ມົນຕຣີແມ່ນໍ້າຂອງພົບກັນ ທີ່ ບາງກອກ
2014.06.25

ກອງປະຊຸມ ຄະນະ ມົນຕຣີ ແມ່ນໍ້າຂອງ ຈະມີຂຶ້ນ ທີ່ ບາງກອກ ປະເທດໄທ ໃນ ວັນທີ 26 ແລະ 27 ມິຖຸນາ ເພື່ອປືກສາ ຫາຣືກັນ ໃນຫລາຍ ບັນຫາ. ນຶ່ງໃນນັ້ນ ກໍແມ່ນ ໂຄງການ ສ້າງເຂື່ອນ ດອນ ສະໂຮງ ໃນລາວ ຊຶ່ງ ກອງປະຊຸມ ນັ້ນອາດ ບໍ່ມີ ຄວາມໝາຍ ຫຍັງເລີຍ ເພາະ ສປປລາວ ກໍເລີ້ມ ລົງມື ສ້າງ ເຂື່ອນ ດັ່ງກ່າວ ແດ່ແລ້ວ.
ໃນວັນທີ 26 - 27 ມິຖຸນາ ປີ 2014 ຈະມີ ກອງປະຊຸມ ຄນະມົນຕຣີ ແມ່ນ້ຳຂອງ ປະຈຳປີ ທີ່ ຈະຈັດຂຶ້ນ ຢູ່ບາງກອກ ປະເທດໄທ ເພື່ອ ປຶກສາ ຫາຣື ກັນຫລາຍ ບັນຫາ ແລະ ບັນຫາ ທີ່ມີການ ປຶກສາ ຫາຣື ກັນ ເປັນປະຈຳ ໃນ ກອງປະຊຸມ ໃນ ແຕ່ລະປີ ກໍແມ່ນ ເຣື້ອງ ການໃຊ້ ນ້່ຳ ແລະ ການ ບໍຣິຫານ ຈັດການ ແມ່ນໍ້າຂອງ ຮ່ວມທັງ ນະໂຍບາຍ ຂອງ ຄນະ ກັມມາທິການ ແມ່ນ້ຳຂອງ.
ກອງ ປະຊຸມ ເທື່ອນີ້ ເປັນ ກອງປະຊຸມ ຣະດັບ ສູງ ຈະມີ ຣັຖມົນຕຣີ ກ່ຽວຂ້ອງ ເຣື້ອງ ແມ່ນ້ຳຂອງ ຈາກ ສີ່ ປະເທດ ເຂົ້າຮ່ວມ ເຊັ່ນ ສປປ ລາວ ກຳພູຊາ ວຽດນາມ ແລະ ໄທ. ສິ່ງທີ່ ພິເສດ ໃນ ກອງປະຊຸມ ໃນປີນີ້ ກໍແມ່ນ ຄນະມົນຕຣີ ແມ່ນ້ຳຂອງ ຈະເອົາ ບັນຫາ ການສ້າງ ເຂື່ອນ ດອນສະໂຮງ ມາປຶກສາ ຫາຣື ກັນ ເພາະໃນ ກອງປະຊຸມ ຮ່ວມ ຄນະ ກັມມະການ ແມ່ນ້ຳຂອງ ໃນເດືອນ ມົກກະຣາ ຜ່ານມາ ບໍ່ສາມາດ ຕົກລົງ ກັນໄດ້ ໃນ ປະເດັນ ທີ່ວ່າ ການສ້າງ ເຂື່ອນ ຫລື ໂຄງການ ພັທນາ ຕ່າງໆ ໃສ່ ແມ່ນ້ຳ ສາຍຫລັກ ປະເທດ ສະມາຊິກ ຜູ້ ທີ່ຈະສ້າງ ຕ້ອງໄດ້ ຜ່ານ ຂັ້ນຕອນ ການປຶກສາ ຫາຣື ກັນກ່ອນ prior consultation ຫລື ເວົ້າງ່າຍໆ ວ່າ ຕ້ອງມີ ຄວາມເຫັນພ້ອມ ຈາກ ປະເທດ ສະມາຊິກ ກ່ອນຫລືບໍ ຫລືວ່າ ພໍພຽງແຕ່ ແຈ້ງໃຫ້ຮູ້ ກໍພໍ notitficaiton. ດັ່ງທີ່ ສປປລາວ ປະຕິບັດ ຢູ່ໃນ ປັດຈຸບັນ ນີ້ ໂດຍສະເພາະ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນສະໂຮງ.
