ຄວາມຂັດແຍ້ງໃນການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ
2014.10.21
ການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ແລະ ສາຍນໍ້າ ສາຂາ ເພື່ອ ນໍາເອົາ ພລັງງານ ໄຟຟ້າ ມາ ສນອງ ຄວາມ ຕ້ອງການ ຂອງ ພົລເມືອງ ໄດ້ ກໍ່ໃຫ້ເກີດ ຄວາມ ຂັດແຍ້ງ ຫຼາຍຢ່າງ ເພາະວ່າ “ໄດ້ສິ່ງນຶ່ງ ແຕ່ ຕ້ອງເສັຽ ສິ່ງນຶ່ງ” ນັກຊ່ຽວຊານ ເອີ້ນວ່າ "ວິກິດການ ເຂື່ອນ".
ສູນຄົ້ນຄວ້າ ແລະ ວິຈັຍ ບັນຫາ ທ້າທາຍ ຂອງໂລກ Stimson Center ທີ່ ມີ ສໍານັກງານ ຢູ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ເມື່ອ ວັນທີ 8 ຕຸລາ ຜ່ານມາ ນີ້, ໄດ້ທໍາການ ອະພິປາຍ ບັນຫາ ເຂື່ອນ ໃນ ແມ່ນໍ້າຂອງ ສາຍຫລັກ ແລະ ລໍານໍ້າ ສາຂາ ໃຫຽ່ ຂອງມັນ ມີຫົວເຣື້ອງ ວ່າ “ວິກິດການ ເຂື່ອນ: ການເລັ່ງລັດ ເວລາ ເພື່ອ ພັທນາ ແມ່ນໍ້າຂອງ“ ຊຶ່ງ ມີ ຄວາມໝາຍ ວ່າ ໄດ້ພລັງງານ ໄຟຟ້າ ມາເປັນ ເສຖກິດ ຂອງ ປະເທດ ແຕ່ ຕ້ອງມີຝ່າຍ ສູນເສັຽ ຜົນປໂຍດ.
ທ່ານ Richard Cronin ຜູ້ ອໍານວຍການ ໂຄງການ ສຶກສາ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ປະຈໍາສູນ ຊຶ່ງ ເປັນນຶ່ງ ໃນ ຈໍານວນ ຜູ້ໃຫ້ ການ ອາພິປາຍ 3 ຄົນ ໄດ້ ຣາຍງານ ສະຖານະພາບ ປັດຈຸບັນ ຂອງ ແຜນການ ສ້າງ ເຂື່ອນ ແລະ ບັນຫາ ຂັດແຍ້ງ ໃນການໃຊ້ ຊັພຍາກອນ ນໍ້າ ໃນ ແມ່ນໍ້າຂອງ ເພື່ອ ການພັທນາ. ການ ອະພິປາຍ ມີ 5 ບັນຫາ ດ້ວຍກັນ ທີ່ ໄດ້ຮວບຮວມ ມາຈາກ ການ ສົນທະນາ ຢູ່ ກອງປະຊຸມ WorKshop ຫລາຍຊາຕ ຈັດຂຶ້ນ ທີ່ ມະຫາວິທຍາໄລ ແມ່ຟ້າ ຫລວງ ເມືອງ ຊຽງຣາຍ ປະເທດໄທ ເມື່ອວັນທີ່ 28 ສິງຫາ ປີ 2014.
ສະພາບ ປັດຈຸບັນ ຂອງ ບັນຫາ ການພັທນາ ເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ ປະເທດ ລຸ່ມ ແມ່ນໍ້າຂອງ ສປປ ລາວ ກໍາພູຊາ ໄທ ແລະ ວຽດນາມ ກໍາລັງ ປະເຊີນ ຢູ່ນີ້ ໂຕຫລັກໆ ທໍາອິດ ແມ່ນ ຂັ້ນຕອນ ການແຈ້ງ ແລະ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ກ່ອນລົງມື ສ້າງ ທີ່ ມີຊື່ເປັນ ອັກສອນ ຫຍໍ້ວ່າ PNPCA. ຂັ້ນຕອນ ທີ່ວ່ານີ້ ຢູ່ ໃນ ຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995 ຊຶ່ງ ກາຍເປັນ ເຄື່ອງມື ອ້າງອີງ ຂອງ ກັມມາທິການ ແມ່ນໍ້າຂອງ ສາກົນ MRC ເພື່ອ ປະສານງານ ການໃຊ້ ຊັພຍາກອນ ໃນ ແມ່ນໍ້າຂອງ ນີ້.
