ວັນຜູ້ອົພຍົບສາກົນ
2018.06.21

ວັນຜູ້ອົພຍົບສາກົນ ວັນທີ 20 ມິຖຸນາ ໃນແຕ່ລະປີ ເປັນວັນແຫ່ງຄວາມໂສກເສົ້າຊົງຈຳ ຂອງຜູ້ອົພຍົບ ຫລືຜູ້ຖືກບັງຄັບໃຫ້ຫນີຈາກບ້ານເກີດ ເມືອງນອນຂອງຕົນ ໃນທົ່ວໂລກ ໂດຍບໍ່ຮູ້ວ່າຈະໄປໃສ ແລະຈະຢູ່ຢ່າງໃດ ແຕ່ຈຳເປັນຕ້ອງໄດ້ ເອົາຄອບຄົວລູກເມັຽ ຕ້ອງປົບຫຼົບຫນີໄປຢູ່ ປະເທດອື່ນ ບ່ອນທີ່ຕົນບໍ່ຮູ້ ແລະບໍ່ຄຸ້ນເຄີຍມາກອ່ນ.
ໃນປັດຈຸບັນ ຕາມສະຖິຕິຂອງອົງການຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບຄາດວ່າ ທົ່ວໂລກມີຜູ້ອົພຍົບ ປະມານ 65 ລ້ານປາຍ ຄົນ ໂດຍສະເຣັ່ຽ ປະມານ 42 ພັນຄົນ ໃນແຕ່ລະມື້ ຄົນຖືກບັງຄັບໃຫ້ຫນີ ຈາກບ້ານເກີດເມືອງນອນຂອງຕົນ ໃນທົ່ວໂລກ ໃນນັ້ນວ່າງປີ ຜ່ານມາ ມີຢູ່ປະມານ 13 ລ້ານປາຍຄົນ, 21 ລ້ານຄົນ ກາຍເປັນຜູ້ອົພຍົບ ແລະ 10 ລ້ານຄົນ ເປັນຄົນບໍ່ມີປະເທດ, ປະຊາຊົນຊີເຣັຽກວ່າ 11 ລ້ານຄົນ ເປັນຜູ້ອົພຍົບ ປະມານ 11% ຂອງປະຊາກອນຊີເຣັຽ ທັງຫມົດໃນປະເທດ.
86% ຂອງຜູ້ອົພຍົບໃນໂລກ ສ່ວນໃຫຍ່ອາສັຍຢູ່ ສູນໃນປະເທດທີ່ກຳລັງພັທນາ, ວ່າງທົສວັດຜ່ານມາເພີ້ມຂື້ນ 16%, ສູນອົພຍົບ ທີ່ໃຫຍ່ ກ່າວຫມູ່ໃນໂລກແມ່ນ ຢູ່ເມືອງດາດັບ ປະເທດແຄນຢາ ມີອົພຍົບອາສັຍຢູ່ປະມານ 3 ແສນປາຍຄົນ,
ທີ່ປະເທດບັງຄຣາເທດ ຊາວໂຣຮີຢາ ຈາກພະມ້າ ແລະໃນຫລາຍປະເທດໃນໂລກ. ໃນຈຳນວນຜູ້ອົພຍົບ 20 ລ້ານຄົນທົ່ວໂລກ ໃນນັ້ນ 51% ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ.