ນອກຈາກ ນັ້ນ ໂຄງການ ເຂື່ອນ ດອນສະໂຮງ ຍັງມີສຽງ ຄັດຄ້ານ ຈາກ ປະເທດ ສະມາຊິກ ໂດຍສະເພາະ ວຽດນາມ ແລະ ກຳພູຊາ ທີ່ ຕ້ອງການ ຢາກໃຫ້ ຣັຖບານລາວ ໂຈະ ຊົ່ວຄາວ ຈົນກວ່າ ຈະມີການ ສຳຣວດ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ວິຖີຊີວີດ ຂອງ ປະຊາຊົນ ຂອງ ສອງປະເທດ ຜູ້ ທີ່ ອາສັຍ ແມ່ນ້ຳຂອງ ກ່ອນ. ດັ່ງນັ້ນ ໃນ ກອງປະຊຸມ ປະຈຳປີ ເທື່ອນີ້ ຈຶ່ງຈະໄດ້ ຍົກບັນຫາ ເຂື່ອນ ດອນສະໂຮງ ມາປຶກສາ ຫາຣືກັນ ແຕ່ ນັກຊ່ຽວຊານ ເວົ້າວ່າ ກອງປະຊຸມ ເທື່ອນີ້ ອາດຈະບໍ່ມີ ຄວາມຫມາຍ ຫຍັງຫມົດ ຈະບໍ່ສົ່ງ ຜົລກະທົບ ຕໍ່ ການສ້າງ ເຂື່ອນ ດອນສະໂຮງ ຍ້ອນເຫດຜົລ ຫລາຍຢ່າງ ຄື:
1-ໃນ ປັດຈຸບັນ ວຽກງານ ກ່ຽວກັບ ການສ້າງ ເຂື່ອນ ດອນສະໂຮງ ກໍໄດ້ເລີ້ມ ລົງມືແດ່ ແລ້ວ. ອົງການ ແມ່ນ້ຳສາກົນ ໃຫ້ການ ຢືນຢັນ ວ່າ ຈາກການ ທັສນະສຶກສາ ພື້ນທີ່ ຈະສ້າງ ເຂື່ອນ ດອນສະໂຮງ ໃນເຂດ ພາກໃຕ້ ຂອງ ລາວ ຂອງ ເຈົ້າຫນ້າທີ່ ຂອງຕົນ ວ່າງເດືອນ ມິຖຸນາ ຜ່ານມາ ພົບວ່າ ກຸ່ມແຮງງານ ໃນ ພື້ນທີ່ ທີ່ ຈະສ້າງ ເຂື່ອນ ດອນສະໂຮງ ໄດ້ສ້າງ ເສັ້ນທາງ ເຊື່ອມຕໍ່ ແລະ ສ້າງຂົວຈາກ ຕະຝັ່ງໄປ ຫາ ບ່ອນຈະສ້າງ ຮູສະໂຮງ ແລ້ວ.
