ເນື້ອໃນກອງປະຊຸມສມັຍສາມັນ ເທື່ອທີ 8

ຈໍາປາທອງ
2014.12.10
F-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາຕ ສປປ ລາວ ທີ່ ນະຄອນຫຼວງ ວຽງຈັນ
LPDR

 

ກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຂອງ ສປປລາວ ຈະດໍາເນີນ ໄປ ເປັນເວລາ 14 ວັນ ເລີ່ມແຕ່ ວັນທີ 9 ຫາ ວັນທີ 26 ທັນວາ 2014.

ຍານາງ ປານີ ຢາທໍ່ຕູ້ ກັມການ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ປະທານ ສະພາ ແຫ່ງຊາດ ກ່າວ ໃນພິທີ ເປີດ ກອງປະຊຸມ ຊຶ່ງ ມີທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ, ຜູ້ນໍາ ພັກ-ຣັຖ ແລະ ແຂກ ຕ່າງ ປະເທສ ປະຈໍາລາວ ເຂົ້າຮ່ວມ ໃນ ຕອນນຶ່ງ ວ່າ:

"ນະ ໂອກາດ ອັນ ສະງ່າລາສີ ນີ້ ໃນນາມ ປະທານ ກອງ ປະຊຸມ ຂ້າພະເຈົ້າ ຂໍ ປະກາດ ໄຂ ກອງປະຊຸມ ສມັຍສາມັນ ເທື່ອ ທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຢ່າງ ເປັນທາງການ ນັບແຕ່ ເວລານີ້ ເປັນຕົ້ນໄປ ຂໍຂອບໃຈ".

ຕາມຣາຍການ ກອງປະຊຸມ ມີການ ຮັບຟັງ ຣາຍງານ, ພິຈາຣະນາ ແລະ ຕົກລົງ ຮັບຮອງ ເອົາຫລາຍ ບັນຫາ ກ່ຽວກັບ ວຽກງານ ຂອງ ຣັຖບາລ ທີ່ ພົວພັນ ເຖິງ ຜົລການ ຈັດຕັ້ງ ປະຕິບັດ ການດັດແກ້ ງົບປະມານ ແຫ່ງຣັຖ 6 ເດືອນ ທ້າຍ ສົກປີ 2013-14, ການສົ່ງເສີມ ການຜລິດ ສິນຄ້າ ຂອງ ປະຊາຊົນ ຮວມເຖິງ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ ຊຶ່ງ ຍານາງ ສຸວັນເພັງ ບຸບຜານຸວົງ ກັມການ ຄນະ ປະຈໍາ ສະພາ ແຫ່ງຊາດ, ປະທານ ຄນະ ກັມມາທິການ ແຜນການ ເສຖກິດ ແລະ ການເງິນ ສະພາ ແຫ່ງຊາດ ໄດ້ກ່າວໃນ ມື້ທໍາອິດ ຂອງ ກອງປະຊຸມ ກ່ຽວກັບ ເຣື່ອງນີ້ ບາງຕອນວ່າ:

