ລາວ ໃນກອງປະຊຸມສຸດຍອດ US-Asean
ກອງປະຊຸມ ສຸດຍອດ ຣະຫວ່າງ ຜູ້ນໍາ ອາຊຽນ ກັບ ສະຫະຣັຖ ອະເມຣິກາ ທີ່ ຈັດຂຶ້ນ ຄັ້ງທໍາອິດ ຢູ່ຣັຖ California ໃນວັນທີ 15 ຫາ 16 ມົກກະຣາ 2016.
-
ສົມເນ
2016-02-15 -
-
-
Your browser doesn’t support HTML5 audio
ຫຼາຍປີມານີ້ ສປປ ລາວ ວ່າມີຄວາມ ທະນົງໃຈ ທີ່ສຸດ ໃນບົດບາດ ຂອງຕົນ ຢູ່ ໃນເວທີ ສາກົນ ຫລັງຈາກ ໄດ້ເປັນ ເຈົ້າພາບ ຈັດກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ ຄັ້ງທີ 10 ເມື່ອ ປີ 2004 ແລະ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ-ຢູໂຣບ ຄັ້ງທີ 9 ເມືອ ເດືອນ ພຶສຈິກາ ປີ 2012.
ຕົກມາຮອດປີ 2016 ນີ້ ລາວ ຖືກຮອບເປັນ ປະທານວຽນ ອາຊຽນ ອີກຮອບສອງ ຊຶ່ງເປັນ ປີທໍາອິດ ຂອງ ການຮວມຕົວ ທາງ ເສຖກິດ ອາຊຽນ ຫລື ປະຊາຄົມ ເສຖກິດ ອາຊຽນ. ໃນປີນີ້ ລາວ ຈະຕ້ອງໄດ້ ນໍາພາ ປະເທດ ສະມາຊິກ ດ້ວຍກັນ ໃນຫຼາຍດ້ານ ເປັນຕົ້ນ ການຈັດຕັ້ງ ປະຕິບັດ ແຜນການ ໃນການສ້າງຕັ້ງ ປະຊາຄົມ ເສຖກິດ ອາຊຽນ ໃຫ້ເດີນໜ້າ ແລະ ຈະເປັນເຈົ້າພາບ ຫຼາຍໆ ກອງປະຊຸມ ຮ່ວມທັັງ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຢູ່ ສປປ ລາວ ໃນໄວໆນີ້ ເພື່ອຕຣຽມການ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 28 ທີ່ຈະມີຂຶ້ນ ທີ່ ນະຄອນຫຼວງ ວຽງຈັນ ໃນເດືອນ ກັນຍາ ຊຶ່ງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຈະເດີນທາງ ໄປຮ່ວມ.
ຈຸດເລີ້ມ ຂອງ ສສປລາວ: ພໍແຕ່ເລີ້ມຕົ້ນ ຣັບໜ້າທີ່ ໃນຕົ້ນປີ 2016 ນີ້, ສປປລາວ ກໍກ້າວເຂົ້າມາ ເປັນປະທານ ຮ່ວມ ກອງປະຊຸມ ສຸດຍອດ ຜູ້ນໍາ ສະຫະຣັຖ-ອາຊຽນ ເທື່ອ ທໍາອິດທີ່ ສະຫະຣັຖ ເປັນເຈົ້າພາບ ຈັດຂຶ້ນພິເສດ ໃນ ວັນທີ 15 -16 ກຸມພາ ຢູ່ເມືອງ ຣັນໂຊ ມີຣາເຊິ (Rancho Mirage) ຣັຖ ຄາລີຟໍເນັຽ.
1-ກ່ອນໜ້າ ກອງປະຊຸມ ນັດພິເສດ ຢູ່ ສະຫະຣັຖ ຄັ້ງນີ້ ກຸ່ມ ສິດທິມະນຸດ ຫຼາຍກຸ່ມ ຂໍໃຫ້ ກອງປະຊຸມ ນໍາເອົາ ບັນຫາ ສິດທິມະນຸດ ຂຶ້ນມາ ປຶກສາ ຫາລື ເປັນຕົ້ນ ອົງການ ສິ້ງຊອມ ສິດທິມະນຸດ ທີ່ ມີສໍານັກງານ ຢູ່ ສະຫະຣັຖ ອະເມຣິກາ ອອກຣາຍງານ 63 ໜ້າເຈັ້ຽ ທີ່ເຜີຍແຜ່ ໃນວັນທີ 10 ກຸມພາ ນີ້ວ່າ ປະທານາທິບໍດີ ບາຣັກ ໂອບາມາ ຄວນຖືເອົາ ເຣື້ອງ ສິດທິມະນຸດ ເປັນບັນຫາ ສໍາຄັນ ໃນການ ສົນທະນາ ຢູ່ ກອງປະຊຸມ ສຸດຍອດ ຜູ້ນໍາ ສະຫະຣັຖ ກັບ ບັນດາ ຜູ້ນໍາ ອາຊຽນ.
