ຫ້າມໂຄສະນາເຫຼົ້າ-ເບັຽ ວິຊາການ ບໍ່ແຈບໃຈ
2019.05.21
ຫຼັງຈາກ ທີ່ບໍ່ມີການຄຸມໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ເປັນເວລາເກືອບ 30 ປີ, ທາງການລາວ ຈຶ່ງອອກແຈ້ງການ ໃຫ້ເຊົາການໂຄສະນາ ເຫຼົ້າ-ເບັຽ ຢ່າງເດັດຂາດ.
ກະຊວງຖແລງຂ່າວ ວັທນທັມ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການ ໃນວັນທີ 24 ເມສາ 2019 ໃຫ້ ຍຸຕິ ການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ສຽງຕອບຮັບ ຈາກນັກວິຊາການ.
ກ່ຽວກັບ ເຣື້ອງການສັ່ງຫ້າມ ກໍໄດ້ຮັບສຽງສນັບສນູນ ຈາກນັກວິຊາການລາວ. ນັກວິຊາການລາວ ທ່ານນຶ່ງ, ຜູ້ທີ່ບໍ່ປະສົງອອກຊື່, ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 14 ພຶສພາ ວ່າ:
“ການແຈ້ງການຫ້າມມີການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ກະຖືວ່າດີ ຖືວ່າ ເປັນປະກົດການ ທີ່ສໍາຄັນທີ່ເກີດຂຶ້ນຢູ່ປະເທສລາວ.”
ປະເທສລາວ ປ່ອຍໃຫ້ມີ ການໂຄສະນາ ເຄື່ອງດື່ມ ທີີ່ມີທາດເຫຼົ້າ ຢ່າງເສຣີ ບໍ່ວ່າ ຈະຜ່ານ ສື່ໂທຣະທັສ ແລະ ວິທຍຸ, ໂດຍສື່ກະແສຫຼັກ ສາມາດອອກໂຄສະນາ ເຄື່ອງດື່ມ ທີ່ມີທາດເຫຼົ້າ ໄດ້ຕລອດເວລາ. ໜັງສືພິມ ທີ່ເປັນ ສື່ກະແສຫຼັກ ຂອງລາວ ຮັບເອົາ ໂຄສະນາ ແບບບໍ່ຈໍາກັດ ແລະ ຈະເອົາ ໂຄສະນາ ເຄື່ອງດື່ມ ທີ່ມີທາດເຫຼົ້າ ເອົາໄວ້ໜ້າທໍາອິດ.
ພາບທີ່ມີ ການເຜີຍແຜ່ທາງສຶື່ສັງຄົມອອນລາຍ ເປັນຕົ້ນ ເຟສບຸກ ທີ່ມີ ຄຣູສອນນັກຮຽນປະຖົມ ພານັກຮຽນ ແຕ່ງບົດລໍາແບບບົດເຊີ້ງ ທີ່ມີເນື້ອໃນ ສົ່ງເສີມການດື່ມເບັຽ. ພາບເດັກນ້ອຍ ອາຍຸບໍ່ຮອດ 10 ປີ ພາກັນດື່ມເບັຽ ອອກສື່ສັງຄົມອອນລາຍ, ໃນຂນະທີ່ ມີຜູ້ໃຫຍ່ ເປັນຜູ້ຖ່າຍຄຼິບ ວີດິໂອ ແລະ ກໍບໍ່ມີການຫ້າມປາມ ເດັກນ້ອຍເຫຼົ່ານັ້ນ.
ຮູບພາບ ລັງເບັຽປະມານ 1,000 ລັງ ຢອງກັນ ຢູ່ງານບຸນປະເພນີ ທີ່ແຂວງໄຊຍະບູຣີ ແລະ ມີປ້າຍ ເນື້ອໃນວ່າ “ງານບຸນນີ້ ຂາຍເບັຽໝົດ 1,000 ປາຍລັງ.”
ຜ່ານມາ, ອົງການອນາມັຍໂລກ ໄດ້ຣາຍງານວ່າ ປະຊາຊົນລາວ ດື່ມເບັຽ ຫຼາຍກວ່າ ປະຊາຊົນ ໃນປະເທສອ່າຊ້ຽນ, ໂດຍສະເລັ່ຽແລ້ວ ຄົນລາວນຶ່ງຄົນ ດື່ມເບັຽ 7 ລິທ/ປີ.