"ບົດບາດ ຂອງ ປະຊາຊົນ ໃນຣະຍະ ຜ່ານມາ ໃນການ ຊ່ວຍໜູນ ການຜລິດ ເປັນສິນຄ້າ ຂອງ ປະຊາຊົນ ເປັນຕົ້ນ ແມ່ນ ປະຊາຊົນ ຢູ່ໃນເຂດ ຫ່າງໄກ ສອກຫລີກ ຍັງບໍ່ທັນ ໄດ້ດີ ຊຶ່ງ ພວກເຮົາ ຈະເຫັນ ຊັດເຈນ ຮູບພາບ ທີ່ວ່າ ປະຊາຊົນ ພວກເຮົາ ຍັງຜລິດ ຕາມມີ ຕາມເກີດ ຫລາຍ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຢູ່ເຂດ ຮ່າງໄກ ຮອກຫລີກ ຍັງ ທຸກຍາກ ຫລາຍ ບໍ່ທັນ ພົ້ນ ອອກຈາກ ຄວາມ ທຸກຍາກ ບໍ່ທັນພົ້ນ ອອກຈາກ ການຜລິດ ທີ່ເອື່ອຍອີງ່ ທັມຊາດ ເທື່ອ, ຜ່ານ ການລົງ ຕິດຕາມ ກວດກາ ຕົວຈິງ ພວກເຮົາຍັງ ເຫັນໄດ້ວ່າ ບັນດາ ປາກົດການ ກຸ່ມຜລິດ ເປັນ ສິນຄ້າ ຂອງ ປະຊາຊົນ ທີ່ ມີໜໍ່ແໜງ ອັນເປັນ ພື້ນຖານ ທີ່ ກ່າວມາ ຂ້າງເທິງ ນັ້ນ ສ່ວນໃຫຍ່ ແລ້ວ ຍັງເປັນ ການ ຈັດຕັ້ງ ຂອງ ປະຊາຊົນ ບົດບາດ ການຊ່ວຍໜູນ ຂອງ ຣັຖ ຍັງບໍ່ທັນ ເປັນ ຣະບົບ ຄົບຊຸດ ເທົ່າທີ່ຄວນ ແລະ ການຈັດຕັ້ງ ປະຕິບັດ ຕໍ່ໄປ ຂອງ ຣັຖບາລ ກ່ຽວກັບ ການແກ້ໄຂ ບັນຫາ ນີ້ ພວກເຮົາ ເຫັນດີ ຊົມເຊີຍ ທີ່ສຸດ ແຕ່ວ່າຖ້າ ຣັຖບາລ ຈະ ແກ້ໄຂ ພຽງແຕ່ 5 ຕື້ ກີບ ແກ້ໄຂ ໜີ້ສິນ ຂອງ ປະຊາຊົນ ໃນ ຈໍານວນ 64 ຕື້ ກີບ ຂໍໃຫ້ ຣັຖບາລ ພິຈາຣະນາ ຕື່ມອີກ ໜີ້ສິນ ອັນອື່ນ ກໍຕ້ອງແກ້ ໜີ້ສິນ ທີ່ຕິດພັນ ກັບການ ຜລິດ ຂອງ ປະຊາຊົນ ຂໍໃຫ້ ຣັຖບາລ ຖືວ່າເປັນ ໜີ້ ບູລິມະສິດ.

ກ່ຽວກັບ ວຽກງານ ການພັທນາ ສີມື ແຮງງານ, ການຂາດແຄນ ແຮງງານ ແລະ ມາຕຖານ ໃນການ ຄຸ້ມຄອງ ແຮງງານ ພາຍໃນ ແລະ ຕ່າງ ປະເທສ ຍານາງ ອ່ອນຈັນ ທໍາມະວົງ ກັມການ ສູນກາງ ພັກ, ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກໍໄດ້ກ່າວ ເຖິງ ຜົລ ຂອງການ ປະຕິບັດ ງານ ແລະ ມີຄໍາສເນີ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ໃຫ້ ພິຈາຣະນາ ເພີ່ມ ງົບປະມານ ທີ່ ຈະໃຊ້ຈ່າຍ ເຂົ້າໃນ ວຽກງານ ນີ້ ຢ່າງ ເໝາະສົມ.

"ມີສະພາບ ແຮງງານ ຫລັ່ງໄຫລ ອອກໄປ ອອກ ແຮງງານ ຢູ່ ປະເທສ ໃກ້ຄຽງ ໂດຍສະເພາະ ປະເທສໄທ ຊຶ່ງຍັງ ບໍ່ທັນ ສາມາດ ຈໍາກັດ ແລະ ແກ້ໄຂໄດ້ ເທົ່າທີ່ຄວນ ພາໃຫ້ເກີດ ປາກົດການ ຫຍໍ້ທໍ້ ຕໍ່ກໍາລັງ ແຮງງານ ທີ່ ໄຫລອອກ ໄປ ຢ່າງ ບໍ່ຖືກຕ້ອງ ຕາມກົດໝາຍ ນັ້ນກໍໄດ້ ຕົກເປັນ ເຫຍື່ອ ຂອງການ ຄ້າມະນຸດ ຢ່າງຕໍ່ເນື່ອງ ແລະ ມີຈໍານວນ ຫລວງຫລາຍ. ການແກ້ໄຂ ບັນຫາ ຊາວ ຕ່າງປະເທສ ທີ່ ເຂົ້າມາ ທໍາມາ ຫາກິນ ຄ້າຂາຍ ອອກ ແຮງງານ ຮັບຈ້າງ ຢູ່ ສປປ ລາວ ຍັງບໍ່ທັນ ມີຄວາມຄ່ອງ ຕົວ ຮັດກຸມ ເປັນຕົ້ນແມ່ນ ການ ປະຕິບັດ ພາລະ ບົດບາດ ຕາມ ຂແນງການ ຂອງ ອົງການ ກ່ຽວຂ້ອງ ກັບ ການແກ້ໄຂ ບັນຫາ ແຮງງານ ທີ່ເຂົ້າມາ ອອກ ແຮງງານ ບໍ່ຖືກຕ້ອງ ນັ້ນບໍ່ທັນ ເດັດຂາດ ບໍ່ທັນ ເຂັ້ມ ງວດ ແລະ ເປັນ ເອກກະພາບ ກັນ ຢ່າງຄ່ອງຕົວ ເທົ່າທີ່ຄວນ ຂໍຮຽນສເນີ ຕໍ່ ສະພາ ແຫ່ງຊາດ ພິຈາຣະນາ ຈັດສັນ ແບ່ງສັດສ່ວນ ຈໍານວນ ງົບປະມານ ການ ລົງທຶນ ໃນແຕ່ລະ ສົກປີ ຢ່າງສົມເຫດ ສົມຜົລ ໃຫ້ແກ່ ວຽກງານ, ໂດຍ ສະເພາະ ແມ່ນ ວຽກງານ ພັທນາ ສີມື ແຮງງານ ພັທນາ ກໍາລັງ ແຮງງານ ໃຫ້ ຫຼາຍຂຶ້ນ ຕື່ມ".

