ ເປັນໄປຕາມ ກົດຫມາຍ ສປປ ລາວ.

ເຖິງຢ່າງໃດ ກໍດີ ເອເຊັຽ ເສຣີ ກໍໄດ້ຖາມ ໄປຍັງ ສະມາຄົມ ຊາວ ຄຣິສຕຽນ ແຫ່ງນຶ່ງ ໃນລາວ, ບຸຄລາກອນ ຢູ່ທີ່ນັ້ນ ບອກວ່າ ການຈັບ ລາວ-ຄຣິສຕຽນ ຢູ່ ເມືອງ ນາກາຍ ນັ້ນ, ຕົນ ກໍຮັບ ຂ່າວ ແລະ ຢືນຢັນ ວ່າ ມີການຈັບ ແທ້ ແຕ່ ບໍ່ສາມາດ ໃຫ້ ຂໍ້ມູນ ເພີ້ມຕື່ມ ໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.