ຊາວບ້ານ ກໍຖືກບອກເລົ່າ ໃນເດືອນ ພຶສຈິກາ ຜ່ານມາ ວ່າ ຈະມີການ ໂຍກຍ້າຍ ຈາກພື້ນທີ່ ດັ່ງກ່າວ ເພື່ອ ຫລີກທາງໃຫ້ ມີການສ້າງ ເຂື່ອນ. ນາຍ ເທບ ວັນນະຣາ ຜູ້ ປະສານ ງານເວທີ ອົງກອນ ບໍ່ສັງກັດ ຣັຖບານ ແລະ ກໍ່ເປັນຜູ້ ຕ້ານ ການ ສ້າງເຂື່ອນ ໃນລາວ ກ່າວ ໃນອາທີດ ທີ່ ຜ່ານມາວ່າ ຂ່າວການ ເລີ້ມສ້າງ ເຂື່ອນ ດອນສະໂຮງ ເຮັດໃຫ້ເຂົາ ມີຄວາມ ຜິດຫວັງ ແຕ່ກໍບໍ່ເຣື້ອງ ຜິດແປກ ເພາະ ຣັຖບານ ລາວ ບໍ່ ປະຕິບັດ ຕາມ ຄຳຮຽກຮ້ອງ ຂອງ ປະຊາຊົນ ແລະ ກຸ່ມ ປົກປ້ອງ ສິ່ງແວດລ້ອມ ແຕ່ໃດໆມາ ເຖີງແມ່ນວ່າ ຈະມີການ ປະທ້ວງ ຫລື ກອງປະຊຸມ ຄັດຄ້ານ ກໍບໍມີ ຄວາມຫມາຍ ຫຍັງຫມົດ.
ວິທຍຸ ເອເຊັຍ ເສຣີ ໄດ້ ສຳພາດ ທ່ານ MARC GOICHOT ນັກ ຊ່ຽວຊານ ຈາກ ອົງການ ອະນຸຮັກ ສັດປ່າ ສັດນ້ຳ ໃນ ຄຳຖາມ ທີ່ວ່າ ທ່ານ ຮູ້ແລ້ວວ່າ ຣັຖບານ ລາວ ໄດ້ຕັດສິນໃຈ ແລ້ວເດ ໃນໂຄງການ ເຂື່ອນ ດອນສະໂຮງ ທ່ານ ມີຄວາມເປັນ ຫ່ວງ ແນວໃດ:
"ເຈົ້າຮູ້ດີວ່າ ເຂື່ອນ ດອນສະໂຮງ ທີ່ ສ້າງໃສ່ ແມ່ນ້ຳ ສາຍຫລັງ ເປັນ ເຣື້ອງ ທີ່ຫນ້າ ເປັນຫວ່ງ ຍ້ອນວ່າ ມັນມີ ສັກກະຍະພາບ ສູງ ທີ່ຈະສົ່ງ ຜົລກະທົບ ຕໍ່ຝຸງປາ ໂລມາ ແລະ ການຂື້ນລົງ ຂອງ ຝຸງປາ ຊນິດ ອື່ນໆ ຂ້ອຍມີ ຄວາມເປັນຫ່ວງ ຍ້ອນວ່າ ຂັ້ນຕອນ ແຈ້ງການ ແລະ ປຶກສາ ຫາຣື ຮ່ວມກັນ ບໍ່ຖືກ ຈັດຕັ້ງ ປະຕິບັດ ເພາະວ່າ ຝ່າຍ ສ້າງເຂື່ອນ ອ້າງວ່າ ກໍຣະນີ ເຂື່ອນ ນີ້ ບໍ່ໄດ້ ຢູ່ໃນແມ່ນ້ຳ ສາຍຫລັກ".
2- ຣັຖບານ ລາວ ບໍ່ເຄີຍ ປະຕິບັດ ຕາມ ນະໂຍບາຍ ແລະ ຂໍ້ຕົກລົງ ຂອງ ປະເທດ ສະມາຊິກ ໃນການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ໃນຣະຍະ ທີ່ຜ່ານມາ ການກໍ່ສ້າງ ເຂື່ອນ ດອນສະໂຮງ ຈະເປັນ ແບບດຽວ ກັນກັບ ການສ້າງ ເຂື່ອນ ໄຊຍະບູຣີ ໃນທີ່ສຸດ ກໍຖືກສ້າງ ເຖີງແມ່ນວ່າ ກຸ່ມປົກປ້ອງ ສິ່ງ ແວດລ້ອມ ອົງກອນ ອະນຸຮັກ ທັມມະຊາດ ແລະ ຣັຖບານ ຈາກ ປະເທດ ສະມາຊິກ ບາງ ປະເທດ ບໍ່ເຫັນພ້ອມ ກໍຕາມ ທາງການລາວ ກໍສ້າງ ຈົນໄດ້.
