ລາວຈະຢູ່ໃຕ້ບັນຊາວຽດນາມ ຕໍ່ໄປ
2016.01.12
ໃນວັນທີ 2 ທັນວາ 2015, ສປປ ລາວ ໄດ້ຈັດພິທີ ສລອງຄົບຮອບ 40 ປີ ຂອງ ການສ້າງຕັ້ງ ຣະບອບ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ຢ່າງໃຫຽ່. ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ໄດ້ ກ່າວປາໄສ ຢ່າງຍືດຍາວ ເຖິງ ຄວາມ ສໍາເຣັດ ໃນດ້ານ ຕ່າງໆ. ຄໍາປາໄສ ຂອງທ່ານ ບາງຕອນ ມີຄືວ່າ, ນັບແຕ່ ໄດ້ປົດປ່ອຍ ປະເທດຊາຕ ອອກຈາກ ລັດທິ ລ້າເມືອງຂຶ້ນ ແລະ ມີເອກກະຣາດ ຢ່າງສົມບູນ ສ້າງຕັ້ງ ຣະບອບໃໝ່ ຂຶ້ນແທນ ມານີ້ ພັກ-ຣັຖ ແລະ ປະຊາຊົນ ສາມາດ ປົກປັກ ຮັກສາ ປະເທດຊາຕ ໃຫ້ມີ ສະເຖັຽຣະພາບ ທາງ ການເມືອງ ມີຄວາມສງົບສຸຂ ແລະພັທນາ ຣະບອບໃໝ່ ໃຫ້ຮຸ່ງເຮືອງ ຂຶ້ນເທື່ອລະ ກ້າວ ແລະສາມາດ ຫຼຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ ໃນ ທົ່ວປະເທດ ໃຫ້ເຫລືອນ້ອຍ ກ່ວາ 10 ເປີເຊັນ ຕາມ ມາຕຖານ ຂອງ ທາງການລາວ.
ຣາຍການ ທີ່ ປະກອບເຂົ້າໃນ ລະຍະ ການສລອງນັ້ນ ພິເສດສຸດ ແມ່ນເລີ້ມຈາກ ການປ່ອຍ ດາວທຽມ ໂທຣະຄົມ ມະນາຄົມ ຂຶ້ນສູ່ ອາວະກາດ, ເມື່ອວັນທີ 21 ພືສຈິກາ ຊຶ່ງ ເປັນການລົງທຶນ ຮ່ວມກັບ ບໍຣິສັດ ຣັຖວິສາຫະກິດ ຂອງຈີນ ແລະ ກູ້ຢືມເງິນ ຈາກ ທະນາຄານ ຂາອອກ-ຂາເຂົ້າ ຂອງ ຈີນ ທັງໝົດ 285 ລ້ານ ໂດລາ ສະຫະຣັຖ.
ການສລອງ ພິເສດ ອັນທີສອງ ແມ່ນ ການວາງ ສີລາຣຶ້ກ ໂຄງການ ສ້າງ ທາງລົດໄຟ ລາວ-ຈີນ ຈາກເມືອງ ຊາຍແດນ ລາວ-ຈີນ ບໍ່ເຕັນ-ບໍ່ຫານ ແຂວງ ຫລວງນໍ້າທາ ມາຫາ ນະຄອນຫຼວງ ວຽງຈັນ ຄວາມຍາວ 427 ກິໂລແມັດ ມູນຄ່າ 6,000 ກວ່າ ລ້ານ ໂດລາ ສະຫະຣັດ, ຕິດຕາມ ໂດຍການ ເປີດ ໂຮງໄຟຟ້າ ພລັງຖ່ານຫີນ ຢູ່ ເມືອງຫົງສາ ແຂວງ ໄຊຍະບູຣີ ໂດຍແມ່ນ ການລົງທຶນ ຮ່ວມກັບ ບໍຣິສັດ ເອກກະຊົນ ຈາກ ປະເທດໄທ ຢ່າງເປັນ ທາງການ ໃນ ວັນທີ 9 ທັນວາ. ໃນເດືອນ ດຽວກັນ ກໍມີການ ປະກາດ ການສໍາເຣັດ ໂຄງການ ສ້າງເຂື່ອນ 3 ແຫ່ງ ທີ່ ສ້າງໃສ່ ນໍ້າອູ ແລະ ນໍ້າຄານ. ອັນນີ້ ກໍແມ່ນ ບໍຣິສັດ ຣັຖວິສາຫະກິດ ຂອງຈີນ ເປັນຜູ້ ລົງທຶນ ສ້າງ. ເຊີນທ່ານ ຕິດຕາມ ຟັງ ການສໍາພາດ ຕໍ່ໄປໄດ້.