40 ປີຊາວລາວປາກບໍ່ໄດ້ ໄອບໍ່ດັງ

ຈໍາປາທອງ
2015.11.24
F-Communist ທຸງ ເຄື່ອງໝາຍ ລັດທິ ຄອມມິວນິສ
courtesy of crwflags

ສິດ ເສຣີພາບ ແລະ ປະຊາທີປະຕັຍ ຂອງ ປະຊາຊົນ ຢູ່ ສປປລາວ ຖືກ ຢຽບຍ່ຳ ມາໂດຍ ຕລອດ ທັງ ໃນຣະຍະ ທີ່ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ເອົາມະຕິ ຄຳສັ່ງ ຂອງຕົນ ເປັນຣະບຽບ ກົດໝາຍ ແລະ ໃນຣະຍະ ທີ່ມີ ຣັຖທັມນູນ ແລະ ກົດໝາຍ ທີ່ ຮັບປະກັນ ສິດທິ ຂອງ ຄວາມເປັນມະນຸດ ຂອງ ປະຊາຊົນ ລາວ ໃນ 40 ປີ ນັບ ແຕ່ປີ 1975 ມານີ້.

ສິ່ງທີ່ເປັນ ຫລັກຖານ ຢັ້ງຢືນ ໃຫ້ຮູ້ໄດ້ ຢ່າງ ຈະແຈ້ງ ຫລື ສິ່ງວັດແທກ ທີ່ ແມ້ນຢຳ ກ່ຽວກັບ ທາງການ ລາວ ຣະເມີດ ສິດທິ ຂອງ ມະນຸດ ຢູ່ ສປປລາວ ຫລາຍຄົນ ເວົ້າວ່າ ຄື ການຄັດຄ້ານ ຂອງ ປະຊາຊົນ ລາວ ແລະຄວາມ ບໍ່ເຫັນ ພ້ອມ ຂອງ ປະຊາຄົມ ສາກົນ. ສະມາຊິກ ສະຫະ ປະຊາຊາດ ຊຶ່ງ ສະແດງອອກ ໃນການ ບໍ່ຮັບເອົາ ສປປ ລາວ ເຂົ້າຢູ່ໃນ ສະພາ ສິດທິມະນຸດ ສະຫະ ປະຊາຊາດ ຜ່ານການ ເລືອກຕັ້ງ ຂອງ ສະມາຊິກ 193 ປະເທສ ໃນໂລກ ເມື່ອ ວັນທີ 28 ຕຸລາ 2015 ເຖິງແມ່ນວ່າ ທາງການລາວ ຈະອອກແຮງ ຂົນຂວາຍ ປະເທສ ຕ່າງໆ ໃຫ້ ສນັບສນູນ ຕົນ ເປັນຕົ້ນ ກໍແມ່ນ ປະທສ ປະຊາທິປະຕັຍ ແລະ ດີ້ນຮົນ ຂໍຄວາມ ເຫັນໃຈ ໄຫ້ຕົນໄດ້ ເຂົ້າຢູ່ໃນ ສະພາ ສິດທິ ມະນຸດ ໂດຍກ່າວ ອ້າງວ່າ ຕົນ ນັບຖື ແລະ ປະຕິບັດ ສິດທິ ມະນຸດ ຕໍ່ ປະຊາຊົນ ລາວ ເປັນຢ່າງດີ ແນວໃດ ກໍຕາມ.

ມີການ ວິພາກ ວິຈານ ກັນຢ່າງ ກວ້າງຂວາງ ວ່າ ການທີ່ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ເອົາ ສປປລາວ ສມັກເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ແຕ່ບໍ່ໄດ້ ຮັບການ ເລືອກຕັ້ງ ນັ້ນ ສະແດງ ໃຫ້ເຫັນວ່າ ຕລອດ ຣະຍະ 40 ປີ ທີ່ ຜູ້ນຳ ພັກ-ຣັຖ ສປປລາວ ກຳ ອຳນາດ, ຜູກຂາດ ອຳນາດ ແລະ ບໍຣິຫານ ປະເທສ ມານີ້ ບໍ່ວ່າ ເວລາໃດ ກໍໃຊ້ ຣະບອບ ຜະເດັດການ ພັກດຽວ ປາບປາມ ປະຊາຊົນ ໃນການ ປົກຄອງ ປະເທສ.

ເຖິງແມ່ນວ່າ ຣັຖທັມນູນ ສປປ ລາວ ປີ 1991 ທີ່ ຖືກປັບປຸງ ໃນປີ 2003 ກຳນົດ ເອົາໄວ້ ເຖິງ ສິດ ເສຣີພາບ ຕ່າງໆ ຂອງ ພົລເມືອງ ລາວ ຮວມທັງ ສິດ ເສຣີພາບ ໃນການ ປາກເວົ້າ, ຂີດຂຽນ, ໂຮມ ຊຸມນຸມ ຈັດຕັ້ງ ສະມາຄົມ ແລະ ເດີນ ຂະບວນ, ສິດ ເສຣີພາບ ໃນການ ເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ແລະ ສິດທິ ອື່ນໆ…