ກອງປະຊຸມ ຫລື ເວທີຕ່າງໆ ທີ່ ເຄີຍເຮັດມາ ໃນ ອະດີດ ໃນການ ຄັດຄ້ານ ການສ້າງ ເຂື່ອນ ໃນລາວ ຮ່ວມໄປຮອດ ການສົ່ງ ຈົດຫມາຍ ເປີດຊອງ ໄປຫາ ຜູ້ນຳລາວ ແລະ ຜູ້ນຳ ຈາກ ປະເທດ ສະມາຊິກ ທາງ ການລາວ ກໍຍອມ ຮັບຟັງ ແຕ່ບໍ່ ປະຕິບັດ ຕາມ.
ເຂື່ອນ ໄຊຍະບູຣີ ເປັນເຂື່ອນ ຕັນ ແມ່ນ້ຳຂອງ ຂນາດໃຫຍ່ ປະຊາຊົນ ຫລາຍບ້ານ ຖືກ ໂຍກຍ້າຍ ແລະ ນ້ຳຈະຖ້ວມ ໄປໃນຫລາຍ ພື້ນທີ່ ກະສິກັມ ໃນລາວ ປະຊາຊົນ ທ້ອງຖິ່ນ ຈະໄດ້ຮັບ ຜົລກະທົບ ຢ່າງ ໃຫຍ່ຫລວງ ແຕ່ໃນ ທີ່ສຸດ ກໍຖືກສ້າງ ຈົນໄດ້ ເຂື່ອນ ດອນສະໂຮງ ກໍຈະເປັນ ແບບດຽວກັນ ໃນ ປັດຈຸບັນ ເຂື່ອນ ໄຊຍະບູຣີ ມີຄວາມ ຄືບຫນ້າ ເກືອບ ຮອດ 30% ແລ້ວ ທາງການ ລາວ ບໍ່ເອົາ ຫົວຊາ ແລະ ປະເທດ ອ້ອມຂ້າງ ກໍເຮັດຫຍັງ ບໍ່ໄດ້ ເພາະ ເປັນ ກັມມະສິດ ເຂດນ້ຳ ແດນດິນ ຂອງລາວ.
3- ທາງການລາວ ໃຫ້ ເຫດຜົລວ່າ ໂຄງການ ເຂື່ອນ ດອນສະໂຮງ ບໍ່ໄດ້ ສ້າງຕັນ ແມ່ນ້ຳຂອງ ທັງຫມົດ ເປັນ ພຽງແຕ່ ຕັນ ຮູສະໂຮງ ບໍ່ແມ່ນ ຕັນ ແມ່ນ້ຳ ສາຍຫລັກ ດັ່ງນັ້ນ ຣັຖບານ ລາວ ບໍ່ຈຳເປັນ ຈະຕ້ອງ ປະຕິບັດ ຕາມ ນະໂຍບາຍ ຂອງ ຄນະ ກັມມະການ ແມ່ນ້ຳຂອງ ທີ່ວ່າ ຕ້ອງປຶກສາ ຫາລື ກັບ ປະເທດ ສະມາຊິກ ຫລື prior consultation ກ່ອນ ກ່ອນຈະສ້າງ ເວົ້າ ງ່າຍໆວ່າ ຕ້ອງໃຫ້ ປະເທດ ສະມາຊິກ ເຫັນພ້ອມ ກ່ອນ ບໍ່ຈຳເປັນ ພຽງແຕ່ ບອກກ່ອນ ລ່ວງຫນ້າ ຫລື notification ກໍພໍແລ້ວ. ໂຄງການ ສ້າງເຂື່ອນ ກໍເລີ້ມ ລົງມື ໄດ້.
