ບົດບາດຂອງແມ່ຍິງລາວ

ມະນີຈັນ
2018.03.23
F-Woman ຜູ້ຍິງລາວ ທີ່ມີພາລະ ຮັບຜິດຊອບ ຊ່ອຍເຫຼືອຄອບຄົວ ໄດ້ດີເທົາທຽມກັບຜູ້ຊາຍ ແຕ່ກໍຍອມຮັບວ່າຜູ້ຊາຍຄື ຫົວໜ້າຄອບຄົວ
RFA

ບົດບາດຂອງແມ່ຍິງລາວ ໃນສັງຄົມຍັງອ່ອນແອ ແລະການປະກອບສ່ວນ ເຂົ້າໃນເວທີການເມືອງ ກໍຍັງຕໍ່າ ຂນະທີ່ ຢູ່ຊົນນະບົດ ຫ່າງໄກ ຕາມເຂດແຂວງຕ່າງໆ ທົ່ວປະເທດລາວ ແມ່ນຍັງມີການສູ້ຊົນ ດີ້ນຮົນຫາຢູ່ຫາກິນ ພໍກຸ້ມປາກທ້ອງຂອງຄອບຄົວ. ນັ້ນເປັນສ່ວນນຶ່ງ ຂອງ ຣາຍງານຂ່າວ ຈາກ ນະຄອນຫລວງວຽງຈັນ ກ່ອນໜ້າຮອດການສລອງ ວັນແມ່ຍິງສາກົລ ທີ 8 ມີນາ ຫລື ທີ 3 ມີນາ ຄົບຮອບ 108 ປີນີ້.

ຂ່າວເວົ້າວ່າແມ່ຍິງລາວ ຍັງອ່ອນແອແລະການປະກອບສ່ວນ ທາງດ້ານການເມືອງ ກໍຍັງຕໍ່າ. ໃນຈໍານວນສະມາຊິກ ກົມການເມືອງ ສູນກາງ ພັກປະຊາຊົນປະຕິວັດລາວ ຊຶ່ງເປັນອົງການກໍາອໍານາດ ສູງສຸດທາງການເມືອງ ຂອງປະເທດ ຊຶ່ງປະກອບດ້ວຍ 11 ຄົນ ກໍມີແມ່ຍິງ ພຽງ ຄົນດຽວ ຄື ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດລາວ.

ໃນກັມການສູນກາງພັກ 54 ຄົນກໍມີແມ່ຍິງພຽງ 6 ຄົນ ຊຶ່ງຫາກຄິດໄລ່ ເປັນເປີເຊັນ ກໍມີພຽງ 9 ເປີເຊັນ ແລະໃນຈໍານວນຣັຖມົນຕຣີ ແລະ ຣັຖມົນຕຣີທຽບເທົ່າ 68 ຄົນກໍມີແມ່ຍິງຮວມ ຢູ່ດ້ວຍ 5 ຄົນ ຂນະທີ່ມີ 24 ຄົນໃນຈໍານວນຮອງຣັຖມົນຕຣີ ແລະຮອງ ຣັຖມົນຕຣີທຽບເທົ່າ ທັງໝົດ 190 ຄົນ; ຕາມຂໍ້ມູນ ກົມຄຸ້ມຄອງພະນັກງານ ຂອງສປປລາວ ເດືອນ ມີຖຸນາ 2017.

ປີ 2018 ນີ້ຕາມຄໍາເວົ້າຂອງ ຍານາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ, ເປັນປີທີ່ ຢູ່ໃນຣະຍະ ທີ່ທາງສະຫະພັນ ແມ່ຍິງລາວ ພວມປັບປຸງ ການຈັດຕັ້ງ ປະຕິບັດ ແຜນພັທນາແມ່ຍິງລາວ ຄັ້ງທີ 7, ແຜນພັທນາ ຫລືແຜນງານແຫ່ງຊາດ ກ່ຽວກັບການ ສົ່ງເສີມຄວາມກ້າວໜ້າ ແມ່ແລະເດັກ ແຫ່ງຊາດ ໂດຍຕິດພັນກັບແຜນພັທນາ ແຫ່ງຊາດ ຄັ້ງທີ 8. ຍານາງ ອິນລາວັນ ກ່າວຕື່ມຕອນ ນຶ່ງວ່າ:

"ພັກຣັຖ ເພິ່ນໄດ້ວາງຄາດໝາຍວ່າ ໃຫ້ການນໍາເພດຍິງ ໄດ້ຈັກເປີເຊັນ ຍົກຕົວຢ່າງໃນມະຕິ 9 ເພິ່ນກະວ່າໃຫ້ເອື້ອຍນ້ອງແມ່ຍິງ ກວມເອົາ 15 ເປີເຊັນ ສະມາຊິກສະພາແຫ່ງຊາດ ກະຢາກໃຫ້ເອື້ອຍນ້ອງ ແມ່ຍິງເຮົາກວມເອົາ 25 ເປີເຊັນ ແລະ ໃນມະຕິ 10 ນີ້ ກະເພິ່ນໄດ້ວາງ ຄາດໝາຍ ວ່າໃຫ້ເອື້ອຍນ້ອງ ແມ່ຍິງພວກເຮົາກວມເອົາ 20 ເປີເຊັນ, ສະມາຊິກສະພາແຫ່ງຊາດ ກະຕ້ອງກວມເອົາ 30 ເປີເຊັນ."

ແລະນັ້ນກໍເປັນວຽກງານ ສໍາຄັນ ຂອງສະຫະພັນແມ່ຍິງລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ.

ຢ່າງໃດກໍຕາມ ຫາກເວົ້າເຖິງສະພາບຊີວິດການເປັນຢູ່ ຂອງແມ່ຍິງລາວ ໃນຕົວເມືອງ ແລະຊົນນະບົດ ໃນທົ່ວປະເທດແລ້ວ ເຫັນວ່າ ແຕກຕ່າງກັນຫລາຍ ເກືອບວ່າຮອບດ້ານ ບໍ່ວ່າຈະເປັນດ້ານການສຶກສາ ຫາຄວາມຮູ້, ການເຂົ້າເຖິງ ຫລືການໄດ້ຮັບການ ບໍຣິການ ດ້ານສຸຂພາບແລະອື່ນໆ. ການດີ້ນຮົນເພື່ອມີວຽກເຮັດ ງານທໍາ ມີຣາຍໄດ້ ພໍຊ່ວຍລ້ຽງຄອບຄົວ ເປັນບັນຫາສໍາຄັນ ຍິ່ງກວ່າອື່ນໃດໝົດ ສໍາລັບແມ່ຍິງລາວ ໂດຍສະເພາະ ຢູ່ເຂດຊົນນະບົດ ຫ່າງໄກ.

ບັນຫາທີ່ແມ່ຍິງລາວ ຮວມໄປເຖິງແມ່ຍິງ ວັຍຊອນສາວ ທີ່ຖານະຄອບຄົວ ທຸກຍາກ-ຂາດເຂີນ ປະເຊີນມາເຖິງ ປັດຈຸບັນນີ້ ສ່ວນນຶ່ງ ເລືອກທີ່ຈະອອກ ຈາກບ້ານໄປຊອກຫາວຽກງານເຮັດ ຢູ່ເຂດແຂວງອື່ນ ຫລືຂ້າມຊາຍແດນ ໄປຫາເຮັດວຽກ ຢູ່ປະເທດ ໃກ້ຄຽງເປັນຕົ້ນ ປະເທດໄທ ຊຶ່ງເປັນບັນຫາໜັກໜ່ວງ ທີ່ຈະແກ້ໄຂໄດ້ ສໍາລັບທາງການລາວ ຮວມທັງ ສະຫະພັນແມ່ຍິງລາວນໍາດ້ວຍ. ຍົກຕົວຢ່າງ ຢູ່ແຂວງໄຊຍະບູລີ ກໍໜີບໍ່ມົ້ມຈາກບັນຫານີ້. ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ແຂວງໄຊຍະບູລີ ກ່າວເມື່ອໄວໆມານີ້ ຕອນນຶ່ງວ່າ:

"ບັນຫາແມ່ຍິງເຮົາ ສູ່ມື້ນີ້ມີແຕ່ວ່າເອື້ອຍນ້ອງ ແມ່ຍິງຢູ່ເຂດຫ່າງໄກສອກຫລີກ ບ່ອນທຸກຍາກ ເນາະ ສ້າງຣາຍຮັບໃຫ້ຄອບຄົວ ກໍບໍ່ໄດ້ຕາມ ຄວາມຕ້ອງການ ກໍມີຈໍານວນນຶ່ງ ຫລັ່ງໄຫລພົ້ນຕົວເມືອງ ໄປຫາກິນຢູ່ນໍາບັນດາ ຫ້າງຮ້ານບາງບ່ອນ ກໍຖືກຕ້ອງ ບາງບ່ອນກໍບໍ່ຖືກຕ້ອງ ນອກຈາກນີ້ ສ່ວນນຶ່ງ ຈໍານວນນຶ່ງກໍຖືກຫລອກ ໄປອອກແຮງງານ ຢູ່ຕ່າງປະເທດ ແຂວງເຮົາແມ່ນຢູ່ກັບ ປະເທດໄທ ເນາະລະກໍໄປຈີນກໍມີ."

ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມຄໍາເວົ້າຂອງເຈົ້າໜ້າທີ່ແມ່ຍິງທ່ານນີ້ແລ້ວ ແມ່ນວ່າໃນແຜນງານປີ 2018 ນີ້ ແຂວງໄຊຍະບູລີ ຈະເນັ້ນໃສ່ ການຝຶກອົບຮົມ ວິຊາຊີບ ຝຶກສີໄມ້ລາຍມື ແລະການຊອກຫາວຽກເຮັດງານທໍາ ໃຫ້ແມ່ຍິງຢູ່ພາຍໃນແຂວງເອງ ຫລາຍຂຶ້ນ ເພື່ອບໍ່ໃຫ້ແມ່ຍິງ ໄປຊອກຫາວຽກງານເຮັດ ຢູ່ແຫ່ງອື່ນ ມີຣາຍໄດ້ຊ່ວຍລ້ຽງຄອບຄົວ.

ຢູ່ແຂວງອຸດົມໄຊ ໂດຍສະເພາະ ຢູ່ເຂດຊົນນະບົດຫ່າງໄກ ບັນຫາສໍາຄັນ ທີ່ໜ້າກັງວົນ ກໍບໍ່ມີຫຍັງແຕກຕ່າງ ໄປຈາກແມ່ຍິງແຂວງອື່ນໆ ນັ້ນກໍຄືບັນຫາ ບໍ່ມີວຽກເຮັດງານທໍາ ບໍ່ມີຣາຍໄດ້ເປັນປະຈໍານັ້ນເອງ; ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ຂອງ ແຂວງນີ້ ກ່າວ ຕໍ່ RFA ເມື່ອບໍ່ດົນຜ່ານມາວ່າ:

"ບັນຫາສໍາຄັນເນາະ ກະການມີວຽກເຮັດ ງານທໍາຂອງບັນດາເຜົ່າ ທີ່ວ່າຢູ່ເຂດຫ່າງໄກສອກຫລີກ ເວົ້າເຣື່ອງວຽກງານເຮັດນີ້ ມັນກະຍາກ ອາສັຍແຕ່ເຮັດໄຮ່ເຮັດສວນ ປູກຝັງລ້ຽງສັດ ລະບາງພາກສ່ວນ ກໍຢາກອອກໄປມີວຽກເຮັດງານ ທໍາກະເລີຍວ່າໄປ ເຮັດວຽກ ຢູ່ຕ່າງປະເທດ ໂຕນີ້ເຮົາກໍໜ້າເປັນຫ່ວງ. ກະຢາກໃຫ້ມີວິຊາຊີບ ຢູ່ພາຍໃນເມືອງ ຂອງພວກເຮົາ ໃຫ້ຢູ່ໃນປະເທດຂອງພວກເຮົາ. ມີແຕ່ບັນຫານີ້ ທີ່ວ່າເຮົາ ເປັນຫ່ວງ."

