ດຳຣັດຈໍາກັດສິດເຂົ້າຄວບຄຸມ ອິນເຕີເນັດ

ອະວາຣີ
2014.09.29
F-Internet ການເຂົ້າຫາອິນເທີເນັດ ມີຄຸນປໂຍດ ແຕ່ໃຫ້ມີສະຕິວ່າ ເຮົາຊອກຫາຫຍັງ
kalipedia

 

ຣັຖບານ ສປປລາວ ອອກ ດຳຣັດ ຄວບຄຸມ ການໃຊ້ ອິນເຕີແນັດ ປະຊາຊົນ ລາວ ມີ ຄຳຄິດເຫັນ ແຕກຕ່າງກັນ ກ່ຽວກັບ ເຣື້ອງ ດັ່ງກ່າວ ຫລາຍຄົນ ສນັບສນູນ ແຕ່ ບາງຄົນ ບໍ່ເຫັນດີ ເຫັນພ້ອມ ຍ້ອນ ເປັນການ ຈຳກັດ ສິດ ເສຣີພາບ ໃນການ ປາກເວົ້າ ຂີດຂຽນ.

ເມື່ອກາງ ເດືອນ ກັນຍາ ນີ້ ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ໄດ້ອອກ ດຳຣັດ ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນ ຂ່າວສານ ຜ່ານ ອິນເຕີເນັດ ຫລື ເວົ້າງ່າຍໆ ກົດຣະບຽບ ເພື່ອ ຄວບຄຸມ ການໃຊ້ ອິນເຕີເນັດ ສື່ສັງຄົມ ອອນລາຍ ເຊັ່ນ Facebook ເປັນຕົ້ນ.

ໃນຂໍ້ສອງ ຂອງ ດຳຣັດ ສະບັບນີ້ ບົ່ງໄວ້ວ່າ ຣັຖບານ ລາວ ຈະຕິດຕາມ ກວດກາ ຕ້ານ ແລະ ສະກັດກັ້ນ ການໃຊ້ ອິນເຕີເນັດ ທີ່ ທາງການ ລາວ ເຫັນວ່າ ເປັນໄພ ຕໍ່ສັງຄົມ ແລະ ຄວາມ ໝັ້ນຄົງ ຂອງຊາດ. ດຳຣັດ ນາຍົກ ຣັຖມົນຕຣີ ສະບັບນີ້ ມີຂໍ້ຫ້າມ ຫລາຍຂໍ້. ຂໍ້ ທີ່ສຳຄັນ ກໍມີຄື:

ຂໍ້ 1. ຣັຖບານ ຫ້າມບຸກຄົນ ຫລື ກຸ່ມຄົນ ໃຊ້ ອິນເຕີເນັດ ເພື່ອ ຕົວະຍົວະ ຫລອກລວງ ແລະ ໂຄສະນາ ຣະດົມ ປະຊາຊົນ ທັງຢູ່ໃນ ແລະ ຕ່າງ ປະເທດ ໃຫ້ເຄື່ອນໄຫວ ຕໍ່ຕ້ານ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ລາວ ຫລື ເພື່ອທັບມ້າງ ສັນຕິພາບ ເອກກະຣາຊ ປະຊາທິປະໄຕ ເອກກະພາບ ແລະ ຄວາມ ວັທນະຖາວອນ ຂອງ ສປປ ລາວ.

ຂໍ້ 2. ຫ້າມຍຸຍົງ ສົ່ງເສີມ ການ ກໍ່ການຮ້າຍ ໃນທຸກ ຮູບແບບ ທີ່ ຈະສ້າງ ຄວາມປັ່ນປ່ວນ ໃນ ສັງຄົມ ລາວ.

ຂໍ້ 3. ຫ້າມ ບິດເບືອນ ແລະ ປ່າວຂ່າວ ອະກຸສົນ ທີ່ ຈະສ້າງຄວາມ ແຕກແຍກ ຣະຫວ່າງ ບັນດາ ຊົນເຜົ່າ.

ຂໍ້ 4. ຫ້າມເຜີຍແພ່ ຮູບ ຫລື ວີດີໂອ ໂປ້ ທີ່ ຜິດກັບ ປະເພນີ ວັທນະທັມ ອັນດີງາມ ຂອງລາວ.