ຂໍ້ຕົກລົງ ນີ້ ບໍ່ມີ ອໍານາດ ພໍ ໃນການ ບັງຄັບ ໃຫ້ ປະເທດໃດ ປະເທດນຶ່ງ ນໍາເອົາ ໂຄງການ ສ້າງ ເຂື່ອນ ເຂົ້າສູ່ການ ປະຕິບັດ ຂັ້ນຕອນ ແບບ ເຕັມສ່ວນ ໄດ້, ແຕ່ ປະເທດ ສະມາຊິກ ສາມາດ ອອກ ຄວາມເຫັນ ແຈ້ງ ຜົນກະທົບ ທີ່ມີຕໍ່ ປະເທດ ຕົນ ໄດ້.
ທ່ານ Cronin ວ່າ ບັນຫາ ສໍາຄັນ ແມ່ນວ່າ ກັມມາທິການ ແມ່ນໍ້າຂອງ ສາກົນ MRC ທີ່ ຕັ້ງຂຶ້ນ ໂດຍ 4 ປະເທດ ແມ່ນເພື່ອ ສົ່ງເສີມ ແລະ ປະສານງານ ການ ພັທນາ ແມ່ນໍ້າຂອງ ແບບ ຍືນຍົງ ແລະ ມີຄວາມ ສເມີຕົ້ນ ສເມີປາຍ ແຕ່ວ່າ ມີ ສອງ ບັນຫາ ໃຫ່ຽ: ສຽງ...
ບັນຫາ ທີ່ນຶ່ງ ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ ແມ່ນ ຢືດໝັ້ນ ກັບ ຫລັກຄວາມ ເປັນ ອະທິປະຕັຍ, ແຕ່ບໍ່ໄດ້ ເອົາ ບັນຫາ ອະທິປະຕັຍ ຜູກພັນ ໃນ ຂໍ້ຕົກລົງ ພິທີ ການແຈ້ງ ແລະ ຂັ້ນຕອນ ການປຶກສາ ຫາລື ລ່ວງ ໜ້າ ເພື່ອ ແກ້ໄຂ ບັນຫາ ຂັດແຍ້ງ ຈາກ ການສ້າງ ເຂື່ອນ ໃນ ແມ່ນໍ້າຂອງ ສາຍຫລັກ ໃດໆ. ປະມານ 20 ກວ່າ ປີ ມານີ້ ຂໍ້ຕົກລົງ ດັ່ງກ່າວ ໄດ້ຮັບ ການ ປະທ້ວງ ແລະ ມັນກໍ ບໍ່ຜ່ານ ການທົດສອບ ບາດກ້າວ ທໍາອິດ.
ບັນຫາ ທີສອງ ການໃຊ້ ຊັພຍາກອນ ແມ່ນໍ້າຂອງ ໃນການ ພັທນາ ແລະ ສ້າງຣາຍໄດ້ ເຂົ້າ ປະເທດ ບໍ່ໄດ້ ຄໍານຶງ ພຽງພໍ ເຖິງ ຜົນກະທົບ ຂ້າມແດນ ໄປຍັງ ປະເທດ ຢູ່ ໃຕ້ເຂື່ອນ.
ຕົກມາຮອດ ທ້າຍປີ 2010 ກັມມາທິການ ແມ່ນໍ້າຂອງ ສາກົນ ຖືກຕໍານິ ຕິຕຽນ ແມ່ນຍ້ອນ ພິທີການ ຂໍ້ຕົກລົງ ໃນ ການ ຕັດສິນໃຈ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ເຂື່ອນ ໄຊຍະບູຣີ ແຫ່ງ ທໍາອິດ ໃນລາວ ບໍ່ຣະອຽດ ພໍ. ການ ຕັດສີນໃຈ ຂອງ ຝ່າຍລາວ ໃນການ ສ້າງ ເຂື່ອນ ໄຊຍະບູຣີ ບໍ່ໄດ້ຮັບ ຄວາມເປັນ ເອກພາບ ກັບ ວຽດນາມ ແລະ ກໍາພູຊາ ທີ່ ຕ້ອງການ ໃຫ້ ແກ້ໄຂ ບັນຫາ ຜົນກະທົບ ຂ້າມແດນ ທີ່ ມີຕໍ່ການ ປະມົງ ແລະ ການໄຫລ ຂອງ ຝຸ່ນດິນຕົມ ຊຶ່ງ ເປັນອາຫານ ລໍ່ລ້ຽງ ທີ່ສໍາຄັນ ແກ່ການ ກະສິກັມ ຢູ່ທົ່ງພຽງ ກໍາພູຊາ ແລະ ຫລາຍ ແຂວງ ໃນເຂດ 3 ຫລ່ຽມ ແມ່ນໍ້າຂອງ ໃນ ປະເທດ ວຽດນາມ ຕອນໃຕ້.
