ເສຣີພາບໃນການເຊື່ອຖື ຢູ່ ສປປລາວ

ມະນີຈັນ
2018.06.06
F-Christian ໂບດຂອງຊາວລາວ ທີ່ນັບຖືສາສນາຄຣິສຕຽນ ຢູ່ໃນ ສປປລາວ
RFA/LX

ທາງການລາວ ບັງຄັບໃຫ້ຊົນສ່ວນນ້ອຍ ປະລະຄວາມເຊື່ອຖື ຂອງພວກເຂົາເຈົ້າ, ຈັບພວກເຂົາເຈົ້າ ເຂົ້າຄຸກຄຸມຂັງ ແລະປັບໃໝໃສ່ໂທດ ຢູ່ຕໍ່ມາ. ແຕ່ບັນດາຜູ້ນໍາສາສນາສ່ວນນ້ອຍ ເວົ້າວ່າເຫດທີ່ເກີດຂຶ້ນ ກັບຊາວບ້ານ ທີ່ປ່ຽນໄປນັບຖື ສາສນາຄຣິສຕຽນ ແມ່ນມີໜ້ອຍ ກວ່າປີ ກ່ອນໆ ຊຶ່ງກໍຣະນີ ສ່ວນໃຫຍ່ ແມ່ນຖືກປັບໃໝ ແລ້ວກໍຖືກປ່ອຍຕົວ.

ແລະພາຍໃຕ້ກົດໝາຍ ຄົນທີ່ຖືກຈັບ ຫລືຖືກກັກຂັງ ໄດ້ຮັບການປົກປ້ອງໜ້ອຍ ແລະອາດຖືກກັກຂັງເປັນເວລາດົນ ໂດຍບໍ່ມີການນໍາຕົວ ຂຶ້ນສານ ແລະຫລັງຈາກນັ້ນ ກໍຖືກປ່ອຍຕົວ. ຕາມຣາຍງານກ່ຽວກັບ ເສຣີພາບທາງສາສນາ ໃນທົ່ວໂລກຮວມທັງໃນ ສປປລາວ ປະຈໍາປີ 2017 ທີ່ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ອອກເຜີຍແຜ່ ໃນມື້ວັນທີ 29 ພຶສພາ 2018 ນີ້.

ຣາຍງານແຈ້ງວ່າ ບາງກໍຣະນີ ມີຣາຍງານວ່າ ເຈົ້າໜ້າທີ່ທ້ອງຖິ່ນ ຂູ່ເຂັນວ່າຈະຈັບຫລືໄລ່ຊາວໂປຣແຕັສຕັງ ໃຫ້ອອກໜີໄປຈາກບ້ານ ຂອງ ພວກເຂົາເຈົ້າ ຫາກບໍ່ຍອມ ປະຕິບັດຕາມຄໍາສັ່ງໃດນຶ່ງ ຂອງທາງການ. ຍົກຕົວຢ່າງ ເມື່ອໄວໆມານີ້ ເຈົ້າໜ້າທີ່ ຂັ້ນເມືອງຂອງແຂວງຫົວພັນ ໄດ້ໄລ່ຊາວມົ້ງ ທີ່ນັບຖືສາສນາຄຣິສຕຽນ 26 ຄົນ ໃຫ້ອອກໜີໄປຈາກ ເຂດບ້ານຂອງພວກເຂົາເຈົ້າ ໂດຍບໍ່ໃຫ້ກັບຄືນມາອີກ ເວັ້ນເສັຽແຕ່ວ່າ ຍອມປະລະ ການນັບຖືສາສນາ ຄຣິສຕຽນ.

ເຈົ້າໜ້າທີ່ ທ້ອງຖິ່ນຈໍານວນນຶ່ງ ຍຶດເອກສານ ທີ່ຈໍາເປັນເປັນຕົ້ນ ໃບຕາດິນຈາກຊາວຄຣິສຕຽນເພື່ອບັງຄັບ ໃຫ້ພວກເຂົາເຈົ້າ ປະລະຄວາມ ເຊື່ອຖືສາສນາຄຣິສຕຽນ ແລະບໍ່ຍອມອອກໜັງສື ເດີນທາງໃຫ້ພວກເຂົາເຈົ້າ. ທາງການທ້ອງຖິ່ນຫຼາຍເຂດຖືວ່າ ການສວດພາວະນາ ຢູ່ໃນ ບ້ານເຮືອນ ເປັນທີ່ຜິດກົດໝາຍ ໃນຂນະທີ່ກຸ່ມໂປຣແຕັສຕັງ ບາງເທື່ອກໍບໍ່ສາມາດ ໄດ້ຮັບອະນຸຍາດ ໃຫ້ປຸກໂບດ ຂຶ້ນໃໝ່.

