ອາຍຸປີການປະທານປະເທດ ອາຈ ປ່ຽນ

ອະວາຣີ
2014.11.13
F-image2 ອາຍຸປີການປະທານປະເທດ ອາຈ ປ່ຽນ
RFA

 

ທາງການ ລາວ ຢາກ ດັດແປງ ຣັຖທັມມະນູນ ເພື່ອ ຈຳກັດ ອາຍຸ ປີການ ຂອງ ປະທານ ປະເທດ ບໍ່ໃຫ້ເກີນ ສອງ ສມັຍ ແລະ ເພື່ອ ຈັດຕັ້ງ ສະພາ ປະຊາຊົນ ແຂວງ.

ປັດຈຸບັນ ທາງການ ລາວ ກຳລັງ ຈັດ ກອງປະຊຸມ ສັມມະນາ ເພື່ອ ເປີດ ໂອກາດ ໃຫ້ ປະຊາຊົນ ປະກອບ ຄຳຄິດ ຄຳເຫັນ ເຂົ້າໃນ ການ ດັດແປງ ຣັຖທັມມະນູນ. ໜັງສືພິມ ວຽງຈັນ ທາມ ຂອງ ທາງການ ລາວ ຣາຍງານ ວ່າ ພັກແລະ ຣັຖບານ ລາວ ຢາກ ດັດແປງ ຣັຖທັມມະນູນ ເພື່ອສ້າງ ສປປລາວ ໃຫ້ເປັນ ຣັດ ປະຊາຊົນ ດ້ວຍ ປະຊາຊົນ ແລະ ເພື່ອ ປະຊາຊົນ ຫລື ຈະເວົ້າ ອີກ ຢ່າງນຶ່ງ ເພື່ອ ໃຫ້ມີ ປະຊາທິປະໄຕ ຫລາຍ ຂື້ນ.

ໃນ ກອງປະຊຸມ ສັມມະນາ ທົ່ວ ປະເທດ ເທື່ອນີ້ ທາງການ ລາວ ຈະສເນີ ໃຫ້ ດັດແປງ ຣັຖທັມມະນູນ ຫລາຍ ມາດຕຣາ ເປັນຕົ້ນ ຈະສເນີ ໃຫ້ຈຳກັດ ອາຍຸ ປີການ ຂອງ ປະທານ ປະເທດ ບໍ່ໃຫ້ ເກີນ ສອງ ສມັຍ ຫລື ບໍ່ໃຫ້ເກີນ ສິບປີ. ຣັຖທັມມະນູນ ລາວ ສະບັບ ປັດຈຸບັນ ບໍ່ໄດ້ ຈຳກັດ ອາຍຸ ປີການ ຂອງ ປະທານ ປະເທດ ເລີຍ ປະທານ ປະເທດ ຜູ້ນຶ່ງ ສາມາດ ກຳ ຕຳແໜ່ງ ຕລອດ ຊີວິດ ກໍໄດ້.

ນອກຈາກ ນັ້ນ ທາງການ ລາວ ຍັງສເນີ ໃຫ້ຈັດຕັ້ງ ສະພາ ປະຊາຊົນ ຂັ້ນແຂວງ ແລະ ນະຄອນ ຫລວງ ຂຶ້ນ ເພື່ອເປີດ ໂອກາດ ໃຫ້ ປະຊາຊົນ ມີ ສ່ວນຮ່ວມ ໃນການ ປົກຄອງ ບໍຣິຫານ ແລະ ສ້າງສາ ພັທນາ ປະເທດ ຊາດ. ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ກ່າວ ສນັບສນູນ ຄຳສເນີ ນີ້ວ່າ:

"ໂອ ດີຫລາຍ ຖ້າໄດ້ ແບບນີ້ ຫັ່ນນ໋າ ຖ້າວ່າໄດ້ ກຳນົດ ອາຍຸ ວາລະ ປະທານ ປະເທດ; ສະເພາະ ສະພາ ແຂວງນີ້ ອັນນີ້ ເປັນ ວິທີ ທີ່ດີ ເພາະວ່າ ເພິ່ນ ຈະເຮັດ ໜ້າທີ່ ແລະ ເພິ່ນກໍຮູ້ ຫລາຍ ກ່ຽວກັບ ສະພາບ ການ ເປັນຢູ່ ຈັງໃດ ເສຖກິດ ຈັງໃດ ຈີດີພີ່ ເທົ່າໃດ ເພິ່ນ ກໍຮູ້ ຮູ້ດີ; ບັນຫາ ທຸກຢ່າງ ສະພາ ປະຈຳ ແຂວງ ຈະຮູ້ ແລະ ຈະນຳສເນີ ບັນຫາ ຢູ່ ສະພາ ແຫ່ງຊາດ ມັນກໍຕ້ອງ ເປັນ ແນວນັ້ນ."