ໃນຂນະ ດຽວກັນ ດຣ. ພອນເທບ ພົນເສນາ ຫົວໜ້າ ກັມມາທິການ ວັທນະທັມ-ສັງຄົມ ສະພາ ແຫ່ງຊາດ ກໍກ່າວເຖິງ ການພັທນາ ສີມື ແຮງງານ ນັ້ນວ່າ:

"ການພັທນາ ສີມື ດັ່ງກ່າວ ຍັງບໍ່ ຕອບສນອງ ໄດ້ກັບ ຄວາມຮຽກຮ້ອງ ຕ້ອງການ ຕົວຈິງ ຂອງ ກາດແຮງງານ ແລະ ຄວາມ ຕ້ອງການ ຫັນປ່ຽນ ໂຄງ ປະກອບ ເສຖກິດ ສັງຄົມ ຣະຍະ ໃໝ່ ຕົວຢ່າງ 70% ຂອງ ແຮງງານ ທັງໝົດ ໃນ ຂແນງ ກະສິກັມ ຢູ່ກະແຈກ ກະຈາຍ ຕາມ ຊົນນະບົດ ຕໍ່ຣະບົບ ການສ້າງທາງ ດ້ານ ເທັກນິກ ວິຊາຊີບ ແລະ ດ້ານພັທນາ ສີມື ແຮງງານ ຍັງເຮັດ ບໍ່ທັນໄດ້ ດີ ຍັງຂາດການ ເຊື່ອມຈອດ ແລະ ຂາດການ ປະສານ ສົມທົບ ແບບກົມກຽວ ກັນ ໃນດ້ານ ຫລັກສູດ ການຮຽນ ການສອນ".

ແຕ່ ເຖິງຢ່າງໃດ ກໍຕາມ ເວົ້າເຖິງ ສອງ ພາກສ່ວນ ທັງການ ສົ່ງເສີມ ການ ຜລິດ ສິນຄ້າ ຂອງ ປະຊາຊົນ ທັງການ ພັທນາ ສີມື ແຮງງານ ລາວ ແລະ ມາຕຖານ ຄຸ້ມຄອງ ແຮງງານ ຕ່າງ ປະເທສ ທ່ານ ສົມຈິດ ສຸວັນນະຄີລີ ທີ່ຣັຖ ເທັກຊັດ ສະຫະຣັຖ ອະເມຣິກາ ຜູ້ທີ່ເຄີຍ ໄດ້ໄປ ຢ້ຽມຢາມ ລາວ ແລະ ຮູ້ຈັກເຣື່ອງ ທີ່ວ່ານີ້ ດີ ແລ້ວແມ່ນວ່າ ຍັງຈະ ປະຕິບັດ ບໍ່ໄດ້ ຕາມເຄີຍ ຍ້ອນ ຣັຖບາລ ລາວ ບໍ່ມີ ທຶນຮອນ ສນັບສນູນ ພຽງພໍ:

"ຂ້າພະເຈົ້າ ຄິດວ່າ ບັນຫາ ນີ້ ກະເປັນ ບັນຫາ ໃຫຍ່ ອັນເພີ່ນ ສິສົ່ງເສີມ ເຣື່ອງດ້ານ ສິນຄ້າ ນີ້ ຂ້າພະເຈົ້າ ວ່າເຮັດ ບໍ່ ໄດ້ດອກ ເພາະວ່າ ຂນາດເງິນ ເດືອນ ທະຫານ ຂ້າຣາຊການ ນາຍຄຣູ ຫລື ວ່ານາຍ ໝໍ ນີ້ກະຍັງ ບໍ່ໄດ້ ແລ້ວ ອັນນີ້ ແຮງ ໃຫຍ່ກວ່າ ນັ້ນ ມັນບໍ່ໄດ້ ດອກ ຄັນບໍ່ມີ ທຶນ ມັນສິ ສົ່ງເສີມ ໄດ້ບໍ ມັນຕ້ອງມີ ທຶນ ມີເງິນ ຄັນບໍ່ມີ ເງິນ ມັນສິເຮັດ ໄດ້ຫວະ ອັນນີ້ມັນ ເວົ້າ ຊື່ໆດອກ ຢາກເວົ້າ ໃຫ້ ປະຊາຊົນ ເຂົ້າໃຈວ່າ ໂຕເອງນີ້ ຄົ້ນຄວ້າ ສົ່ງເສີມ ນັ້ນ ສົ່ງເສີມ ນີ້ ມີ ນະໂຍ ບາຍ ເຮັດນັ້ນ ເຮັດນີ້ ແຕ່ວ່າມັນ ເຮັດບໍ່ໄດ້ ເຣື່ອງ ພັທນາ ສີມື ແຮງງານ ນີ້ ກະຄືກັນ ຫັ້ນແຫລະ ມັນຕ້ອງໃຊ້ ທຶນ ໝົດ ທຸກຢ່າງ ການເຮັດນີ້ ມັນບໍ່ໃຊ້ ທຶນ ມັນບໍ່ໄດ້ ຄັນ ບໍ່ມີທຶນ ເຮັດຫຍັງ ມັນບໍ່ໄດ້ ດອກ".

ອັນເພີ່ນວ່າ ຄຸ້ມຄອງ ແຮງງານ ຕ່າງ ປະເທສ ນີ້ ທ່ານເຫັນວ່າ ແນວໃດນໍ?

"ອັນນີ້ ກະເຮັດບໍ່ໄດ້ ຄືເກົ່າ ຂ້າພະເຈົ້າ ເຊື່ອ ວ່າບໍ່ໄດ້ ເພາະວ່າ ແຮງງານ ຕ່າງ ປະເທສ ເຂົ້າມາ ເມືອງລາວ ແມ່ນ ແຮງງານ ຄົນວຽດ ຄົນຈີນ ມັນບໍ່ແມ່ນ ຊາດອື່ນ ເພາະວ່າຈີນ ກັບ ວຽດ ມັນກະເປັນ ນາຍ ຂອງ ເພີ່ນ ຢູ່ແລ້ວ ເຮັດຈັ່ງໃດ ສິເຮັດໄດ້ ຢາກຖາມ ເບິ່ງ ອັນນີ້ ເປັນບັນຫາ ຂ້າພະເຈົ້າ ເຫັນ ເປັນແນວນັ້ນ ຄັນວ່າ ແຮງງານ ຄົນອື່ນ ອາດເພີ່ນ ສິເຮັດໄດ້ ຢູ່ ອັນນີ້ມັນ ເປັນ ນາຍຂອງເພີ່ນ ເດ ເພີ່ນແນວໃດ ຈຶ່ງ ສິເຮັດໄດ້ ມີແຕ່ເຂົາ ຫັ້ນແຫລະ ສິຄວບຄຸມ ເພີ່ນ ຫັ້ນນະ".

ເພີ່ນມີ ອົງການ ກວດສອບ ແຫ່ງຣັຖ ກວດກາ ການໃຊ້ຈ່າຍ ງົບປະມານ ຂອງຣັຖ ກວດກາ ບໍຣິສັດ ນັ້ນ ກວດກາ ບໍຣິສັດ ນີ້ ກວດກາ ໂຄງການ ນີ້ ທ່ານ ເຫັນວ່າ ມັນສິໄດ້ ຜົລບໍນໍ?

