ລາວວ່າຍິນດີແລກປ່ຽນຮຽນຮູ້ ກັບ ຈີນ
2014.11.03
ທາງການ ລາວ ຖແລງ ຕໍ່ ສະມາຊິກ ກົມການເມືອງ ພັກ ຄອມມູຍນິສ ຈີນ ວ່າ ມີ ຄວາມມຸ້ງໝາຍ ຢາກເຫັນ ສອງພັກ ແລກປ່ຽນ ບົດຮຽນ ກັນ ເພື່ອສ້າງ ປະເທດ ໃນ ຣະບອບ ສັງຄົມນິຍົມ ໃຫ້ເຂັ້ມແຂງ.
ເມື່ອ ວັນເສົາ ວັນທີ 1 ພຶສຈິກາ ນີ້ ສະມາຊິກ ກົມ ການເມືອງ ສູນກາງພັກ ຄອມມູຍນິສ ຈີນ ທ່ານ Liu Quibao ທັງເປັນ ຫົວໜ້າ ກົມ ໂຄສະນາ ທິສດີ ສູນກາງພັກ ໄດ້ເດີນທາງ ມາຮ່ວມ ໃຫ້ການ ສັມມະນາ ທິສດີ ແລະ ປະສົພການ ໃນການ ສ້າງ ສັງຄົມ ນິຍົມ ໃຫ້ ສະມາຊິກ ພັກ ປະຊາຊົນ ປະຕິວັດ ລາວ ກ່ຽວກັບ ການສ້າງ ສັງຄົມ ນິຍົມ ພາຍໃຕ້ ຫລັກການ ແຫ່ງ ຣະບຽບ ກົດໝາຍ.
ການເດີນທາງ ມາໃຫ້ ສັມມະນາ ຄັ້ງນີ້ ນັບວ່າເປັນ ຄັ້ງທີ່ 3 ແລະ ມີຂຶ້ນ ປະມານ ນຶ່ງ ອາທິດ ເທົ່ານັ້ນ ຫລັງຈາກ ກອງປະຊຸມ ຄົບ ອົງຄນະ ຂອງ ສະມາຊິກ ສູນກາງ ພັກ ຄອມມູຍນິສ ຈີນ ຄັ້ງທີ 4 ຂອງ ສູນກາງ ພັກ ຄອມມູຍນິສ ສມັຍ ທີ 18 ໄດ້ຮັບ ເອົາ ໂຄງຮ່າງ ການ ປະຕິຮູບ ພັກ ຄອມມູຍນິສ ຈີນ ວ່າດ້ວຍ ການ ເຮັດໃຫ້ ອໍານາດ ພັກ ລວມສູນ ມີຄວາມ ເຂັ້ມແຂງ ເພື່ອ ສ້າງ ຣະບອບ ສັງຄົມ ນິຍົມ ພາຍໃຕ້ ຫລັກການ ແຫ່ງ ຣະບຽບ ກົດໝາຍ.
ໃນການ ແລກປ່ຽນ ບົດຮຽນ ທີ່ວ່າ ນີ້ ທ່ານ ບຸນຖອງ ຈິດມະນີ ສະມາຊິກ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ບອກກັບ ຝ່າຍຈີນ ວ່າ ຢາກເຫັນ ສອງພັກ ແລກປ່ຽນ ບົດຮຽນ ກັນ ເພື່ອ ສ້າງ ປະເທດ ຣະບອບ ສັງຄົມ ນິຍົມໃຫ້ ເຂັ້ມແຂງ ພາຍໃຕ້ ຫລັກການ ແຫ່ງ ຣະບຽບ ກົດໝາຍ.
ໃນການ ພົບປະ ກັບ ຄນະຜູ້ນໍາ ຂອງລາວ ທີ່ ນໍາພາ ໂດຍ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ປະທານ ປະເທດ ນັ້ນ ທ່ານ Liu Quibao ກ່າວ ຢໍ້າວ່າ ຈີນ ແລະ ລາວ ເປັນ ສະມາຊິກ ຊຸມຊົນ ຍຸທສາຕ ທີ່ ມີ ຊາຕາກັມ ດຽວກັນ. ຈີນ ມີຄວາມ ມຸ້ງມາດ ປາຖານາ ຢາກ ເຮັດວຽກ ຮ່ວມກັບ ຝ່າຍລາວ ເພື່ອ ສົ່ງເສີມ ຄວາມ ເຊື່ອຖື ໃນ ຣະດັບ ສູງ ທາງດ້ານ ການເມືອງ ຮ່ວມກັນ ການ ຮ່ວມມື ທາງດ້ານ ເສຖກິດ ແລກ ປ່ຽນດ້ານ ວັທນະທັມ ຊຶ່ງ ຕ່າງຝ່າຍ ໄດ້ຮັບ ໄຊຊນະ ແລະ ສືບຕໍ່ ເປັນຄູ່ ການຮ່ວມມື ຍຸທສາຕ ຮອບດ້ານ ຣະຫ່ວາງ ສອງ ປະເທດ.