ຍ້ອນວ່າມັນມີບັນຫາ ບໍ່ວ່າຈະໄປໄທ ຫລືວ່າໄປຈີນ ຊຶ່ງແມ່ຍິງຈໍານວນນຶ່ງ ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຄ້າທາງເພດ ຄ້າໃຊ້ ແຮງງານໜັກ ຫລືຖືກນາຍຈ້າງເອົາປຽບ ເຖິງແມ່ນວ່າຈະໄປແບບ ຖືກຕ້ອງ ຫລືບໍ່ຖືກຕ້ອງ ຕາມກົດໝາຍກໍຕາມ.

ແຕ່ສໍາລັບແມ່ຍິງ ເມືອງປາກແບງ ຊຶ່ງເປັນເມືອງພູດອຍ 99 ສ່ວນຮ້ອຍ ແລະກໍເປັນເຂດ ທີ່ເຮືອທ່ອງທ່ຽວ ແມ່ນໍ້າຂອງ ມາແວ່ພັກຊົມ ທິວທັດ ນັ້ນ ວ່າໄປເຮັດວຽກ ຢູ່ເຂດອື່ນ ຫລືໄປປະເທດ ເພື່ອນບ້ານ ແມ່ນມີໜ້ອຍ ສ່ວນຫລາຍແມ່ນເຮັດວຽກ ຢູ່ພາຍໃນ ແຂວງ ຊ່ວຍຄອບຄົວ ປູກຝັງລ້ຽງສັດ ເປັນສ່ວນໃຫຍ່ ແລະກໍມັກມີໂຄງການ ຕ່າງປະເທດ ເຂົ້າມາຊ່ວຍຝຶກອົບຮົມ ຢູ່ເລື້ອຍ; ຍານາງກ່າວ:

"ຝຶກອົບຮົມໃຫ້ບໍ່ ການທໍາການຜລິດບໍ່ ລະກະມີໂຄງການ ຄຸ້ມຄອງປ່າໄມ້ແບບ ຍືນນານສົ່ງເສີມຫັຖກັມ ສີໄມ້ລາຍມື ຂອງບັນດາເຜົ່າ ເປັນສິນຄ້າຕລາດ ສິນຄ້າທີ່ລະລຶກ ສໍາລັບນັກທ່ອງທ່ຽວ."

ການບໍ່ໄດ້ເຂົ້າໂຮງຮຽນ ບໍ່ມີຄວາມຮູ້ ບໍ່ມີວຽກງານເຮັດ ເພື່ອມີຣາຍໄດ້ເປັນຫລັກແຫລ່ງ ຊ່ວຍຄອບຄົວ ຂອງແມ່ຍິງໃນເຂດ ຊົນນະບົດ ຫ່າງໄກ ທັງໃນແຂວງພາກເໜືອ ພາກກາງແລະພາກໃຕ້ ຂອງລາວ ຈະວ່າໄປແລ້ວ ກໍເປັນສາເຫດສໍາຄັນແນວນຶ່ງ ທີ່ ເຮັດໃຫ້ແມ່ຍິງ ຖືກຕົວະຍົວະ-ຫລອກລວງ ໄປຕົກເປັນຜູ້ເຄາະຮ້າຍ ຕົກຣະກໍາລໍາບາກ ຢູ່ປະເທດເພື່ອນບ້ານ ຈໍານວນບໍ່ໜ້ອຍ ເທົ່າຮອດທຸກມື້ນີ້.

ເວົ້າສະເພາະຢູ່ປະເທດໄທ ກໍມີຮວມທັງເດັກນ້ອຍ ແມ່ຍິງອາຍຸ 13 ປີຈາກແຂວງ ພາກໃຕ້ທີ່ໄປນໍາພໍ່ແມ່ ທີ່ເປັນຄົນງານນັ້ນ ຖືກຂົ່ມຂູ່ ແລະຫລອກລວງ ໄປໃຫ້ໝູ່ ຂອງລູກຊາຍ ນາຍຈ້າງ ຂົ່ມຂຶນເພື່ອສໍາຣະໜີ້ ໃຫ້ເຂົາຕາມທີ່ເປັນຂ່າວຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.