ໂຄງການຊື້ຂາຍໄຟຟ້າຂອງ ສປປ ລາວ

ມະນີຈັນ
2014.10.24
f-laos ໂຄງການຊື້ຂາຍໄຟຟ້າຂອງ ສປປ ລາວ
RFA

 

ການຮ່ວມມື ດ້ານ ພລັງງານ ຂອງ ບັນດາ ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຂຍາຍຕົວ ອີກ ກ້າວນຶ່ງ ຊຶ່ງ ເຫັນໄດ້ ຢ່າງຈະແຈ້ງ ໃນ ກອງປະຊຸມ ຣັຖມົນຕຣີ ພລັງງານ ອາຊຽນ ຄັ້ງ ທີ 32 ທີ່ ນະຄອນ ຫລວງ ວຽງຈັນ ຈົບສິ້ນລົງ ເມື່ອວັນທີ 24 ກັນຍາ 2014 ພ້ອມກັບ ການ ສນັບສນູນ ຂໍ້ ລິເລີ່ມ ຈັດຕັ້ງ ເຄືອຂ່າຍ ພລັງງານ ຂຶ້ນ ໃນພາກພື້ນ ແລະ ສນັບສນູນ ໂຄງ ການ ຊື້-ຂາຍ ພລັງງານ ໄຟຟ້າ ຜ່ານ ຣະບົບ ສາຍສົ່ງ ທີ່ ຈະເລີ່ມຈາກ 4 ປະເທດ ອາຊຽນ ເປັນ ຄັ້ງ ທຳອິດ ໃນ ພາກພື້ນ. ແລະ ກໍເປັນ ທີ່ຄາດກັນ ວ່າ ຈະເປີດທາງ ໃຫ້ ທຸຣະກິດ ພລັງງານ ຂອງ ສປປລາວ ກ້າວສູ່ ຕລາດ ອາຊຽນ ຂຍາຍອອກ ແລະ ໃນຄວາມ ມຸ້ງໝັ້ນ ທີ່ຈະເປັນ ໝໍ້ໄຟ ແຫ່ງ ເອເຊັຽ ຂອງ ສປປລາວ ກໍໃກ້ ຄວາມຈິງ ຕື່ມອີກ ແຕ່ຍັງ ບໍ່ເປັນທີ່ ຮູ້ກັນ ວ່າ ການເປັນ ໝໍ້ໄຟ ແຫ່ງເອເຊັຽ ນັ້ນ ສປປ ລາວ ຈະຜລິດ ກະແສ ໄຟຟ້າ ໃຫ້ໄດ້ ເທົ່າໃດ.

4 ປະເທດ ທີ່ ລິເລີ່ມ ໂຄງການ ທີ່ວ່ານັ້ນ ຄື ລາວ ໄທ ມາເລເຊັຽ ສິງກະໂປ ຫລື ທີ່ເອີ້ນວ່າ ໂຄງການ 4 ປະເທດ LTMS ຊຶ່ງ ເປັນໂຄງການ ທີ່ ເກີດຂຶ້ນ ຣະຫວ່າງ ກອງປະຊຸມ ຄັ້ງນີ້. ທ່ານ ສຸລິວົງ ດາຣາວົງ ຣັຖມົນຕຣີ ພລັງງານ ແລະ ບໍ່ແຮ່ ຂອງລາວ ໄດ້ກ່າວຕໍ່ ກອງປະຊຸມ ຖແລງຂ່າວ ຫລັງຈາກ ສລຸບ ກອງປະຊຸມ ວ່າ ກອງປະຊຸມ ມີໝາກ ມີຜົລ ທີ່ຈະນຳ ໄປສູ່ ການ ເສີມຂຍາຍ ການຮ່ວມມື ຂອງ ອາຊຽນ ໃນຂແນງ ພລັງງານ.