ປ້າຍໂຄສະນາສີເຫຼືອງ ເບັຽລາວຂນາດໃຫຍ່ ຕິດຕັ້ງຢູ່ ທຸກຈຸດ ໃນປະເທສລາວ ບໍ່ວ່າ ຈະເປັນຢູ່ໃກ້ ສະຖານທີ່ ການສຶກສາ, ວັດວາອາຣາມ, ບ້ານພັກ, ແລະ ອື່ນໆ. ພາບສິລປິນໜຸ່ມ ມາເປັນ ຜູ້ໂຄສະນາ ຫຼື Presenter ເພື່ອໂຄສະນາ ເຊີນຊວນ ໃຫ້ຊາວໜຸ່ມ ພາກັນດື່ມເບັຽ ຫຼາຍຂຶ້ນ.
ສິ່ງດັ່ງກ່າວ ເປັນການໂຄສະນາ ຈົນເກີນໄປ ຈົນເຮັດຄົນ ໃນສັງຄົມ ເຫັນວ່າ ມັນກາຍເປັນ ເຣື້ອງປົກກະຕິ, ດັ່ງນັກວິຊາການ ທ່ານນີ້ ກ່າວຕື່ມ ອີກວ່າ:
“ເປັນບັນຫາຫຼາຍ ໂດຍສະເພາະ ການໂຄສະນາເບັຽ ທີ່ເຕັມບ້ານເຕັມເມືອງ ມັນເຮັດໃຫ້ ທຸກຄົນ ໃນສັງຄົມເຫັນວ່າ ມັນເປັນ ເຣື້ອງປົກກະຕິ. ບໍ່ວ່າ ເດັກນ້ອຍ ຜູ້ໃຫຍ່-ຜູ້ເຖົ້າ ມັນຄືວ່າ ເປັນການສົ່ງເສີມ ກັນຫຼາຍ.”
ໃນເມື່ອ ມີການການອອກ ນິຕິກັມ ສັ່ງຫ້າມ ໂຄສະນາ ເຄື່ອງດື່ມ ທີ່ມີທາດເຫຼົ້າ, ແລ້ວຈະຕ້ອງ ມີການປະຕິບັດ ຢ່າງເຄັ່ງຄັດ ແລະ ໜ່ວຍງານ ຂອງຣັຖ ບໍ່ຄວນໄປຮັບເອົາ ການອຸປະຖັມ ຈາກບໍຣິສັດເບັຽ. ດັ່ງນັກວິຊາການ ອີກທ່ານນຶ່ງ ຜູ້ທີ່ເຮັດວຽກສົ່ງເສີມ ບົດບາດ ຍິງ-ຊາຍ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນວັນທີ 14 ພຶສພາ ວ່າ:
“ຫຼາຍຣະດັບເນາະ, ຣະດັບນະໂຍບາຍ, ກົດໝາຍ, ຄັນອອກມາລະ ກະຕ້ອງໄດ້ຈັດຕັ້ງ ປະຕິບັດ ແມ່ນເບາະ, ຄືການຮັບ ການສນັບສນູນ ຈາກບໍຣິສັດເຫຼົ້າເບັຽ ປະເທດອື່ນ ເຂົາກະບໍ່ເຮັດເດີ ໂດຍສະເພາະ ແມ່ນ ໜ່ວຍງານການສຶກສາ ບໍ່ຄວນຮັບແຫລະ ສົມມຸດວ່າ ບໍຣິສັດ ເຫຼົ້າເບັຽ ຊິມາໂຄສະນາ ແນວນີ້ ໜ່ວຍງານ ຂອງຣັຖ ຂັ້ນຊິເວົ້າລະ ທຸກໜ່ວຍງານຫັ້ນຫຼະ.”
