ທາງການລາວບໍ່ກ່ຽວ ສິດທິ ມະນຸດ
2016.03.02
ອົງການ ນິຣະໂທດກັມ ສາກົນ ຊຶ່ງ ເປັນອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ເພື່ອ ສົ່ງເສີມ ສິດທິມະນຸດ ໃນທົ່ວໂລກ ທີ່ ມີສຳນັກງານ ໃຫຍ່ ຢູ່ ປະເທດ ອັງກິດ ອອກບົດ ຣາຍງານ ປະຈຳປີ 2015 ກ່ຽວກັບ ສະພາບການ ລ່ວງຣະເມີດ ສິດທິມະນຸດ ໃນຫຼາຍ ປະເທດ ເມື່ອວັນທີ່ 23 ເດືອນ ກຸມພາ ທີ່ ຜ່ານມາ.
ກ່ຽວກັບ ສປປລາວ ອົງການ ນິຣະໂທດກັມ ສາກົນ ຣາຍງານວ່າ ທາງການລາວ ຍັງຈຳກັດ ສິດ ເສຣີພາບ ຢ່າງເຄັ່ງຄັດ ເປັນຕົ້ນ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ການເຂົ້າ ສະມາຄົມ ອົງການ ຈັດຕັ້ງ ແລະ ການ ໂຮມຊຸມນຸມ ປະທ້ວງ ຢ່າງສັນຕິ ວິທີ. ບໍ່ເທົ່ານັ້ນ ທາງການລາວ ຍັງຄວບຄຸມ ການເຄື່ອນໄຫວ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ຢ່າງ ເຂັ້ມງວດ. ນັກໂທດ ຈິດສຳນຶກ ສອງຄົນ ທີ່ ຖືກຈັບ ແຕ່ປີ 1999 ໃນຂໍ້ຫາ ພຍາຍາມ ປະທ້ວງ ຢ່າງ ສັນຕິວິທີ ກໍຍັງຖືກ ກັກຂັງ ຢູ່ຈົນເຖິງ ທຸກວັນນີ້.
ນັກເຄື່ອນໄຫວ ຜູ້ນຶ່ງ ກໍຖືກ ຈຳຄຸກ ເພາະ ຜູ້ກ່ຽວ ຕຳນິຕິຕຽນ ຣັຖບານ ທາງ ອິນເຕີແນັດ. ທາງການລາວ ຍັງຈຳກັດ ການນັບຖື ສາສນາ ຄຣິສຕຽນ ໂດຍການ ຈັບແລະລົງໂທດ ຊາວລາວ ຜູ້ນັບຖື ສາສນາ ດ່ັງກ່າວ. ຈົນເຖິງ ປັດຈຸບັນ ຍັງບໍ່ທັນມີ ຄວາມກ້າວໜ້າ ແນວໃດ ກ່ຽວກັບ ກໍຣະນີ ນັກສັງຄົມ ດີເດັ່ນຄົນນຶ່ງ ທີ່ ຖືກບັງຄັບ ຫາຍສາບສູນໄປ ເມື່ອ ສາມປີ ກ່ອນ.
ອົງການ ນິຣະໂທດກັມ ສາກົນ ຣາຍງານ ອີກວ່າ ເມື່ອເດືອນ ມິຖຸນາ ປີກາຍ ສປປລາວ ໄດ້ຮັບເອົາ ຂໍ້ສເນີ 116 ຂໍ້ ໃນຈຳນວນ ທັງໝົດ 196 ຂໍ້ ຈາກ ກອງປະຊຸມ ສະຫະ ປະຊາຊາດ ວ່າດ້ວຍ ສິດທິມະນຸດ ໃນລາວ. ເປັນທີ່ ສັງເກດວ່າ ທາງການລາວ ບໍ່ຍອມຮັບ ປະຕິບັດ ແລະ ບໍ່ ເຫັນດີ ກັບຄຳສເນີ 80 ຂໍ້ ຊຶ່ງຫຼາຍຂໍ້ ກ່ຽວກັບ ການປ້ອງກັນ ສິດທິມະນຸດ ແລະ ສິດ ເສຣີພາບ ໃນການປາກເວົ້າ ອອກຂ່າວ ການເຂົ້າ ອົງການ ຈັດຕັ້ງ ແລະ ການໂຮມຊຸມ ຢ່າງ ສັນຕິວິທີ.
