ຊາວວຽດນາມເຂົ້າມາລາວ

ສົມເນ
2015.03.29
F-vietnamese ຜູ້ຍິງວຽດນາມຂາຍເຂົ້າເຊົ້າ ຢູ່ເທິງເຮືອບັກ ຂ້າມນໍ້າຂອງ ຢູ່ແຂວງຈໍາປາສັກ
Trek EARTH

ການ ຫລັ່ງໄຫລ ເຂົ້າມາ ປະເທດ ລາວ ຂອງ ຊາວ ວຽດນາມ ທີ່ ນັບມື້ ຫຼາຍຂຶ້ນ ນີ້ ນັກ ຮຽນຮູ້ ການເມືອງ ບາງກຸ່ມ ເວົ້າວ່າ ມັນແມ່ນ ໝາກຜົນ ຂອງ ການ ປະຕິບັດ ສັນຍາ ພິເສດ ຣະຫວ່າງ ລາວ ແລະ ວຽດນາມ.

ພາຍໃນ ປະມານ 40 ປີ ຜ່ານມາ ນີ້ ຊາວ ວຽດນາມ ທີ່ເຂົ້າມາ ຢູ່ ປະເທດ ລາວ ໃນ ຫຼາຍຮູບ ຫຼາຍແບບ ມີຂຶ້ນ ເລື້ອຍໆ. ຈໍານວນ ນຶ່ງ ເຂົ້າມາ ຕັ້ງ ຖິ່ນຖານ ປະກອບ ອາຊີພ ທຸຣະກິດ ຄ້າຂາຍ ນັບແຕ່ ຫາບເຄື່ອງ ຂາຍ ຕາມຖນົນ ຫົນທາງ ໃນ ຕົວເມືອງ ຈົນຮອດ ຊົນບົດ ຈົນເຖິງ ເປີດຮ້ານ ຄ້າຂາຍ ເຄື່ອງຂອງ ຂນາດນ້ອຍ ແລະ ໃຫຍ່ ເປີດຮ້ານ ເສີມ ຄວາມງາມ ສໍາລັບ ຍິງແລະຊາຍ ເປີດຮ້ານ ຂາຍ ເຫົ້ຼາ ຄ້າ ປະເວນີ ເຮັດວຽກ ນໍາ ອົງການ ຕ່າງ ປະເທດ ເຮັດ ວຽກ ນໍາ ບໍຣິສັດ ວຽດນາມ ເຮັດ ອາຊີພ ຮັບເໝົາ ກໍ່ສ້າງ ບ້ານ ເຮືອນ ເປັນ ຊ່າງກໍ່ ສ້າງໄມ້ ຊ່າງ ແປງຣົດ ແປງ ເຄື່ອງຈັກ ເລາະ ເກັບ ເສດເຫລັກ ເກັບຊື້ ຂີ້້ເຫຍື້ອ ແລະ ອື່ນໆ. ເວົ້າລວມແລ້ວ ເກືອບວ່າ ທຸກໆ ອາຊີພ.

ການ ຈັດຕັ້ງ ປະຕິບັດ ສັນຍາ ແບບ ພິເສດ ຂອງ ລາວ-ວຽດນາມ ໃນ ໂຕຈິງ ນັ້ນ ເຈົ້າໜ້າທີ່ ລາວ ໃນພັກ ປະຊາຊົນ ປະຕິວັດ ລາວ ຫລາຍຄົນ ມີຄວາມ ຣະແວງ ສົງໄສ ທີ່ສຸດ ຍ້ອນວ່າ ຝ່າຍລາວ ເປັນຝ່າຍຢູ່ ໃນ ທ່າຮັບ ເອົາ ຂໍ້ສເນີ ຂອງ ວຽດນາມ ຫລາຍກວ່າ.

ນັກ ປັນຍາຊົນ ແລະ ນັກຮຽນຮູ້ ຫລາຍຄົນ ຈຶ່ງ ເວົ້າວ່າ ການ ປະຕິບັດ ສັນຍາ ແບບ ພິເສດ ກໍານົດ 25 ປີ ແລະ ຍ່າງເຂົ້າ ມາຮອດ ປີ ທີ່ 38 ແລ້ວ ເຫັນ ສົມຄວນ ວ່າ ການນໍາ ຂອງ ສປປລາວ ຄວນ ທົບທວນ ສັນຍາ ນີ້ ຄືນໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.