ສ້າງເຂື່ອນໃສ່ແມ່ນໍ້າຂອງ ບັນຫາ ແກ່ຍາວ
2014.11.20
ຜ່ານມາ ເຮົາໄດ້ ກ່າວເຖິງ ການ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ແລະ ສາຂາ ໃຫຽ່ ຂອງມັນ ໂດຍ ອີງຕາມ ຣາຍງານ ການສຶກສາ ຂອງ ນັກ ຊ່ຽວຊານ ຫຼາຍ ຊາຕວ່າ: ມັນມີ ຜົນ ກະທົບ ຕໍ່ ສິ່ງ ແວດລ້ອມ ໃນລາວ ກໍາພູຊາ ແລະ ວຽດນາມ ຍ້ອນວ່າ.
1- ເຂື່ອນ ທີ່ ສ້າງ ຂຶ້ນນັ້ນ ຈະ ຕັນທາງ ຂຶ້ນລົງ ຂອງປາ ທີ່ ເຄື່ອນຍ້າຍ ຈາກ ວຽດນາມ ແລະ ກໍາພູຊາ ຂື້ນໄປ ເພາະພັນໄຂ່ ຢູ່ ສ່ວນ ເທິງ ແມ່ນໍ້າຂອງ ແລະ ແມ່ນໍ້າ ສາຂາ ແລ້ວມັນ ຈະເຮັດໃຫ້ ປະຣິມານ ປູປາ ໃນ ແມ່ນໍ້າຂອງ ຫລຸດລົງ ອັນ ເປັນການ ນາບຂູ່ ຕໍ່ຄວາມ ໝັ້ນຄົງ ຂອງ ອາຫານ ທີ່ ພົລເມືອງ ຫຼາຍລ້ານ ຄົນ ອາສັຍ ຕໍ່ ເພື່ອ ລ້ຽງຊີພ.
2- ເຂື່ອນ ຈະປ່ຽນແປງ ການໄຫລ ຂອງ ແມ່ນໍ້າຂອງ ແລະ ຣະບົບ ນິເວດ ໃນ ແມ່ນໍ້າຂອງ.
3- ເຂື່ອນ ຢູ່ ທາງເໜືອ ຈະຕັນ ການໄຫລ ຂອງ ຝຸ່ນ ຂີ້ຕົມ ທີ່ ທົ່ງພຽງ ກໍາພູຊາ ແລະ ທົ່ງພຽງ ປູກເຂົ້າ ໃນ ຫຼາຍແຂວງ ສາມຫລ່ຽມ ແມ່ນໍ້າຂອງ ເຂດແດນ ວຽດນາມ.
4- ບັນຫາ ຂັດແຍ້ງ ທໍາອິດ ກ່ອນຈະ ຕັດສີນໃຈ ລົງມື ສ້າງ ນັ້ນ ແມ່ນ ຂັ້ນຕອນ ແຈ້ງການ ແລະ ປຶກສາ ຫາລື ລ່ວງໜ້າ ຂອງ ກັມມາ ທິການ ແມ່ນໍ້າຂອງ ບໍ່ ຊັດເຈນ ພໍ.
ການ ອະພິປາຍ ຂອງ ສູນ ຄົ້ນຄວ້າ ແລະ ວິຈັຍ ບັນຫາ ທ້າທາຍ ຂອງໂລກ Stimson Center ທີ່ ມີ ສໍານັກງານ ຢູ່ ນະຄອນ ຫລວງ ວໍຊິງຕັນ ດີຊີ, ເມື່ອວັນທີ່ 8 ຕຸລາ ຜ່ານມານີ້, ໄດ້ເວົ້າວ່າ ຈາກ ການ ສຶກສາ ຂອງ ນັກ ຊ່ຽວຊານ ນັ້ນ ບັນຫາ ຂັດແຍ້ງ ຍັງມີ ຫຼາຍ ກວ່ານີ້້ ແລະ ບໍ່ແມ່ນແຕ່ ການ ສ້າງເຂື່ອນ ຢູ່ ໃນເຂດ ແດນ ຂອງລາວ ແລະໄທ ເທົ່ານັ້ນ ທີ່ ສ້າງ ຜົນກະທົບ, ເຂື່ອນ ຢູ່ໃນ ແມ່ນໍ້າຂອງ ປະເທດ ຈີນ ກໍສ້າງ ບັນຫາ ໃຫ້ ປະເທດ ລຸ່ມ ແມ່ນໍ້າຂອງ ເຊັ່ນກັນ ຍ້ອນ ວ່າ ຈີນ ບໍ່ໃຫ້ ຄວາມ ຮ່ວມມື.