ສ່ວນ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປ ລາວ ກ່າວວ່າ ລາວ ຖືເປັນ ຄວາມສໍາຄັນ ຍິ່ງ ໃນຄວາມ ສັມພັນ ຣະຫ່ວາງ ສອງ ປະເທດ ແລະ ມີຄວາມ ມຸ້ງມາຕ ປາຖນາ ຊຸກຍູ້ ໃຫ້ມີ ການ ແລກປ່ຽນ ແລະ ການ ຮ່ວມມື ຣະຫ່ວາງ ສອງ ພັກ ແລະ ສອງ ປະເທດ. ອີງຕາມ ຣາຍງານ ຂອງ ອົງການ ຂ່າວ ຊິນຫົວ.
ຜ່ານມາ ເຈົ້າໜ້າທີ່ ຈີນ ຣະດັບ ກັມມະການ ກົມການເມືອງ ສູນກາງພັກ ແລະ ຫົວໜ້າ ກົມ ໂຄສະນາ ທິສດີ ການເມືອງ ທີ່ ມາຮ່ວມ ໃຫ້ການ ສັມມະນາ ແກ່ ສະມາຊິກ ກົມ ການເມືອງ ແລະ ສະມາຊິກ ກັມມະການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຄັ້ງທີນຶ່ງ ມີຂຶ້ນ ເມື່ອ ວັນທີ່ 22 ຕຸລ ປີ 2010 ໂດຍແມ່ນ ທ່ານ Liu Yunshan ຊຶ່ງ ເວລາ ນັ້ນ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ຍັງເປັນ ປະທານ ສະພາ ປະຊາຊົນ ຢູ່. ໃນ ຄໍາປາໄສ ຂອງ ທ່ານ Liu Yunshan ທ່ານ ກໍວ່າ ຈີນ ແລະ ລາວ ເປັນປະເທດ ສັງຄົມ ນິຍົມ ແບບ ດຽວກັນ. ພັກກໍາ ອໍານາດ ທັງສອງ ພັກ ຂອງ ສອງ ປະເທດ ໄດ້ ບັນລຸ ຜົນສໍາເຣັດ ຫລາຍດ້ານ ໃນການ ສ້າງ ຣະບອບ ສັງຄົມ ນິຍົມ ແຕ່ ໃນຂນະ ດຽວກັນ ທັງ ສອງ ພັກ ໄດ້ປະເຊີນ ກັບ ວຽກງານ ທີ່ ທ້າທາຍ ອັນດຽວ ກັນ.
ມັນມີ ຄວາມ ສໍາຄັນ ທີ່ ສອງພັກ ແລະ ສອງ ປະເທດ ຕ້ອງ ແລກປ່ຽນ ບົດຮຽນ ກັນ ແລະ ຮຽນຮູ້ ນໍາກັນ ຫລາຍຂຶ້ນ ໃນການ ສ້າງ ສັງຄົມ ນິຍົມ ທັນສະໄໝ. ທ່ານວ່າ 30 ກ່ວາ ປີ ທີ່ ຈີນ ໄດ້ດໍາເນີນ ການ ປະຕິຮູບ ປະເທດ ແລະ ດໍາເນີນ ຂັ້ນຕອນ ເປີດກວ້າງ ມານີ້ ເຫັນວ່າ ມີຄວາມ ສໍາຄັນ ຕ້ອງມີ ການ ສືບຕໍ່ ດັດແປງ ທິສດີ ໃໝ່ ໄປເລື້ອຍໆ ເພື່ອຊີ້ນໍາ ວຽກງານ ສ້າງ ສັງຄົມ ນິຍົມ, ແລະ ມັນມີ ຄວາມ ສໍາຄັນ ທີ່ຕ້ອງ ຍຶດໝັ້ນ ຢູ່ກັບ ການ ປະຕິຮູບ ເປີດກວ້າງ.