ບັນຫາທີ່ກຸ່ມຜູ້ອົພຍົບດັ່ງກ່າວປົບຫນີ ຈາກບ້ານເກີດເມືອງນອນ ຂອງພວກຂະເຈົ້າ ສ່ວນໃຫຍ່ມາຈາກບັນຫາ ຄວາມຂັດແຍ່ງທາງດ້ານ ການເມືອງ ໃນປະເທດນັ້ນໆ ຣະຫວ່າງຜູ້ນຳບ້າອຳນາດ,
ບັນຫາຄວາມແຕກຕ່າງທາງດ້ານແນວຄິດດ້ານການປົກຄອງ, ການນັບຖືສາສນາ, ຊົນຊາດຊົນເຜົ່າ ແລະບັນຫາອື່ນໆ ຮ່ວມໄປຮອດບັນຫາ ຄວາມອຶດຫິວ ໃນປະເທດນັ້ນໆ ທີ່ຣັຖບານບໍ່ແກ້ໄຂ ຊື່ງບໍ່ແມ່ນບັນຫາ ທີ່ພວກຂະເຈົ້າສ້າງຂຶ້ນ ແຕ່ເປັນແພະ ຮັບບາບ ຈຶ່ງຖືກກົດດັນໃຫ້ຫນີ ຈາກປະເທດບ້ານເກີດເມືອງນອນຂອງຕົນ ໄປເປັນຜູ້ອົພຍົບໃນຕ່າງແດນ.
ສຳລັບ ສປປລາວແລ້ວ ແມ່ນມາຈາການປ່ຽນແປງຣະບອບການປົກຄອງໃນຊຸ່ມປີ 1970 ຈື່ງເຮັດໃຫ້ຄົນລາວຫລາຍມື່ນຄົນ ໂຕນຫນີ ໄປເປັນ ຜູ້ອົພຍົບໃນສູນທີ່ປະເທດໄທ ຫລາຍຄົນເສັຽຊີວີດ ໃນການໂຕນຫນີ ເສັຽຊີວີດໃນສູນ ລູກແຍກພໍ່ ຜົວແຍກເມັຽ ແລະຄົນຮັກ ແຍກກັນ ຊຶ່ງເປັນຊາຕາກັມ ທີ່ທີ່ຫລາຍຄົນບໍ່ເພີ່ງປາຖນາ ໃນໂລກ. ດັ່ງອະດີດ ຜູ້ອົພຍົບລາວ ຈາກສະຫະຣັດ ອາເມຣິກາ ທ່ານນຶ່ງ ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ມິຖຸນາ ວ່າ:
ຫ້ອງການຂ້າຫລວງໃຫຍ່ ສະຫະປະຊາຊາດດ້ານຜູ້ອົພຍົບ ໄດ້ຈັດເອົາ ວັນທີ 20 ມິຖຸນາ ທຸກໆປີ ເປັນວັນລຳລຶກເຖິງ ຄວາມລຳບາກ ຍາກແຄ້ນ ຂອງຜູ້ອົພຍົບໃນສູນຕ່າງໆໃນທົ່ວໂລກ ເພື່ອສ້າງຄວາມເຂັ້ມແຂງ ແລະກຳລັງໃຈໃນການຕໍ່ສູ້ໃນຊິວິດ ຂອງພວກຂະເຈົ້າ ໃນການໄປສ້າງຊິວິດໃຫມ່ ໃນປະເທດທີສາມ ຍ້ອນຜູ້ອົພຍົບ ເປັນມະນຸດດ້ວຍກັນ ຜູ້ທີ່ຖືກກົດດັນ ໃນສີ່ງທີ່ຂະເຈົ້າບໍ່ໄດ້ກະທຳ. ອະດີດຜູ້ອົພຍົບ ທ່ານນັ້ນ ກ່າວເພີ້ມວ່າ:
ເລີ້ມແຕ່ປີ 2001 ເປັນຕົ້ນມາ, ອົງການຂ້າຫລວງໃຫຍ່ ສະຫະປະຊາຊາດດ້ານຜູ້ ອົພຍົບຮ່ວມກັບ 100 ປາຍປະເທດທົ່ວໂລກ ໄດ້ສລອງວັນດັ່ງກ່າວມາຕລອດ ແລະປີນີ້ ເປັນປີ ທີ 17 ແລ້ວ ທີ່ໂລກໃຫ້ຄວາມສຳຄັນ ໃນວັນດັ່ງກ່າວ.