ຣາຍໄດ້ ຈາກການຂາຍເຫຼົ້າ ແລະ ເບັຽ ບໍ່ກຸ້ມຄ່າ ກັບສິ່ງທີ່ເສັຽໄປ, ດັ່ງນັກວິຊາການ ທ່ານນີ້ ໄດ້ກ່າວຕື່ມ ອີກວ່າ:
"ເວົ້າເຣື້ອງ ປູກຈິຕສໍານຶກ ໄປນໍາ ຄັນເຮົາ ຄວບຄຸມໄດ້ ເຮົາກະຊິຫລຸດຜ່ອນໄດ້ເນາະ ເພາະວ່າ ຣາຍຮັບ ຈາກເຫຼົ້າເບັຽ ໄດ້ມາ ມັນກະບໍ່ກຸ້ມຄ່າ ກັບອັນໂຕເຮົາເສັຽໄປເດ້ ຂັ້ນຊິວ່າ ມັນຍາວນານເນາະ ສົມມຸດວ່າ ພໍ່ແມ່ ເປັນເປັນມະເລງຕັບ ມັນກະຖ່າຍທອດ ໃສ່ລູກ, ໃສ່ຫຼານ ໄປລະເດີ.”
ອຸບັຕຕິເຫຕ ຕາມທ້ອງຖນົນ ໃນໄລຍະປີໃໝ່ລາວ ກໍມີໂຕເລຂ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນການດື່ມເມົາ ແລ້ວຂັບຣົດ, ອີງຕາມການລາຍງານ ຂອງເຈົ້າໜ້າທີ່ ຕໍາຣວຈຈະຣາຈອນ. ໃນໄລຍະປີໃໝ່ລາວ 2019 ມີຜູ້ເສັຽຊີວິຕ 37 ຄົນ, ໃນປີ 2018 ມີຜູ້ເສັຽຊີວິຕ 29 ຄົນ, ໃນປີ 2017 ເສັຽຊີວິດ 22 ຄົນ.
ກັບຄືນມາເວົ້າ ກ່ຽວກັບເນື້ອໃນ ຂອງແຈ້ງການ ຫ້າມໂຄສະນາ ໃນວັນທີ 24 ເມສາ 2019 ໂດຍມີເນື້ອໃນ ວ່າ:
“ໃຫ້ບໍຣິສັດ ຣັຖວິສາຫະກິດ, ບໍຣິສັດ ເອກກະຊົນ, ຜູ້ປະກອບການຜລິດ, ນໍາເຂົ້າ-ສົ່ງອອກ, ຈໍາໜ່າຍ ແລະ ບໍຣິສັດ ປະກອບການ ໂຄສະນາ, ອອກແບບ ຜລິດຕິດຕັ້ງປ້າຍ ໃຫ້ຢຸດໂຄສະນາ ເຄື່ອງດື່ມທີ່ມີທາດເຫລົ້າ ທຸກປະເພດ, ເປັນຕົ້ນແມ່ນຜລິດ ຕິດຕັ້ງປ້າຍ ໂຄສະນາ ຢູ່ຕາມສາຍ ທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາ ທາງສື່ມວນຊົນ ທຸກປະເພດ ແລະ ກິຈກັມ ການສົ່ງເສີມ ການຂາຍ (ສາວເຊັຽເບັຽ) ແລະ ອື່ນໆ ທີ່ເປັນການຊັກຊວນການດື່ມ. ໃຫ້ຂະແໜງຖະແຫລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ທົ່ວປະເທດ ເປັນເຈົ້າການ ຕິດຕາມກວດກາ, ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາ ປ້າຍໂຄສະນາ ແລະ ການໂຄສະນາ ເຄື່ອງດື່ມ ທີ່ມີທາດເຫລົ້າ ໃນສື່ປະເພດຕ່າງໆ ໃຫ້ເປັນເອກະພາບ.”
ອັນນັ້ນ, ເປັນເນື້ອໃນ ຂອງແຈ້ງການ ໂດຍແມ່ນທ່ານ ບົວເງິນ ຊາພູວົງ, ຮອງຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນທັມ ແລະ ທ່ອງທ່ຽວ ເປັນຜູ້ເຊັນ. ໃນວົນທີ 8 ພຶສພາ 2019, ບໍຣິສັດ ເບັຽລາວ ໃຫ້ສັມພາດ ຕໍ່ສື່ມວນຊົນວ່າ ເຫັນດີ ປະຕິບັດຕາມ ການແຈ້ງການ.
