ລາວຈະພົ້ນທຸກປີ 2020

ປະຊາຊົນລາວ ຈະພົ້ນທຸກ ໃນປີ 2020
ປະຊາຊົນລາວ ຈະພົ້ນທຸກ ໃນປີ 2020 (Citizen Journalist)

0:00 / 0:00

ກອງປະຊຸມ ໃຫຽ່ ພັກ ປະຊາຊົນ ປະຕິວັດ ລາວ ຄັ້ງທີ 10 ໄຂຂຶ້ນຢ່າງ ເປັນທາງການ ໃນວັນທີ 18 ມົກກະຣາ 2016 ໂດຍ ຕັ້ງເປົ້າ ໝາຍ ແກ້ໄຂ ຂໍ້ຄົງຄ້າງ ຫລື ບັນຫາຕ່າງໆ ທີ່ ຍັງຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ. ໃນນັ້ນ ຮວມທັງ ເຣື່ອງ ເສຖກິດ ຊຶ່ງ ເຖິງຈະມີ ຕົວເລກ ການເຕີບໃຫຽ່ ແຕ່ ໂດຍພື້ນຖານ ຍັງບໍ່ທັນ ໜັກແໜ້ນ ຍັງອາສັຍ ການຂຸດຄົ້ນ ຊັພຍາກອນ ທັມມະຊາດ ແລະ ການສົ່ງອອກ ວັຖຸດິບ ເປັນຫຼັກ. ໃນຫຼາຍ ກໍຣະນີ ກໍຍັງບໍ່ໄປ ຕາມທິດຍືນຍົງ ແລະ ບໍ່ເປັນມິດຕໍ່ ສິ່ງແວດລ້ອມ.