ຢ່າງໃດກໍຕາມ ຕາມຄໍາເວົ້າຂອງທ່ານ ຕົ໊ງເຢີ້ທໍ໊ ອະດີດຮອງຫົວໜ້າແນວລາວສ້າງຊາດກ່າວຕໍ່ RFA ໃນມື້ວັນທີ 4 ມີຖຸນາ ນີ້ວ່າ, ໃນຣາຍ ງານກ່ຽວກັບ ສິດເສຣີພາບ ທາງສາສນາໃນລາວ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ມີຣາຍລະອຽດ ແນວໃດນັ້ນ ທ່ານ ບໍ່ຮູ້ ຍ້ອນວ່າທ່ານ ອອກບໍານານມາໄດ້ ຣະຍະນຶ່ງແລ້ວ:

"ແຕ່ວ່າຕາມແນວທາງນະໂຍບາຍ ທີ່ບໍ່ມີການປ່ຽນແປງ ຂອງຣັຖບານລາວ ທີ່ໄດ້ກໍານົດຢູ່ຣັຖທັມມະນູນ ກະຄືໃນກົດໝາຍ ວ່າດ້ວຍສາສນາ ລ້ວນແລ້ວແຕ່ຕ້ອງໄດ້ເຄົາຣົບ ໃນສິດເສຣີພາບ ເຊື່ອຖືຂອງທຸກໆສາສນາ. ທຸກໆການເຄື່ອນໄຫວ ຂອງສາສນາ ຕ້ອງຢູ່ໃຕ້ກົດໝາຍ ອັນນຶ່ງ ອັນດຽວ ຂອງຣັຖບານລາວ ອັນນັ້ນແມ່ນແນວທາງ ທີ່ບໍ່ມີການປ່ຽນແປງ ແຕ່ກໍມີບາງປາກົດການອັນນ້ອຍໆ ທີ່ບໍ່ຢາກສອດຄ່ອງກັບຣະບຽບ ກົດໝາຍ ຂອງບ້ານເມືອງ ອັນນີ້ແມ່ນບາງບຸກຄົນ ບາງປາກົດການ ນ້ອຍໆດອກ."

ພ້ອມດຽວກັນ ທ່ານ ຕົ໋ງເຢີທໍ໋ ຍັງໄດ້ຍົກຕົວຢ່າງ ກໍຣະນີທີ່ບໍ່ດີ ທີ່ຜູ້ທີ່ຫັນໄປເຊື່ອຖືສາສນາອື່ນ ຢູ່ບ້ານດົງ ເປັນຄົນເຜົ່າມົ້ງ ແລ້ວມາລົບລູ່ ຜູ້ເປັນພໍ່ແມ່ ອ້າຍນ້ອງຂອງຕົນເອງ ແລະເອົາຊີວິດພວກເຂົາ ເກືອບວ່າໝົດຄອບຄົວ ນັ້ນມາເປັນຕົວຢ່າງ ວ່າຣັຖບານ ຈໍາເປັນຕ້ອງໄດ້ ຈັບໂຕ ໄປລົງໂທດ.

ແລະອີກກໍຣະນີນຶ່ງ ກໍແມ່ນຄອບຄົວ ພໍ່ແມ່ຂອງຄົນໆນັ້ນເອງ ເປັນຜູ້ໄລ່ອອກຈາກເຮືອນຊານ ໃຫ້ໄປຢູ່ບ້ານອື່ນ. ນີ້ກໍເປັນກໍຣະນີທີ່ວ່າ ເກີດຂຶ້ນໜ້ອຍທີ່ສຸດ ທີ່ວ່າຫັນໄປເຊື່ອສາສນາ ອື່ນແລ້ວມີການປະພຶດ ທີ່ຄອບຄົວຮັບບໍ່ໄດ້.

ຣາຍງານຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ເວົ້າຕື່ມວ່າ ເມື່ອເດືອນກຸມພາ 2017 ເຈົ້າໜ້າທີ່ທາງການ ໄດ້ກັກຂັງຄຸນພໍ່ ຄຣິສຕຽນ 5 ຄົນ ຢູ່ ແຂວງອັດຕະປື ຍ້ອນພວກເພີ່ນເດີນທາງ ອອກຈາກບ້ານ ໄປສອນສາສນາໂດຍບໍ່ໄດ້ຂໍ ອະນຸຍາດຈາກທາງການກ່ອນ ລ່ວງໜ້າ, ຍ້ອນຂ້າມຊາຍແດນ ວຽດນາມ ແລະກັບຄືນບ້ານ ໂດຍບໍ່ມີເອກສານ ເດີນທາງ. ຕາມຣາຍງານ ຂອງບັນດາຜູ້ນໍາ ທາງສາສນາ ທີ່ນະຄອນຫລວງວຽງຈັນ ແລະໃນທີ່ສຸດ ທາງການກໍປ່ອຍຕົວ ພວກເພີ່ນພາຍຫຫຼັງ ກັກຕົວໄວ້ 2-3 ອາທິດ ແລະໄດ້ຈ່າຍຄ່າປັບໃໝ 57 ລ້ານປາຍກີບ ຫລືເກືອບ 7 ພັນ ໂດລາ ສະຫະຣັຖ.