ມັນມີ ຄວາມ ສໍາຄັນ ທີ່ຕ້ອງ ພັທນາ ເສຖກິດ ແບບ ມີການ ປະສົມ ປະສານ ກັບ ການເມືອງ ວັທນະທັມ ແລະ ສັງຄົມ. ມັນມີ ຄວາມ ສໍາຄັນ ຕ້ອງເຮັດ ໃຫ້ການ ປະຕິຮູບ ມີ ຄວາມກໍ້າເກິ່ງ, ການ ພັທນາ ໄປຄຽງຄູ່ ກັບ ສເຖັຽ ຣະພາບ. ມັນມີ ຄວາມ ສໍາຄັນ ທີ່ ຕ້ອງ ດໍາເນີນ ນະໂຍບາຍ ການເມືອງ ຕ່າງ ປະເທດ ແບບ ມີ ເອກຣາດ ສັນຕິພາບ ແລະ ຍຶດໝັ້ນ ກັບ ເສັ້ນທາງ ພັທນາ ແບບ ສັນຕິ.
ການໃຫ້ ສັມມະນາ ທິສດີ ຂອງ ທ່ານ Liu Yunshan ຍືດຍາວ ພໍສົມຄວນ ແຕ່ກໍ ກ້ຽວມາ ສລຸບວ່າ ເພື່ອ ຈະບັນລຸ ວຽກງານ ສ້າງ ສັງຄົມ ນິຍົມ ໃຫ້ໄດ້ ຕາມ ຈຸດປະສົງ ແລະ ຄາດໝາຍ ນີ້ ມັນມີ ຄວາມ ສໍາຄັນ ທີ່ຕ້ອງເຮັດ ໃຫ້ການ ນໍາພາ ພັກ ຄອມມູຍນິສ ຈີນ ມີຄວາມ ເຂັ້ມແຂງ ແລະ ປັບປຸງ ຄວາມ ສາມາດ ໃນ ການ ປົກຄອງ ຂອງພັກ.
ມາຮອດ ທຸກວັນ ນີ້ ຫລາຍຄົນ ໃນໂລກ ເສຣີ ນິຍົມ ຊຶ່ງ ບໍ່ຄ່ອຍ ກ່າວເຖິງ ຄວາມ ສໍາຄັນ ຂອງ ຣະບອບ ຄອມມູຍນິສ ພໍເທົ່າໃດ ແຕ່ບາງຄັ້ງ ກໍຍັງ ຖາມກັນ ຢູ່ວ່າ ແມ່ນຫຍັງ ຄື ຣະບອບ ສັງຄົມ ນິຍົມ ແລະ ແມ່ນຫຍັງ ຄື ຣະບອບ ຄອມມູຍນິສ ແທ້ໆ?
ຕາມນິຍາມ ສັ້ນໆ ຂອງ ທິສດີ ມັກຊິສ ເລນີນິສ ທີ່ ລົ້ມ ສລາຍ ໄປແລ້ວ ນັ້ນ ສັງຄົມ ນິຍົມ ແມ່ນ ຣະບອບ ສັງຄົມ ທີ່ ມີຄວາມ ກ້າວໜ້າ ແລະ ມີຄວາມ ຈະເຣີນ ຮຸ່ງເຮືອງ ໝົດທຸກໆ ດ້ານ, ແຕ່ວ່າ ກ່ອນ ຈະຂ້າມ ໄປ ສູ່ ຣະບອບ ສັງຄົມ ນິຍົມ ນັ້ນ ຕ້ອງໄດ້ ຜ່ານ ຣະບອບ ທຶນນິຍົມ ເສັຽກ່ອນ.
