ອົງການຊ່ອຍເຫຼືອຊຶ່ງກັນ (SFE) ຈະຊ່ອຍ ຄົນເສັຽອົງຄະ ມ.ສນາມໄຊ ມ.ສາມະຄີໄຊ
2021.02.12
ອົງການຊ່ອຍເຫຼືອຊຶ່ງກັນ ຫລື SFE ຈາກ ປະເທດອອສເຕເລັຽ ມີແຜນການຊ່ອຍເຫຼືອ ຄົນພິການປະເພດຕ່າງໆ ໃນແຕ່ລະບ້ານ ຢູ່ເມືອງສນາມໄຊ ແລະ ສາມະຄີໄຊ ແຂວງອັດຕະປື ໃນການຝຶກອົບຮົມ ທາງດ້ານອາຊີບ ແລະ ອື່ນໆ ເພື່ອໃຫ້ຂະເຈົ້າສາມາດ ຊ່ອຍຕົນເອງໄດ້ ຊຶ່ງໃນປັດຈຸບັນ ທາງໂຄງການດັ່ງກ່າວ ກຳລັງຮີບໂຮມຂໍ້ມູນ ຄົນພິການໃນແຕ່ລະບ້ານວ່າ ມີທັງຫມົດຈັກຄົນ ແລະ ຍັງບໍ່ໄດ້ຈັດຕັ້ງປະຕິບັດ ໃນການຝຶກອົບຮົມ ຈາກພາກສ່ວນ ທີ່ກ່ຽວຂ້ອງແນວໃດແດ່. ຕາມຄຳເວົ້າຂອງເຈົ້າຫນ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ຕໍ່ເອເຊັຽເສຣີ ໃນມື້ວັນທີ 8 ກຸມພາ ຜ່ານມາວ່າ:
“ເພິ່ນບໍ່ທັນໄດ້ລົງມາ ບໍ່ທັນມີແຜນການນະ, ມີແຕ່ເຊັນອັນນັ້ນຊື່ໆ, ສ່ວນແຜນການລະອຽດ ຍັງບໍ່ທັນລົມ ຍັງບໍ່ທັນໄດ້ປະຕິບັດ, ຖ້າໄດ້ເຮັດຈັ່ງລົມກັນອີກຄັ້ງ.”
ທ່ານກ່າວຕື່ມວ່າ ຄາດວ່າໃນວັນທີ 15 ກຸມພາ ນີ້ຈະມີກຳນົດການ ທີ່ເຈົ້າຫນ້າທີ່ ອົງການ SFE ລົງພື້ນຖານຮີບໂຮມຂໍ້ມູນໃນແຕ່ ລະບ້ານເພື່ອຢາກຮູ້ສະພາບໂຕຈິງວ່າ ຕ້ອງການ ຄວາມຊ່ອຍເຫຼຶອຫຍັງແດ່ ຊຶ່ງແຜນການການຊ່ອຍເຫຼືອ ຄົນພິການດັ່ງກ່າວນີ້ ເປັນພຽງການທົດລອງ ຫລື PILOT PROJECT ໃນໄລຍະ 9 ເດືອນ ເລີ້ມແຕ່ເດືອນມົກຣາ ໄປຮອດ ເດືອນ ກັນຍາ ປີ 2021 ໂດຍມີທຶນໃນການໃຊ້ເພື່ອຮີບໂຮມຂໍ້ມູນ ຄົນພິການໃນແຕ່ລະບ້ານ ປະມານ 4 ພັນໂດລາ ຖ້າຫາກການສຳຣວດພົບວ່າສາມາດ ປະຕິບັດໂຄງການຕໍ່ໄປໄດ້ ກໍຈະອະນຸມັດເງິນທຶຶນ ເພີ້ມຕື່ມໄປອີກ 3 ປີ.