"ການ ກວດສອບ ຂອງເພີ່ນ ອັນນີ້ ຂ້າພະເຈົ້າ ເຊື່ອວ່າ ມັນ ບໍ່ໄດ້ດອກ ເພາະວ່າ ກວດກາ ໂຮງງານ ຫລືວ່າ ບໍຣິສັດ ຕ່າງໆ ຫັ້ນ ເພີ່ນຜູ້ມີ ອໍານາດ ຢູ່ໃນ ພັກແລະຣັຖ ຫັ້ນ ມີອ່ຽວ ຢູ່ໃນຫັ້ນ ສິໄປກວດ ໂຮງງານ ນີ້ ກະ ພັກຣັຖ ເພີ່ນມີອ່ຽວ ຢູ່ແລ້ວ ຄືກັນກັບ ເຂົາຂົນໄມ້ ອອກ ຈາກລາວ ຫັ້ນແຫລະ ຂັ້ນຂົນອອກ ໄປ ຂັ້ນຕໍາຣວດ ກວດເຫັນ ກໍວ່າໂທ ເມືອຫາ ເລກນີ້ເດີ ເລກນັ້ນເດີ ມັນ ກະຄືກັນ ຫັ້ນແລ້ວ ອັນດຽວກັນ ຫັ້ນແຫລະ ມັນຄວບຄຸມ ບໍ່ໄດ້ດອກ ເລກ ຂັ້ນເທິງເດ ຜູ້ມີ ອໍານາດເດ ແລ້ວ ຜູ້ນ້ອຍ ມັນສິ ເຮັດຫຍັງໄດ້ ມັນສິກ້າ ແນວໃດ ພວກນີ້ມັນ ແມ່ນ ພວກເຮັດວຽກ ໃຫ້ເຂົາ ທໍາງານ ໃຫ້ເຂົາ ຫັ້ນນະ, ເວົ້າຈັ່ງຊີ້ສະ ສິໄດ້ຢູ່ດອກ ກວດ ໂຮງງານ ນ້ອຍໆ ບັກກໍ ບັກຂໍ ອັນຄ້າ ກະຈ໊ອກ ກະແຈັກ ນ້ອຍໆ ຫັ້ນ ບໍ່ມີເສັ້ນ ບໍ່ມີສາຍ ມັນກະໄດ້ ອັນນັ້ນ ອັນບໍ່ຍາກ ດອກອັນ ນັ້ນຫັ້ນ".

ນອກຈາກ ບັນຫາ ທີ່ວ່ານັ້ນ ແລ້ວ ກອງປະຊຸມ ເທື່ອນີ້ ຍັງຈະໄດ້ ຕົກລົງ ເຣື່ອງ ຜົລການ ກວດສອບ ບົດສລຸບ ຂາດຕົວ ການຈັດຕັ້ງ ປະຕິບັດ ແຜນ ງົບປະມານ ແຫ່ງຣັຖ ສົກປີ 2012-13 ຂອງ ອົງການ ກວດສອບ ແຫ່ງຣັຖ ແລະ ຜົລການ ເຄື່ອນໄຫວ ແລະ ທິດທາງ ວຽກງານ ຂອງ ຄນະ ປະຈໍາ ສະພາ ແຫ່ງຊາດ ໄປເຖິງ ກອງປະຊຸມ ສະພາ ເທື່ອທີ 9 ໃນ ປີໜ້າ.

ພ້ອມກັນ ນັ້ນ ກໍຈະມີ ການ ທາບທາມ ຮ່າງ ຣັຖທັມນູນ ສະບັບ ປັບປຸງ ແລະ ພິຈາຣະນາ ຮ່າງ ກົດໝາຍ 7 ສະບັບ ຊຶ່ງ ໃນນັ້ນມີ ຮ່າງ ກົດໝາຍ ໃໝ່ 4 ສະບັບ ຮວມທັງ ກົດໝາຍ ວ່າດ້ວຍ ການ ເຂົ້າ-ອອກ ແລະ ຄຸ້ມຄອງຄົນ ຕ່າງປະເທດ ແລະ ກົດໝາຍ ວ່າດ້ວຍ ການ ຕ້ານການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ. ແລະ ຮ່າງ ກົດໝາຍ ສະບັບ ປັບປຸງ ອີກ 3 ສະບັບ ທີ່ ມີທັງ ກົດໝາຍ ວ່າດ້ວຍ ການແກ້ໄຂ ຄໍາຮ້ອງທຸກ ແລະ ກົດໝາຍ ວ່າດ້ວຍ ການປິ່ນປົວ.