ການ ຕັດສີນໃຈ ຂອງລາວ ສ່ວນນຶ່ງ ກໍແມ່ນ ອີງໃສ່ ອະທິປະຕັຍ ຂອງ ປະເທດ ຍ້ອນວ່າ ເຂື່ອນ ໄຊຍະບູຣີ ຕັ້ງຢູ່ ໃນ ແມ່ນໍ້າຂອງ ເຂດແດນ ຂອງລາວ. ສ່ວນນຶ່ງ ອີກ ແມ່ນ ຄຽງຄູ່ ໄປກັບ ການສນັບ ສນູນ ຂອງ ປະເທດໄທ ທີ່ ຮັບຊື້ ໄຟຟ້າ 95 ສ່ວນຮ້ອຍ ຂອງ ຈໍານວນ ທັງໝົດ ທີ່ ເຂື່ອນ ຜລິດໄດ້.
ມາຮອດ ປັດຈຸບັນ ນີ້ ລາວ ກໍ ຕັດສີນໃຈ ສ້າງ ເຂື່ອນ ໃສ່ ຮູສະໂຮງ ຊຶ່ງ ເປັນຮ່ອງ ນໍ້າສາຂາ ໃນຈໍານວນ ທັງໝົດ 18 ຮ່ອງ ຂອງ ແມ່ນໍ້າຂອງ ຢູ່ ພາກໃຕ້ສຸດ ຫ່າງຈາກ ເຂດ ຊາຍແດນ ປະເທດ ກໍາພູຊາ ປະມານ ສອງ ກິໂລແມັດ.
ຮູສະໂຮງ ເປັນຮ່ອງ ນໍ້າເລິກ ກ່ວາທຸກໆ ຮ່ອງ ແລະ ເປັນທາງ ຜ່ານ ຂຶ້ນ-ລົງ ຂອງປາ ທັງໃນ ຍາມແລ້ງ ແລະ ຣະດູ ຝົນ. ການ ຕັດສີນໃຈ ສ້າງ ເຂື່ອນ ແຫ່ງນີ້ ທໍາອິດ ນັ້ນ ລາວ ບໍ່ໄດ້ຜ່ານ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ຢ່າງ ແທ້ຈິງ ກັບ ປະເທດ ສະມາຊິກ ກັມມາທິການ ແມ່ນໍ້າຂອງ ສາກົນ ທີ່ ຕ້ອງການ ໃຫ້ມີ ການສຶກສາ ຜົນກະທົບ ຂ້າມແດນ ທີ່ ໄດ້ກ່າວ ມານັ້ນ ຢ່າງຣະອຽດ ຍ້ອນ ສປປລາວ ຖືວ່າ ຮູສະໂຮງ ຢູ່ໃນເຂດ ແດນ ຂອງລາວ, ຮູສະໂຮງ ບໍ່ແມ່ນ ແມ່ນໍ້າ ສາກົນ MRC ຊາບເຖິງ ເຈດຈໍານົງ ໃນການ ສ້າງ ແລ້ວກໍພໍ, ບໍ່ຈໍາເປັນ ຕ້ອງຜ່ານ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ.