ປະເທດ ເພື່ອນບ້ານ ຂອງລາວ ກໍສ້າງ ບັນຫາ ຂຶ້ນ ຄືກັນ ໂດຍ ສະເພາະ ການ ສ້າງເຂື່ອນ ໃສ່ ສາຂາ ໃຫຽ່ ຂອງ ແມ່ນໍ້າຂອງ ຢູ່ ປະເທດ ວຽດນາມ ແລະ ກໍາພູຊາ ມັນ ກໍຕັນ ທາງຂຶ້ນລົງ ຂອງປາ ແລະ ຕັນ ທາງໄຫລ ຂອງຝຸ່ນ ຂີ້ຕົມ ຄືກັນ. ແລະ ຄວາມ ເປິເປື້ອນ ຈາກ ໂຮງງານ ອຸດສາຫະກັມ ໃນ ປະເທດຈີນ ວຽດນາມ ແລະ ກໍພູຊາ ທີ່ ໄຫລລົງ ສູ່ ແມ່ນໍ້າຂອງ ນາບຂູ່ ຕໍ່ປູປາ ໃນ ແມ່ນໍ້າຂອງ ຢ່າງ ຫລວງຫລາຍ ເຊັ່ນກັນ. ທັງໝົດນີ້ ເປັນ ບັນຫາ ທ້າທາຍ ໃນການ ດໍາເນີນງານ ຂອງ ກັມມາ ທິການ ແມ່ນໍ້າຂອງ MRC.
ທ່ານ Richard Cronin ຜູ້ ອໍານວຍການ ໂຄງການ ສຶກສາ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ປະຈໍາສູນ ກ່າວວ່າ, ກ່ຽວກັບ ການໃຊ້ນໍ້າ ໃນ ແມ່ນໍ້າຂອງ ນີ້, ຈີນ ໄດ້ສ້າງ ເຂື່ອນ ຂນາດ ໃຫ່ຽ ໃສ່ ແມ່ນໍ້າຂອງ ໃນ ແຂວງ ຢຸນນ່ານ ສໍາເຣັດ ໄປ ແລ້ວ 6 ເຂື່ອນ ໃນຈໍານວນ ແຜນການ ສ້າງ 9 ເຂື່ອນ.
ທັງ 6 ເຂື່ອນ ນີ້ ສາມາດ ກັກນໍ້າໄວ້ ຈໍານວນ ມະຫາສານ ເທົ່າກັບ ວ່າ ປະຣິມານ ນໍ້າໄຫລ ໃນ ລະດູດຽວ. ຈີນ ຕ້ອງການ ກັກນໍ້າໄວ້ ໃຊ້ ເພາະມີ ຄວາມເປັນຫ່ວງ ນໍາການ ປ່ຽນແປ ງຂອງ ດິນຟ້າ ອາກາດ ຊຶ່ງ ເຮັດໃຫ້ ນໍ້າຖ້ວມ ເກີນ ປົກຕິ ໃນຍາມ ຣະດູຝົນ ແລະ ບົກແຫ້ງ ແລ້ງເກີນ ປົກຕິ ໃນຍາມ ຣະດູ ແລ້ງ. ທ່ານ ໂກຣນິນວ່າ:
"ອັນນີ້ ມັນສ້າງ ບັນຫາ ໃຫ້ແກ່ ປະເທດ ລຸ່ມ ແມ່ນໍ້າຂອງ ແລະວ່າ ຈີນ ບໍ່ໄດ້ໃຫ້ ຄວາມ ກະຈ່າງແຈ້ງ ພໍເທົ່າໃດ ກ່ຽວກັບ ການປ່ອຍ ຫລື ປິດ ນໍ້າ ເຂື່ອນ. ມັນແມ່ນ ບັນຫາ ຂອງ 4 ປະເທດ ລຸ່ມ ແມ່ນໍ້າຂອງ ຄັນເວົ້າ ໃຫ້ສຸດ ແລ້ວ ຂາດ ຄວາມ ກະຈ່າງແຈ້ງ ແລະ ການຮ່ວມມື ຈາກຈີນ".
