ການກັກຂັງຊາວບ້ານຢຶບ ອາຍຸ ຫຼຸດ 18 ປີ
2018.06.05

ການຈັບກຸມຊາວບ້ານຢຶບ ເມືອງທ່າແຕງແຂວງເຊກອງ 14 ຄົນ ໃນເດືອນກໍຣະກະດາ ປີ 2017 ຜ່ານມາ ຍ້ອນຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດ ຢາງພາຣາ ຂອງວຽດນາມ. ໃນນັ້ນ ມີຜູ້ທີ່ອາຍຸຕ່ຳກວ່າ 18 ປີ 3 ຄົນ ຊື່ ນາງ ນີ, ທ້າວນາກ ແລະ ທ້າວບຸນສົດ ຍັງຄົງຖືກຂັງຄຸກ ຢູ່ ແຂວງເຊກອງ ແລະ ຍັງບໍ່ຮູ້ວ່າ ຈະຖືກປ່ອຍຕົວເມື່ອໃດ.
ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ຜູ້ທີ່ເຮັດວຽກສົ່ງເສີມສິດທິ ແມ່ຍິງແລະເດັກນ້ອຍ ກໍໃຫ້ທັສນະວ່າ ສາເຫດເປັນຍ້ອນກົດໝາຍ ມີຊ່ອງວ່າງ ແລະ ເຈົ້າໜ້າທີ່ ໃຊ້ອຳນາດເກີນຂອບເຂດ ຊຶ່ງການຈັບກຸມແບບນີ້ ມັນສົ່ງຜົນກະທົບ ຕໍ່ການສຶກສາຂອງເຂົາເຈົ້າ.
ໃຫ້ທ່ານ ຟັງສຽງສຳພາດ:
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ທາງການແຂວງເຊກອງ ໄດ້ເປີດເຜີຍກັບເອເຊັຍເສຣີວ່າ ຈະມີການປ່ອຍຕົວ ເດັກນ້ອຍຜູ້ຊາຍ ແລະເດັກນ້ອຍ ແມ່ຍິງ ໃນອີກບໍ່ດົນ. ດັ່ງ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 31 ພຶສພາ ທີ່ຜ່ານມາ ວ່າ:
“ໂອ ເຂົາກຳລັງ ເຂົາກຳລັງແກ້ໄຂຢູ່ ແກ້ໄຂຕາມກົດໝາຍຄິດວ່າບໍ່ດົນ, ບໍ່ດົນຊິໄດ້ແກ້ໄຂ ແລ້ວ ກຳລັງດຳເນີນຄະດີ ຕາມກົດໝາຍ ຈຳນວນ ນຶ່ງກະຊິປ່ອຍຕົວແລ້ວເດີ້ ປ່ອຍຕົວ ເດັກນ້ອຍເບາະ ແມ່ຍິງ ເຂົາກະເຮັດຕາມຂັ້ນຕອນ ຂອງກົດໝາຍອີກບໍ່ດົນເດີ ໃກ້ສຳເລັດ ແລ້ວເດີ.”
ໃນເບື້ອງຕົ້ນ ມີຊາວບ້ານຖືກຈັບທັງໝົດ 14 ຄົນ, ແຕ່ຕໍ່ມາເຫລືອພຽງ 12 ຄົນ ຍ້ອນວ່າຊາວບ້ານທີ່ມີຊື່ວ່າ ທ້າວສົມສະໄຫວໄດ້ເສັຽຊີວິດ ໃນຄຸກ ແລະທ້າວວິຫານ ຖືກປ່ອຍຕົວ.
ອີງຕາມຂໍ້ມູນຈາກຊາວບ້ານ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບກັບບໍຣິສັດ ຢາງພາຣາວຽດນາມ ທີ່ມີຊື່ຫຍໍ້ວ່າ LVF ໄດ້ເກີດຂຶ້ນມາແຕ່ປີ 2006.
ຍ້ອນວ່າບໍຣິສັດ ໄດ້ບຸກເບີກທີ່ດິນໄປກວມເອົາດິນຂອງຊາວບ້ານ 55 ຄອບຄົວຈໍານວນ 121 ເຮັກຕາ ໃນຂນະທີ່ ທາງການແຂວງເຊກອງ ອະນຸມັດໃຫ້ສັມປະທານ ທີ່ດິນຂອງຣັຖ 42 ເຮັກຕາ ເທົ່ານັ້ນ.
ທາງການຍັງບໍ່ໄດ້ເປີດເຜີຍວ່າ ຊາວບ້ານທັງໝົດຈະຖືກປ່ອຍຕົວອອກເມື່ອໃດ, ແຕ່ສິ່ງທີ່ໜ້າສົນໃຈ ກໍຄື ໃນ ເດືອນກໍຣະກະດາ ທີ່ຈະມາ ເຖິງນີ້ ທາງລາວຈະໄປຜ່ານບົດຣາຍງານ ການທົບທວນການປະຕິບັດສິດທິມະນຸດ ປະຈຳໄລຍະ UPR ຢູ່ກອງປະຊຸມສະຫະປະຊາຊາດ, ແລ້ວ ຈະຕອບຄຳຖາມສະມາຊິກ ສະພາມົນຕີສິດທິມະນຸດ ອົງການສະຫະປະຊາຊາດ ແນວໃດ.