ນອກນັ້ນ ຍັງບໍ່ມີ ຂັ້ນຕອນ ການຕົກລົງ ທີ່ ແຈ່ມແຈ້ງ ເພື່ອ ແກ້ໄຂ ຂໍ້ຂັດແຍ້ງ ອັນເຮັດໃຫ້ ກັມມາທິການ ແມ່ນໍ້າຂອງ ສາກົນ ມີຄວາມ ສັກສິດ ຫນ້ອຍລົງ ແລະ ການ ພັທນາ ແມ່ນໍ້າຂອງ ຈະຂາດ ການ ຄວບຄຸມ ຂາດການ ປະສານ ງານ ແລ້ວ ບໍຣິສັດ ພັທນາ ກໍຟ້າວຝັ່ງ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ໃນເຂດ ຂອງ ລາວ ແລະໄທ ເຖິງ 7 ເຂື່ອນ ແລະ ອີກ 2 ເຂື່ອນ ຢູ່ ປະເທດ ກໍາພູຊາ.
ຣາຍງານ ຂອງ ສູນການ ສຶກສາ ສະຕິມຊັນ ວ່າ ຜົນກະທົບ ຄູນຂຶ້ນ ຈາກ ເຂື່ອນ ທັງໝົດ ຫລື ແມ້ແຕ່ ເຂື່ອນ ຈໍານວນ ນຶ່ງ ອາດເຮັດ ໃຫ້ຄວາມ ໝັ້ນຄົງ ດ້ານ ອາຫານ ແລະ ຊີວິດ ການເປັນຢູ່ ຂອງ ພົລເມືອງ ໃນ ປະເທດ ໃຕ້ ເຂື່ອນ ຫລາຍ ສິບ ລ້ານ ຄົນ ຕົກຢູ່ໃນ ຄວາມສ່ຽງ.
ກັມມາທິການ ແມ່ນໍ້າຂອງ ສາກົນ MRC ມີຄວາມ ຈໍາເປັນ ແຕ່ຍັງບໍ່ ພຽງພໍ. ຍ້ອນວ່າ ຍັງບໍ່ມີ ອົງການໃດ ໃນ ພູມີພາກ ນີ້ ຮ່ວມທັງ ແຜນການ ຮ່ວມ ພັທນາ ອານຸ ພູມີພາກ ແມ່ນໍ້າຂອງ GMS ຂອງ ທະນາຄານ ພັທນາ ເອເຊັຽ ອັນມີ ຈີນ ແລະ ພະມ້າ ເຂົ້າ ຮ່ວມນໍາ ຫລື ຄນະ ເຮັດວຽກ ຂອງ ອາຊຽນ ກ່ຽວກັບ ການ ຄຸ້ມຄອງ ແຫລ່ງ ຊັພຍາກອນ ແລະ ພລັງງານ, ແລະ ແມ້ແຕ່ ແຜນການ ລິເລີ້ມ ລຸ່ມ ແມ່ນໍ້າຂອງ ຂອງ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ອະເມຣິກາ LMI ກໍດີ ໄດ້ຍົກ ເອົາ ບັນຫາ ການຈັດການ ຄຸ້ມຄອງ ແລະ ປະສານງານ ມາ ແກ້ໄຂກັນ ຢ່າງ ພຽງພໍ.
ກັມມາທິການ ແມ່ນໍ້າຂອງ ສາກົນ ຍັງບໍ່ ສາມາດ ບັງຄັບ ໃຫ້ ປະເທດ ສະມາຊິກ ປະຕິບັດ ຂັ້ນຕອນ ການແຈ້ງ ແລະ ປືກສາ ຫາລື ລ່ວງໜ້າ ເຮັດໃຫ້ ອົງການ ຈັດຕັ້ງ ທາງ ສັງຄົມ ແລະ ຜູ້ຖື ຜົນປໂຍດ ອື່ນໆ ປະທ້ວງ, ຊອກຫາ ວິທີ ຟ້ອງຮ້ອງ ຕໍ່ ອົງການ ທີ່ ມີສ່ວນ ກ່ຽວຂ້ອງ ນໍາ ໂຄງການ ແລະ ຊອກຫາ ທາງ ອື່ນໆອີກ ເພື່ອໃຫ້ ເຍີ້ນການ ສ້າງ ເຂື່ອນ.
