ປະຊາຄົມສາກົນຕໍານິ ຜູ້ນໍາ ລາວ

ການປະທ້ວງຢູ່ຕໍ່ໜ້າ ສະຖານທູຕລາວ ໃນການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ
ການປະທ້ວງຢູ່ຕໍ່ໜ້າ ສະຖານທູຕລາວ ໃນການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ (RFA)

0:00 / 0:00

ຫລາຍປີ ມານີ້ ຜູ້ນໍາ ສປປລາວ ມີຄວາມພູມໃຈ ໃນ ສະເຖັຽຣະພາບ ທາງການເມືອງ ພາຍໃນ ປະເທດ, ແຕ່ວ່າ ໃນນຶ່ງປີ ຜ່ານມາ ລາວ ຖືກ ປະຊາຄົມ ສາກົນ ຕໍານີ ຕິຕຽນ ເຣື້ອງການ ປະຕິບັດ ສິດທິມະນຸດ ໂດຍສະເພາະ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຜູ້ອໍານວຍການ “ສູນອົບຮົມ ຮ່ວມ ພັທນາ ເພື່ອ ປະກອບສ່ວນ ເຂົ້າໃນ ວຽກງານ ພັທນາ ປະເທດ”. ວຽກງານ ແລະ ຜົນງານ ຂອງ ທ່ານ ສົມບັດ ມີອັນໃດແດ່ ທ່ານຈຶ່ງກາຍ ເປັນເປົ້າໝາຍ ຈົນຖືກ ລັກພາໂຕ ໄປ.