ຍັງບໍ່ ເທົ່ານັ້ນ ການ ໂຄສະນາ ຂອງ ທິສດີ ໄຝ່ຝັນ ໄປຍັງ ຣະບອບ ຄອມມູຍນິສ ເວົ້າວ່າ ຣະບອບ ທຶນ ນິຍົມ ກໍຄື ຣະບອບ ຂ້າມຜ່ານ ໄປຍັງ ຣະບອບ ສັງຄົມ ນິຍົມ. ຫລັງຈາກ ສ້າງ ຣະບອບ ສັງຄົມ ນິຍົມ ໃຫ້ເຖິງ ຂັ້ນ ສູງສຸດ ແລ້ວ ຈຶ່ງ ກ້າວເຂົ້າສູ່ ການສ້າງ ຣະບອບ ຄອມມູຍນິສ. ດັ່ງນັ້ນ ບັນດາ ປະເທດ ທີ່ໄຝ່ຝັນ ໄປຍັງ ຣະບອບ ສັງຄົມ ນິຍົມ ທີ່ ຍັງຫລົງ ເຫລືອຢູ່ ບໍ່ພໍເທົ່າໃດ ປະເທດ ໃນ ທຸກມື້ນີ້ ຈຶ່ງມັກ ໂຄສະນາ ໃຊ້ຄໍາ ຂວັນວ່າ ພວກເຮົາ ຕ້ອງ ເອົາ ຣະບອບ ທຶນນິຍົມ ເປັນແປ້ນຢັນ ໃນການ ສ້າງ ຣະບອບ ສັງຄົມ ນິຍົມ.
ຖ້າເວົ້າ ຕາມ ນິຍາມ ທີ່ ບົ່ງໄວ້ ຢູ່ໃນ ເອກສານ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແລ້ວ ໃນ ຣະບົບ ການເມືອງ ຂອງ ຣະບອບ ປະຊາ ທິປະໄຕ ສັງຄົມ ນິຍົມ ແມ່ນ ປະກອບ ດ້ວຍ ສາມ ພາກສ່ວນ ພື້ນຖານ ຄື: ພັກ ຄອມມິວນິສ ຣັຖ ຜະເດັດການ ກໍາມະຊີບ, ອົງການ ຈັດຕັ້ງ ມະຫາຊົນ ແລະ ອົງການ ຈັດຕັ້ງ ແນວໂຮມ.
ຣາຍງານ ຂອງ ອົງການ ຂ່າວ ຊິນຫົວ ໃນວັນ ທີ່ 22 ຕຸລາ ປີ 2010 ນັ້ນ ຫລັງຈາກ ທ່ານ Liu Yunshan ໄດ້ ແລກປ່ຽນ ບົດຮຽນ ຂອງ ຈີນ ໃຫ້ ແກ່ ສະມາຊິກ ກັມມະການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຈີນ ປະມານ 100 ກວ່າ ຄົນ ທີ່ ເຂົ້າຮ່ວມ ຟັງການ ບັລຍາຍ ເປັນທີ່ ຮຽບຮ້ອຍ ແລ້ວ, ທ່ານ ທອງສິງ ທໍາມະວົງ ກໍໄດ້ ຖອດຖອນ ບົດຮຽນ ຂອງ ຝ່າຍລາວ ໃນການ ພັທນາ ເສຖກິດ ຂອງ ປະເທດ ແລະ ເວົ້າ ວ່າ ລາວ ໄດ້ ປະຕິບັດ ພາລະກິດ ປັບປຸງ ຄວາມ ສວັດດີພາບ ຂອງ ສັງຄົມ ແລະ ສ້າງກົງຈັກ ຣັຖບານ ພາຍໃຕ້ ຣະບຽບ ຫລັກການ ແຫ່ງ ກົດໝາຍ. ທ່ານວ່າ ປະສົພການ ຂອງລາວ ທີ່ ໄດ້ມານີ້ ຮັບປະກັນ ໃຫ້ມີ ການ ພັທນາ ແນວທາງ ປ່ຽນແປງ ໃໝ່ ເພື່ອສ້າງ ສັງຄົມ ນິຍົມ. ທ່ານ ທອງສິງ ກ່າວ ມ້ວນທ້າຍ ວ່າ ການ ແລກປ່ຽນ ທິສດີ ແລະ ບົດຮຽນ ໂຕຈິງ ຣະຫ່ວາງ ລາວ ກັບ ຈີນ ໃນການ ສ້າງ ສັງຄົມ ນິຍົມ ນີ້ ຈະເຮັດໃຫ້ ແນວທາງ ປ່ຽນແປງ ໃໝ່ ແລະ ການ ປະຕິຮູບ ຂອງລາວ ແລະ ຈີນ ກ້າວ ຂຶ້ນສູ່ ຣະດັບສູງ ຕື່ມອີກ.