ແຕ່ຊາວໜຸ່ມ ວັຍລຸ້ນ ລາວ ຜູ້ນຶ່ງ ຢູ່ ນະຄອນ ຫລວງ ວຽງຈັນ ພັດ ເວົ້າວ່າ:

"ອີກມຸມນຶ່ງ ກໍເປັນສິ່ງ ທີ່ດີ ແຕ່ ນ້ອງວ່າ ມັນຍັງ ບໍ່ດີທໍ່ ຣະບອບ ປະຊາທິປະໄຕ ປານໃດ ເພາະເຂົາ ເລືອກກັນເອງ ອັນນີ້ນະ ແມ່ນບໍ່ລະ; ຄືເກົ່ານັ້ນ ແຫລະ ເປັນ ສະພາໃດ ກໍຄືເກົ່າ ປະຊາຊົນ ກະໄດ້ແຕ່ ອ້າປາກ ກັບ ແນມເບິ່ງ ຊື່ໆ ບໍ່ມີສິດ ເວົ້າ. ເລືອກຕັ້ງ ແຕ່ລະ ເທື່ອ ເນາະ ຄືຕອນນ້ອງ ໄປເລືອກຕັ້ງ ຈັກແມ່ນ ອີ່ຫຍັງ ເອົາຮູບ ມາຕິດໄວ້ ກະດານ ເອີ ໝາຍໝາຍ ໂລດ ເອີຂີດ ເອົາຫົກຄົນ ແລ້ວກໍເອົ້າ ເຂົາຂີດໃຫ້ ເອງເລີຍ ປຶດປຶດ ເອີໄປໄດ້ ແລ້ວ ໄປໝາຍຊື່ ຊື່ໆ ເວົ້າງ່າຍໆ ຄືເດັກນ້ອຍ ໄປໂຮງຮຽນ ຫັ່ນແຫລະ ໝາຍຊື່ ຂາດ ມາ ໂຮງຮຽນ ບໍ່ມື້ນີ້."

ສ່ວນ ນັກຮຽນຮູ້ ປັນຍາຊົນ ລາວ ທ່ານນຶ່ງ ທີ່ ປະເທດ ອອສເຕຣເລັຍ ໃຫ້ຄຳຄິດ ຄຳເຫັນວ່າ:

"ກ່ຽວກັບ ເຣື່ອງ ດັດແປງ ຣັຖທັມມະນູນ ຫລຸດຜ່ອນ ອາຍຸ ປີການ ຂອງ ປະທານ ປະເທດ ລົງມາ ສອງສມັຍ ຫັ່ນ ອັນນີ້ ເຮັດແກ້ໜ້າ ຊື່ໆ ຕົວະຫລອກ ປະຊາຊົນ ຊື່ໆ ໃຫ້ ປະຊາຊົນ ດີໃຈ ແທ້ຈິງແລ້ວ ເພື່ອ ພັກແລະຣັດ ທັງນັ້ນ ຄັນໃຫ້ ປະຊາຊົນ ເລືອກເອົາ ຜູ້ແທນ ຂອງ ປະຊາຊົນ ແທ້ໆຫ່ັນ ມັນດີ ແຕ່ ດຽວນີ້ ປະຊາຊົນ ເລືອກເອົາ ຜູ້ແທນ ທີ່ພັກ ແລະຣັດ ບົ່ງການ ອອກມາ ແມ່ນບໍ່ ຂັ້ນໃດ ກໍຕາມ ຄືເກົ່າ ມັນບໍ່ແມ່ນ ຜູ້ແທນ ປະຊາຊົນ ມັນແມ່ນ ຜູ້ແທນ ຂອງພັກ ແລະ ຣັດ; ໂຄງການ ພັທນາ ກໍແມ່ນ ພັກຣັດ ສເນີອອກມາ ບໍ່ໄດ້ຖາມ ປະຊາຊົນ ຄື ເຣື່ອງສ້າງ ເຂື່ອນ ຕ່າງໆ ປະຊາຊົນ ມີອອກສຽງ ຫຍັງ."