ຣາຍງານ ວ່າ ຈາກ ການສຶກສາ ສົມມຸດຖານ ນັ້ນ ລາວ ແລະ ຈີນ ຈະເປັນ ປະເທດ ທີ່ໄດ້ຮັບ ຜົນປໂຍດ ຢ່າງ ມະຫາສານ ຈາກ ການ ສ້າງເຂື່ອນ. ຜົນປໂຍດ ນີ້ ແມ່ນ ຢູ່ບົນ ຄວາມ ເສັຽຫາຍ ທາງ ດ້ານ ເສຖກິດ ຂອງ ປະເທດ ຢູ່ທາງ ລຸ່ມເຂື່ອນ ທີ່ ເກີດຈາກ ຜົນກະທົບ ຂ້າມແດນ. ບັນຫາ ນີ້ ບໍ່ສອດຄ່ອງ ກັບ ເປົ້າໝາຍ ຂອງ ນະໂຍບາຍ ຂອງ ກັມມາທິການ ແມ່ນໍ້າຂອ ງສາກົນ ເພື່ອ ສົ່ງເສີມ ການ ຮ່ວມມື ໃນການ ນໍາໃຊ້ ແມ່ນໍ້າຂອງ ແບບ ຍືນຍົງ ແລະ ມີ ຜົນປໂຍດ ແບບ ສເມີຕົ້ນ ສເມີປາຍ.
ໂດຍສະເພາະ ໃນ ຕໍ່ໜ້ານີ້ ສປປ ລາວ ມີ ເຈດຈໍານົງ ທີ່ ຈະສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ສາຍຫລັກ ອີກ 5 ແຫ່ງ, ການປະເມີນ ຜົນກະທົບ ດ້ານ ສິ່ງແວດລ້ອມ ແລະ ສັງຄົມ ເສຖກິດ ເປັນ ຄວາມ ຕ້ອງການ ທີ່ ຈໍາເປັນ.
ພຶດຕິກັມ ທີ່ ສ້າງ ຄວາມຫວັງ ທີ່ ບໍ່ ແຈ່ມແຈ້ງ ຣາຍງານ ວ່າ ພຶດຕິກັມ ຜ່ານມາ ໄດ້ສັງເກດ ເຫັນການ ປ່ຽນແປງ ທ່າທີ ທີ່ບໍ່ ແຈ່ມແຈ້ງ ຊຶ່ງ ເວລາ ນັ້ນ ຫລາຍຄົນ ກໍຄິດໃນ ທາງດີວ່າ ອາດເປັນ ຄວາມຫວັງ ໃໝ່ ໃນ ການແກ້ໄຂ ບັນຫາ ຂັດແຍ້ງ ທີ່ ເກີດຂຶ້ນ ຫລັງຈາກ ລາວ ບໍ່ໄດ້ຮັບ ການເຫັນດີ ຈາກ ກໍາພູຊາ ໄທ ແລະ ວຽດນາມ ກ່ຽວກັບ ໂຄງການ ສ້າງ ເຂື່ອນ ໄຊຍະບູຣີ ຢູ່ ກອງປະຊຸມ ຄນະ ກັມມະການ ຮ່ວມ ກັມມາທິ ການ ແມ່ນໍ້າຂອງ ສາກົນ ເມື່ອ ເດືອນ ເມສາ ປີ 2011. ຕໍ່ມາ ສປປ ລາວ ໄດ້ໂຈະ ການ ສ້າງ ເຂື່ອນ ເປັນການ ຊົ່ວຄາວ ລໍຖ້າ ການສືກສາ ບັນຫາ ຂອງ ເຂື່ອນ ແລະ ຄວາມ ບໍ່ແນ່ນອນ ຕ່າງໆ ເຮັດໃຫ້ ມີຄວາມ ຫວັງວ່າ ການ ທົດສອບ ຂັ້ນຕອນ ການແຈ້ງ ແລະ ປຶກສາ ຫາລື ລ່ວງໜ້າ Pnpca ອາດຫັນປ່ຽນ ໃຫ້ ມີການ ຖົກຖຽງ ເຣື້ອງ ເຂື່ອນ ໃນ ແມ່ນໍ້າຂອງ ສາຍຫັລກ ຕື່ມ ອັນສະແດງ ເຖິງຄວາມ ມີ ປະສິດທິພາບ ຂອງ ກັມມາທິການ ແມ່ນໍ້າຂອງ ສາກົນ. ແຕ່ ກົງກັນຂ້າມ ໃນເດືອນ ພຶສຈິກາ ປີ 2012 ລາວ ພັດ ປະກາດວ່າ ຄວາມ ເປັນຫ່ວງ ຕ່າງໆທີ່ ນັກຊ່ຽວຊານ ກັມມາທິການ ແມ່ນໍ້າຂອງ ສາກົນ ຍົກຂຶ້ນ ມານັ້ນ ຖືກແກ້ໄຂ ແລ້ວ ຈໍານວນນຶ່ງ ໂດຍການ ອອກແບບ ເຂື່ອນ ໃຫ້ມີ ຂັ້ນໃດ ທາງຂຶ້ນລົງ ຂອງປາ. ເປັນອັນວ່າ ຄວາມຫວັງ ທີ່ ເຫັນ ເປັນພາບລວງຕາ ນັ້ນ ພັງທະລາຍ ໄປແລ້ວ. ແຕ່ ເຖິງຢ່າງໃດ ກໍດີ ສປປ ລາວ ໄດ້ເຫັນດີ ໃຫ້ ວຽດນາມ ຕິດຕາມ ການສຶກສາ ຜົນກະທົບ ຈາກ ເຂື່ອນ ໃນລາວ ໄດ້.