ກ່ອນສປປລາວ ຈະເປັນ ປະທານວຽນ ອາຊຽນ ໃນປີນີ້, ອົງການ ຈັດຕັ້ງ ສັງຄົມ ໃນພາກພື້ນ ໄດ້ ຮຽກຮ້ອງ ຂໍຈັດ ກອງປະຊຸມ ພາກ ປະຊາສັງຄົມ ຂອງພວກເຂົາ ຢູ່ນອກ ປະເທດລາວ. ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງສັງຄົມ ໃຫ້ ເຫດຜົນວ່າ ຖ້າຈັດຢູ່ ປະເທດ ອື່ນ ພວກເຂົາ ຈະສາມາດ ປຶກສາ ຫາລື ກັນໄດ້ຢ່າງ ເສຣີ ໂດຍສະເພາະ ຫາລືກັນ ກ່ຽວກັບ ບັນຫາ ທີ່ສຳຄັນ ຂອງພາກພື້ນ ຊຶ່ງ ພວກເຂົາ ເຊື່ອວ່າ ຈະບໍ່ສາມາດ ເວົ້າໄດ້ ໃນ ສປປລາວ.
ໃນດ້ານ ສິດ ເສຣີພາບ ໃນການປາກເວົ້າ ອອກຂ່າວ ພາຍຫລັງ ຣັຖບານລາວ ອອກດຳຣັດ ນາຍົກ ຣັຖມົນຕຣີ ວ່າດ້ວຍ ການບໍຣິຫານ ຂໍໍ້ມູນ ຂ່າວສານ ທາງ ອິນເຕີເນັດ ເມື່ອປີ 2014, ທາງການ ໄດ້ ຈັບຊາວລາວ ຢ່າງໜ້ອຍ ສອງຄົນ ທີ່ລົງຂໍ້ມູນ ຂ່າວສານ ຜິດກັບດຳຣັດ ສະບັບນັ້ນ.
ພະນັກງານ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຄົນນຶ່ງ ທີ່ແຂວງ ຫຼວງພະບາງ ກໍ ຖືກຈັບ ເມື່ອເດືອນ ມິຖຸນາ ປີກາຍ ໃນຂໍ້ຫາ ເຜີຍແຜ່ ເອກກະສານ ຄວາມລັບ ຂອງ ທາງການລາວ ທາງ Facebook. ເອກກະສານ ດັ່ງກ່າວ ແມ່ນ ສັນຍາ ທີ່ທາງການ ແຂວງ ຫຼວງພະບາງ ໄດ້ໃຫ້ ສັມປະທານ ທີ່ດິນ ຕອນນຶ່ງ ແກ່ ນັກລົງທຶນ ຈີນ. ພະນັກງານ ຄົນນັ້ນ ຖືກກັກຂັງ ຈົນເຖິງ ເດືອນສິງຫາ ຈຶ່ງ ຖືກປ່ອຍ.
ຜູ້ຍິງ ອີກຄົນນຶ່ງ ທີ່ມີຊື່ວ່າ ນາງ ຄຳພຸດ ມີຕັນ ກໍຖືກ ກັກຂັງ ເປັນເວລາ ສອງເດືອນ ຫລັງຈາກ ຮູບ ທີ່ນາງຖ່າຍ ຖືກ ລົງເຜີຍແຜ່ ທາງ ອິນເຕີເນັດ. ຮູບນັ້ນ ແມ່ນ ຮູບ ເຈົ້າໜ້າທີ່ ຕຳຣວດ ຈາຣະຈອນ ກຳລັງຮັບ ເງິນ ຫລືຖາມເອົາ ເງິນຈາກ ອ້າຍ ຂອງນາງ.
ຕໍ່ມາເມື່ອ ເດືອນ ຕຸລາ ປີກາຍ ທ່ານ ບຸນທັນ ທັມມະວົງ ສັນຊາດ ໂປແລັນ ເຊື້ອຊາດລາວ ຖືກສານລາວ ຕັດສິນ ຈຳຄຸກ ເປັນເວລາ ສີ່ປີເຄິ່ງ ໃນ ຄະດີ ຕຳນິຕິຕຽນ ພັກ ປະຊາຊົນ ປະຕິວັດລາວ ທາງ Facebook. ເຈົ້າໜ້າທີ່ ທາງການ ທູດ ທ່ານນຶ່ງ ຈົ່ມວ່າ ທາງການລາວ ບໍ່ຍອມ ອະນຸຍາດ ໃຫ້ ທ່ານ ບຸນທັນ ທັມມະວົງ ມີ ທະນາຍຄວາມ ເລີຍ ໃນເວລາ ສານ ພິຈາຣະນາ ຄະດີ.
ໃນດ້ານ ສິດເສຣີພາບ ໃນ ການປາກເວົ້າ ອອກຂ່າວ ອົງການ ນິຣະໂທດກັມ ສາກົນ ຣາຍງານວ່າ ເມື່ອເດືອນ ທັນວາ ປີກາຍ ທາງການລາວ ໄດ້ອອກ ດຳຣັດ ສະບັບ ໃໝ່ ທີ່ຈຳກັດ ການດຳເນີນ ງານ ຂອງ ສະມາຄົມ ແລະ ມູນນິທິ ຢ່າງ ເຂັ້ມງວດ ເປັນຕົ້ນ ຈຳກັດ ສິດ ໃນການເຂົ້າ ອົງການ ຈັດຕັ້ງ ຊຶ່ງເປັນ ການຣະເມີດ ກົດໝາຍ ຣະຫວ່າງຊາດ.