ຕາໜ່າງ ສາຍສົ່ງ ໄຟຟ້າ ຫລື ໂຄງຂ່າຍ ຂອງລາວ ທີ່ ສາມາດ ເຊື່ອມຕໍ່ ກັບ ປະເທດ ເພື່ອນບ້ານ ຕາມຣາຍງານ ຂອງ ສື່ມວນຊົນ ທາງການ ລາວ ທີ່ ອ້າງອີງໃສ່ ຄໍາເວົ້າ ຂອງ ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ພລັງງານ ແລະ ບໍ່ແຮ່ ວ່າ ມີຢູ່ 25 ຕ່າໜ່າງ ທີ່ສາມາດ ສົ່ງກະແສ ໄຟຟ້າ ຈາກລາວ ໄປຂາຍ ໃຫ້ຈີນ ໄທ ວຽດນາມ ແລະ ກັມພູຊາ ໃນຣາຄາ ທີ່ ແຕກຕ່າງ ກັນ. ໃນນັ້ນ ຂາຍ ໃຫ້ໄທ ແລະ ວຽດນາມ ໃນຣາຄາ 560 ກີບ ຫລື 7 ເຊັນ ສະຫະຣັຖ ຕໍ່ໜ່ວຍ ຫລື ກິໂລວັດ-ໂມງ. ຂາຍໃຫ້ ກັມພູຊາ 420 ກີບ ຫລື 6 ເຊັນ. ສ່ວນຂາຍ ໃຫ້ ສິງກະໂປ ຈະເປັນ 1600 ກີບ ຫລື 20 ເຊັນ ຍ້ອນ ຣະຍະ ທາງໄກ ເຮັດໃຫ້ ຕົ້ນທຶນ ສົ່ງ ສູງກວ່າ.

ເຣື່ອງໂຄງການ ຊື້-ຂາຍ ໄຟຟ້າ ຜ່ານຣະບົບ ສາຍສົ່ງ ພາຍໃນ ຣະຫວ່າງ 4 ປະເທດ ອາຊຽນ ນີ້ ແມ່ນເປັນ ຄັ້ງທໍາອິດ ໃນພາກພື້ນ ຊຶ່ງ ເປັນ ໂຄງການ ຊຸກຍູ້ ໃຫ້ມີການ ຮ່ວມມື ໃນ ໂຄງການ ເຊື່ອມຕໍ່ ຣະບົບ ສາຍສົ່ງ ໄຟຟ້າ ໃນ ອາຊຽນ ຫລື ASEAN Power Grid ໃຫ້ເປັນຮູບ ເປັນຮ່າງ ຫລາຍຂຶ້ນ ຊຶ່ງ ບັນດາ ຣັຖມົນຕຣີ ພລັງງານ ອາຊຽນ ໄດ້ເຫັນພ້ອມ ຮ່ວມ ກັນ. ແລະນັ້ນ ກໍເປັນໜຶ່ງ ໃນ ນະໂຍບາຍ ເພື່ອ ຄວາມໝັ້ນຄົງ ດ້ານ ພລັງງານ ຂອງ 10 ປະເທດ ອາຊຽນ ໃຫ້ໄດ້ ຕາມ ແຜນການ ໃນປີ 2018.

ເພື່ອ ປະຕິບັດ ໂຄງການ ທີວ່ານັ້ນ ໃຫ້ໄດ້ ຕາມ ເປົ້າໝາຍ ສປປລາວ ກໍມີໂຄງການ ສ້າງ ເຂື່ອນ ໄຟຟ້າ ຕື່ມອີກ ຫລາຍແຫ່ງ. ຕາມບົດ ຣາຍງານ ຂອງ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ເມື່ອວັນ ທີ 7 ກໍຣະກະດາ 2014 ວ່າ ຂນະນີ້ ລາວ ມີເຂື່ອນ ໄຟຟ້າ ດໍາເນີນ ການຜລິດ ຢູ່ແລ້ວ ທັງໝົດ 24 ເຂື່ອນ ຜລິດກະແສ ໄຟຟ້າໄດ້ 3250 ແມັກກາວັດ. ກໍາ ລັງ ກໍ່ສ້າງ 16 ໂຄງການ ແລະ ຈະສາມາດ ຜລິດ ກະແສ ໄຟຟ້າ ໄດ້ 4 ພັນ 805 ແມັກກາວັດ. ໝາຍຄວາມ ວ່າ ການຜລິດ ໄຟຟ້າ ຢູ່ ປະເທດ ລາວ ຈະໄດ້ ທັງໝົດ 7 ພັນ ກວ່າ ແມັກ ກາວັດ ແລະ ຈະກາຍເປັນ ໝໍ້ໄຟ ໃນ ເອເຊັຽ ຕາມແຜນການ ທີ່ ລາວ ດໍາເນີນມາ ຫລາຍປີ.

