ຄໍາເວົ້າຂອງຜູ້ນໍາທີ່ເໜືອ ຄວາມຈິງ
2015.10.07

ຊາວລາວ ພາຍໃນ ປະເທສ ໃຫ້ ຄວາມເຫັນ ໃນ ເນື້ອໃນ ຂອງ ຄໍາເວົ້າ ທີ່ ປະທານ ປະເທດ ລາວ ກ່າວຢູ່ ກອງປະຊຸມ ໃຫຍ່ ສະຫະ ປະຊາຊາດ, ຮວມທັງ ການສມັກ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ນັ້ນວ່າ ມັນ ເປັນໄປ ໄດ້ຍາກ ເພາະວ່າ ມີການຣະເມີດ ສິດທິ ມະນຸດ ຢ່າງ ກວ້າງຂວາງ ໃນລາວ.
ຕໍ່ ກອງປະຊຸມ ຄົບຄນະ ຂອງ ສມັດຊາ ໃຫຍ່ ສະຫະ ປະຊາຊາດ ຄັ້ງທີ 70 ທີ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ, ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ສປປລາວ ໄດ້ກ່າວ ຄຳປາສັຍ ໃນ ວັນພຸດ ວັນທີ 30 ກັນຍາ 2015 ໂດຍເວົ້າເຖິງ ຫຼາຍບັນຫາ ທັງ ບັນຫາ ພາຍໃນ ປະເທສ ແລະ ບັນຫາ ສາກົນ.
ຕໍ່ ກອງປະຊຸມ ສໍາຄັນ ຄັ້ງນີ້ ທ່ານ ຈູມມາລີ ຖແລງວ່າ ສປປລາວ ໃຫ້ຄວາມ ສໍາຄັນ ໃນການ ສົ່ງເສີມ ແລະ ປົກປ້ອງ ສິດທິ ມະນຸດ ໄດ້ ເປັນພາຄີ ສົນທິ ສັນຍາ 7 ສະບັບ ສໍາຄັນ ຊຶ່ງ ເປັນເຄື່ອງມື ດ້ານ ສິດທິ ມະນຸດ ແລະ ວ່າ ໃນ ຂນະ ທີ່ ມີຄວາມ ມຸ້ງໝັ້ນ ທີ່ຈະ ປະກອບສ່ວນ ເຂົ້າໃນ ວຽກງານ ຂອງ ສະພາ ສິດທິ ມະນຸດ ຢູ່ນີ້, ສປປລາວ ໄດ້ສເນີ ສມັກ ເຂົ້າເປັນ ສະມາຊິກ ສະພາ ດັ່ງກ່າວ ແຕ່ປີ 2016 ຫາ 2018.