ແລະ ຢູ່ໃນ ກອງປະຊຸມ ໃຫຍ່ຄັ້ງ ທີ 9 ຄືຄັ້ງ ລ່າສຸດ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ ໄດ້ກ່າວ ຕອນນຶ່ງວ່າ ໃນຖານະ ພັກ ກຳອຳນາດ, ພັກຍິ່ງ ເຫັນແຈ້ງ ວ່າ ໃນເງື່ອນໄຂໃ ໝ່ນີ້ ຍິ່ງ ມີຄວາມ ຈໍາເປັນ ເສີມຂຍາຍ ບົດບາດ ຂອງ ອົງການ ອຳນາດ ແຫ່ງຣັຖ ໃຫ້ ສູງຂຶ້ນ ຕື່ມອີກ ແລະ ຕ້ອງ ບູຣະນະ ຣັຖ ປະຊາ ທິປະຕັຍ ປະຊາຊົນ ໃຫ້ເປັນ ຣັຖ ຂອງ ກົດໝາຍ ປະຊາຊົນ… ປະຕິບັດ ຣະບອບການ ແບ່ງຄວາມ ຮັບຜິດຊອບ, ແຍກ ພາຣະ ບົດບາດ ໃຫ້ຈະແຈ້ງ ຣະຫວ່າງ ອໍານາດ ນິຕິບັນຍັດ, ອໍານາດ ບໍຣິຫານ ແລະ ອໍານາດ ຕຸລາການ ບົນພື້ນຖານ ຫລັກການ ລວມສູນ ເປັນ ເອກພາບ ຂອງ ອຳນາດ ແຫ່ງຣັຖ ພາຍໃຕ້ ການນຳພາ ຂອງພັກ ຊຶ່ງ ຫລາຍຄົນ ເວົ້າວ່າ ທັງ 3 ອໍານາດ ແຫ່ງຣັຖ ທີ່ວ່ານັ້ນ ເຄື່ອນໄຫວ ວຽກງານ ຂອງຕົນ ຕາມການ ບົ່ງການ ຂອງ ຜູ້ນຳພັກ ນັ້ນເອງ.

ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ຢູ່ໃນຮ່າງ ຣັຖທັມນູນ ທີ່ທ່ານ ແຝງ ສັກຈິດຕະພົງ ໄດ້ສເນີ ໃນວັນທີ 15 ສິງຫາ 1990 ຕໍ່ສະພາ ປະຊາຊົນ ສູງສຸດ ໃນ ເມື່ອກ່ອນ ຊຶ່ງປ່ຽນ ຊື່ ມາເປັນ ສະພາ ແຫ່ງຊາດ ໃນ ປັຈຈຸບັນ ຄືກ່ອນທີ່ ທ່ານ ຈະຖືກ ທ່ານ ໄກສອນ ພົມວິຫານ ຜູ້ເປັນ ປະທານ ພັກ ສັ່ງຈັບ ໃນມື້ດຽວກັນ ກັບ ທ່ານ ທອງສຸກ ສາຍສັງຄີ ແລະ ທ່ານ ລັດສະໝີ ຄຳຜຸຍ ໃນວັນທີ 8 ຕຸລາ 1990 ຊຶ່ງ ທ່ານ ເວົ້າວ່າ ການທີ່ເອົາ ອຳນາດ ນິຕິບັນຍັດ, ບໍຣິຫານ ແລະ ຕຸລາການ ຂຶ້ນນຳ ບຸກຄົນໃດ ບຸກຄົນນຶ່ງ ນັ້ນ ມັນຈະນຳໄປ ສູ່ ຜະເດັດການ ແລະ ຍາມໃດ ກໍເປັນ ເອກພາບກັນ ນັ້ນ ກໍຈະນຳໄປ ສູ່ ຜະເດັດການ ເໝືອນກັນ… ຊຶ່ງຫລາຍຄົນ ເວົ້າວ່າ ທັງ 3 ອໍານາດ ທີ່ວ່ານັ້ນ ແມ່ນຢູ່ພາຍໃຕ້ ການ ບົ່ງການ ຂອງ ຜູ້ນຳ ພັກ ນັ້ນເອງ.

ແລະ ໃນທີ່ສຸດ ຫລາຍຄົນ ເວົ້າວ່າ ທາງການ ລາວ ກໍຫາ ຄວາມຜິດ ອັນໜັກໜ່ວງ ໃສ່, ເປັນຕົ້ນ ກໍກ່າວຫາ ວ່າ ໂຄສະນາ ຕ້ານ ສປປລາວ, ກະກຽມ ໃຫ້ແກ່ ການກະບົດ ແລະ ກໍ່ຄວາມ ວຸ້ນວາຍ ໃນ ຄ້າຍຄຸມຂັງ. ແລ້ວໄດ້ ຕັດສິນ ລົງໂທດ ຈຳຄຸກ ໃນຄ້າຍ ທໍຣະມານ ຜູ້ລະ 14 ປີ ຊຶ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີສາຂາ ຢູ່ຫຼາຍ ປະເທສ ໃນໂລກ ໄດ້ ກ່າວຕໍ່ ເອເຊັຍ ເສຣີ ໃນວັນທີ 23 ພຶສຈິກາ 2015 ນີ້ວ່າ ເປັນການ ກະທຳ ອັນໂຫດຫ້ຽມ ຂອງ ຜູ້ນຳ ພັກ-ຣັຖ ສປປລາວ:

ທີ່ ເວົ້າມານັ້ນ ຄືສ່ວນນຶ່ງ ຂອງ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ໃນະຍະ 40 ປີ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.