ນອກຈາກ ເຂື່ອນ ຕ່າງໆ ທີ່ວ່ານັ້ນ ແລ້ວ ກໍຍັງມີ ໂຮງ ໄຟຟ້າ ຫົງສາ ຂນາດ 1878 ແມັກກາວັດ ທີ່ ໃຊ້ ຖ່ານຫີນ ເປັນ ເຊື້ອເພີງ ຢູ່ແຂວງ ໄຊຍະບູຣີ ແລະ ອີກຫລາຍໆ ເຂື່ອນ ຂນາດ ນ້ອຍ ທີ່ ສ້າງຂຶ້ນ ເພື່ອ ຜລິດໄຟຟ້າ ສໍາລັບໃຊ້ຢູ່ພາຍ ໃນປະເທດ ແລະ ໂຄງການ ຜລິດ ພລັງງານ ໄຟຟ້າ ທາງ ເລືອກອີກ ຈໍານວນ ໜຶ່ງ.

ຕໍ່ ກອງປະຊຸມ ຣັຖມົນຕຣີ ພລັງງານ ອາຊຽນ ຄັ້ງນັ້ນ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ກໍໄດ້ກ່າວ ໂດຍ ເນັ້ນໜັກ ເຖິງ ຄວາມສໍາຄັນ ຂອງ ການຮ່ວມມື ດ້ານ ພລັງງານ ແລະ ການ ເຊື່ອມຕໍ່ ພລັງງານ ໃນທົ່ວ ພາກພື້ນ ອາຊຽນ ຮວມເຖິງ ສັກຍະພາບ ທາງ ທັມຊາດ ຂອງລາວ ໃນການ ຜລິດ ໄຟຟ້າ ພລັງນໍ້າ ຊຶ່ງ ເປັນພລັງງານ ທີ່ ສະອາດ ບໍ່ສ້າງ ມົລພິດ ແລະ ໃຊ້ໄດ້ແບບ ໝົດບໍ່ເປັນ:

"ສປປລາວ ຂອງ ພວກ ຂ້າພະເຈົ້າ ຍາມໃດ ກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ ເປັນ ພິເສດ ຕໍ່ການ ພັທນາ ພລັງງານ ໄຟຟ້າ ແບບ ຍືນຍົງ ແລະ ຫລຸດຜ່ອນ ຜົລກະທົບ ຈາກການ ປ່ຽນແປງ ຂອງ ດິນຟ້າ ອາກາດ ຍ້ອນ ການປ່ອຍ ສານພິດ ສູ່ຊັ້ນ ບັນຍາກາດ ນັ້ນ".