ຄວາມເຊື່ອຖື ຂອງ ກັມມາທິການ ແມ່ນໍ້າຂອງ ສາກົນ ໄດ້ ຮັບຄວາມ ເສັຽຫາຍ ອີກ ໃນເວລາ ທີ່ ສປປ ລາວ ໄດ້ແຈ້ງ ຂັ້ນຕອນ ລ່ວງໜ້າ ຢ່າງເປັນ ທາງການ ໃຫ້ ກັມມາທິການ ແມ່ນໍ້າຂອງ ຊາບ ເມື່ອ ເດືອນ ກັນຍາ ປີ 2013 ວ່າ ຕົນ ຈະເລີ້ມສ້າງ ເຂື່ອນ ດອນສະໂຮງ ແລະວ່າ ການກໍ່ສ້າງ ຈະເລີ້ມຂຶ້ນ ໃນ ເດືອນ ພຶສຈິກາ. ສປປ ລາວ ອ້າງວ່າ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ໃຊ້ ບໍ່ໄດ້ກັບ ໂຄງການ ເຂື່ອນ ດອນສະໂຮງ, ຮູສະໂຮງ ບໍ່ແມ່ນ ແມ່ນໍ້າຂອງ ສາຍຫລັກ ເພາະວ່າ ມັນຕັນ ຮ່ອງນໍ້າ ຮ່ອງດຽວ ໃນ ຈໍານວນ ຫລາຍ ຮ່ອງນໍ້າ ດັ່ງນັ້ນ ມັນບໍ່ແມ່ນ ແມ່ນໍ້າ ສາຍຫລັກ.
ເທື່ອນີ້ ສະແດງ ເຖິງວ່າ ຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995 ນີ້ ບໍ່ມີ ອໍານາດພໍ ໃນການ ບັງຄັບ ໃຫ້ ປະເທດໃດ ປະເທດນຶ່ງ ນໍາເອົາ ໂຄງການ ສ້າງ ເຂື່ອນ ເຂົ້າສູ່ ການ ປະຕິບັດ ຂັ້ນຕອນ ແບບ ເຕັມສ່ວນ ໄດ້, ແຕ່ ປະເທດ ສະມາຊິກ ສາມາດ ອອກ ຄວາມເຫັນ ແຈ້ງ ຜົນກະທົບ ທີ່ມີ ຕໍ່ ປະເທດ ຕົນໄດ້.
ທ່າທີ ຂອງ ສປປລາວ ປະເຊີນ ກັບ ການຖືກ ຕໍານິ ຕິຕຽນ ຢ່າງແຮງກ້າ ຈາກ ສາທາຣະນະ ແລະ ເອກຊົນ ວຽດນາມ, ແລະ ຈາກການ ຈັດຕັ້ງ ທາງ ສັງຄົມ ໃນ ປະເທດໄທ ເຊັ່ນວ່າ ມີການສົ່ງ ຟ້ອງສານ ປົກຄອງ ທວງໃຫ້ ບໍຣິສັດ ໄຟຟ້າ ຝ່າຍ ຜລິດ ແຫ່ງ ປະເທດໄທ ໂຈະ ຂໍ້ຕົກລົງ ການ ຊື້-ຂາຍ ໄຟຟ້າ ຈາກ ບໍຣິສັດ ເຂື່ອນ ໄຊຍະບູຣີ ການຈັດຕັ້ງ ທາງ ສັງຄົມໃນ ກໍາພູຊາ ຮຽກຮ້ອງ ໃຫ້ໂຈະ ການສ້າງ ເຂື່ອນ ດອນສະໂຮງ.