ເຈົ້າຫນ້າທີ່ຫ້ອງການປົກຄອງ ແຂວງອັດຕະປື ກ່າວວ່າ ພາຍໃນແຂວງອັດຕະປື ມີຄົນພິການຄິດເປັນສັດສ່ວນ ປະມານ 3.7% ຂອງປະຊາກອນທັງຫມົດຂອງແຂວງ ໃນບັນດາ 5 ເມືອງ ຢູ່ແຂວງອັດຕະປື ມີຄົນພິການທັງຫມົດ ປະມານ 978 ຄົນ ໃນນັ້ນ ສ່ວນໃຫຍ່ເປັນຄົນພິການປາກແຫວ່ງ, ເປັ້ຽລ່ອຍ, ຫົວໃຫຍ່ ແລະອື່ນໆ:
“ປາກແຫວ່ງເກີດຂຶ້ນມາແລ້ວແຂນເປັ້ຽ ແຂນລ່ອຍຫ້ັ້ນນ່າ ປາກແຫວ່ງ ກໍມີຫົວໃຫຍ່ກໍມີ, ມັນເກີດຂຶ້ນມາ ມັນຈະເປັນໂລດເລີຍນ່າ ເຂົາເອີ້ນຄົນພິການ ເກີດຂຶ້ມາມັນກະມີ ແຕ່ໃນທັ້ງຣົດປີ້ນ ຣົດຂວ້າມ ເຂົາເອີ້ນເສັຽອົງຄະ ບໍ່ແມ່ນພິການ.”
ເຈົ້າຫນ້າທີ່ຂແນງນະໂຍບາຍ ຜແນກແຮງງານ ແລະ ສວັດດີການສັງຄົມກ່າວວ່າ ຜ່ານມາມີໂຄງການຊ່ອຍເຫລືອ ຄົນພິການ ຈາກກະຊວງແຮງງານ ແລະ ໂຄງການຕ່າງປະເທດ ໃຫ້ເຂົ້າມາຝຶກອາຊີບ ການຕັດຫຍິບ ສຳລັບຄົນພິການພາຍໃນແຂວງ ເພື່ອໃຫ້ມີວຽກເຮັດງານທຳ ຊຶ່ງຄ່າໃຊ້ຈ່າຍໃນການຝຶກອົບຮົມ ເປັນເວລາ 3 ເດືອນ ທາງໂຄງການເປັນອອກໃຫ້ ທັງຫມົດ.
“ເຂົາຈະໄລ່ໃຫ້ຫມົດ ເຂົາຈະຮັບຜິດຊອບຫມົດ ອາຫານການກິນ ເຄື່ອງນຸ່ງຫົ່ມ ບາງທີ່ເຂົາກໍຈະໃຫ້ຫຼາຍຢ່າງ ສຳລັບຄົນພິການ ແມ່ຍິງແລະກໍເຂົາມີເງິນວັນໃຫ້ ຖ້າວ່າເປັນຄົນທີ ທຸກຍາກ ເຂົາກໍແບບວ່າ ປະກອບເປັນເຄື່ອງຕັດຫຍິບ ໃຫ້ເປັນຈັກ ເປັນອີ່ສັງ ເປັນອຸປກອນອີ່ສັງ ເຂົາກໍຈະໃຫ້ ໃຫ້ລົງມາເລີຍ ເຂົາກໍຈິງໃຈອີ່ຫລິ ພວກໂຄງການຕ່າງປະເທດນີ້ ເຂົາກໍມີງົບປະມານຫຼາຍ.”
ນອກຈາກແຂວງອັດຕະປື ທີ່ມີຄົນພິການ ຕ້ອງການການຊ່ອຍເຫລືອ, ແຂວງອື່ນໆໃນລາວກໍຍັງມີຄົນພິການ ຕ້ອງການຄວາມ ຊ່ອຍເຫລືອຫລາຍຢຸ່. ເຈົ້າໜ້າທີ່ ສະມາຄົມ ຄົນພິການ ລາວ ແຂວງເຊກອງ ເປີດເຜີຍວ່າ ຄົນພິການ 200 ກວ່າຄົນ ໃນ ແຂວງເຊກອງ ຍັງຕ້ອງການຄວາມຊ່ວຍເຫລືອ ກຸ່ມດັ່ງກ່າວໄດ້ຮຽກຮ້ອງໃຫ້ ຣັຖບາລສົ່ງເສີມເຣື່ອງ ການສຶກສາຮໍ່າຮຽນ, ການຝຶກອົບຮົມວິຊາຊີບ ແລະ ໃຫ້ໂອກາດ ໄດ້ເຮັດວຽກ.
