ສປປລ ຕັດກົດໝາຍ ຫາຍ ສາບສູນ

ກອງປະຊຸມ ສະໄໝ ສາມັນ ເທື່ອທີ 3 ຂອງ ສະພາ ແຫ່ງຊາດ ຊຸດທີ 8 ຕັດ ມາດຕຣາ ວ່າດ້ວຍ ການ ຫາຍສາບສູນ ໂດຍການບັງຄັບ ອອກຈາກ ຮ່າງປະມວນ ກົດໝາຍ ອາຍາ.

ສະພາແຫ່ງຊາດ ສປປ ລາວ Public Domain

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ໄດ້ດໍາເນີນມາ ແຕ່ມື້ວັນທີ 25 ເມສາ ເຖິງວັນທີ 18 ພຶສພາ 2017 ໄດ້ພິຈາຣະນາ ແລະຮັບຮອງເອົາ ກົດໝາຍ 14 ສະບັບ. ແຕ່ບໍ່ເອົາເຣຶ່ອງ ການບັງຄັບ ໃຫ້ຄົນຫາຍສາບສູນ ໄວ້ໃນຮ່າງ ປະມວນກົດໝາຍ ອາຍາ ເຖິງແມ່ວ່າ ຣັຖບາລລາວ ໄດ້ລົງນາມ ໃນສົນທິສັນຍາ ສາກົນ ທີ່ກ່ຽວຂ້ອງ ກັບບັນຫານີ້ແລ້ວ ກໍຕາມ. ດັ່ງທີ່ຜູ້ສເນີ ຮ່າງປະມວນ ກົດໝາຍ ຕໍ່ສະມາຊິກ ສະພາແຫ່ງຊາດ ເວົ້າຢູ່ໃນ ກອງ ປະຊຸມ ຕອນນຶ່ງວ່າ: ສຽງ...

ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ໂຈ ຣັດຕະນະຄົມ ປະທານອົງການ ລາວເສຣີ Fre Laos Campaign ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ ວັນທີ 21 ພຶສພາ 2017 ນີ້ວ່າ: ສຽງ..

ແລະທ່ານ ພອນໄຊ ວໍລະຣາດ ຜູ້ຕາງໜ້າ ອົງການເສຣີລາວ ແລະ ທັມສະພາ ຈາກຣັຖ Connecticut ສະຫະຣັຖ ອະເມຣິກາ ກໍເວົ້າວ່າ ມັນຜິດຕໍ່ ສິດທິມະນຸດ: ສຽງ ..

ນອກຈາກນັ້ນ ສະມາຊິກ ສະພາແຫ່ງຊາດ ກໍເວົ້າເຖິງຮ່າງ ປະມວນກົດໝາຍ ທີ່ກ່ຽວຂ້ອງ ກັບການ ໂຄສະນາ ຕ້ານ ສປປລາວ ນັ້ນວ່າ ຢາກໃຫ້ເພີ້ມ ການປັບໃໝ ຂຶ້ນຕື່ມອີກ: ສຽງ..

ການເພີ້ມໂທດຜູ້ຕ້ອງຫາວ່າ ໂຄສະນາ ຕ້ານພັກ ຕ້ານຣັຖ ຫລືຈະບໍ່ເພີ່ມ ຢູ່ໃນກົດໝາຍ ສປປລາວ ຫລາຍຄົນ ເວົ້າວ່າ ຖ້າຜູ້ໃດ ຖືກທາງ ການລາວ ກ່າວຫາວ່າ ມີໂທດການເມືອງ ແລ້ວ ຜູ້ນັ້ນກໍຈະໄດ້ ຮັບໂທດໜັກ ທຸກຄົນ ດັ່ງຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ກໍຖືກຕັດສິນ ລົງໂທດ ຈໍາຄຸກນານ ເຖິງ 20 ປີ 18 ປີ ແລະ 12 ປີ. ດັ່ງທີ່ ທ່ານ ພອນໄຊ ເວົ້າວ່າ: ສຽງ...

ແລະທ່ານ ໂຈ ກໍເວົ້າວ່າ ທາງການລາວ ຕັດສິນລົງໂທດ ຄົນງານລາວ 3 ຄົນ ໜັກກໍເພື່ອຢາກ ຂູ່ ຈິດໃຈ ປະຊາຊົນ. ແຕ່ເຖິງຢ່າງໃດ ທ່ານກໍເຊື່ອວ່າ ຈະນາບຂູ່ບໍ່ໄດ້: ສຽງ...

ເວົ້າເຖິງຮ່າງປະມວນ ກົດໝາຍອາຍາ ທີ່ກ່ຽວຂ້ອງກັບ ການກໍານົດເວລາກັກຂັງ ກ່ອນນໍາຂຶ້ນສານຕັດສິນຄະດີ ສະມາຊິກ ສະພາແຫ່ງຊາດ ກໍເວົ້າວ່າ ກັກຂັງໄວ້ ຮອດ 2-3 ປີ ໂດຍບໍ່ມີ ການນໍາຂຶ້ນ ສານຕັດສິນ ຄະດີກໍມີ: ສຽງ.

ນອກຈາກນັ້ນກໍຍັງມີຫລາຍບັນຫາ ທີ່ສະມາຊິກສະພາແຫ່ງຊາດ ເວົ້າເຖິງ ຮວມທັງ ການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ ການກໍ່ ການຮ້າຍ ໃນກອງປະຊຸມ ມື້ວັນທີ 17 ພຶສພາ, ພາຍໃຕ້ການ ເປັນປະທານ ຂອງທ່ານ ສົມພັນ ແພງຄຳມີ ຮອງປະທານ ສະພາແຫ່ງຊາດ ທ່ານ ເກດ ກຽດຕິສັກ ຮອງ ຣັຖມົນຕຣີ ກະຊວງຍຸຕິທັມ, ອະນຸ ກັມມະການ ຮ່າງປະມວນ ກົດໝາຍອາຍາ ໄດ້ຊີ້ແຈງກ່ຽວກັບ ຂໍ້ຊັກຖາມ ຂອງ ສະມາຊິກ ສະພາແຫ່ງຊາດ ທີ່ມີຢ່າງ ຫຼວງຫຼາຍ ຊຶ່ງຫລາຍຄົນ ເວົ້າວ່າ ຍັງມີຫລາຍ ບັນຫາ ທີ່ບໍ່ຈະແຈ້ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org