ສໍານັກ ຂ່າວສານປະເທດລາວ ໄດ້ຣາຍງານ ໃນວັນທີ 8 ພຶສພາ, ໂດຍອ້າງອີງ ຄວາມເວົ້າທີ່ໃຫ້ສັມພາດ ຂອງທ່ານ ສູນທອນ ພົມມະຈັກ, ປະທານບໍຣິສັດເບັຽລາວ ຈຳກັດ ທີ່ກ່າວວ່າ:
“ທ່ານສະແດງ ຄວາມຊົມເຊີຍ ແລະ ເຫັນດີ ປະຕິບັດຕາມແຈ້ງການ ຂອງກະຊວງຖແລງຂ່າວ, ວັທນທັມ ແລະ ທ່ອງທ່ຽວ ວ່າດ້ວຍ ໃຫ້ຍຸຕິ ການໂຄສະນາເຄື່ອງດື່ມ ທີ່ມີທາດເຫົ້າ ທຸກປະເພດ, ເປັນຕົ້ນແມ່ນ ຜລິຕ ຕິດຕັ້ງ ປ້າຍໂຄສະນາ ຢູ່ຕາມາສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາ ທາງສື່ມວນຊົນ ທຸກປະເພດ ແລະ ກິຈກັມ ສົ່ງເສີມການຂາຍ (ຍິງສາວເຊັຽເບັຽ) ແລະ ອື່ນໆ. ທີ່ເປັນ ການຊັກຊວນ ໃຫ້ມີການດື່ມ.
ທ່ານ ສູນທອນ ໄດ້ຢືນຢັນ ຕື່ມວ່າ: ຈະດັດແກ້ ແລະ ປັບປຸງ ການໂຄສະນາ ຕ່າງໆ ກ່ຽວກັບ ຜລິຕພັນ ຂອງບໍຣິສັດເບັຽລາວ ເພື່ອໃຫ້ສອດຄ່ອງ ກັບແຈ້ງການ ແລະ ກົດໝາຍ, ໂດຍຈະໄດ້ ກຳນົດເວລາ, ຂນາດ ແລະ ອື່ນໆ ຄືນໃໝ່ ເພື່ອຫລີກລ້ຽງ ການໂຄສະນາ ຫຼື ຊັກຊວນ ໃຫ້ມີການດື່ມ ຫຼາຍເກີນໄປ.
ແລະ ທ່ານ ສູນທອນ, ກໍເຫັນດີ ແລະ ນ້ອມຮັບ ກ່ຽວກັບ ປະເດັນ (ສາວເຊັຽເບັຽ), ຊຶ່ງຫາກເຫັນວ່າ ຍັງເປັນຜົລປໂຍດຢູ່, ເປັນການສ້າງວຽກເຮັດງານທໍາ ແລະ ເປັນການດຶງດູດ ນັກທ່ອງທ່ຽວ ໃຫ້ມາທ່ຽວ ບ້ານເຮົາຫຼາຍຂຶ້ນ ກໍຈະປັບປຸງ ຮູບແບບ, ໂດຍບໍ່ໃຫ້ໂລດໂຜນເກີນໄປ ແລະ ໃຫ້ສອດຄ່ອງ ກັບວັທນທັມ ແລະ ຮີດຄອງ ປະເພນີ ອັນດີງາມ ຂອງຊາດເຮົາ, ແຕ່ຖ້າຫາກວ່າ ແນວໃດກໍໃຫ້ຢຸດ ກໍໄດ້ນ້ອມຮັບ ແລະ ປະຕິບັດຕາມ.
ອັນນັ້ນ, ຄືຄໍາໃຫ້ສັມພາດ ຂອງທ່ານ ສູນທອນ ພົມມະຈັກ, ປະທານບໍຣິສັດ ເບັຽລາວ.
ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈ ແລະ ສັງຄົມກໍາລັງຕິດຕາມຢູ່ ກໍຄື ໃນການປະຕິບັດ ໂຕຈິງ ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ຈະສາມາດ ປະຕິບັດກົດໝາຍ ໃນການສັ່ງຫ້າມ ໂຄສະນາເຄື່ອງດື່ມ ປະເພດເຫລົ້າ-ເບັຽ ໄດ້ຫຼາຍ-ໜ້ອຍ ຂນາດໃດ.