ທ່ານວ່າຜ່ານມາ ອົງການຈັດຕັ້ງສາກົນ ແລະຣັຖບາລລາວ ກໍໃຫ້ການສນັບສນູນ ແຕ່ຈຳນວນໜ້ອຽບໍ່ພຽງພໍໃນການຝຶກອາຊີບ: ເປັນຕົ້ນ ປູກຝັງລ້ຽງສັດ ແລະຫັຖກັມ ແລະວ່າບັນຫາ ທີ່ສໍາຄັນອັນນຶ່ງ ທີ່ຢາກໃຫ້ມີການສົ່ງເສີມ ຈາກຣັຖບາລ ຄືການການສຶກສາ ແລະ ເຄື່ອງໃຊ້ສິ່ງຈໍາເປັນ ສໍາລັບຄົນພິການ. ການໄປຝຶກອົບຮົມທີ່ສູນຝຶກ ຄົນພິການແຫ່ງຊາດ ທີ່ ນະຄອນຫລວງວຽງຈັນ ກໍຮັບເອົາຈໍານວນຫນ້ອຍເກີນໄປ. ຜູ້ທີ່ຢູ່ຕ່າງແຂວງ ສ່ວນຫລາຍ ບໍ່ມີໂອກາດໄດ້ເຂົ້າຮຽນ.
ໃນໂອກາດການສເລີມສລອງ ວັນຄົນພິການ ແຫ່ງຊາດ ແລະ ວັນຄົນພິການສາກົລ ວັນທີ 5 ທັນວາ ຜ່ານມາ ສະມາຄົມຄົນພິການ ບອກວ່າສິດທິ ຄົນພິການລາວ ສ່ວນຫຼາຍຍັງບໍ່ໄດ້ ຮັບການແກ້ໄຂ, ເຖິງແມ່ນວ່າປະເທດລາວ ມີກົດໝາຍວ່າດ້ວຍຄົນພິການ ປີ 2019 ຄໍ້າປະກັນ ໄວ້ກໍຕາມ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະມາຄົມ ຄົນພິການແຫ່ງຊາດລາວ ກ່າວວ່າ ຈະຣະບຸເປັນເປີເຊັນ ໃນການຮັບສມັກ ຄົນພິການເຂົ້າ ເຮັດວຽກ ຕາມອົງການຂອງຣັຖ ແລະ ເອກຊົນນັ້ນ ບໍ່ໄດ້ ເນື່ອງຈາກປະເທດລາວ ຍັງບໍ່ມີຄວາມໝັ້ນຄົງ ດ້ານເສຖກິຈ. ແລະວ່າ ການເຂົ້າເຖິງ ການມີວຽກເຮັດງານທໍາ ຈະຂຶ້ນກັບຄວາມສາມາດ ຂອງ ຄົນພິການເອງ.
ທ່ານກ່າວຕື່ມວ່າ 5 ປີ ຜ່ານມາ ຄົນພິການ ສາມາດເຂົ້າຮ່ວມຂະບວນການຕ່າງໆ ໃນສັງຄົມຫຼາຍຂຶ້ນ. ປີ 2019 ໄດ້ມີ ກົດໝາຍ ວ່າດ້ວຍຄົນພິການອອກມາ, ເຮັດໃຫ້ຄົນພິການ ເຮັດທຸຣະກິຈຫຼາຍຂຶ້ນ ຍ້ອນໄດ້ຮັບການຍົກເວັ້ນພາສີອາກອນ ໃນການເຮັດທຸຣະກິດ.
ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງກ່າວວ່າ, ຕາມກົດໝາຍວ່າດ້ວຍຄົນພິການ ປີ 2019 ຣະບຸໃຫ້ ອົງການທັງຣັຖ ແລະເອກຊົນ ມີຫຼັກປະກັນທາງຍ່າງ, ບ່ອນຈອດຣົດເພື່ອ ອໍານວຍຄວາມສະດວກ ໃຫ້ຄົນພິການ.