ໃນທີ່ສຸດ ຢູ່ ກອງປະຊຸມ ປະຈໍາປີ ຄນະ ມົນຕຣີ ກັມມາທິການ ແມ່ນໍ້າຂອງ ສາກົນ ນະຄອນ ຫລວງ ບາງກອກ ເມື່ອ ທ້າຍເດືອນ ມີຖຸນາປີ 2014, ລາວ ຕົກລົງ ປ່ຽນຈາກ ຂັ້ນຕອນ ການແຈ້ງ ລ່ວງໜ້າ ໂຄງການ ເຂື່ອນ ດອນສະໂຮງ ມາເປັນ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ເພື່ອໃຫ້ ໂອກາດ ແກ່ ປະເທດ ສະມາຊິກ ແຈ້ງ ຜົນກະທົບ ທີເຫັນວ່າ ຮ້າຍແຮງ ໃຫ້ ກັມມາທິການ ແມ່ນໍ້າຂອງ ຊາບ.
ກອງປະຊຸມ ຕົກລົງ ໃຫ້ ເລັ່ງ ຄນະ ມົນຕຣີ ການສຶກສາ ກ່ຽວກັບ ການ ຄຸ້ມຄອງ ແລະ ພັທນາ ແມ່ນໍ້າຂອງ ແບບ ຍືນຍົງ ຮ່ວມທັງ ສຶກສາ ຜົນກະທົບ ຈາກ ເຂື່ອນ ແມ່ນໍ້າຂອງ ສາຍຫລັກ ໂດຍສະເພາະ ແມ່ນ ແນໃສ່ ຜົນກະທົບ ຂ້າມແດນ ຈາກ ກິຈກັມ ພັທນາ ຕ່າງໆ ໃນ ແມ່ນໍ້າຂອງ.
ໃນຣະຍະ ນັ້ນ ຝ່າຍລາວ ກໍ ຖແລງວ່າ ລາວຄວນ ໂຈະ ການ ສ້າງເຂື່ອນ ໃນຣະຍະ 6 ເດືອນ ທີ່ ມີການ ສຶກສາ ຜົນກະທົບ ແລະ ການປືກສາ ຫາລື ກັບ ປະຊາຊົນ ທີ່ ອາດໄດ້ຮັບ ຜົນກະທົບ. ແຕ່ໃນ ເວລາ ດຽວກັນ ນັ້ນ ບໍຣິສັດ Mega-First Corporation Berhard ຊຶ່ງ ເປັນ ບໍຣິສັດ ພັທນາ ເຂື່ອນ ຢືນຢັນ ວ່າ ວຽກງານ ກໍ່ສ້າງ ເພື່ອ ຕຣຽມ ສ້າງ ເຂື່ອນ ຢູ່ໃນ ບໍຣິເວນ ດອນສະໂຮງ ກໍາລັງ ດໍາເນີນ ຢູ່, ແລະ ທາງການ ລາວ ກໍວ່າ ການສ້າງ ເຂື່ອນ ດອນສະໂຮງ ຈະເລີ້ມຂຶ້ນ ໃນ ເດືອນ ທັນວາ, ແລະ ສອງເດືອນ ກວ່າໆ ຕໍ່ມາ ຫລັງຈາກ ກອງປະຊຸມ ຄນະ ກັມມະການ ຮ່ວມ ກັມມາທິການ ແມ່ນໍ້າຂອງ ສາກົນ ຢູ່ ກຸງ ພະນົມເປັນ, ກັມມາທິການ ແມ່ນໍ້າຂອງ ສາກົນ MRC ຈຶ່ງ ໄດ້ຢືນຍັນ ວ່າ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ແມ່ນ ເລີ້ມຂື້ນ ໃນວັນທີ່ 25 ກໍຣະກະດາ.
ເຮົາຍັງມີ ຣາຍງານ ບັນຫາ ຂັດແຍ້ງ ອື່ນ ມາສເນີທ່ານ ໃນໂອກາດ ໜ້າ ... ສະບາຍດີ