ນັບແຕ່ ນັ້ນມາ ການ ແລກປ່ຽນ ເຈົ້າໜ້າທີ່ ຣະຫ່ວາງ ສອງ ພັກ ແລະ ຣັຖ ລາວ ກັບ ຈີນ ໃນທຸກໆ ຣະດັບ ກໍມີ ເພີ້ມຂຶ້ນ ເລື້ອຍໆ. ຈີນ ສືບຕໍ່ ໃຫ້ການ ຊ່ວຍເຫລືອ ແກ່ ລາວ ເພື່ອ ພັທນາ ໂຄງລ່າງ ພື້ນຖານ ຂອງ ປະເທດ ໃຫ້ທຶນ ແກ່ ນັກ ສຶກສາ ໄປຮຽນຕໍ່ ຢູ່ ປະເທດຈີນ ຫລາຍຂຶ້ນ.
ສ່ວນ ຝ່າຍລາວ ກໍເອື້ອ ອໍານວຍ ຄວາມ ສະດວກ ໃຫ້ແກ່ ນັກລົງທຶນ ຈາກ ປະເທດຈີນ ໃນການ ດໍາເນີນ ທຸຣະກິດ ທີ່ ນອນຢູ່ ໃນ ໂຄງການ ຮ່ວມມື ຣະຫ່ວາງ ສອງ ປະເທດ ຫລາຍຂຶ້ນ ເຊັ່ນກັນ. ການ ພົບປະ ຣະດັບ ຜູ້ນໍາ ພັກ ຂອງລາວ ແລະ ຈີນ ຄັ້ງທີ່ ສອງ ມີຂຶ້ນ ເມື່ອວັນທີ່ 1 ກໍຣະກະດາ ປີ 2014 ຣະຫ່ວາງ ທ່ານ ບຸນຍົງ ວໍຣະຈິດ ເລຂາທິການ ປະຈໍາ ກັມມະການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ກັບ ທ່ານ Guo Yezhou ກໍາມະການ ສູນກາງ ພັກ ຄອມມູຍນິສ ຈີນ ເພື່ອ ແລກປ່ຽນ ບົດຮຽນ ທີ່ ຈີນ ປະສົບ ຜົນສໍາເຣັດ ໃນການ ຈັດຕັ້ງ ປະຕິບັດ ມະຕິ ຂອງ ກອງ ປະຊຸມ ກັມມະການ ສູນກາງ ພັກ ຄອມມູຍນິສ ຈີນ ຄົບ ອົງປະກອບ ຄັ້ງທີ່ 3 ຂອງ ກອງປະຊຸມ ຫລວງ ພັກ ສະໄໝ ທີ່ 18.
ຄວາມສັມພັນ ຍຸທສາຕ ແບບ ຮອບດ້ານ ຣະຫ່ວາງ ລາວ ກັບ ຈີນ ເຮັດໃຫ້ ຜູ້ສັງເກດ ການ ດ້ານການ ເມືອງ ທັງຫລາຍ ເວົ້າວ່າ ລາວ ມີ ທໍ່ຫາຍໃຈ ຕື່ມອີກ ໃນການ ສ້າງຄວາມ ກໍ້າເກິ່ງ ຂອງ ອໍານາດ ທາງ ການເມືອງ ຫລັງຈາກ ທີ່ ຕົກຢູ່ ໃນຄວາມ ຜູກຂາດ ຂອງ ວຽດນາມ ເປັນ ເວລາ ຍາວນານ. ແຕ່ ໃນຄວາມ ເປັນຈິງ ນັ້ນ ລາວ ກັບ ວຽດນາມ ກໍບໍ່ໄດ້ ເລີກລາ ການ ກ່າວອ້າງ ເຖິງຄວາມ ສັມພັນ ແບບ ພິເສດ ທີ່ ທັງສອງ ພັກ ສອງ ຣັຖ ໄດ້ມີມາ ເປັນເວລາ ຫລາຍ ສິບ ປີ ນັບແຕ່ມື້ ລົງນາມ ໃນສັນຍາ ເປັນ ຕົ້ນມາ.