ແຕ່ພາຍຫຼັງກົດໝາຍ ວ່າດ້ວຍຄົນພິການອອກມາ, ກະຊວງແຮງງານກໍຂາດງົບປະມານ ໃນການເຜີຍແຜ່ກົດໝາຍນີ້ ຈຶ່ງເຮັດ ໃຫ້ມີສະຖານທີ່ ທັງຂອງຣັຖ ແລະ ເອກກະຊົນ ບໍ່ໄດ້ອໍານວຍຄວາມສະດວກ ເຣື່ອງທາງຍ່າງ ຫຼື ບ່ອນຈອດຣົດ ໃຫ້ຄົນພິການ.
ທ່ານກ່າວຕື່ມວ່າ 5 ປີ ຜ່ານມາ ສິດທິຄົນພິການໃນລາວ ດີຂຶ້ນຈາກເດີມ, ສາເຫດ ບໍ່ເປັນເພາະວ່າ ປະເທດລາວ ມີການພັທນາ ດີຂຶ້ນ ແຕ່ເປັນຍ້ອນວ່າ ພາຍຫຼັງອອກ ກົດໝາຍຄຸ້ມກັນ ຄົນພິການ ກໍເຮັດໃຫ້ຄົນພິການ ມີສິດຮຽນແລະການຝຶກອົບຮົມຫຼາຍຂຶ້ນ.
ທ່ານວ່າ, ເຖິງແມ່ນວ່າ ສະພາບການໃນປັດຈຸບັນ ກ່ຽວກັບຄວາມເຂົ້າໃຈ ຂອງຄົນໃນສັງຄົມ ຕໍ່ຄົນພິການດີຂຶ້ນ ແຕ່ສັງຄົມເຂດ ຊົນບົດຍັງແບ່ງແຍກ ແລະເບິ່ງຄົນພິການແບບວ່າ ເກີດມາ ມີບາບ-ມີກັມ, ມີມົນທິນ. ຂນະທີ່ ສັງຄົມຄົນໃນເມືອງ ພ້ອມທີ່ຈະໃຫ້ ໂອກາດ ຄົນພິການໃນການມີວຽກເຮັດງານທໍາ ແລະ ດໍາເນີນ ກິຈກັມທາງສັງຄົມ ຮ່ວມກັບຄົນ ທີ່ມີຮ່າງກາຍສົມບູນໄດ້.
ເຈົ້າໜ້າທີ່ຈາກອົງການ ຊ່ວຍເຫລືອຄົນເສັຍອົງຄະ ໃນລາວອີກຜູ້ນຶ່ງກ່າວວ່າ ປັດຈຸບັນອັດຕຣາ ການໄດ້ວຽກເຮັດງານທໍາ ຂອງຄົນ ເສັຍອົງຄະໃນລາວ ຍັງຕໍ່າຢູ່ ເຖິງແມ່ນວ່າ ຫລາຍພາກສ່ວນ ຈະພຍາຍາມ ຊຸກຍູ້ ໃຫ້ ບໍລິສັດ ເອກກະຊົນ ແລະ ສໍານັກງານ ຣັຖ ຮັບເອົາ ຄົນພີການ ເຂົ້າເຮັດການ ຫລາຍຂຶ້ນ ກໍຕາມ, ແຕ່ກໍຍັງ ບໍ່ໄດ້ຮັບ ຜົນສໍາເຣັດ ເທົ່າທີ່ຄວນ.