ອີກຂໍ້ນຶ່ງ ຣະບຸ ໄວ້ວ່າ ເຣື່ອງທີ່ ທາງການ ລາວ ອະນຸຍາດ ໃຫ້ເຜີຍແພ່ ຜ່ານ ອິນເຕີເນັດ ນັ້ນ ຕ້ອງມີ ລັກສນະ ສ້າງສັນ ໃຫ້ຄວາມຮູ້ ແລະ ເປັນປໂຍດ ແກ່ສັງຄົມ. ຕໍ່ ກົດຣະບຽບ ໃໝ່ ທີ່ ກ່າວມາ ນີ້ ປະຊາຊົນ ລາວ ບາງຄົນ ກໍ ສນັບສນູນ ແຕ່ອີກ ຫລາຍຄົນ ຄັດຄ້ານ. ຜູ້ ສນັບສນູນ ຄົນນຶ່ງ ຊຶ່ງ ເປັນ ເຈົ້າໜ້າທີ່ ທາງການລາວ ເວົ້າວ່າ:

"ຣະບຽບ ຫລັກການ ເພື່ອ ຄຸ້ມຄອງ ຂໍ້ມູນ ຂ່າວສານ ຜ່ານທາງ ອິນເຕີເນັດ ນີ້ ມີປໂປດ ຫລາຍຢ່າງ ເຊັ່ນ: ຈະ ຊ່ວຍຮັກສາ ຄວາມໝັ້ນຄົງ ຂອງຊາດ ຄວາມສງົບ ແລະ ຄວາມເປັນ ຣະບຽບ ຮຽບຮ້ອຍ ໃນສັງຄົມ."

ຄົນລາວ ທັມມະດາ ສາມັນ ຜູ້ນຶ່ງກໍ ເວົ້າເຫັນດີ ເຫັນພ້ອມ ກັບ ຣັຖບານວ່າ:

"ກະດີ ເພາະວ່າ ບາງຄົນ ກໍໄປສ້າງ ເຣື່ອງທີ່ ບໍ່ແມ່ນ ຄວາມຈິງ ມັນເສັຽຫາຍ ໃຫ້ແກ່ ປະເທດ; ມັນມີຜົນ ທາງລົບ ຫລາຍກວ່າ ທາງບວກ Facebook ນີ່ນ໋າ."

ຊາວໜຸ່ມ ວັຍລຸ້ນ ລາວຜູ້ນຶ່ງ ຢູ່ ເມືອງປາກເຊ ແຂວງ ຈຳປາສັກ ກໍເວົ້າວ່າ:

"ເພິ່ນອອກ ແນວນັ້ນ ກໍແມ່ນເພື່ອ ຢາກຄຸ້ມຄອງ ຣັດ ຄຸ້ມຄອງ ສັງຄົມ ບໍ່ຢາກ ໃຫ້ເກີດ ຂໍ້ຜິດພາດ ຕໍ່ ຄວາມໝັ້ນຄົງ ຍ້ອນ ອິນເຕີເນັດ ຫລາຍ ເກີນໄປ ຕໍ່ສັງຄົມ ນີ່ກ໋າ ສ່ວນຫລາຍ ກໍຢາກ ມີຢູ່ ນ້ອງຄິດວ່າ ຈັ່ງຊັ່ນ ອອກ Facebook ປະເພດ ຮູບໂປ້ ຮູບຫຍັງ ກໍອອກ ຮູບ ລາມົກ ມັນກັບ ສັງຄົມ ລາວ; ຕາມຂັ້ນເທິງ ດຳຣັດ ເພິ່ນວ່າ ແນວນັ້ນ ກ໋າບໍ່ກ້າ ອອກ ຄຳເຫັນ ຫລາຍ ປານໃດ."

ແຕ່ ຊາວລາວ ຫລາຍຄົນ ບໍ່ດີໃຈ ທີ່ ຣັຖບານ ຈະ ຄວບຄຸມ ການໃຊ້ ອິນເຕີເນັດ ເຊັ່ນ ອາດີດ ພະນັກງານ ຂອງຣັດ ທ່ານນຶ່ງ ທີ່ ອອກບຳນານ ແລ້ວເວົ້າວ່າ:

"ການຄວບຄຸມ ອິນເຕີເນັດ ຈະເປັນການ ປິດປາກ ປິດຕາ ແລະ ມັດສອກ ຊາວລາວ ທີ່ມັກໃຊ້ ອິນເຕີເນັດ ຫລື ສື່ອອນລາຍ. ການ ຫ້າມ ຈະຂັດ ກັບ ຣັຖທັມມະນູນ ສປປລາວ ທີ່ ຮັບ ປະກັນ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ."

