ກອງປະຊຸມສຸດຍອດ ອາຊຽນ-ອອສເຕຣເລັຽ

ທ່ານ ປາກຽນ ວິຣະວົງສ໌ ປະທານ ຂະບວນການ ເພື່ອ ສິທທິມະນຸສ ແລະ ປະຊາທິປະໄຕ ລາວ-ອອສເຕຣລຽນ
ທ່ານ ປາກຽນ ວິຣະວົງສ໌ ປະທານ ຂະບວນການ ເພື່ອ ສິທທິມະນຸສ ແລະ ປະຊາທິປະໄຕ ລາວ-ອອສເຕຣລຽນ (PX/RFA)

0:00 / 0:00

ອົງການສັງເກດການ ສິທທິມະນຸສ ອອສເຕຣເລັຽ Human Rights Watch ໄດ້ສົ່ງໜັງສື ຫາ ນາຍົກ ຣັຖມົນຕຣີ ອອສເຕຣເລັຽ, ທ່ານ ມາ​ລ​ໂຄ​ລ໌ມ ເທີ​ຣ໌ນ​ບູ​ລ​ລ໌ (Malcolm Turnbull) ເມື່ອເດືອນກຸມພາຜ່ານມາ ເພື່ອສເນີໃຫ້ ທ່ານ ຈັດ /ບັນຫາການລະເມີດ ສິທທິມະນຸສ ຂຶ້ນມາເປັນ ປະເດັນຫລັກ ໃນ ການປືກສາສົນທະນາ ໃນກອງປະຊຸມ, ຊຶ່ງທ່ານ ເທີ​ຣ໌ນ​ບູ​ລ​ລຼ ຈະຕ້ອນຮັບຜູ້ນຳ 10 ປະເທດອາຊຽນ ລະຫວ່າງ ວັນທີ 17-18 ມີນາ 2018 ຢູ່ ນະຄອນ ຊິດນີ.

ຍານາງ ອີ໋​ເລນ ເພັຽ​ເຊິນ (Elaine Pearson), ຜູ້ອຳນວຍການ ອົງການສັງເກດການ ສິທທິມະນຸສ ສາກົນ, ສາຂາ ອອສເຕຣເລັຽ, ກ່າວວ່າ ອອສເຕຣເລັຽ ຄວນຢິບຍົກ ບັນຫາການລະເມີດ ສິທທິມະນຸສ ຂຶ້ນມາວິຈານ, ປຶກສາຫາລື ແລະ ແກ້ໄຂ ຍ້ອນວ່າ ຫລາຍປະເທດ ສະມາຊິກອາຊຽນ ໄດ້ລະເມີດ ພື້ນຖານ ສິທທິມະນຸສ ຢ່າງກ້ວາງຂວາງ, ບໍ່ວ່າ ຈະເປັນການຈັບກຸມຄຸມຂັງ ຜູ້ສື່ຂ່າວ, ບໍ່ວ່າ ຈະເປັນການຫ້າມ ການໃຊ້ສິທທິພື້ນຖານ ໃນການປາກເວົ້າ, ອອກຄວາມຄຶດຄວາມເຫັນ, ການຊຸມນຸມ ແລະ ອື່ນໆ.

ປະທານ ຂະບວນການ ເພື່ອສິທທິມະນຸສ ແລະ ປະຊາທິປະໄຕ ລາວ-ອອສເຕຣລຽນ ຢູ່ ນະຄອນຊິດນີ, ທ່ານ ປາກຽນ ວິຣະວົງສ໌, ກໍໄດ້ ອອກຄວາມຄຶດຄວາມເຫັນ ວ່າ ອອສເຕຣເລັຽ ສົມຄວນ ທີ່ຈະ ຍົກເອົາບັນຫາ ການລະເມີດພື້ນຖານ ສິທທິມະນຸສ ທີ່ແພ່ລາມ ຢ່າງຮຸ່ນແຮງ ໃນກຸ່ມສະມາຊິກ ປະເທດອາຊຽນ ຂຶ້ນມາ ເປັນວາລະຫລັກ ຂອງກອງປະຊຸມ. ທ່ານອະທິບາຍ ກ່ຽວກັບ ເຣື່ອງນີ້ວ່າ:

“ຂ້າພະເຈົ້າ ເຫັນດີທີ່ສຸດ ຖ້າຫາກວ່າ ຈະຢີບຍົກບັນຫາ ສິທທີມະນຸສນີ້ ເຂົ້າສູ່ ການພິຈາຣະນາ ເນື່ອງຈາກ ຄົນທົ່ວໂລກ ເຫັນວ່າ ມີຫລາຍໆ ປະເທດ ໃນກຸ່ມນີ້ ປະຕິບັດ ລ່ວງລະເມີດ ກ່ຽວກັບ ສິທທີມະນຸສ ໂດຍສະເພາະແລ້ວ ໃນໂອກາດທີ່ ອອສເຕຣເລັຽ ໄດ້ເປັນເຈົ້າພາບນີ້ ແລະ ອອສເຕຣເລັຽ ກໍເປັນ ປະເທດກ້າວໜ້າກວ່າ ໝູ່ໝົດ ໃນເຣື່ອງນີ້ ແຖມອອສເຕຣເລັຽ ຍັງມີ ຖານະເປັນ ກັມມາທິການ ສິທທີມະນຸສ ຈຶ່ງເໝາະສົມທີ່ສຸດ ທີ່ຈະເປັນຜູ້ສເນີເຣື່ອງນີ້. ຂ້າພະເຈົ້າ ຢ້ານແຕ່ວ່າ ອອສເຕຣເລັຽ ຈະເລືອກ ເອົາ ເສຖກິຈ ຫລາຍກວ່າ ແລ້ວຈະອົດກັ້ນ ບໍ່ຍອມເວົ້າເຖິງ ເຣື່ອງນີ້ເທົ່ານັ້ນ.”

ຜູ້ນຳ ອາຊຽນ ທັງໝົດ ຈະເຂົ້າຮ່ວມ ກອງປະຊຸມພິເສດສຸດຍອດ ອາຊຽນ-ອອສເຕຣເລັຽ 2018 ຢູ່ ນະຄອນຊິດນີ ເທື່ອນີ້ ມີແຕ່ ຜູ້ນຳ ຟີ​ລິບ​ປິນ, ທ່ານ ໂຣດ​ຣີ​ໂກ ດູ໋​ເຕັ່ນ​ເຕ, (Rodrigo Dutente) ທີ່ຈະບໍ່ ເຂົ້າຮ່ວມ.