ຣາຍງານ ໄດ້ບົ່ງຊື່ ຜູ້ນໍາ ຈາກ ວຽດນາມ ສປປລາວ ກໍາພູຊາ ມາເລເຊັຽ ປະເທດໄທ ທີ່ວ່າ ປາບປາມ ຜູ້ປະທ້ວງ ແບບສັນຕິ ແລະ ໃຊ້ ຄວາມຮຸນແຮງ ຕໍ່ຝ່າຍ ຕໍານິ ຕິຕຽນ ຣັຖບານ.
ສໍາລັບ ຜູ້ນໍາ ວຽດນາມ ແລະ ສປປລາວ ນັ້ນ ຣາຍງານໄດ້ ບົ່ງຊື່ ທ່ານ ຫງຽວນຕັນຢຸງ ແລະ ທ່ານ ຈູມມາລີ ໄຊຍະສອນ ຊຶ່ງມາຈາກ ປະເທດ ປົກຄອງ ດ້ວຍລະບອບ
ຜະເດັດການ ພັກດຽວວ່າ ປະຕິເສດ ສິດ ເສຣີພາບ ແກ່ ປະຊາຊົນ ຄວບຄຸມ ສື່ມວນຊົນ ຂົ່ມຂູ່ ແລະ ຈັບກຸມ ຝ່າຍ ບໍ່ເຫັນດີນໍາ ເພື່ອວ່າຕົນ ຈະໄດ້ ຄອງອໍານາດ ຕໍ່ໄປ.
ອົງການ ສິດທິມະນຸດ ຂອງລາວ ກໍາພູຊາ ວຽດນາມ ສະຫະພັນ ສິດທິມະນຸດ ສາກົນ ແລະ ອື່ນໆ ກໍໄດ້ຍື່ນ ຈົດໝາຍ ໃຫ້ ຜູ້ນໍາ ສະຫະຣັຖ ເພື່ອ ຂໍໃຫ້ເອົາ ຣາຍການ ສິດທິມະນຸດ ເຂົ້າໄປ ສົນທະນາ ໃນ ກອງປະຊຸມ ເທື່ອນີ້. ຍັງບໍ່ເທົ່ານັ້ນ ກຸ່ມ ສິດທິມະນຸດ ເລົ່ານີ້ ນັດໝາຍ ກັນໄປ ປະທ້ວງ ກອງປະຊຸມ ທີ່ຈັດຂຶ້ນຢູ່ ເຂດຕາກ ອາກາດ ຊັນນີແລັນ ເມືອງ ຣັນໂຈ ມີຣາເຊິ ຣັຖ ຄາລີຟໍເນັຽ.
2-ບັນຫາ ສິດມະນຸດ ໃນກອງປະຊຸມ ເທື່ອນີ້ ສປປ ລາວ ຄົງບໍ່ໜັກໃຈ ປານໃດ ເພາະວ່າ ສປປລາວ ມີໝູ່ເພື່ອນ ດ້ວຍກັນ ທີ່ ກຸ່ມ ສິດທິມະນຸດ ກົດດັນ, ແລະ ສປປລາວ ແຕ່ໃດໆມາ ກໍບໍ່ສົນໃຈ ນໍາ ຄໍາຮຽກຮ້ອງ ຂອງ ປະຊາຄົມ ສາກົນ ໂດຍສະເພາະ ບັນຫາ ການ ຖືກບັງຄັບ ໃຫ້ ຫາຍສາບສູນ, ຕົວຢ່າງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ, ແລະ ຍັງ ປະຕິບັດ ຕໍ່ທ່ານ ແບບຕໍ່າໆ ຄືກັບວ່າ ເປັນຄົນ ທີ່ ບໍ່ມີຄຸນຄ່າ ຫຍັງສໍາລັບ ສປປລາວ.
