ລາວນອກວ່າອາຊຽນບໍ່ເວົ້າ ສິດທິ ມະນຸດ

ສິດນີ
2016.09.13
f-asean ສ່ວນນຶ່ງຂອງກອງປະຊຸມອາຊຽນ ທີ່ ຈັດຂຶ້ນຢູ່ ສປປລາວ
RFA

ກອງປະຊຸມ ສຸດຍອດອາຊຽນ ທີ່ ສປປລາວເປັນເຈົ້າພາບ ເປັນກອງປະຊຸມ ຂົງເຂດ ແລະ ເປັນກອງປະຊຸມ ປະຈຳປີ ສຳລັບ ບັນດາ ປະເທດ ອາຊຽນ ເທື່ອນີ້ ເປັນຄັ້ງທີ 28 ແລະ 29 ທີ່ ຈັດຂຶ້ນ ໃນລາວ.

ໃນກອງປະຊຸມ ດັ່ງກ່າວ ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ນອກຈາກ ກອງປະຊຸມ ສຸດຍອດອາຊຽນ ແລ້ວ ກໍຍັງມີ ກອງປະຊຸມ ສູດຍອດ ເອເຊັຽ-ຕາເວັນອອກ, ກອງປະຊຸມ ອາຊຽນ ບວກສາມ ຫລື ກອງປະຊຸມ ປະເທດ ຄູ່ພາສີ ອາຊຽນ-ສະຫະຣັດ, ອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ ແລະ ອາຊຽນອື່ນໆ ທັງຫມົດນີ້ ບໍ່ໄດ້ເອີ່ຍ ເຖິງບັນຫາ ສິດທິມະນຸດ ການປົກຄອງ ແບບຣະບົບ ກົດຫມາຍ ການຈັບກຸມ ຄຸມຂັງ ແລະ ປາບປາມ ນັກເຄື່ອນໄຫວ ເພື່ອ ປະຊາທິປະໄຕ ແລະ ສິດທິມະນຸດ ແຕ່ຢ່າງໃດ ບໍ່ວ່າຈະຢູ່ ລາວ ຫລື ໃນປະເທດ ວຽດນາມ ແລະຈີນ ຫລື ເກົາຫລີເຫນືອ ຈະຖືວ່າ ເປັນກອງປະຊຸມ ທີ່ສຳເຣັດ ຜົລ ຫລືວ່າ ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.