ສລຸບແລ້ວ ມັນແມ່ນ ບັນຫາ ຂອງ 4 ປະເທດ ລຸ່ມ ແມ່ນໍ້າຂອງ ທັ້ງໆ ທີ່ 6 ປະເທດ ໃຊ້ ແມ່ນໍ້າຂອງ ຮ່ວມກັນ, ແຕ່ຈີນ ແລະ ພະມ້າ ຢູ່ໃນ ຖານະ ສັງເກດການ. ພະມ້າ ນັ້ນ ຢາກ ເຂົ້າຮ່ວມ ຢູ່ ແຕ່ ຈີນ ວ່າ ມັນເປັນ ນໍ້າຂອງ ຂອງ ລາວ ແລະ ໄທ. ສນັ້ນ ບັນຫາ ຫຍຸ້ງຍາກ ຕົກໃສ່ 4 ປະເທດ ກັມມາທິການ ແມ່ນໍ້າຂອງ ແລະ ຜູ້ທີ່ ສຶກສາ ການໄຫລ ຂອງ ນໍ້າຂອງ. ທ່ານ ໂຄຣນິນວ່າ:
"ດັ່ງ ທີ່ທຸກຄົນ ຮູ້ ຈີນ ມີບັນຫາ ໃຫຽ່ ຂອງ ຕົນເອງ ບັນຫາ ແມ່ນໍ້າ ໃນ ປະເທດ ບັນຫາ ເຂື່ອນ ໄຟຟ້າ ບັນຫາ ມົລພິດ ໃນນໍ້າ ໂດຍ ສະເພາະ ບັນຫາ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ຢ່າງ ຮ້າຍແຮງ ຊຶ່ງ ສ່ວນຫຼາຍ ແລ້ວ ບໍ່ໄດ້ ຖືກ ແກ້ໄຂ. ຈີນ ເອງ ກໍ ພຍາຍາມ ມາດົນ ເຕີບ ແລ້ວ ໂດຍ ອອກ ກົດໝາຍ ສິ່ງ ແວດລ້ອມ ແຕ່ ບໍ່ໄດ້ເວົ້າ ເຖິງ ຜົນ ກະທົບ ຂ້າມແດນ ໄປ ຍັງ ປະເທດ ລຸ່ມ ແມ່ນໍ້າຂອງ".
ຍານາງ Bian Yongmin ນັກ ຄົ້ນຄວ້າ ຝ່າຍ ກົດໝາຍ ຊາວຈີນ ທີ່ ເປັນ ແຂກມາ ເຮັດວຽກ ຢູ່ ສູນ ກົດໝາຍ ມະຫາ ວິທຍາໄລ George Town ນະຄອນ ຫລວງ ວໍຊິງຕັນ ດີຊີ ເປັນນຶ່ງ ໃນ ຈໍານວນ ຜູ້ ອະພິປາຍ 3 ຄົນ ໃນ ມື້ນັ້ນ, ໄດ້ເວົ້າ ເຖິງ ບັນຫາ ສິ່ງ ແວດລ້ອມ ທີ່ ເກີດຈາກ ການ ສ້າງເຂື່ອນ ໃນ ປະເທດ ຈີນ ວ່າ ຕາມ ກົດໝາຍ ສິ່ງ ແວດລ້ອມ ຂອງ ຈີນ ນັ້ນ ການສຶກສາ ແລະ ປະເມີນ ຜົນກະທົບ ສິ່ງ ແວດລ້ອມ ຄວນເຮັດ ຢູ່ໃນ ບໍຣິເວນ ອ້ອມແອ້ມ ເຂື່ອນ ຫຼາຍ ທີ່ສຸດ. ສໍາລັບ ການສຶກສາ ຜົນ ກະທົບ ຂ້າມແດນ ນັ້ນ ທ່ານວ່າ:
"ມີຄໍາແປ ພໍສລຸບ ໄດ້ວ່າ: ຢ່າງນ້ອຍ ຖ້າເຮົາ ອ່ານເບິ່ງ ກົດໝາຍ ແຖວ ຕໍ່ແຖວ ແລ້ວ ບໍ່ເຫັນ ຣະບຸ ວ່າ ຕ້ອງ ທໍາການ ປະເມີນ ຜົນ ກະທົບ ສິ່ງ ແວດລ້ອມ ຂ້າມແດນ ໄປຍັງ ປະເທດ ອື່ນ. ໃນໂຕຈິງ ຈີນ ໄດ້ ທໍາການ ສຶກສາ ແລະ ປະເມີນ ຜົນ ກະທົບ ຕໍ່ ສິ່ງ ແວດລ້ອມ ຂ້າມແດນ ໄປຍັງ ປະເທດ ອື່ນ ແຕ່ວ່າ ເຂົາເຈົ້າ ເອົາ ຂໍ້ມູນ ຣາຍງານ ນັ້ນໄວ້ ເປັນ ຄວາມລັບ".
ຍານາງ ວ່າ ນອກເໜືອ ຈາກ ການ ສຶກສາ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ພາຍໃນ ປະເທດ ແລ້ວ ຈີນ ໄດ້ ສຶກສາ ຢ່າງ ເລິກເຊິ່ງ ຜົນກະທົບ ຈາກ ປະເທດ ເພື່ອນບ້ານ ທີ່ ມີ ຕໍ່ຈີນ.