3-ບັນຫາ ຫຼໍ່ແຫຼມທີ່ສຸດ ທີ່ ປະເທດ ສະມາຊິກ ອາຊຽນ ຈໍານວນນຶ່ງ ຊຸກຍູ້ໃຫ້ ນໍາມາ ເຈຣະຈາກັນ ໃຫ້ໄດ້ ແມ່ນ ຂໍ້ຂັດແຍ້ງ ເຂດ ອະທິປະຕັຍ ຢຸ່ ທະເລຈີນໃຕ້ ຣະຫວ່າງ ສປຈີນ ກັບ 4 ປະເທດ ໂດຍສະເພາະ ກັບ ວຽດນາມ ແລະ ຟີລິບປິນ ຊຶ່ງຖືວ່າ ຂັດແຍ້ງກັນ ແຮງກວ່າ ປະເທດອື່ນໆ. ເຂດນີ້ ສປຈີນ ອ້າງວ່າ ເປັນເຂດ ຂອງຕົນ ທັງໝົດ.
ບັນຫາ ຂໍ້ຂັດແຍ້ງ ໃນທະເລຈີນໃຕ້ ນີ້ ນັກວິເຄາະ ຂອງຫຼາຍ ສະຖາບັນ ຕີຣາຄາ ໄວ້ລ່ວງໜ້າ ແລ້ວວ່າ ປີ 2016 ທີ່ ສປປລາວ ຈະເປັນ ປະທານວຽນ ອາຊຽນ ຈະເຮັດ ໃຫ້ ສປປລາວ ຕົກທີ່ນັ່ງ ລໍາບາກ ຍ້ອນວ່າ,
ອັນທີ່ນຶ່ງ ອາຊຽນ ບໍ່ໄດ້ມີ ຄວາມເຫັນ ແບບດຽວກັນ ກ່ຽວກັບ ບັນຫາ ທະເລຈີນໃຕ້, ແຕ່ອາຊຽນ ເປັນຄູ່ ຍຸທສາດ ການຄ້າ ແລະ ການຮ່ວມມື ຫຼາຍດ້ານ ກັບ ສປຈີນ. ກ່ອນ ກອງປະຊຸມ ນີ້ ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ເຄີຍກ່າວວ່າ ຂໍໃຫ້ ອາຊຽນ ມີຄວາມ ສາມັກຄີກັນ ຊຶ່ງ ໃນຕົວຈິງແລ້ວ ມັນເປັນໄປ ໄດ້ຍາກ ທີ່ ລາວ ຈະສາມາດ ເຮັດໃຫ້ ທັງ 10 ປະເທດ ມີທ່າທີ ອັນດຽວກັນ.
ອັນທີສອງ ສປປລາວ ກໍມີສັນຍາ ພິເສດຮອບດ້ານ ກັບ ວຽດນາມ ມາໄດ້ ຫຼາຍຟ້າ ຫຼາຍປີແລ້ວ ແລະ ຍັງຢູ່ໃຕ້ ອິດທິພົນ ຮອບດ້ານ ຂອງ ວຽດນາມ. ພ້ອມດຽວກັນ ລາວ ກໍມີສັນຍາ ເປັນຄູ່ ຍຸທສາດ ການຮ່ວມມື ຮອບດ້ານ ກັບ ສປຈີນ ດ້ານ ເສຖກິດ ການເມືອງ ແລະ ການທະຫານ ເກືອບ ເທົ່າກັບ ວຽດນາມ ທີ່ມີສັນຍາ ປ້ອງກັນ ປະເທດ ກັບລາວ. ດັ່ງນັ້ນ ຣະຫ່ວາງ ຈີນ ກັບ ວຽດນາມ, ສປປລາວ ກໍໜັກໃຈ ໃນການເອົາ ທ່າທີ. ອັນສໍາຄັນ ທີ່ສຸດ ແມ່ນ ສປປລາວ ອາສັຍ ການຊ່ວຍເຫລືອ ດ້ານ ເສຖກິດ ຈາກ ຈີນ ບໍ່ພຽງແຕ່ ໃນ ລະຍະນີ້ ແຕ່ ຈະຍາວນານ ຕໍ່ໆໄປ.