ເມື່ອເດືອນ ພຶສພາ ປີ 2015 ຜູ້ຣາຍງານ ພິເສດ ຂອງ ສະຫະ ປະຊາຊາດ ຊຶ່ງ ມີໜ້າທີ່ ຕິດຕາມ ເບິ່ງການ ຣະເມີດ ສິດ ເສຣີພາບ ໃນ ການປາກເວົ້າ ອອກຂ່າວ ສິດ ເສຣີພາບ ໃນການ ໂຮມຊຸມນຸມ ຢ່າງ ສັນຕິວິທີ ແລະ ສະພາບການ ນັບຖື ສິດທິມະນຸດ ໄດ້ສະແດງ ຄວາມເປັນຫ່ວງ ຢ່າງແຮງ ຕໍ່ຫຼາຍຂໍ້ ໃນດຳຣັດ ສະບັບ ດັ່ງກ່າວ.
ດຳຣັດ ສະບັບນັ້ນ ບັງຄັບໃຫ້ ສະມາຄົມ ແລະ ມູນນິທິ ຕ່າງໆ ໃນລາວ ຕ້ອງ ດຳເນີນງານ ໃຫ້ຖືກຕ້ອງ ຕາມຣະບຽບ ກົດໝາຍ ແລະ ແນວທາງ ນະໂຍບາຍ ຂອງພັກ ແລະ ແຜນການ ພັທນາ ເສຖກິດ ສັງຄົມ ຂອງຣັດ.
ກ່ຽວກັບ ການບັງຄັບ ຫາຍສາບສູນ ກໍຣະນີ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນ ໃນລາວ ທີ່ຖືກ ລັກພາຕົວໄປ ຢູ່ປ້ອມ ຕຳຣວດ ໃຈກາງ ນະຄອນຫຼວງ ວຽງຈັນ ເມື່ອ ເດືອນ ທັນວາ ປີ 2012 ກໍຍັງ ຫາຍສາບສູນ ຢູ່ ຍັງບໍ່ມີ ຂ່າວ ຄືບໜ້າ ກ່ຽວກັບ ການສືບສວນ ແຕ່ຢ່າງໃດ.
ເມື່ອເດືອນ ມິນາ ປີກາຍ ອະດີດ ນາຍພົນທະຫານ ທ່ານນຶ່ງ ຊຶ່ງ ຕໍ່ມາ ເປັນຫົວໜ້າ ອົງການ ບໍ່ຂຶ້ນກັບ ຣັຖບານ ໄດ້ພຍາຍາມ ລຶບຊື່ ຂອງ ທ່ານ ສົມບັດ ສົມພອນ ອອກຈາກ ຣາຍການ ກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ. ຫຼາຍຄົນ ເຊື່ອວ່າ ອະດີດ ນາຍພົນຜູ້ນີ້ ເປັນຕົວແທນ ຂອງ ຣັຖບານ ລາວ.
ກໍຣະນີ ຫາຍສາບສູນ ອີກຜູ້ນຶ່ງ ຄື ທ່ານ ສົມປອນ ຂັນຕິສຸກ ນັກ ທຸຣະກິດ ທີ່ມັກການ ປົກປັກ ຮັກສາ ສິ່ງແວດລ້ອມ ກໍຍັງ ບໍ່ມີຂ່າວ ຄືບໜ້າ ແນວໃດ. ທ່ານ ສົມປອນ ຖືກ ລັກພາຕົວໄປ ແຕ່ປີ 2007 ໂດຍຜູ້ຊາຍ ຫຼາຍຄົນ ຊຶ່ງ ຫຼາຍຄົນເຊື່ອວ່າ ເປັນ ເຈົ້າໜ້າທີ່ ຕຳຣວດ ລາວ.
ສປປລາວ ຍອມຮັບ ເອົາຂໍ້ສເນີ ບາງຂໍ້ ຂອງ ສະຫະ ປະຊາຊາດ ທີ່ຮຽກຮ້ອງ ໃຫ້ ທາງການລາວ ສືບສວນ ແລະ ສອບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢ່າງ ບໍ່ເຂົ້າຂ້າງ ອອກຂາ ແລະ ທີ່ຮຽກຮ້ອງ ໃຫ້ ສປປລາວ ໃຫ້ ສັດຕະຍາບັນ ແກ່ ສົນທິສັນຍາ ສາກົນ ວ່າດ້ວຍການ ປົກປ້ອງ ບຸກຄົນ ຈາກ ການບັງຄັບ ຫາຍສາບສູນ.
ນັ້ນແມ່ນ ບົດຣາຍງານ ຂອງ ອົງການ ນິຣະໂທດກັມ ສາກົນ ກ່ຽວກັບ ການຣະເມີດ ສິດ ເສຣີພາບ ແລະ ສິດທິມະນຸດ ໃນ ສປປລາວ.