ແລະວ່າໃນເດືອນຕຸລາ ທີ່ເມືອງພອນໄຊ ແຂວງຫລວງພຣະບາງ ເຈົ້າໜ້າທີ່ກໍໄດ້ ກັກຕົວຊາວ ຄຣິສຕຽນ 4 ຄົນ ຢ່າງໜ້ອຍ 1 ມື້.

ແລະຕໍ່ມາອີກ ໃນເດືອນທັນວາ ຜູ້ນໍາທາງສາສນາ ກໍໄດ້ຣາຍງານຫລາຍເຫດການ ທີ່ເກິດຂຶ້ນໃນຣະຫວ່າງບຸນ Christmas. ບາງກໍຣະນີ ເຈົ້າໜ້າທີ່ຣັຖບານ ກໍຈັບຊາວຄຣິສຕຽນ ຍ້ອນເຕົ້າໂຮມກັນ ຢູ່ໃນເຮືອນ ເພື່ອສລອງວັນຄຣິສມາສ ໂດຍບໍ່ໄດ້ຮັບ ອະນຸຍາດຈາກທາງການ ກ່ອນ. ທ່ານ ຕົ້ງເຢີທໍ້ ອະດີດຮອງຫົວໜ້າ ແນວລາວສ້າງຊາດ ກໍ່ກ່າວກ່ຽວກັບບັນຫານີ້ ວ່າ:

"ອັນເຣື່ອງທີ່ວ່າ ຂະເຈົ້າເຕົ້າລວມກັນ ບໍ່ຖືກວັນທິດວັນເສົາ ຫລືວ່າໄປເຕົ້າລວມ ບໍ່ມີສະຖານທີ່ ຂ້າພະເຈົ້າເຫັນວ່າ ເດັດຂາດ ຣັຖບານ ຈະບໍ່ຈັບ ແຕ່ຂະເຈົ້າຈະແນະນໍາ ວ່າເຮັດຫຍັງ ຄວນສເນີນໍາການຈັດຕັ້ງ ເພາະວ່າຢູ່ລາວ ພວກເຮົາ ຄືພວກທ່ານຈະໄດ້ ຮູ້ແລ້ວ ຜູ້ໃດ ຈະເຮັດຫຍັງ ຕ້ອງສເນີ ນັບທັງການບຸນກິນຈຽງ ບຸນກະເຕຣຂອງເຜົ່າຂະມຸ ລະກະບຸນປີໃໝ່ລາວ. ອັນສ່ວນວ່າ ໂອ໊ ເຮັດບຸນ ຫລືວ່າ ເຕົ້າລວມກັນ ທໍາພິທີກັນສື່ໆນີ້ ບໍ່ມີເງື່ອນໄຂ ທີ່ຈະຈັບເຂົ້າຄຸກນະ ມີແຕ່ວ່າເຈົ້າເຄື່ອນໃຫວ ບໍ່ຖືກສະຖານທີ່ ເຈົ້າໄປລວມກັນ ຄືມີຈໍານວນນຶ່ງ ມັກໄປເຕົ້າລວມຢູ່ປ່າ ຢູ່ແຄມບ້ານທົ່ງ."

ຊຶ່ງທາງຫ້ອງການປົກຄອງທ້ອງຖິ່ນ ຕ້ອງໄດ້ຖາມວ່າ ມີເຫດຜົລແນວໃດຈຶ່ງເຮັດແນວນັ້ນ ຕ້ອງໄດ້ກ່າວເຕືອນ ບໍ່ໃຫ້ເຮັດຕື່ມອີກ ເທື່ອໜ້າ. ນັບທັງວຽກງານສາສນາກໍຕ້ອງ ໄດ້ແຈ້ງໃຫ້ການຈັດຕັ້ງ ຮູ້ -ທ່ານຕົ້ງເຢີທໍ໊ ກ່າວ

ຣາຍງານຂອງສະຫະຣັຖ ເວົ້າຕື່ມວ່າທີ່ແຂວງວຽງຈັນ ເຈົ້າໜ້າທີ່ຕໍາຣວດ ໄດ້ຈັບຊາວຄຣິສຕຽນ 6 ຄົນ ຍ້ອນໄດ້ ເດີນທາງໄປທຳ ກິຈກັມ ທາງສາສນາ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການກ່ອນ. ເຖິງແມ່ນວ່າ ທາງສູນກາງສາສນາ ຈະໄດ້ຂໍໃຫ້ປ່ອຍຕົວ ທັງ 6 ຄົນນັ້ນ ພາຍຫລັງໄດ້ເສັຽຄ່າທໍານຽມໃຫ້ສານແລ້ວ. ແຕ່ທາງການບໍ່ປ່ອຍ ແລະວາງເງື່ອນໄຂ ໃຫ້ວ່າກ່ອນຈະປ່ອຍ ຕ້ອງຈ່າຍເງິນໃຫ້ທາງການແຂວງ ຄົນລະ 6 ລ້ານກີບ ຫລືເທົ່າກັບ 730 ໂດລາ ສະຫະຣັຖ ເປັນຄ່າປັບໃໝກ່ອນ.