ນັກວິເຄາະ ວ່າເປັນທີ່ ແນ່ນອນ ແລ້ວວ່າ ປະເທດໃດ ກໍດີ ທີ່ມາລົງທຶນ ໃນລາວ ຍ່ອມມີ ຈຸດໝາຍ ປາຍທາງ ຂອງເຂົາເຈົ້າ ແລະ ຍ່ອມມີ ອິດທິພົນ ໃນຮູບໃດຮູບນຶ່ງ, ແຕ່ ສປປລາວ ກໍຕ້ອງຫາທາງ ເພື່ອຢູ່ກັບ ອິດທິພົນ ໂດຍຮັກສາ ຄວາມເປັນ ເອກກະຣາດ ແລະ ອາທິປະຕັຍ ໄວ້ ຊຶ່ງມັນ ດີກ່ວາຍອມໃຫ້ ປະເທດໃດ ປະເທດນຶ່ງ ຄວບຄຸມ ແລະ ບັນຊາ ໂດຍກົງ.
ຕາມປະຫວັດສາຕ ສອງຮ້ອຍ ກວ່າປີ ມານີ້ ຜືນແຜ່ນດິນ ລາວ ຖືກໃຊ້ເປັນ ເຂດກັນຊົນ ຣະຫວ່າງ ຈັກກະພັດ ທ້ອງຖິ່ນ ຈົນໃນທີ່ສຸດ ສູນເສັຽ ຜືນແຜ່ນດິນ ໄປເກືອບ ໝົດ. ຕົກມາຮອດ ສະໄໝຣະບອບ ລ້າເມືອງຂຶ້ນ ຂອງບັນດາ ປະເທດ ຕະເວັນຕົກ,ແຜ່ນດິນລາວ ຖືກໃຊ້ເປັນ ເຂດກັນຊົນ ຣະຫ່ວາງ ຈັກກະພັດ ຕະເວັນຕົກ.
ຕົກມາຮອດ ສະໄໝ ສົງຄາມເຢັນ ຫລືວ່າ ສົງຄາມ ຕໍ່ຕ້ານ ການຂຍາຍ ລັດທິ ຄອມມິວນິສ ແຜ່ນດິນລາວ ຕົກເປັນ ສນາມລົບ ແນວໜ້າ ເຂດກັນຊົນ ອີກ. ເມື່ອ ສົງຄາມເຢັນ ສິ້ນສຸດລົງ ຝ່າຍນິຍົມ ລັດທິ ຄອມມິວນິສ ທີ່ໄດ້ຮັບ ໄຊຊນະ ທາງການເມືອງ ຍັງບໍ່ສາມາດ ເຮັດໃຫ້ ລາວ ຢູ່ໃນຖານະ ປອດຈາກ ການເປັນເຂດ ຍາດແຍ່ງ ຣະຫ່ວາງ ມະຫາອໍານາດ ທ້ອງຖິ່ນ ໄດ້.
ອັນສຸດທ້າຍ ບົດບາດໃໝ່ ຂອງ ສະຫະຣັດ:
ສະຫະຣັຖ ໄດ້ປະກາດ ແລະ ດໍາເນີນ ນະໂຍບາຍ ກັບຕ່າວມາ ມີບົດບາດ ຢູ່ ຂົງເຂດ ເອເຊັຽ ຄືນໃໝ່ ມາໄດ້ 7 ປີແລ້ວ. ໃນຈໍານວນ ບັນດາ ປະເທດ ສະມາຊິກ ອາຊຽນ ນັ້ນ ສະຫະຣັຖ ສົນໃຈ ຍົກຣະດັບ ຄວາມສັມພັນ ໃໝ່ ກັບ ສປປລາວ ແບບງຽບໆ ຖ້າມກາງ ຄວາມເປັນຫ່ວງ ຕໍ່ການຂຍາຍ ອິດທິພົນ ຂອງຈີນ ລົງສູ່ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ທີ່ ຈໍາເປັນ ຕ້ອງຜ່ານເຂດ ອະທິປະຕັຍ ຂອງລາວ.
