ປະເທດຊາດຊິຫຼົ້ມຈົມ ຍ້ອນ ຣັຖກອນ ສໍ້ໂກງ

0:00 / 0:00

ໃນຄວາມ​ຄິດ​ເຫັນຂອງ​ນັກ​ວິ​ຊາ​ການ ກ່ຽວ​ກັບ ​ການ​ອະ​ພິ​ປາຍ ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຢູ່​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ ເທື່ອ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 8 ທີ່​ວ່າ ປະ​ເທດ​ຊາດ ​ຊິ​ຫລົ້ມ​ຈົມ ຍ້ອນພະ​ນັກ​ງານ​ ໃນ​ກົງ​ຈັກ​ຂອງ​ຣັ​ຖ ຮ່ວມ​ຫົວ​ກັນໂກງ​ກິນ.

ຫລັງຈາກທີ່ສະມາຊິກສະພາແຫ່ງຊາດ ອະພິປາຍ ເຣື່ອງງົບປະມານ ຮົ່ວໄຫລ ຍ້ອນພະນັກງານຂອງຣັຖ ຮວມຫົວກັນໂກງກິນ, ກໍມີສຽງ ຕອບຮັບຈາກນັກວິຊາການວ່າ ການອະພິປາຍ ແມ່ນດຸເດືອດກ່ອນເກົ່າ. ໃຫ້ທ່ານໄປຟັງສຽງ ຂອງ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ເຂດ1 ນະຄອນຫລວງວຽງຈັນ.