ຄໍາເວົ້າຂອງ ທ.ສົມບັດ ເມື່ອ 5 ປີກ່ອນ (ຕໍ່)
2017.10.31

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນຂອງລາວ ຜູ້ກໍ່ຕັ້ງສູນພັທນາ ທີ່ມີຊື່ວ່າປາແດກ ແລະໄດ້ຮັບຣາງວັນ ແມັກໄຊໄຊ ຊຶ່ງເປັນ ຣາງວັນ ກຽດຕິຄຸນ ສູງສົ່ງແຫ່ງເອເຊັຽ ນັ້ນ ໄດ້ກ່າວໃນພິທີ ເປີດກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ຊຶ່ງໄດ້ຈັດຂຶ້ນ ທີ່ ນະຄອນຫລວງວຽງຈັນ ແຕ່ມື້ວັນທີ 16 ຫາ 19 ຕຸລາ ປີ 2012 ຊຶ່ງ ສປປລາວ ເປັນເຈົ້າພາບ ເມື່ອ 5 ປີທີ່ແລ້ວ.
ກອງປະຊຸມ ພາຍໃຕ້ຫົວຂໍ້ “ບັນຫາທ້າທາຍ ການຫລຸດຜ່ອນຄວາມທຸກຍາກ ແລະການພັທນາແບບຍືນຍົງ” ຊຶ່ງມີຜູ້ເຂົ້າຮ່ວມ ເກືອບຮອດ 1 ພັນຄົນ. ແລະກໍເປັນກອງປະຊຸມ ທີ່ຫລາຍຄົນຄິດວ່າ ອາດເປັນທີ່ມາ ຂອງການບັງຄັບ ທ່ານ ສົມບັດ ສົມພອນ ໃຫ້ຫາຍສາບສູນ ໄປຈາກ ນະຄອນຫລວງວຽງຈັນ ໃນວັນທີ 15 ທັນວາ 2012 ຄື ພາຍຫລັງ 2 ເດືອນ ຂອງປີດຽວ ກັນນັ້ນ.
RFA ໄດ້ມີອກາດສໍາພາດ ມາດາມ ຊຸຍເມັງ ພັລຍາ ຂອງທ່ານ ໃນໂອກາດຄົບຮອບ 5 ປີ ທີ່ທ່ານໄດ້ກ່າວປາສັຍ ຕໍ່ກອງປະຊຸມຄັ້ງສໍາຄັນ ທີ່ວ່ານັ້ນ ໃນຖານະທີ່ ມາດາມ ກໍເປັນຜູ້ນຶ່ງ ທີ່ໄດ້ເຂົ້າຮ່ວມຟັງ ນໍາດ້ວຍ.
ການສັມພາດມາດາມ ຊຸຍເມັງ ມີຂຶ້ນໃນໂອກາດ ຄົບຮອບ 5 ປີ ທີ່ ທ່ານ ສົມບັດ ສົມພອນ ຜູ້ເປັນສາມີ ໄດ້ກ່າວປາສັຍຕໍ່ ກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ຊຶ່ງໄດ້ຈັດຂຶ້ນເປັນເວລາ 4 ມື້ ທີ່ນະຄອນຫລວງວຽງຈັນ ແລະໄດ້ສິ້ນສຸດລົງ ດ້ວຍ ຜົລສຳເຣັດ ແລະຄໍາຍ້ອງຍໍສັລເສີນ ຈາກທັງພາຍໃນ ແລະຕ່າງປະເທດ ເປັນຢ່າງດີ.