ນັກວິເຄາະ ຫຼາຍ ສະຖາບັນ ໃຫ້ທັສນະ ວ່າ ປະເທດລາວ ປະເທດນ້ອຍໆ ປິດລ້ອມດ້ວຍ 5 ປະເທດ ເພື່ອນບ້ານ ຊຶ່ງ ລ້ວນແຕ່ມີ ອິດທິພົນ ທາງເສຖກິດ ການເມືອງ ແລະ ກໍາລັງ ດ້ານ ການທະຫານ, ອາດຕົກຢູ່ ໃນຖານະ ຄືກັນກັບ ໃນສະໄໝ ສົງຄາມເຢັນ ອີກ. ການຢ້ຽມຢາມ ລາວ ຂອງ ມາດາມ Hillary Clinton ເມື່ອປີ 2012 ຫລື ການຢ້ຽມຢາມ ຂອງທ່ານ ຈອນ ແຄຣີ ເມື່ອ ວັນທີ່ 26 ມົກກະຣາ ຜ່ານມານີ້ ຄົງບໍ່ແມ່ນ ໄປທ່ຽວຊົມ ຄວາມສວຍງາມ ຂອງ ທັມມະຊາຕ ແລະ ວັດວາອາຣາມ, ແຕ່ ໄປເປີດທາງ ສັງເກດການ ທີ່ຕັ້ງ ພູມີສາຕ ການເມືອງ ຂອງລາວ ທີ່ມີຄວາມ ສໍາຄັນ ສໍາລັບ ສະຫະຣັຖ ໃນການຕ້ານ ການແຜ່ຂຍາຍ ອິດທິພົນ ຂອງຈີນ.
ເມື່ອເປັນ ດັ່ງນີ້ ລາວ ຈະມີບົດບາດ ໃນເວທີ ການເມືອງສາກົນ ໃນຮູບໃດ ຫລືວ່າ ລາວ ເລີ້ມຕົກ ຢູ່ໃນຖານະ ລໍາບາກໃຈ.
ທ່າທີ່ ອັນທໍາອິດ ຂອງລາວ ກ່ຽວກັບ ບັນຫາ ຂໍ້ຂັດແຍ້ງ ໃນທະເລຈີນໃຕ້ ໃນເວລາ ທ່ານ ຈອນແຄຣີ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ເດີນທາງ ໄປຢ້ຽມຢາມ ລາວ
ເມື່ອວັນທີ່ 26 ມົກກະຣາ ຜ່ານມາ ນັກວິເຄາະ ຫຼາຍ ສະຖາບັນ ມີຄວາມເຫັນ ບໍ່ຄືກັນ.
ໜັງສືພິມ ໃນ ສະຫະຣັຖ US News ລົງຫົວເຣື້ອງ ໂດຍ ອີງໃສ່ ຄໍາເວົ້າ ຂອງ ທ່ານ ແຄຣີ ວ່າ: “ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ບອກກັບ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ທ່ານ ຈອນ ແຄຣີ ວ່າ ລາວ ຮັບປະກັນ ຈະຊ່ວຍເຫລືອ ສະຫະຣັຖ ຕ້ານການ ຄືບໜ້າ ຂອງຈີນ ຢູ່ໃນ ທະເລຈີນ ໃຕ້.
ແຕ່ເມື່ອ ມາອ່ານເບິ່ງ ຂໍ້ຄວາມ ຄັກໆແລ້ວ ທ່ານ ແຄຣີ ກ່າວວ່າ: “ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ເວົ້າຢ່າງ ແຈ່ມແຈ້ງວ່າ ທ່ານ ຕ້ອງການ ໃຫ້ ອາຊຽນ ເປັນ ອັນນຶ່ງ ອັນດຽວກັນ ແລະ ຕ້ອງການ ໃຫ້ ສິດທິ ໃນທະເລ ໄດ້ຮັບການ ປົກປ້ອງ ແລະ ຕ້ອງການ ຫລີກລ້ຽງ ການທະຫານ ແລະ ຄວາມຂັດແຍ້ງ”.
ທ່ານ Murray Hiebert ຜູ້ຊ່ຽວຊານ ບັນຫາ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ປະຈໍາ ສູນຄົ້ນຄວ້າ ການສຶກສາ ຍຸທສາຕ ການເມືອງ ຕ່າງປະເທດ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ໃຫ້ ທັສນະ ວ່າ ມັນບໍ່ເປັນ ສິ່ງແປກໃຈໃດໆ ທີ່ ທ່ານ ທອງສິງ ໄດ້ກ່າວ ໃນທໍານອງ ນີ້.
ທ່ານ ໃຫ້ ຂໍ້ສັງເກດ ວ່າ ກອງປະຊຸມ ໃຫ່ຽ ພັກ ປະຊາຊົນ ປະຕິວັດ ລາວ ຫາກໍເອົາ ເລຂາທິການ ພັກ ທີ່ ຖືວ່ານິຍົມ ຈີນ ອອກຈາກ ຕໍາແຫນ່ງ ແລະ ເລືອກເອົາ ຜູ້ນໍາ ໃໝ່ ທີ່ ມີທັສນະ ບໍ່ເຂົ້າຂ້າງ ວຽດນາມ ຫລື ຈີນ ກ່ຽວກັບ ບັນຫາ ທະເລຈີນໃຕ້.
