ດຣ.ບຸນທອນພ້ອມຄນະ ເຄື່ອນໄຫວ ການເມືອງ
2017.05.23
ຄນະຜູ້ແທນພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ທີ່ມີສູນກາງ ຢູ່ປະເທສເຢັຽຣະມັນ ນຳໂດຍ ດຣ.ບຸນທອນ ຈັນທະລາວົງ ວີເຊີ ຜູ້ເປັນ ປະທານ ໄດ້ເດີນທາງໄປ ຮ່ວມການເຄື່ອນໄຫວ ພາລະກິດ ການເມືອງ ຢູ່ປະເທສ ການາດາ ແລະສະຫະຣັຖ ອະເມຣິກາ ອັນມີທັງການ ຊຸມນຸມ ປະທ້ວງ ປະນາມ ທາງການ ສປປລາວ ທີ່ລະເມີດ ສິດທິມະນຸດ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ ຢ່າງຮຸນແຮງ ແລະ ທວງໃຫ້ ວຽດນາມ ຍຸຕິ ຄອບຄອງລາວ, ລົບລ້າງ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ປີ 1977.
ຄນະໄດ້ພົບພໍ້ກັບເຈົ້າໜ້າທີ່ອາວຸໂສທາງການ ຂອງສອງປະເທສ ກັບອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບາລ ແລະອົງການ ສະພາບແວດລ້ອມ Green Peace ແລະ ອົງການນີຣະໂທດກັມ ສາກົນ. ພ້ອມກັນນັ້ນ ດຣ.ບຸນທອນ ກໍເວົ້າເຖິງການເຄື່ອນໄຫວ ພາລະກິດ ໃນຕອນບ່າຍວ່າ: ສຽງ..
ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ພຶສພາ 2017 ພາຍຫລັງ ໄດ້ສໍາເຣັດ ພາລະກິດ ໃນການເຄື່ອນໄຫວ ວຽກງານ ການເມືອງ ຢູ່ສອງປະເທສ ຄືການາດາ ແລະ ສະຫະຣັຖ ອະເມຣິກາ ແຕ່ມື້ວັນທີ 14 ເຖິງວັນທີ 19 ພຶສພາ ຊຶ່ງ ດຣ. ບຸນທອນ ແລະ ຄນະຕີຣາຄາວ່າ ໄດ້ຮັບຜົລສໍາເຣັດ ເປັນທີ່ໜ້າ ພໍໃຈ.