ລາວເປັນລາວຍຸຄໃໝ່ປະທ້ວງ ທີ 2 ທັນວາ
2013.12.04

ການປະທ້ວງ ວັນທີ 2 ທັນວາ ທາງ ອິນເຕີແນັຕ ຂອງ ຂະບວນການ ລາວເປັນລາວ ຍຸກໃໝ່ ທີ່ ສະຫະຣັຖ ອະເມຣິກາ ໃນວັນທີ 30 ພຶສຈິກາ 2013 ປະນາມ ທາງການລາວ ແລະ ປະນາມ ວັນທີ 2 ທັນວາ ທີ່ ຂະບວນ ປະທ້ວງ ເວົ້າວ່າ ເຮັດໃຫ້ ປະຊາຊົນ ຂາດສິດ ເສຣີພາບ ແລະ ປະເທດຊາດ ຂຶ້ນກັບ ຕ່າງປະເທສ.
ການປະທ້ວງວັນທີ 2 ທັນວາ ທາງ Online ທາງ Internet ຂອງ ຂະບວນການລາວເປັນລາວຍຸກໃໝ່ ທີ່ສະຫະຣັຖອະເມຣິກາ ໃນວັນທີ 30 ພຶສຈິກາ 2013 ປະນາມທາງການລາວ ແລະ ປະນາມວັນທີ 2 ທັນວາ ທີ່ຂະບວນປະທ້ວງ ເວົ້າວ່າ ເຮັດໃຫ້ປະຊາຊົນ ຂາດສິດເສຣີ ພາບ ປະຊາທິປະຕັຍ ແລະ ປະເທດຊາດ ຂຶ້ນກັບ ຕ່າງປະເທສ.
ຂະບວນການ ລາວເປັນລາວຍຸກໃໝ່ ໄດ້ເຊື້ອເຊີນຫລາຍ ອົງການຈັດຕັ້ງ ທາງການເມືອງແລະສັງຄົມ ຕລອດເຖິງ ຜູ້ສົນໃຈຫຼາຽທ່ານ ເຂົ້າ ຮ່ວມ ການປະທ້ວງວັນທີ 2 ທັນວາ ຄົບຮອບ 38 ປີ ຄັ້ງນີ້ ເໝືອນດັ່ງທຸກປີທີ່ ຜ່ານມາ.
ຂະບວນປະທ້ວງເວົ້າວ່າ ວັນທີ 2 ທັນວາ ຊຶ່ງເປັນວັນສະຖາປະນາ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ທີ່ໄດ້ປ່ຽນຣະບອບ ການປົກຄອງ ຈາກຣະບອບປະຊາທິປະຕັຍ ໂດຍມີພຣະມະຫາກະສັດ ເປັນປະມຸກ ມາເປັນຣະ ບອບຜະເດັດການພັກດຽວ ເຄົ້າດຽວນັ້ນ ເປັນວັນມະຫາອຸບາດ ສໍາລັບຊາດແລະ ປະຊາຊົນລາວ ຕາມຄໍາເວົ້າຂອງທ່ານ ສາຍໃຈລາວ ຜູ້ຕາງໜ້າຂະບວນປະທ້ວງ ທີ່ເວົ້າເຖິງ ຈຸດ ປະສົງ ຂອງການປະທ້ວງນັ້ນວ່າ: ...ສຽງ.....
ທ່ານ ສາຍໃຈລາວ ຄະນະນໍາຂະບວນການ ລາວເປັນລາວ ຍຸກໃໝ່ ຕາງ ໜ້າຂະບວນ ປະທ້ວງວັນທີ 2 ທັນວາ ທາງ Online ທາງ Internet ທີ່ສະຫະຣັຖ ອະເມຣິກາ ໃນວັນທີ 30 ພຶສຈິກາ 2013 ເວົ້າວ່າ ການປະທ້ວງເປັນໄປ ຢ່າງຟົດຟື້ນ ແລະໄດ້ຮັບຜົລດີ.