ໜັງສືພິມThe Diplomat ຣາຍງານ ໂດຍອ້າງຕາມ ຄໍາເວົ້າ ຂອງ ນັກການທູດ ທີ່ ບໍ່ປະສົງ ອອກຊື່ ວ່າ ອາຊຽນ ມີຄວາມເປັນ ອັນນຶ່ງອັນດຽວ ຫຼາຍຂຶ້ນ, ການເລີ້ມຕົ້ນ
ຂອງລາວ ຢູ່ໃນທ່າດີ ແລະວ່າ ເປັນໄປໄດ້ຍາກ ທີ່ອໍານາດ ນອກວົງ ອາຊຽນ ຈະດຶງແກ່ ອາຊຽນ ໄປຕາມ ໃຈມັກໄດ້.
ໜັງສືພິມ New Eastern Outlook ຂອງຣັຖເຊັຽ ພາດຫົວເຣື້ອງ ວ່າ ລາວ ອາດເປັນ ສນາມລົບ ສົງຄາມເຢັນ ອີກໃໝ່ ລະຫ່ວາງ ຈີນກັບ ສະຫະຣັຖ ກໍເປັນໄດ້.
ໜັງສືພິມ The Global Times ຂອງຈີນ ລົງວັນທີ 31 ມົກກະຣາ ນີ້ ພາດຫົວເຣື້ອງ ວ່າ ຄວາມສັມພັນ ຈີນກັບລາວ ຄົງບໍ່ຖືກ ຢຸດຊະງັກ ເພາະວ່າ ລາວ ຕ້ອງການ ພັທນາ ປະເທດ ເພື່ອປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ ແລະວ່າ ອັນນີ້ ມັນສອດຄ່ອງ ກັບ ທິດທາງ ຄວາມສັມພັນ ຈີນ-ລາວ.
ເຖິງຢ່າງໃດ ກໍດີ ກອງປະຊຸມ ພິເສດ ສຸດຍອດ ຜູ້ນໍາ ສະຫະຣັຖ ກັບບັນດາ ຜູ້ນໍາ ປະເທດ ສະມາຊິກ ອາຊຽນ ນີ້ ສະຫະຣັຖ ວ່າແມ່ນ ຄວາມມຸ້ງມາດ ປຣາຖນາ ຢາກ ເຮັດໃຫ້ ຄວາມສັມພັນ ກັບບັນດາ ປະເທດ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ເລິກເຂົ້າ.
ນັກວິເຄາະ ຈາກ ສະຖາບັນ ການສຶກສາ ບັນຫາ ຣະຫວ່າງ ປະເທດ ຂອງ ສິງຄະໂປ ວ່າ ລາວ ເປັນປະເທດ ນ້ອຍໆ ຄົງບໍ່ ສາມາດ ຕ້ານທານ ການແຜ່ຂຍາຍ ອິດທິພົນ ຂອງປະເທດ ມະຫາອໍານາດ ໄດ້ ແຕ່ກົງກັນຂ້າມ ລາວ ເປີດໂອກາດ ໃຫ້ ມະຫາອໍານາດ ເຂົ້າມາແຂ່ງຂັນ ກັນເອງ. ອັນທີເຫັນໄດ້ ຊັດເຈນ ທີ່ສຸດ ໃນເວລາ ສປປ ລາວ ເປັນ ປະທານວຽນ ອາຊຽນ ເທື່ອທໍາອິດ ແລະ ເປັນເຈົ້າພາບ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ ກັບ ຢູໂຣບ ການຕຣຽມການ ຕ່າງໆ ລ້ວນແຕ່ແມ່ນ ປະເທດອື່ນ ເປັນ ຜູ້ຊ່ວຍເຫລືອ ລາວ, ແລະ ເທື່ອນີ້ ກໍເຊັ່ນກັນ ການເອົາ ຜົນຕອບແທນ ບໍ່ຫຼາຍ ກໍຫນ້ອຍ ນີ້ ບໍ່ມີໃຜ ສາມາດ ຮູ້ໄດ້ວ່າ ຈະເຮັດໃຫ້ ບົດບາດ ການເມືອງ ຂອງລາວ ໃນ ເວທີ ສາກົນ ສູງຂື້ນ ຫລື ຈະຕົກຢູ່ໃນ ຖານະ ລໍາບາກໃຈ.