ຣັຖທັມນູນລາວກໍາລັງ ຈະ ປັບປຸງ

ຈໍາປາທອງ
2014.09.08
F-LPDR-flag ທຸງຊາດ ສປປ ລາວ ເລີ້ມແຕ່ 1975 ເປັນຕົ້ນມາ
LPDR

 

ຣັຖທັມນູນ ທີ່ ທາງການ ລາວ ກໍາລັງ ຈະປັບປຸງ ຢູ່ ເວລານີ້ ຫຼາຍໆຄົນ ຍັງສົນໃຈ ວ່າ ຈະເປັນໄປ ໃນຮູບໃດ ກັນແທ້ ຈະ ມີການ ປັບປຸງ ມາດຕຣາ 3 ທີ່ ເວົ້າເຖິງ ພັກ ເປັນ ແກນນໍາ ໃນການ ເຄື່ອນໄຫວ ຣະບົບ ການເມືອງ ລາວ ຫຼືບໍ່?

ຣັຖທັມນູນ ສາທາຣະນຣັດ ປະຊາທິະຕັຍ ປະຊາຊົນ ລາວ ທີ່ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ໄດ້ເຮັດຂຶ້ນ ໃນປີ 1991 ຊຶ່ງມີ 10 ໝວດ 80 ມາດຕຣາ ແລະ ມີການ ປັບປຸງ ເມື່ອ ປີ 2003 ໃຫ້ມີ 11 ໝວດ 98 ມາດຕຣາ ແລະ ກໍາລັງ ປັບປຸງ ໃໝ່ອີກ ຕື່ມ ຕາມຣັດ ດໍາຣັດ ຂອງ ປະທານ ປະເທສ ເລກທີ 165/ປປທ, ລົງວັນທີ 15 ສິງຫາ 2014 ຊຶ່ງໃນນັ້ນ ເວົ້າພຽງແຕ່ ວ່າ ຈະປັບປຸງ ບາງໝວດ ແລະ ບາງ ມາດຕຣາ ທີ່ ຫລາຍໆຄົນ ທັງ ປະຊາຊົນ ທົ່ວໄປ ທັງ ຜູ້ຊົງ ຄຸນນະວຸດທິ ຕລອດເຖິງ ນັກຮຽນຮູ້ ປັນຍາຊົນ ລາວ ຍັງສົນໃຈ ຢູ່ວ່າ ການ ປັບປຸງ ຣັຖທັມນູນ ເທື່ອນີ້ ຈະເປັນໄປ ໃນ ຮູບການໃດ ກັນແທ້ ຈະມີການ ປັບປຸງ ມາດຕຣາ 3 ທີ່ເວົ້າ ເຖິງພັກ ເປັນ ແກນນໍາ ການເຄື່ອນໄຫວ ຂອງ ຣະບົບ ການເມືອງລາວ ນັ້ນ ຫລືບໍ່? ໃນ ຂນະທີ່ ປັດຈຸບັນ ທາງການ ລາວ ປະເຊີນກັບ ຄວາມ ຫຍຸ້ງຍາກ ຫຼາຍຢ່າງ ທັງ ທາງດ້ານ ການເມືອງ ເສຖກິດ ສັງຄົມ ແລະ ການເງິນ ກໍຂັດສົນ ຢ່າງ ໜັກໜ່ວງ ຍ້ອນເກັບ ຣາຍຮັບ ບໍ່ໄດ້ ຕາມ ເປົ້າໝາຍ ຈົນວ່າໄດ້ ໂຈະຫຼາຍ ໂຄງການ ກໍ່ສ້າງ ທີ່ຈໍາເປັນ ແລະ ບໍ່ສາມາດ ຈ່າຍ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ໃນ ທົ່ວ ປະເທສ ໄດ້ຕາມ ກໍານົດ ເວລາ ເຮັດໃຫ້ ພວກ ເຂົາເຈົ້າ ທີ່ ມີເງິນ ເດືອນ ບໍ່ພໍກິນ ຢູ່ ແລ້ວນັ້ນ ປະສົບ ກັບຄວາມ ຫຍຸ້ງຍາກ ໜັກໜ່ວງ ຂຶ້ນຕື່ມ ອີກ.