ເມື່ອວັນທີ່ 7 ເມສາ ປີ 2014 ຜ່ານມາ ນີ້ເອງ ພັກ ປະຊາຊົນ ປະຕິວັດ ລາວ ກັບ ພັກຄອມມູຍນິສ ວຽດນາມ ໄດ້ ຈັດ ກອງປະຊຸມ ສັມມະນາ ຄັ້ງ ທີ່ສອງ ກ່ຽວກັບ ທິສດີ ລັດທິ ສັງຄົມ ນິຍົມ ມາກຊິສ ເລນີນິສ ເປັນ ເວລາ 2 ວັນ ທີ່ ນະຄອນ ຫລວງ ວຽງຈັນ. ຄນະຜູ້ແທນ ຝ່າຍ ວຽດນາມ ແມ່ນ ນໍາພາ ໂດຍ ທ່ານ Dinh The Huynh, ສະມາຊິກ ກົມການເມືອງ ເລຂາ ປະຈໍາ ກັມມະການ ສູນກາງ ພັກ ແລະ ຫົວໜ້າ ກົມ ອົບໂຮມ ທິສດີ ການເມືອງ.
ສ່ວນຝ່າຍ ລາວ ແມ່ນ ທ່ານ ມື້ລາງ ເຈືອງ ສົມບູນຂັນ ເລຂາ ປະຈໍາ ກັມມະການ ສູນກາງ ພັກ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຫົວໜ້າ ຄນະ ກັມມະການ ໂຄສະນາ ແລະ ຝຶກ ອົບໂຮມ. ກອງປະຊຸມ ໄດ້ ສຸມ ໃສ່ ການນໍາພາ ຂອງ ພັກ ແລະ ຄວາມ ແຂງແກ່ນ ໃນການ ຕໍ່ສູ້ ຂອງ ພັກ ຊຶ່ງເປັນ ພັກ ກໍາອໍານາດ ພັກດຽວ ໃນຂອບ ຂອງລາວ ແລະ ວຽດນາມ. ທ່ານ Dinh The Huynh ກ່າວ ໃນຕອນນຶ່ງ ວ່າ ຄວາມ ແຂງ ແກ່ນ ໃນການ ນໍາພາ ຂອງ ພັກ ເປັນ ອົງປະກອບ ຕັດສີນ ຊີ້ຂາດ ສໍາລັບ ຄວາມມີ ສະເຖັຽ ຣະພາບ ແລະ ການພັທນາ ທີ່ ຍືນຍົງ ຂອງ ແຕ່ລະ ປະເທດ ຕາມ ເສັ້ນທາງ ປ່ຽນແປງ ໃໝ່ ສັງຄົມ ນິຍົມ ທີ່ ສອດຄ່ອງ ໄປຕາມ ສະພາບການ.
ທ່ານວ່າ ແນວທາງ ປ່ຽນແປງ ໃໝ່ ຂອງ ການນໍາພາ ຂອງ ພັກ ຂອງ ສອງ ປະເທດ ນີ້ ແມ່ນ ຍຶດໝັ້ນ ນໍາການ ຜັນຂຍາຍ ແລະ ການຈັດຕັ້ງ ປະຕິບັດ ທິສດີ ສັງຄົມ ນິຍົມ ມາກຊີສ ເລນີນິສ. ມາຮອດ ບ່ອນນີ້ ເຮົາ ຂໍ ຢໍ້າຄືນ ວ່າ ທິສດີ ສັັງຄົມ ນິຍົມ ຂອງ ວຽດນາມ ແຕກຕ່າງ ກັບ ແນວຄິດ ທິສດີ ສັງຄົມ ນິຍົມ ຂອງ ຈີນ. ຈີນ ດໍາເນີນ ສ້າງ ສັງຄົມ ນິຍົມ ຕາມ ລັກສນະ ຂອງ ຈີນເອງ. ໃນສະໄໝ ສົງຄາມ ເຢັນ ອາດີດ ສະຫະ ພາບ ສັງຄົມ ນິຍົມໂຊວຽດ ຣັສເຊັຽ ກ່າວໃສ່ ຈີນ ວ່າ ຈີນ ບໍ່ໄດ້ ໄປຕາມ ແນວທາງ ລັດທິ ສັງຄົມ ນິຍົມ ດັ້ງເດີມ ແຕ່ ໄປຕາມ ເສັ້ນທາງ ດັດແກ້ ຊຶ່ງ ເຮົາມັກ ເອີ້ນກັນ ແບບ ສັ້ນໆວ່າ ລັດທິ ແກ້.
ເຖິງຢ່າງໃດ ກໍດີ ວຽດນາມ ຈີນ ແລະ ລາວ ກໍ ພຍາຍາມ ແລກປ່ຽນ ບົດຮຽນ ຣະຫ່ວາງ ກັນ ຫລາຍຂຶ້ນ ກ່ຽວກັບ ການ ນໍາພາ ຂອງ ພັກ ທີ່ ໃຊ້ແນວທາງ ທິສດີ ສັງຄົມ ນິຍົມ ທີ່ ແຕກຕ່າງ ກັນ ບ້າງ ເລັກນ້ອຍ ນີ້.