ແລະ ຍັງສາມາດ ຊ່ວຍຕ້ານໄພ ແຫ້ງແລ້ງ ພັຍ ນໍ້າຖ້ວມ ແລະ ການເຂົ້າເຖິງ ຣະບົບ ໄຟຟ້າ ຂອງ ຄົວເຮືອນ ລາວ ເພີ່ມຂຶ້ນ ຈາກ 36 ເປີເຊັນ ໃນປີ 2000 ເປັນ 87 ເປີເຊັນ ໃນປີ 2014 ຊຶ່ງ ໃນນັ້ນ ກວມເອົາ 98 ເປີເຊັນ ຂອງ ຕົວເມືອງ ທີ່ ເຊື່ອມຕໍ່ ເຂົ້າໃນ ຣະບົບ ຕາຂ່າຍ ໄຟຟ້າ ແລະ ຣັຖບານ ສາມາດ ຈັດຕັ້ງ ປະຕິບັດ ແຜນ ພັທນາ ເສຖກິດ ສັງຄົມ ຂອງ ປະເທດ ເປັນຢ່າງດີ -ທ່ານ ທອງສິງ ວ່າ ດັ່ງນັ້ນ.

ເວົ້າເຣື່ອງ ການພັທນາ ພລັງງານ ນໍ້າ ການສ້າງ ເຂື່ອນ ໄຟຟ້າ ນັກຊ່ຽວຊານ ຣະດັບ ໂລກ ເວົ້າວ່າ ເປັນທີ່ຮູ້ ກັນດີ ມັນນໍາມາ ຊຶ່ງ ຜົລໄດ້ ທາງ ເສຖກິດ ຂອງ ປະເທດ ແຕ່ ພ້ອມດຽວ ກັນ ມັນກໍນໍາ ທັງຜົລ ກະທົບ ອັນບໍ່ດີ ຢ່າງ ຫລວງຫລາຍ ຕໍ່ຜູ້ຄົນ ແລະ ສິ່ງແວດລ້ອມ ໂດຍເລີ່ມ ຈາກການ ໂຍກຍ້າຍ ປະຊາຊົນ ຈາກ ຖິ່ນຖານ ບ້ານເດີມ ທີ່ ພວກ ເຂົາເຈົ້າ ເຄີຍຢູ່ ອາສັຍ ມາຕັ້ງ ດົນນານ, ຈໍາຕ້ອງໄດ້ ປະໄຮ່ ປະນາ ຮົ້ວສວນ. ຕາມຄໍາເວົ້າ ຂອງ ທ່ານ Richard Crinin ໃນເວທີ ສົນທະນາ ເຣື່ອງ ເຂື່ອນ ແມ່ນໍ້າຂອງ ທີ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ເມື່ອໄວໆ ມານີ້:

"ການຍົກຍ້າຍ ຊຸມຊົນ ເປັນທີ່ ເຫັນໄດ້ຢ່າງ ແຈ່ມແຈ້ງ ທີ່ ເກິດຈາກ ໂຄງການ ເປັນ ສ່ວນໃຫຍ່. ນີ້ເປັນ ຜົລກະທົບ ໃນຂັ້ນ ທໍາອິດ ແຕ່ ຜົລກະທົບ ທີ່ໃຫຍ່ ກວ່ານັ້ນ ແມ່ນບັນຫາ ຄວາມ ໝັ້ນຄົງ ຂອງ ອາຫານ ບັນຫາດິນ ທີ່ ອຸດົມສົມບູນ ດິນຕົມ ຫລື ຕະກອນ sediments ຖືກ ເຂື່ອນຕັນໄວ້ ແລະ ນໍ້າ ບໍ່ມີ ຄຸນນະພາບ ສໍາລັບ ຣະບົບ ນິເວດ".

ແລະ ການ ປະໂມງ ການຫາປາ ຈະເປັນ ບັນຫາ ຕາມມາ.ທ່ານກ່າວ ຕື່ມອີກ ຕອນໜຶ່ງ:

"ຄວາມສ່ຽງ ແນ່ນອນ ແມ່ນມີສູງ ສໍາລັບ ລາວ ແຕ່ ສິ່ງທີ່ ຣັຖບານລາວ ຮູ້ ຄືເຂື່ອນຕ່າງໆ ຈະຊ່ວຍ ສນັບສນູນ ເສຖກິດ ຂອງ ປະເທດ ແຕ່ຈະເປັນ ຣະຍະສັ້ນ. ຣັຖບານ ລາວ ຕ້ອງການ ຣາຍໄດ້ ແລະ ແນ່ນອນ ບໍຣິສັດ ທີ່ເຂົ້າມາ ພັທນາ ກໍຈະໃຫ້ ຣັຖບານ ມີຫຸ້ນສ່ວນ ນໍາ ໜ້ອຍໜຶ່ງ ແຕ່ທາງ ບໍຣິສັດ ຈະເປັນຜູ້ ບໍຣິຫານ ຈັດການ ເປັນ ເວລາ 25 ປີ ກ່ອນທີ່ ຈະມອບໃຫ້ ເປັນຂອງ ຣັຖບານ ເມື່ອຂາຍ ໝົດແລ້ວ. ແລະ ຣັຖບານ ຈຶ່ງມີຣາຍໄດ້ ຈາກການ ຂາຍ ໄຟຟ້າ ທີ່ແທ້ຈິງ".

ເວົ້າເຖິງ ເຣື່ອງ ຣາຍໄດ້ ຈາກການ ຂາຍໄຟຟ້າ ນີ້ ອົງການ ຕ່າງ ປະເທດ ມີຄວາມ ກັງວົນ ນໍາວ່າ ຈະຖືກນໍາ ໃຊ້ເຂົ້າ ໃນການ ເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໜ້ອຍຫລາຍ ປານໃດ. ແລະວ່າ ເຂື່ອນ ທີ່ກໍ່ສ້າງ ສໍາເຣັດ ໄປແລ້ວ ແລະ ກໍາລັງ ກໍ່ສ້າງ ຢູ່ນີ້ ເຮັດໃຫ້ ມີການ ໂຍກຍ້າຍ ປະຊາຊົນ 3 ໝື່ນ ຄົນເປັນ ຢ່າງໜ້ອຍ ໂດຍທີ່ຍັງ ບໍ່ທັນ ໄດ້ຄິດໄລ່ ປະຊາຊົນ ຈາກ 600 ກວ່າ ຄອບຄົວ ທີ່ໄດ້ ຖືກ ໂຍກຍ້າຍ ໂດຍ ບໍ່ມີການ ເປີດເຜີຍ ຈໍານວນ ຄົນ ວ່າ ມີເທົ່າໃດ ແທ້.

ພ້ອມກັນນັ້ນ ຫລາຍ ອົງການ ອະນຸຮັກ ສິ່ງແວດລ້ອມ ກໍມີຄວາມ ເປັນຫ່ວງວ່າ ການສ້າງ ເຂື່ອນ ຈໍານວນ ຫລາຍ ທີ່ມີການ ໂຍກຍ້າຍ ປະຊາຊົນ ອອກຈາກ ຖີ່ນຖານ ເດີມ ທີ່ທໍາມາ ຫາກິນ ແບບລໍາບາກ ນັ້ນ ຈະບໍ່ເຮັດ ໃຫ້ ພວກເຂົາເຈົ້າ ທຸກຍາກ ຕື່ມອີກບໍ່. ປັຈຈຸບັນ ປະຊາຊົນ ລາວ ທີ່ ຖືກ ໂຍກຍ້າຍ ຈໍານວນ ໜຶ່ງ ທີ່ ຍ້າຍຖີ່ນຖານ ປະສົບ ຄວາມ ຫຍູ້ງຍາກ ໃນ ເຣື່ອງ ທໍາມາ ຫາກິນ ທີ່ ບໍ່ສະດວກ ບໍ່ຄື ເມື່ອກ່ອນ. ຄ່າ ຊົດເຊີຍ ຄວາມເສັຽຫາຍ ກໍບໍ່ໄດ້ຮັບ ແບບ ຍຸຕິທັມ. ເຖິງຈະຮ້ອງ ຂໍຕໍ່ວ່າ ກໍບໍ່ໄດ້ຮັບ ການແກ້ໄຂ ເທົ່າທີ່ ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.