ຊາວລາວ ຫລາຍຄົນ ທີ່ ບໍ່ປະສົງ ອອກຊື່ ແລະ ອອກສຽງ ກ່າວວ່າ ເຖິງ ຈະກຳນົດ ອາຍຸ ປີການ ຂອງ ປະທານ ປະເທດ ບໍ່ໃຫ້ເກີນ ສອງສມັຍ ເພື່ອ ຫລີກລ້ຽງ ການ ຜູກຂາດ ອຳນາດ ຂອງຄົນ ຜູ້ດຽວ ກໍຕາມ ແຕ່ພັກ ປະຊາຊົນ ປະຕິວັດ ລາວ ກໍຍັງຈະ ເປັນຜູ້ກຳ ອຳນາດ ຜູກຂາດ ຕລອດໄປ ຢູ່ຄືເກົ່າ ເພາະຢູ່ລາວ ມີແຕ່ ພັກດຽວ. ອີກຢ່າງນຶ່ງ ປະຊາຊົນ ລາວ ບໍ່ມີສິດ ບໍ່ມີສ່ວນ ທີ່ ຈະເລືອກ ເອົາປະທານ ປະເທດ ຫລື ນາຍົກ ຣັຖມົນຕຣີ ເລີຍ.

ເຊັ່ນດຽວກັນ ກັບການ ຈັດຕັ້ງ ສະພາ ປະຊາຊົນ ແຂວງ ຫລື ນະຄອນ ຫລວງ ເຖິງວ່າ ປະຊາຊົນ ຈະເປັນຜູ້ ປ່ອນ ບັດເລືອກ ເອົາ ສະມາຊິກ ສະພາ ປະຊາຊົນ ແຕ່ ຜູ້ສມັກ ເປັນ ສະມາຊິກ ນັ້ນ ລ້ວນແລ້ວ ແຕ່ເປັນ ສະມາຊິກ ຂອງພັກ ພັກດຽວ ພັກ ເປັນຜູ້ ເລືອກມາ ກ່ອນແລ້ວ; ປະຊາຊົນ ຈະເລືອກ ເອົາໃຜ ກໍຈະ ບໍ່ມີ ຄວາມໝາຍ ຫຍັງ ພັກ ແລະ ຣັຖບານ ກໍຍັງ ຈະສາມາດ ກຳ ອຳນາດ ສືບຕໍ່ໄປ ເລື້ອຍໆ ຢູ່ຄືເກົ່າ.

ນັກຊ່ຽວຊານ ການເມືອງ ໃນລາວ ຄົນນຶ່ງ ໃຫ້ ຄຳຄິດ ຄຳເຫັນ ວ່າ ສະພາ ປະຊາຊົນ ແຂວງ ກໍຈະຄື ກັບ ສະພາ ແຫ່ງຊາດ ລາວ ເປັນພຽງ ແຕ່ ຂັນຕະລາບັດ ບັງໜ້າ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ເທົ່ານັ້ນ. ຖ້າຢາກ ປັບປຸງ ໃຫ້ມີ ປະຊາທິປະໄຕ ຫລາຍ ຂຶ້ນ ແທ້ໆ ຄນະຜູ້ນຳ ພັກ ແລະ ຣັຖບານ ລາວ ຄວນ ດັດແປງ ຣັຖທັມມະນູນ ເປີດໃຫ້ ປະຊາຊົນ ມີສິດ ເລືອກ ເອົາ ປະທານ ປະເທດ ໂດຍກົງ ແລະ ຢ່າງເສຣີ ໃຫ້ ມີຄົນ ສມັກ ຫລາຍຄົນ ແລະ ຈາກຫລາຍ ພັກ ການເມືອງ. ເຊັ່ນດຽວ ກັນກັບ ການ ເລືອກຕັ້ງ ສະພາ ຂັ້ນແຂວງ ຄວນມີ ຜູ້ສມັກ ຈາກ ຫລາຍ ພັກ ການເມືອງ ທີ່ ມີ ນະໂຍບາຍ ແຕກຕ່າງ ກັນ.

ທ່ານ ສົມພັນ ແພງຄຳມີ ຮອງ ປະທານ ຄນະ ກັມມະການ ດັດແປງ ຣັຖທັມມະນູນ ກ່າວວ່າ ຄນະ ກັມມະການ ຂອງ ທ່ານ ຈະຈັດ ກອງ ປະຊຸມ ສັມມະນາ ເປີດ ໂອກາດ ໃຫ້ ປະຊາຊົນ ໄດ້ ປະກອບ ຄຳຄິດ ຄຳເຫັນ ກ່ຽວກັບ ການດັດ ແປງ ຣັຖທັມມະນູນ ນີ້ ສືບຕໍ່ໄປ ໃນຫລາຍ ເຂດ ຫລາຍແຂວງ ແລະ ຈະສເນີ ຄຳເຫັນ ເຫລົ່ານີ້ ໃຫ້ ສະພາ ແຫ່ງຊາດ ລາວ ພິຈາຣະນາ ຮັບຜ່ານ ພາຍໃນ ປີໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.