ອົງການຊ່ອຍເຫລືອ ຊຶ່ງກັນແລະກັນ ຫລື SFE ຈາກປະເທດອອສເຕຣເລັຽ ມີຈຸດມຸ້ງຫມັ້ນ ໃນການຊ່ອຍເຫລືອຄົນພິການ ໃນ ເມືອງສນາມໄຊ ແລະ ສາມະຄີໄຊ ຢູ່ແຂວງອັດຕະປື ເພື່ອມະນຸສທັມ ເພື່ອໃຫ້ຂະເຈົ້າສາມາດ ມີສ່ວນຮ່ວມໃນສັງຄົມ ແລະ ສາມາດຫາລ້ຽງຕົນເອງໄດ້ ດ້ວຍການຝຶກອົບຮົມ ວິຊາອາຊີບ ທີ່ຈຳເປັນໃຫ້ແກ່ຂະເຈົ້າ ຍ້ອນວ່າ ຄົນພິການ ໃນແຂວງອັດຕະປື ໂດຍສະເພາະ ທີ່ເມືອງສນາມໄຊ ນອກຈາກຈະມີບັນຫາ ທາງດ້ານຮ່າງກາຍແລ້ວ ກໍຍັງມີບັນຫາທາງດ້ານຈິດໃຈນຳອີກ ຍ້ອນໄດ້ ຮັບຜົລກະທົບ ຈາກພັຍພິບັດ ເຂື່ອນແຕກໃນໄລຍະຜ່ານມາ ບາງຄົນກໍມີຄົນ ໃນຄອບຄົວເສັຽຊິວິດ ແລະ ຫາຍສາບສູນ ແລະ ບາງຄົນກໍຢູ່ດ້ວຍຕົນເອງ ຕາມລຳພັງກໍມີ.
ເຈົ້າຫນ້າທີ່ ປະສານງານອົງການ SFE ຝ່າຍລາວກ່າວວ່າ ພາຍໃນແຂວງຍັງບໍ່ທັນມີ ໂຄງການຊ່ອຍເຫລືອ ຄົນພິການທົ່ວແຂວງ ເທື່ອ, ປີນີ້ຖືວ່າອົງການ SFE ເປັນໂຄງການທຳອິດ ທີ່ຈະເຂົ້າມາຊ່ອຍເຫລືອ ຄົນພິການທົ່ວໄປບໍ່ສະເພາະເຈາະຈົງ ເພດວັຍ ຊ່ອຍທັງຍິງແລະຊາຍ ຜູ້ເຖົ້າ ຜູ້ແກ່ ແລະເດັກນ້່ອຍ ຮ່ວມດ້ວນຊົນເຜົ່າ.
“ເອີ້ນວ່າ ສູນຄົນພິການ ພວກເຮົາມາຝຶກອົບຮົມ ຕັດຫຍິບກ່ຽວກັບຄົນພິການ 3-4 ຄົນ ແລ້ວເດ້ ເອົາແຕ່ຜູ້ຍິງ ຜູ້ຊາຍບໍ່ທັນມີ ຊຸດນີ້ແຫລະ SFE ຊີ່ມີ ຫລັງຈາກ ເິ່ນເກັບກຳຂໍ້ມູນ ພຸ້ນແຫລະ ຈັ່ງຊີ່ຮູ້ ໂຄງການເຂົາຊິຝຶກອົບຮົມ ຫັ້ນນ່າ ເອົາຂໍ້ມູນກ່ອນ.”
ໃນປີ 2019 ຜ່ານມາອົງການ SFE ເຄີຍຊ່ອຍເຫຼືອປະຊາຊົນໂດຍທົ່ວໄປ ໃນເຂດຊົນນະບົດ ໃນແຂວງອັດຕະປື ໃຫ້ສາມາດ ຊ່ອຍຕົນເອງໄດ້ໃນການຝຶກອາຊີບ ເປັນຕົ້ນໃນ 4 ບ້ານທີ່ເມືອງຊານໄຊ ດັ່ງບ້ານດາກປະດູ ບ້ານດາກເບນ ບ້ານດາກດາວ ແລະ ບ້ານດາກເສັງ ນອກຈາກນັ້ນທາງໂຄງການ ຍັງໄດ້ສ້າງຣະບົບນ້ຳລິນ ເພື່ອໃຫ້ປະຊາຊົນ ມີນ້ຳສະອາດໃຊ້ ພຽງພໍກັບຄວາມຕ້ອງການ ແລະ ວິດທ່າຍ ເພື່ອສຸຂອະນາມັຍ ຮ່ວມດ້ວຍການປັບປຸງ ຊີວິດການປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ ໂດຍໄດ້ຮັບທຶນການຊ່ອຍເຫລືອ ທັງຫມົດຈາກຣັຖບານ ອອສເຕຣເລັຽ.