ຫລັງຈາກ ທ່ານ Liu Quibao ໄດ້ສິ້ນສຸດ ການໃຫ້ ສັມມະນາ ກ່ຽວກັບ ການສ້າງ ສັງຄົມ ນິຍົມ ພາຍໃຕ້ ຫລັກການ ແຫ່ງ ຣະບຽບ ກົດໝາຍ ຢູ່ລາວ ໃນວັນທີ່ 2 ພຶສຈິກາ ປີ 2014 ນີ້ແລ້ວ ຄນະ ຜູ້ແທນ ຈີນ ທີ່ ທ່ານ Liu Quibao ເປັນ ຫົວໜ້າ ຈະເດີນທາງ ຕໍ່ໄປ ຮ່ວມ ການ ສັມມະນາ ຢູ່ ປະເທດ ວຽດນາມ ຈົນຮອດ ວັນທີ່ 5 ພຶສຈິກາ.
ໃນການ ແລກປ່ຽນ ບົດຮຽນ ກັບ ຈີນ ນັ້ນ ເປັນທີ່ ສັງເກດ ວ່າ ລາວ ຍັງບໍ່ ສາມາດ ເອີ່ຍໄດ້ ຢ່າງເຕັມ ປາກວ່າ ການສ້າງ ສັງຄົມ ນິຍົມ ຂອງລາວ ຈະເອົາ ໄປຕາມ ແນວທາງ ຂອງ ຈີນ ຫລືບໍ່ ແຕ່ ແນ່ນອນ ທີ່ສຸດ ໃນ ເວລາ ທ່ານ Dinh The Huynh ສະມາຊິກ ກົມ ການເມືອງ ເລຂາ ປະຈໍາ ກັມມະການ ສູນກາງ ພັກ ແລະ ຫົວໜ້າ ກົມ ອົບໂຮມ ທິສດີ ການເມືອງ ວຽດນາມ ໄດ້ກ່າວ ໄປນັ້ນ ທ່ານ ເຈືອງ ສົມບູນຂັນ ເລຂາ ປະຈໍາ ກັມມະການ ສູນກາງ ພັກ ພັກ ປະຊາຊົນ ປະຕິວັດ ລາວ ກໍໄດ້ກ່າວ ໃນ ທໍານອງ ດຽວກັນ ໝົດ.
ທ່ານວ່າ ມັນມີ ຄວາມ ຈໍາເປັນ ທີ່ຕ້ອງ ປັບປຸງ ການນໍາພາ ຂອ ງພັກ ຍົກສູງ ບົດບາດ ຂອງ ພັກ ໃນການ ປະຕິບັດ ທິດທາງ ຊີ້ນໍາ ຂອງພັກ ໃນການ ຈັດຕັ້ງ ປະຕິບັດ ຕາມຫລັກ ການ ປະຊາ ທິປະໄຕ ລວມສູນ.
ໃນທາງ ປະຕິບັດ ນັ້ນ ພັກ ປະຊາຊົນ ປະຕິວັດ ລາວ ຈະເຮັດໄດ້ ນ້ອຍ ຫລາຍ ຂນາດໃດ ນັກ ສັງເກດການ ທັງຫລາຍ ຄົງເວົ້າ ເປັນ ສຽງດຽວ ກັນວ່າ ມັນຂຶ້ນຢູ່ ກັບວ່າ ສະມາຊິກ ພັກ ແລະ ພນັກງານ ຣັຖ ຈະຮັກສາ ສິນທັມ ປະຕິວັດ ໄດ້ ຫລືບໍ່ ເພາະວ່າ ອຸປສັກ ໃຫ່ຽໆ ຂອງຈີນ ວຽດນາມ ແລະ ລາວ ຕໍ່ການ ນໍາພາ ແມ່ນການ ສໍ້ຣາສ ບັງຫລວງ ຂອງ ສະມາຊິກ ພັກ ແລະ ພນັກງານ ຣັດ ຊຶ່ງ ຈີນ ແລະ ວຽດນາມ ເຄີຍ ກ່າວ ສະເໝີວ່າ ມັນຂົ່ມຂູ່ ຄວາມ ຢູ່ລອດ ຂອງພັກ.