ຣາຍງານຂອງສະຫະຣັຖ ເວົ້າອີກວ່າ ຜູ້ນໍາທາງສາສນາ ສືບຕໍ່ຊີ້ແຈງວ່າ ປາກົດວ່າຊາວຄຣິສຕຽນ ເປັນຊຸມຊົນສາສນາ ທີ່ຂຍາຍຕົວໄວ ແລະມີຣາຍງານວ່າ ຊາວຄຣິສຕຽນ ປະເຊີນກັບບັນຫາຫຍູ້ງຍາກຫລາຍ ກັບທາງການທ້ອງຖິ່ນ ແລະພົລເມືອງທົ່ວໄປ ຢູ່ຕາມເຂດຊົນນະບົດ ໃນທ້ອງຖິ່ນຕ່າງໆ.

ໃນການແກໄຂບັນຫາສາສນາ ຢູ່ທ້ອງຖິ່ນຕ່າງໆຂອງລາວ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ລໍຖ້າໃຫ້ທາງການແຂວງແກ້ໄຂກ່ອນ ຈຶ່ງເຂົ້າໄປກ່ຽວຂ້ອງ. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕຳຣວດປ້ອງກັນຄວາມສງົບ ແລະແນວລາວສ້າງຊາດ ເວົ້າວ່າ ເຈົ້າໜ້າທີ່ທ້ອງຖິ່ນ ຈໍານວນນຶ່ງ ບາງເທື່ອກໍປະຕິບັດ ຣະບຽບການ ແບບບໍ່ຖືກຕ້ອງ ຫລືສ້າງຣະບຽບການປະຕິບັດຂຶ້ນເອງ ທີ່ຂັດກັບກົດໝາຍ ຂອງປະເທດ.

ແລະວ່າພວກຕົນ ໄດ້ເດີນທາງໄປຍັງແຂວງຕ່າງໆ ຢູ່ເລື້ອຍເພື່ອ ຊຸກຍູ້ໃຫ້ກຸ່ມສາສນາ ປະຕິບັດ ໃຫ້ສອດຄ່ອງກັບກົດໝາຍ ແລະຣະບຽບ ການຂອງລາວ. ພ້ອມດຽວກັນ ກໍຈັດກອງປະຊຸມສໍາລັບ ເຈົ້າໜ້າທີ່ທ້ອງຖິ່ນ ເພື່ອອະທິບາຍເຖິງພັລທະ ຂອງເຈົ້າໜ້າທີ່ ຕາມຣັຖທັມມະນູນ ແລະເວົ້າເຖິງ ສິດທິ ໃນການເຊື່ອຖື ຫລືບໍ່ເຊື່ອຖືສາສນາ.

ກ່ຽວກັບເສຣີພາບທາງສາສນາໃນທົ່ວໂລກ ປີ 2017 ຮວມທັງຢູ່ ສປປລາວ  ທີ່ກະຊວງການຕ່າງປະເທດສະຫະຣັຖອາເມຣິກາ ຣາຍງານ ປະຈຳປີ 2018 ນີ້ RFA ກໍໄດ້ພຍາຍາມຕິດຕໍ່ໄປຍັງ ສູນກາງແນວລາວສ້າງຊາດ ທີ່ຮັບຜິດຊອບຊີ້ນຳ ເຣຶ່ອງສາສນາ ເພື່ອຂໍຄໍາເຫັນ ຫລາຍຄັ້ງແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ຣາຍງານນັ້ນຍັງເວົ້າຕື່ມວ່າ ເມື່ອເດືອນພຶສພາ 2017 ສະຖານທູດສະຫະຣັຖ ກໍໄດ້ຊ່ອຍເຫລືອ ເຈົ້າໜ້າທີ່ ຝ່າຍ ກິຈກັມສາສນາ ຂອງອົງການແນວລາວສ້າງຊາດ ໃນການເຂົ້າຮ່ວມໂຄງການເສຣີພາບທາງສາສນາ, ຄວາມຫຼາກຫຼາຍ ແລະການຍອມຮັບ ທີ່ສະຫະຣັ້ຖອາເມຣິກາ ເປັນເວລາ 3 ອາ ທິດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.