ຣັຖສະພາສະຫະຣັຖ ຮຽກຮ້ອງ ເຖິງ ຜູ້ນໍາລາວ

ຈໍາປາທອງ
2018.11.05
F-Inxithong ທ່ານອິນຊີທອງ ຜູ້ຕາງໜ້າ ອົງການລາວເສຣີ
RFA / Inxithong

ຈົດໝາຍ ລົງວັນທີ 2 ພຶສຈິກາ 2018 ຂອງ ສະມາຊິກ ຣັຖສະພາ ສະຫະຣັຖ ອາເມຣິກາ ສອງທ່ານ ເຖິງ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທສ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ຜ່ານສະຖານທູດ ສປປລາວ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ ຮຽກຮ້ອງ ໃຫ້ປ່ອຍບັນດາ ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ນາງ ຫລອດຄໍາ ທໍາມະວົງ, ທ່ານ ສູການ ໃຈທັດ, ທ່ານ ສົມພອນ ພິມມະສອນ ແລະ ທ່ານ ບຸນທັນ ທໍາມະວົງ ແລະ ໃຫ້ສົ່ງ ທ່ານ ສົມບັດ ສົມພອນ ກັບຄືນສູ່ ຄອບຄົວຂອງທ່ານ ຊຶ່ງ ມາດາມ ອຶ້ງ ຊຸຍ ເມັ້ງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ເມື່ຶອບໍ່ດົນມານີ້ວ່າ:

"ພາກສ່ວນສາກົນນໍ ຫລັງຈາກ ຜ່ານມາຫລາຍປີແລ້ວ ກະຍັງຖາມຫາ ຢາກຈະຮູ້ນໍ ລູງ ສົມບັດ ປັດຈຸບັນ ຢູ່ໃສ ອັນນີ້ປ້າ ຂອບໃຈ ເຂົາເຈົ້າຫລາຍໆ ສໍາລັບປ້າ ອັນນີ້ເປັນກໍາລັງໃຈ ໃຫ້ປ້າ ວ່າ ທາງນອກນໍ ໂດຍສະເພາະສາກົນ ຍັງບໍ່ທັນໄດ້ລືມ ກ່ຽວກັບ ເຄສ ຂອງ ອິລູງສົມບັດ."

ກ່ຽວກັບຈົດໝາຍສະບັບ ດັ່ງກ່າວ ທ່ານ ອິນຊີທອງ ຄນະນໍາ ແລະ ທັງເປັນໂຄສົກ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນ 3 ພຶສຈິກາ ນີ້ ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວເຖິງ ເນື້ອໃນສໍາຄັນ ຂອງຈົດໝາຍ ນັ້ນວ່າ: ເຊີນທ່ານຟັງ ສຽງສໍາພາດ ໄດ້ເລີຍ....

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.