ການປັບປຸງ ຣັຖທັມນູນ ຄັ້ງນີ້ ມີຂຶ້ນ ໃນຂນະ ທີ່ ສະພາບການ ໃນລາວ ຫຍຸ້ງຍາກ ຂັດສົນ ຮອບດ້ານ ອັນທີ່ວ່າ ຈະເຮັດໃຫ້ ຍອດມູນຄ່າ ຜລິຕພັນ ພາຍໃນ ຫລື GDP ສົກປີ 2013-14 ໄດ້ 8.3% ນັ້ນ ກໍຍັງວ່າ ໄດ້ພຽງ ປະມານ 7. ກວ່າ% ຈົນວ່າ ຜູ້ນໍາ ສປປລາວ ຈໍາຕ້ອງໄດ້ ໄປຂໍ ຄວາມເຫັນໃຈ ແລະ ການ ຊ່ວຍເຫລືອ ຈາກ ຕ່າງປະເທສ ເປັນຕົ້ນ ກໍແມ່ນ ຈີນ ແລະ ວຽດນາມ ເພື່ອ ເຮັດໃຫ້ໄດ້ ຮັບຜົນ ຕາມເປົ້າໝາຍ ຄືໃຫ້ GDP ເພີ່ມຂຶ້ນ 8% ຂຶ້ນໄປ ໃນແຕ່ ລະປີ ແລະ ເມື່ອຮອດ ປີ 2015 ມີມູນຄ່າ ສະເລັ່ຽ ຕໍ່ຫົວຄົນ ບັນລຸ 1,700 ໂດລາ ສະຫະຣັດ ໃນຂນະທີ່ ສັງຄົມ ບໍ່ມີ ຄວາມສງົບ ມີການໃຊ້ ສິດ ອໍານາດ ເກີນ ຂອບເຂດ ສວຍໂອກາດ ສໍ້ຣາດ ບັງຫຼວງ ຄົນໃນຊາດ ບໍ່ມີ ຄວາມ ສເມີພາບ ຕໍ່ໜ້າ ກົດໝາຍ ພັຍຫວ່າງ ງານ ຈົນວ່າ ປະຊາຊົນ ລາວ ເປັນຕົ້ນ ຊາຍໜຸ່ມ ຍິງສາວ ພາກັນ ຫລັ່ງໄຫລ ລັກລອບ ໄປ ຊອກຫາ ວຽກເຮັດ ງານທໍາ ຢູ່ ປະເທສໄທ ຫລາຍ ແສນຄົນ ແລະ ບັນຫາ ອັນບໍ່ດີ ອື່ນໆອີກ ຫຼາຍຢ່າງ ທີ່ ສົ່ງຜົລ ກະທົບ ຕໍ່ ປະຊາຊົນ ເປັນຕົ້ນ ຜູ້ ທຸກຍາກ ຂາດເຂີນ ອັນເປັນ ຕົ້ນເຫດ ເຮັດໃຫ້ ບັນຫາ ບໍ່ດີ ຕ່າງໆ ເກີດຂຶ້ນ ໃນສັງຄົມ ຊຶ່ງທ່ານ ຄໍາພັນ ສິດທິດໍາພາ ປະທານ ສານ ປະຊາຊົນ ສູງສຸດ ໄດ້ກ່າວວ່າ ໃນ 1 ປີ ຜ່ານມາ ມີຄະດີ ເຂົ້າມາ ສານ ປະຊາຊົນ ທຸກຂັ້ນ ທັງໝົດ 9,382 ເຣຶ່ອງ. ທຽບໃສ່ ຣະຍະ ດຽວກັນ ຂອງ ປີຜ່ານມາ ເພິ່ມຂຶ້ນ ເຖິງ 847 ເຣຶ່ອງ ຊຶ່ງ ສ່ວນຫລາຍ ກໍ ອາຈແມ່ນ ບັນຫາ ທີ່ດິນ ຂອງ ປະຊາຊົນ ທີ່ ຖືກທາງການ ຢຶດເອົາ ແລະ ໃນນັ້ນ ຮວມທັງ ການ ປາບປາມ ປະຊາຊົນ ທີ່ ຮຽກຮ້ອງ ຂໍ ຄວາມ ເປັນທັມ ແລະ ຈັບກຸມ ຜູ້ນັບຖື ສາສນາ ຄຣິສຈຽນ ນໍາດ້ວຍ.