4- ໂຄງການ ສ້າງ ເຂື່ອນໃສ່ ແມ່ນ້ຳຂອງ ໃນລາວ ທາງການ ລາວ ກໍໃຫ້ ເຫດຜົລ ວ່າເປັນ ກັມມະສິດ ແລະ ອະທິປະຕັຍ ເຂດນ້ຳ ແດນດິນ ຂອງລາວ ລາວມີສິດ ສ້າງ ແລະ ມີແຜນການ ຈະສ້າງ ອີກ 9 ເຂື່ອນ ຕາມລຳ ແມ່ນ້ຳຂອງ ນື່ງໃນນັ້ນ ກໍແມ່ນ ເຂື່ອນ ດອນສະໂຮງ ນອກຈາກ ເຂື່ອນ ໄຊຍະບູຣີ.
5- ສຳລັບ ຜົລກະທົບ ຕໍ່ ສິ່ງ ແວດລ້ອມ ນັ້ນ ທາງການລາວ ວ່າຕົນໄດ້ ສຶກສາ ຜົລກະທົບ ຕໍ່ ສີ່ງແວດລ້ອມ ທຸກເທື່ອ ກ່ອນຈະສ້າງ ດ້ວຍ ບໍຣີສັດ ທີ່ມີຄວາມ ຊຳນານ ດ້ານສີ່ງ ແວດລ້ອມ. ເຂື່ອນ ດອນສະໂຮງ ຈະ ບໍ່ສົ່ງ ຜົລ ກະທົບ ຕໍ່ສິ່ງ ແວດລ້ອມ ແລະ ວິຖີຊີວີດ ຂອງ ປະຊາຊົນ ໃນເຂດລຸ່ມ ນ້ຳຂອງ ຫລາຍ ປານໃດ ຍ້ອນວ່າ ຕັນພຽງແຕ່ ຮູສະໂຮງ ບໍ່ໄດ້ຕັນ ຫມົດນ້ຳ ຂອງ ປະຊາຊົນ ກໍບໍ່ຖືກ ໂຍກຍ້າຍ ຫລາຍ ແລະ ກໍຈະ ໄດ້ຄ່າ ຊົດເຊີຍ ຢ່າງສົມເຫດ ສົມຜົລ ໃນການ ໂຍກຍ້າຍ.
6- ສຳລັບ ການຂຶ້ນລົງ ຂອງ ປານັ້ນ ທາງ ບໍຣິສັດ ຜູ້ ສ້າງ ກໍຈະສ້າງ ບັນໃດ ສຳລັບ ປາ ຂຶ້ນລົງ ຈະສ້າງ ເປັນ ເຂື່ອນ ນ້ຳລິນ ປາ ສາມາດ ຂື້ນໄປໄຂ່ ໃນຍາມ ປະສົມພັນ ໄດ້ ຈະບໍ່ສ້າງ ຄວາມ ເສັຽຫາຍ ໃຫ້ແກ່ ຝຸງປາ ທີ່ ປະເທດ ກຳພູຊາ ເປັນຫວ່ງ. ໃນອາທີດ ທີ່ຜ່ານມາ ບໍຣິສັດ megas first ຂອງ ມາເລເຊັຍ ຜູ້ຈະສ້າງ ກໍໄດ້ ເພີ້ມ ງົປມານ ຕື່ມອີກ 15 ລ້ານກວ່າ ໂດລາ ໃນການ ກະຕຣຽມ ການສ້າງ ເຂື່ອນ ດອນສະໂຮງ.
ຍ້ອນເຫດຜົລ ທັງຫມົດ ນີ້ ຈຶ່ງສະແດງ ໃຫ້ ເຫັນວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະຖືກສ້າງ ແລະ ກອງປະຊຸມ ຕ່າງໆ ໂດຍສະເພາະ ເທື່ອນີ້ ອາດຈະບໍ່ມີ ຄວາມໝາຍ ຫຍັງຫມົດ.