ເຈົ້າຂອງຮ້ານ ອິນເຕີເນັດ ກໍສະແດງ ຄວາມຄິດເຫັນ ໃນ ລັກສນະ ດຽວກັນວ່າ:

"ການຫ້າມ ເນາະ ມັນກະບໍ່ດີ ປານໃດ ເພາະວ່າ ຄົນເຮົາ ກໍຢາກມີ ອີຫຍັງ ເຂົາເອິ້ນວ່າ ໃນເມື່ອມີ ຫູທິບ ຕາທິບ ໃຜກໍຢາກຮູ້ ຢາກເຫັນ ໄປຈັ່ງຊິ ເນາະ ອັນທີ່ເຮົາ ນັ່ງ ຢູ່ເຮືອນ ກໍບໍ່ ເຄີຍຮູ້ ເຄີຍເຫັນ ແມ່ນບໍ່ ມັນກໍໄດ້ ເຫັນ ຈັ່ງຊິກ໋າ ຄັນວ່າເພິ່ນ Block ໄວ້ ຫລື ຫ້າມ ມັນກະບໍ່ດີ ປານໃດ; ຄົນເຮັດ ບໍ່ດີ ກະຈະໄດ້ ຖືກ ບອກສອນ ຕັກເຕືອນ ດີກວ່າ ຊິປິດ ຊິບັງ ໄວ້ ແຫລະ."

ທ່ານ Phil  Robertson ຮອງ ຜູ້ ອຳນວຍການ ອົງການ ສິດທິ ມະນຸດ ປະຈຳ ເຂດ ເອເຊັຍ ກ່າວວ່າ:

"ຣັຖບານລາວ ຣະເມີດ ສິດທິ ຂອງ ປະຊາຊົນ ລາວ ແລະ ຖືວ່າ ອິນເຕີເນັດ ເປັນ ສັດຕຣູ ແຕ່ ຄວາມຈິງ ແລ້ວ ພາຍໃຕ້ ກົດໝາຍ ສາກົນ ຣັຖບານ ລາວ ຕ້ອງເປີດໃຫ້ ປະຊາຊົນ ມີສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ແລະ ອອກ ຄຳຄິດ ຄຳເຫັນ; ຕົງກັນຂ້າມ ຣັຖບານ ລາວ ຍັງເປັນ ຣັຖບານ ຜະເດັດການ ແລະ ຣະເມີດ ສິດທິ ມະນຸດ ສືບຕໍ່ໄປ ເລື້ອຍໆ. ຣັຖບານ ລາວ ຄວບຄຸມ ການໃຊ້ ອິນເຕີເນັດ ກໍເພາະວ່າ ຣັຖບານ ຢ້ານ ຄຳຄິດ ຄຳເຫັນ ຂອງ ປະຊາຊົນ. ຣັຖບານ ລາວ ປົກຄອງ ດ້ວຍການ ຄວບຄຸມ ແລະ ດ້ວຍ ຄວາມຢ້ານ; ຣັຖບານ ຖືວ່າ ອິນເຕີເນັດ ເປັນໄພ ຂຸ່ມຂູ່ ຕໍ່ ຄວາມໝັ້ນຄົງ ຂອງ ພວກເຂົາ."

ອີກຂໍ້ນຶ່ງ ໃນດຳຣັດ ນາຍົກ ຣັຖມົນຕຣີ ສະບັບນີ້ ຍັງ ບົ່ງໄວ້ວ່າ ຜູ້ຣະເມີດ ກົດ ດຳຣັດ ເຊັ່ນ: ລົງຂ່າວ ຮູບພາບ ແລະ ວີດີໂອ ໂຈມຕີ ຣັຖບານ ລາວ ຈະໄດ້ ຮັບໂທດ ຖືກ ຕັກເຕືອນ ປັບ ໃໝ ແລະ ເຖິງຂັ້ນ ຖືກ ດຳເນີນ ຄະດີ ອາຍາ.

ປັດຈຸບັນ ປະຊາຊົນ ລາວ ຫລາຍ ແສນຄົນ ມີ ຄອມພິວເຕີ ຢ່າງໜ້ອຍ ເຄິ່ງລ້ານ ຄົນໃຊ້ Facebook ເປັນ ປະຈຳ ຊຶ່ງ ສ່ວນຫລາຍ ເປັນຊາວໜຸ່ມ ວັຍລຸ້ນ ທີ່ ມີອາຍຸ ບໍ່ເກີນ 30 ປີ.
ເປັນທີ່ຮູ້ ກັນດີ ແລ້ວວ່າ ວຽດນາມ ແລະ ຈີນ ຊຶ່ງ ກໍເປັນ ປະເທດ ຄອມມຸຍນິສ ຄື ກັບລາວ ກໍມີ ຣະບຽບ ກົດໝາຍ ຄວບຄຸມ ການໃຊ້ ອິນເຕີເນັດ ຢ່າງ ເຄັ່ງຄັດ; ຣັຖບານ ວຽດນາມ ຕັດສິນ ຈຳຄຸກ ຊາວວຽດນາມ ຫລາຍຄົນ ເປັນ ເວລາ ຫລາຍປີ ໃນຖານ ລົງຂ່າວ ອອກຄຳຄິດ ຄຳເຫັນ ຫລື ກ່າວໂຈມຕີ ພັກ ແລະ ຣັຖບານ ທາງ ອິນເຕີເນັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.