ສໍາລັບ ການພັທນາ ເສຖກິດ ຂອງຊາດ ກໍມີແຕ່ ຂຸດຄົ້ນ ແລະ ສົ່ງອອກ ຊັພຍາກອນ ທັມຊາດ ເປັນ ສ່ວນໃຫຍ່ ຈົນ ທ່ານ ຈູມມະລີ ໄຊຍະສອນ ຜູ້ເປັນ ຫົວໜ້າ ພັກ ທີ່ ກໍາ ອໍານາດ ແລະ ຜູກຂາດ ອໍານາດ ເອງ ກໍຮັບຮູ້ ກ່ຽວກັບ ເຣຶ່ອງນີ້ ຢູ່ໃນ ກອງປະຊຸມ ໃຫຽ່ ຄັ້ງທີ 9 ຂອງ ພັກ.

ເວົ້າເຖິງ ການ ຄຸ້ມຄອງ ເສຖກິດ ກໍບໍ່ດີ, ມີການ ຣະເມີດ ວິນັຍ ແຜນການ ແລະ ວິນັຍ ການງິນ ຢ່າງແພ່ຫລາຍ ການ ຄຸ້ມຄອງ ຣັດ ຄຸ້ມຄອງ ສັງຄົມ ກໍໍບໍ່ ສັກສິດ ແລະ ບໍ່ ປະຕິບັດ ຕາມ ຣະບຽບ ກົດໝາຍ ບໍ່ ເດັດຂາດ ບໍ່ທັນການ ເຫັນແກ່ ພັກພວກ ແມ່ນແຕ່ ສະມາຊິກ ພັກ ຈໍານວນ ຫລວງຫລາຍ ຊຶ່ງ ຜູ້ນໍາພັກ ໄວ້ເນື້ອ ເຊື່ອໃຈ ແລະ ຖືເປັນ ຄົນ ສໍາຄັນ ເໜືອ ກວ່າ ມະຫາຊົນ ນັ້ນ ກໍຍັງ ເສັຽທາດ ຂາດຄຸນ ຫລິ້ນ ກັນ ຟຸມເຟືອຍ ສວຍໂອກາດ ສໍ້ຣາດ ບັງຫລວງ. ຕາມທີ່ ຜູ້ນໍາພັກ ຍອມຮັບ. ສິ່ງທັງໝົດ ດັ່ງກ່າວ ແມ່ນຢູ່ ພາຍໃຕ້ ການ ຈັດຕັ້ງ, ຊີ້ນໍາ ນໍາພາ ຂອງ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ.

ເມື່ອເປັນຄື ແນວນັ້ນ ຈຶ່ງ ມີການ ວິພາກ ວິຈານ ກັນວ່າ ໃນເມື່ອ ພັກ ປະຊາຊົນ ປະຕິວັດ ລາວ ບໍ່ມີ ຄວາມ ສາມາດ ຄຸ້ມຄອງ ຣັດ ຄຸ້ມຄອງ ເສຖກິດ ສັງຄົມ ຕາມ ຣະບຽບ ກົດໝາຍ ແລະ ບໍ່ສາມາດ ນໍາພາ ການ ພັທນາ ປະເທສ ໃຫ້ກ້າວໜ້າ ໄດ້ຢ່າງ ຖືກຕ້ອງ ເຮັດໃຫ້ ເສຖກິດ ສັງຄົມ ແລະ ການເງິນ ຂອງລາວ ຕົກເຂົ້າສູ່ ສະພາບ ຫຍຸ້ງຍາກ ຂັດສົນ ຄື ທີ່ວ່າມາ ນັ້ນແລ້ວ ບໍ່ສົມຄວນ ທີ່ ຈະກໍານົດ ເອົາໄວ້ວ່າ ພັກ ເປັນ ແກນນໍາ ຊຶ່ງ ເນື້ອແທ້ ແລ້ວ ກໍແມ່ນ ເປັນຜູ້ ຈັດຕັ້ງ ແລະ ນໍາພາ ທຸກການ ເຄື່ອນໄຫວ ໃນ ສັງຄົມ ລາວ ໂດຍໃຊ້ ຖ້ອຍ ທໍານອງ ຢູ່ໃນ ມາດຕຣາ 3 ຂອງ ຣັຖທັມນູນ ທີ່ວ່າ:

“ສິດເປັນເຈົ້າ ປະເທສ ຊາດ ຂອງ ປະຊາຊົນ ບັນດາ ເຜົ່າ ໄດ້ ຮັບການ ປະຕິບັດ ແລະ ຮັບປະກັນ ດ້ວຍການ ເຄື່ອນໄຫວ ຂອງ ຣະບົບ ການເມືອງ ຊຶ່ງ ມີ ພັກ ປະຊາຊົນ ປະຕິວັດ ລາວ ເປັນ ແກນນໍາ”.