ເວົ້າເຖິງ ກົດໝາຍ ແລະ ການ ປະຕິບັດ ກົດໝາຍ ຢູ່ ສປປລາວ ຊຶ່ງ ປັດຈຸບັນ ຕາມບັນຊີ ກົດໝາຍ ຂອງ ສະພາ ແຫ່ງຊາດ ໃນທັງ 3 ຂົງເຂດ ຄື ຂົງເຂດ ວັທນະທັມ, ເສຖກິດ ແລະ ການ ປົກຄອງ ແລະ ຄຸ້ມຄອງ ຣັຖ ມີ ທັງໝົດ 107 ສະບັບ ຊຶ່ງ ທີ່ຜ່ານມາ ຜູ້ນໍາ ລາວ ຍອມຮັບວ່າ ການ ຄຸ້ມຄອງ ຣັຖ, ຄຸ້ມຄອງ ເສຖກິ -ສັງຄົມ ໃນ ຫລາຍດ້ານ ບໍ່ ສັກສິດ ແລະ ບໍ່ເຂັ້ມງວດ ຕາມທີ່ໄດ້ ຣະບຸໄວ້ ໃນ ກົດໝາຍ ນັ້ນ. ທ່ານ ຄໍາພູທອນ ສຸວັນນະວົງ ທີ່ຣັຖ Virginia  ສະຫະຣັຖ ອະເມຣິກາ ຜູ້ ຕິດຕາມ ເຣື່ອງນີ້ ຢ່າງ ໃກ້ຊິດ ມາໂດຍ ຕລອດ ໃຫ້ຄວາມ ເຫັນວ່າ ກົດໝາຍ ລາວ ແມ່ນແຕ່ງ ຂຶ້ນມາໃຊ້ແຕ່ກັບ ປະຊາຊົນ ທັມດາ ສາມັນ, ເຮັດຜິດ ເລັກໆ ນ້ອຍໆ ກໍຈັບ, ສ່ວນວ່າ ຜູ້ມີສິດ ມີອໍານາດ ແລະ ຍາດພີ່ນ້ອງ ຂອງ ພວກ ເຂົາເຈົ້າ ແມ່ນຢູ່ ເໜືອ ກົດໝາຍ ເຮັດແນວໃດ ຜິດ ກໍ ບໍ່ຖືກຈັບ ແລະວ່າ ສ້າງກົດໝາຍ ຂຶ້ນມາ ພຽງເພື່ອ ອ້າງ ຊາວໂລກ:

"ການສ້າງ ກົດໝາຍ ໃນລາວ ນີ້ ແມ່ນວ່າ ຕັ້ງແຕ້ມ ຮູບ ເອົາຊື່ໆນະ ບໍມີອັນສິ ແກ້ໄຂ ແລ້ວ ກະທໍາທ່າ ອອກມາວ່າ ເອີສິ ປັບປຸງ ໂຕນັ້ນ ສິ ປັບປຸງ ໂຕນີ້ ກົດໝາຍ ເກົ່າ ກະຍັງເຮັດ ບໍ່ໄດ້ ກໍຍັງສ້າງ ຂຶ້ນມາ ເຕັກໆເພື່ອຢາກ ແກ້ໜ້າວ່າ ພວກເພີ່ນ ນັ້ນ ເຮັດວຽກ ທີ່ ຈິງເພີ່ນ ເຮັດວຽກ ບໍ່ເປັນ ເພີ່ນຫັ້ນ ມີແຕ່ ຂີ້ຕົວະ ກົດໝາຍ ຕ່າງໆ ກົດໝາຍ ຫຍັງກໍຕາມ ກົດໝາຍ ຫັ້ນ ມີແຕ່ວ່າໃຊ້ ກັບ ປະຊາຊົນ ຂ້າພະເຈົ້າ ເຄີຍເວົ້າ ຫລາຍເທື່ອ ແລ້ວວ່າ ພັກ-ຣັຖ ນີ້ຢູ່ເໜືອ ກົດໝາຍ ກົດໝາຍ ຕ່າງໆ ເຮັດຂຶ້ນມາ ໃຊ້ກັບ ປະຊາຊົນ ຊື່ໆ ແຕ່ວ່າ ພວກ ກົມການເມືອງ ພັກ-ຣັຖ ເພີ່ນ ຫັ້ນ ແຕະຕ້ອງ ບໍ່ໄດ້ ເພີ່ນຢູ່ ເໜືອ ກົດໝາຍ ແຕ່ເພີ່ນ ປົກຄອງ ກັນມາ 39 ປີ ທ່ານເຫັນ່າ ເພີ່ນຈັບ ພວກກົມ ການເມືອງ ຜູ້ໃດແດ່ໄປ ເຂົ້າຄຸກ ບໍ່ມີ ບໍ່ວ່າ ແຕ່ ກົມການເມືອງ ເພີ່ນ ພວກ ລູກຫລານ ເພີ່ນເອງ ກໍບໍ່ຈັບ ພວກນີ້ ພວກກິນ ແມງວັນບໍ່ ເບື່ອ ກົດໝາຍ ຫັ້ນ ຄັນ ປະຊາຊົນ ເຮັດຜິດ ແລ້ວ ຈັບໂລດ ພວກເພີ່ນ ເອງ ແປວ່າ ບໍ່ມີ ບັນຫາ ຈັັບເພີ່ນ ບໍ່ໄດ້ ເພາະເພີ່ນ ບໍ່ມີ ກົດໝາຍ ອີກອັນ ທີສອງ ສິ່ຕ່າງໆທີ່ ເພີ່ນສ້າງ ຂຶ້ນມາ  ກົດໝາຍໃໝ່ ຈັ່ງຊັ້ນ ຈັ່ງຊີ້ ແປວ່າ ຢາກເຮັດໃຫ້ ຊາວໂລກ ຮູ້ຈັກວ່າ ເພີ່ນຫັ້ນ ປ່ຽນແປງ ທີ່ຈິງມັນ ບໍ່ປ່ຽນຫຍັງ ແປວ່າ ບໍມີອັນອື່ນ ສິເວົ້າເດ ສີແກ້ໄຂ ງົບປະມານ ສິແກ້ໄຂ ເຣື່ອງ ງົບປະມານ ກໍເຮັດ ບໍ່ໄດ້ເດ ບໍ່ມີເງິນ ເອົາ ໄປແບ່ງກັນ ກິນ ໝົດແລ້ວ ແລ້ວກະມີ ແຕ່ວ່າ ຕົວະ ປະຊາຊົນ ຊື່ໆ ຕົວະຕ່າງ ປະເທສ ເຮັດໃຫ້ ຄືວ່າເພີ່ນ ສິປັບປຸງ ຈັ່ງຊັ້ນ ຈັ່ງຊີ້ ທີ່ຈິງແລ້ວ ເຮັດຫຍັງ ບໍ່ເປັນ ເພາະວ່າ ນິສັຍ ພວກນີ້ ນີ່ ເປັນ ແບບນີ້ ມີແຕ່ ຂີ້ຕົວະ ມີແຕ່ວ່າ ຫລອກລວງ ຢູ່ເລື້ອຍໆ".

ເວົ້າເຖິງ ກອງປະຊຸມ ສະພາ ແຫ່ງຊາດ ແຕ່ລະເທື່ອ ຕາມການ ຕິດຕາມ ເບິ່ງ ຄວາມສົນໃຈ ຂອງ ປະຊາຊົນ ຕໍ່ ກອງປະຊຸມ ນັ້ນ ຊາວລາວ ພາກໃຕ້ ທ່ານນຶ່ງ ເວົ້າວ່າ ພວກເຂົາເຈົ້າ ບໍ່ມີຄວາມ ສົນໃຈນໍາ, ຖືເປັນເຣື່ອງ ທັມດາ ທົ່ວໆ ໄປ.
ຢ່າງໃດ ກໍຕາມ ກ່ອນເປີດ ກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ໃນວັນທີ 9 ທັນວາ ນີ້ ຍານາງ ປານີ ຢາທໍ່ຕູ້ ໄດ້ນໍາ ຄນະ ຜູ້ແທນ ສະພາ ແຫ່ງຊາດ ໄປຢ້ຽມຢາມ ວຽດນາມ ຊຶ່ງມີການ ວິພາກ ວິຈານ ກັນວ່າ ໄປ ຂໍຄວາມເຫັນ ແລະ ການຊີ້ນໍາ ຈາກ ຜູ້ນໍາພັກ ຄອມມິວນິສ ວຽດນາມ ຕາມ ປະເພນີ ທີ່ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ປະຕິບັດ ສືບທອດ ກັນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.