ຣາຍງານ ຂອງ ຄນະ ຄົ້ນຄວ້າ ນີ້ວ່າ ປະເທດ ລຸ່ມ ແມ່ນໍ້າຂອງ ໄດ້ຮັບ ຂໍ້ມູນ ທີ່ ຈໍາກັດ ຈາກ ຈີນ ນັບແຕ່ ມີການ ເຈຣະຈາ ແຕ່ປີ 2003 ຫາ 2013 ເປັນ ຕົ້ນມາ. ຂໍ້ມູນ ນໍ້າ ທີ່ ຈີນ ແບ່ງ ໃຫ້ຮູ້ນັ້ນ ແມ່ນ ສໍາລັບ ຣະຍະ 4 ເດືອນ ຂອງ ຣະດູ ຝົນ. ເຖິງແມ່ນ ວ່າ ຈີນ ຕົກລົງ ໃນປີ 2013 ວ່າ ຈະໃຫ້ ຂໍ້ມູນ ສໍາລັບ 30 ວັນ ຕື່ມ ແລະ ເພີ້ມການ ແຈ້ງ ການໄຫລ ຂອງນໍ້າ ຈາກ ນຶ່ງເທື່ອ ຕໍ່ມື້ ເປັນ 2 ເທື່ອ ຕໍ່ມື້ ກໍດີ, ແຕ່ມັນ ກໍຍັງ ບໍ່ໄດ້ ແກ້ໄຂ ບັນຫາ ທີ່ ຕ້ອງການ ໃຫ້ແຈ້ງ ການ ປ່ອຍນໍ້າ ອອກຈາກ ເຂື່ອນ ຕາມເວລາ ເປັນຈິງ ເພື່ອວ່າ ຈະຊ່ວຍ ໃຫ້ ປະຊາຊົນ ຢູ່ ແຄມ ນໍ້າຂອງ ແລະ ເຈົ້າໜ້າທີ່ ຕຣຽມພ້ອມ ຮັບມື ກັບ ການເພີ້ມຂຶ້ນ ຂອງນໍ້າ ໃນ ແມ່ນໍ້າຂອງ ຢ່າງ ທັນການ.
ຣາຍງານ ພໍສລຸບ ໄດ້ວ່າ ອະນາຄົດ ຂອງ ແມ່ນໍ້າຂອງ ແລະ ຄວາມເຊື່ອຖື ຂອງ ກັມມາທິການ ແມ່ນໍ້າຂອງ ແມ່ນຂຶ້ນ ຢູ່ກັບ ໂຄງການ ແມ່ນໍ້າຂອງ ຢູ່ ໃນ ປະເທດຈີນ ເພາະວ່າ ຈີນ ຄວບຄຸມ ແມ່ນໍ້າຂອງ ຫລາຍກວ່າ ເຄິ່ງນຶ່ງ ຂອງ ລວງຍາວ ທັງໝົດ 5,000 ກ່ວາ ກິໂລແມັດ.
ຖ້າ ຫາກວ່າ ການ ພັທນາ ແມ່ນໍ້າຂອງ ຢາກໃຫ້ເປັນ ໄປຕາມ ຈຸດປະສົງ ທີ່ວ່າ ທຸກຝ່າຍ ໄດ້ຮັບ ຜົນປໂຍດ ຕາມສັດສ່ວນ ແລະ ເງື່ອນໄຂ ຫລຸດຜ່ອນ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ຂ້າມແດນ, ຮັບປະກັນ ຄວາມ ໝັ້ນຄົງ ດ້ານ ອາຫານ, ແລະ ມີ ສເຖັຽຣະພາບ ໃນ ພູມີພາກ ການ ອອກແບບ ກໍ່ສ້າງ ເຂື່ອນ ໃນ ແມ່ນໍ້າຂອງ ຕອນລຸ່ມ ຕ້ອງໄດ້ ອາໄສ ຂໍ້ມູນ ສໍາຄັນ ທາງ ດ້ານນໍ້າ ການໄຫລ ຂອງ ຝຸ່ນ ຂີ້ຕົມ ແລະ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ຈາກ ເຂື່ອນ ຂອງ ປະເທດຈີນ, ແລະ ບັນຫາ ນຶ່ງອີກ ທີ່ ຕ້ອງຄໍານຶງ ເຖິງ ແຕ່ລະ ປະເທດ ຕ້ອງສ້າງ ກົດໝາຍ ສິ່ງ ແວດລ້ອມ ທີ່ມີ ມາຕຖານ ດຽວກັນ ໃນ ທົ່ວ ພູມີພາກ.