ຕໍ່ບັນຫາ ທີ່ວ່ານີ້ ຕາມຄໍາເຫັນ ຂອງ ທ່ານ ວັນລັງ ຄໍາສີ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ປະຈໍາ ສະຫະຣັດ ອະເມຣິກາ ທີ່ ຂ້າພະເຈົ້າ ໄດ້ ໂອ້ລົມນໍາ ໃນວັນທີ 7 ກັນຍາ 2014 ນີ້ແລ້ວ ກໍຍືດຍາວ ແຕ່ ຈະນໍາມາ ສເນີ ທ່ານ ຜູ້ຟັງ ບາງຕອນ ຊຶ່ງໃນນັ້ນ ກໍມີທັງ ວ່າ ບໍ່ຄວນ ບົ່ງເອົາໄວ້ ຢູ່ໃນ ຣັຖທັມນູນ ຊຶ່ງ ເປັນ ກົດໝາຍ ສູງສຸດ ຂອງຊາດ ຊຶ່ງ ປະເທສ ປະຊາທິປະຕັຍ ໃນໂລກ ເພີ່ນບໍ່ ປະຕິບັດກັນ: ..ສຽງ...

ການປັບປຸງ ຣັຖທັມນູນ ປີ 2003 ນີ້ ມີ ຍານາງ ປານີ ຢາທໍ່ຕູ້ ກັມການ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ປະທານ ສະພາ ແຫ່ງຊາດ ເປັນ ປະທານ ຄນະກັມການ ຣະດັບ ຊາດ ຊຶ່ງ ປະກອບ ດ້ວຍ 17 ຄົນ. ແຕ່ເປັນ ທີ່ ສັງເກດ ວ່າ ບໍ່ມີທ່ານ ຄໍາເຜີຍ ປານມະໄລທອງ ທີ່ ມີການກ່າວ ກັນວ່າ ເປັນ ນັກຮຽນຮູ້ ປັນຍາຊົນ ຂັ້ນສູງ ຜູ້ ດີເດັ່ນ ທາງ ດ້ານ ວິທຍາສາດ ສັງຄົມ ຫາຄົນ ທຽບ ໄດ້ຍາກ ຢູ່ ສປປລາວ ຈົນ ກົມການເມືອງ ສູນກາງ ພັກ ທ່ານນຶ່ງ ໄດ້ ຂໍຮ້ອງໃຫ້ ທ່ານ ຊ່ວຍເຫລືອ ແກ້ໄຂ ບັນຫາ ທີ່ ທ່ານ ຮັບຜິດຊອບ.

ກ່ອນຮ່າງ ຣັຖທັມນູນ ສະບັບ ປັບປຸງ ໃໝ່ນີ້ ຈະຖືກ ສເນີຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ເພື່ອ ພິຈາຣະນາ ແລະ ຮັບຮອງ ເອົາ ນັ້ນ ທາງການ ລາວ ກໍຈະຈັດ ກອງປະຊຸມ ວິທຍາສາດ ແລະ ເອົາໄປ ທາບທາມ ຄໍາຄິດເຫັນ ຂອງ ປະຊາຊົນ ກ່ອນ ຊຶ່ງ ມີການ ວິພາກ ວິຈານ ກັນຢ່າງ ກວ້າງຂວາງ ວ່າ ເຮັດໄປ ຕາມຮີດ ພໍໄດ້ ຮູບການ ແຕ່ ເນື້ອໃນ ນັ້ນແມ່ນ ບໍ່ມີໃຜ ຈະສເນີ ໃຫ້ ປ່ຽນແປງ ໄດ້ ໃນເມື່ອ ຜູ້ນໍາພັກ ຍັງຢຶດໝັ້ນ ຢູ່ບ່ອນວ່າ ພັກ ເປັນ ແກນນໍາ ທຸກການ ເຄື່ອນໄຫວ ໃນ ສັງຄົມ ລາວ ຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.