ສັງຄົມຜູ້ສູງອາຍຸ ສປປລ

(ຊ້າຍ)ທ່ານ Eduardo Klien ຜູ້ອຳນວຍການ ຣະດັບພາກພື້ນ ຈາກອົງການນາໆຊາດ ເພື່ອຊ່ວຍຄົນສູງອາຍຸ ສຳລັບຂົງເຂດເອເຊັຽ ຕາເວັນອອກ ແລະ ປາຊີຝິກ
(ຊ້າຍ)ທ່ານ Eduardo Klien ຜູ້ອຳນວຍການ ຣະດັບພາກພື້ນ ຈາກອົງການນາໆຊາດ ເພື່ອຊ່ວຍຄົນສູງອາຍຸ ສຳລັບຂົງເຂດເອເຊັຽ ຕາເວັນອອກ ແລະ ປາຊີຝິກ (RFA)

0:00 / 0:00

ສປປລາວ ກ້າວໄປສູ່ ການເປັນສັງຄົມ ຜູ້ສູງອາຍຸ ຫລື ຜູ້ເຖົ້າ ຊ້າ ບໍ່ຄືກັບ ປະເທດ ເພື່ອນບ້ານ ເຊັ່ນໄທ. ຕາມ ຄຳເວົ້າຂອງ ທ່ານ Eduardo Klien ຜູ້ອຳນວຍການ ຣະດັບ ພາກພື້ນ ຂອງ ອົງການ ນາໆຊາດ ເພື່ອຊ່ວຍຄົນ ສູງອາຍຸ ສຳລັບ ຂົງເຂດ ເອເຊັຽ ຕາເວັນອອກ ແລະ ປາຊີຝິກ ຫລື Help Age International ເມື່ອ ໄວໆມານີ້ ທີ່ ສະໂມສອນ ນັກຂ່າວ ຕ່າງປະເທດ ຢູ່ ບາງກອກ ປະເທດໄທ.