ການຮຽກຮ້ອງໃຫ້ຈິງຈັງເຣື້ອງ ທ. ສົມບັດ
2013.12.19
ອົງການປົກປ້ອງສິດທິມະນຸດຖແລງວ່າ ຣັຖບານຕ້ອງບອກລາຍລະອຽດກ່ຽວກັບຊະຕາກໍາ ຂອງ ນັກພັທນາຊຸມຊົນ ຄົນສຳຄັນ ທ່ານ ສົມບັດ ສົມພອນ ຜູ້ທີ່ຖືກຢຸດຣົຖຢູ່ປ້ອມຍາມຂອງຕຳຣວດທີ່ນະຄອນຫລວງວຽງຈັນ ໃນວັນທີ 15 ທັນວາ 2013.
ການສືບສວນຂອງເຈົ້າຫນ້າທີ່ລາວ ກ່ຽວກັບການບີບບັງຄັບໃຫ້ຫາຍສາບສູນ ຂອງ ທ່ານສົມບົດ ສົມພອນ ໃນມື້ວັນທີ 15 ທັນວາ ປີ 2012 ຍັງບໍ່ພຽງພໍ ຂາດຄວາມກະຈ່າງແຈ້ງ ແລະ ຣັຖບານລາວຍັງ ບໍ່ໄດ້ໃຫ້ຄໍາອະທິບາຍ ທີ່ສົມເຫດສົມຜົລ ກ່ຽວກັບການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ.
ທ່ານ Phil Robertson ຮອງຫົວຫນ້າ ອົງການສີ້ງຊອມດ້ານສິດທິມະນຸດ ປະຈຳຂົງເຂດເອເຊັຽກ່າວວ່າ 1 ປີທີ່ທ່ານ ສົມບົດ ສົມພອນຫາຍ ສາບສູນ ທາງການລາວຄາດການວ່າໂລກຈະຫລົງລືມກ່ຽວກັບສີ່ງເກີດຂື້ນກັບນັກພັທນາຊຸມຊົນ ຄົນສຳຄັນຂອງລາວ. ທ່ານວ່ານານາຊາດ ທີ່ ໃຫ້ການຊ່ອຍເຫລືອລາວ ຄວນເອົາກໍຣະນີ ການບັງຄັບໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ມາເປັນປະເດັນໃນການໃຫ້ການຊ່ອຍ ເຫລືອລາວ ໃນອະນາຄົດຈົນກວ່າ ທ່ານຈະໄດ້ກັບຄືນ ມາສູ່ຄອບຄົວ.
ຣັຖບານລາວປະຕິເສດມາຕຣອດ ກ່ຽວກັບຄໍາສເນີິຈາກນານາຊາດໃນການສັລສູດລາຍລະອຽດ ຂອງຮູບພາບໃນກ້ອງວົງຈອນປິດ ໃນຂນະທີ່ ເຈົ້າຫນ້າທີ່ຕຳຣວດກັກຕົວ ທ່ານ ສົມບົດ ສົມພອນ ໃນມື້ນັ້ນ. ຄວາມພຍາຍາມຂອງ ຕົວແທນ ຂອງ ສະຫາພາບຢູໂຣບ ສອງທ່ານ ຜູ້ທີ່ປະ ຈຳການຢູ່ໃນລາວ ໃນການເຂົ້າໄປພົບປະກັບເຈົ້າຫນ້າທີ່ ກະຊວງຕ່າງປະເທດລາວ ເພື່ອຂໍລາຍລະອຽດກ່ຽວກັບ ການຫາຍສາບສູນແຕ່ບໍ່ໄດ້ ຮັບຄໍາຕອບ ຈາກເຈົ້າຫນ້າທີ່ທາງການລາວ.