ທາງການລາວຣະເມີດກົດໝາຍ ລາວ

ສິດນີ
2015.09.10
F-Church ໂບດຂອງ ຊາວ ລາວ-ຄຣິສຕຽນ ບ້ານບົວຄໍາ ຂ.ສວັນນະເຂດ
pic2fly

ການນາບຂູ່ ຈັບກຸມ ຄຸມຂັງ ຊາວ ລາວ-ຄຣິສຕຽນ ໃນລາວ ມີ ມາແຕ່ດົນ ແລ້ວ, ແຕ່ ບໍ່ຄ່ອຍ ເປັນຂ່າວ, ຫລ້າສຸດ ແມ່ນ ເກີດຂຶ້ນ ຢູ່ ແຂວງ ຄຳມ່ວນ, ເຈົ້າຫນ້າທີ່ ເຂົ້າໄປ ຈັບ ຊາວ ລາວ-ຄຣິສຕຽນ 2 ຄົນ ທີ່ ເມືອງ ນາກາຍ ຍ້ອນ ເຊື່ອຖື ສາສນາ ຄຣິສ.

ອົງການ ສິ້ງຊອມ ດ້ານ ສິດທິ ມະນຸດ ແລະ ສິດ ເສຣີພາບ ທາງ ສາສນາ ໄດ້ ກ່າວຕໍ່ ຫນັງສືພິມ BOsNEWsLIFE ໃນ ວັນທີ 8 ກັນຍາ ນີ້ວ່າ ຊາວ ລາວ-ຄຣິສຕຽນ 2 ຄົນ ຖືກຈັບ ໂດຍ ເຈົ້າຫນ້າທີ່ 5 ຄົນ ບຸກເຂົ້າ ໄປ ອ້ອມບ້ານ ຂອງ ພວກຂະເຈົ້າ ທີ່ ບ້ານ ໜອງຍາງ ເມືອງ ນາກາຍ ແຂວງ ຄຳມ່ວນ, ຍ້ອນວ່າ ພາກັນ ເຊື່ອຖື ສາສນາ ຄຣິສ.

ການຈັບກຸມ ຊາວ ລາວ-ຄຣິສຕຽນ 2 ຄົນ ເກີດຂຶ້ນ ໃນ ວັນທີ 2 ກັນຍາ 2015, ນຶ່ງ ໃນນັ້ນ ແມ່ນ ທ້າວ ບຸນເຖິງ ເພັດສົມພອນ ອາຍຸ 43 ປີ, ຫົວຫນ້າ ລາວ-ຄຣິສຕຽນ ຈາກ ບ້ານ ໜອງໂປ່ງ ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ ແລະ ຄົນ ທີສອງ ແມ່ນ ທ້າວ ເນີຍ ອາຍຸ 40 ປີ ຈາກ ບ້ານຄຸນຄຳ ເມືອງ ຄຸນຄຳ ແຂວງ ຄຳມ່ວນ, ທັງສອງ ໄດ້ພາກັນ ໄປຢາມ ພີ່ນ້ອງ ຊາວ ລາວ-ຄຣິສຕຽນ ອີກ 5 ຄົນ ທີ່ ບ້ານ ໜອງຍາງ ເມືອງ ນາກາຍ ແຂວງ ຄຳມ່ວນ ເລີຍຖືກ ເຈົ້າຫນ້າທີ່ ທາງການ ລາວ ຈັບ.

ໃນ ວັນທີ 7 ກັນຍາ 2015 ຊາວ ລາວ-ຄຣິສຕຽນ ໄດ້ ສົ່ງ ຂໍ້ຄວາມ ມາຫາ ວິທຍຸ ເອເຊັຽ ເສຣິ ວ່າ, ຊາວ ລາວ-ຄຣິສຕຽນ ທີ່ ບ້ານ ໜອງຍາງ ຖືກນາບຂູ່ ຈາກ ເຈົ້າຫນ້າທີ່ ລາວ,  ໃນການ ໄຫວ້ພຣະ ສວດມົນ ແລະ ດຳເນີນ ກິຈກັມ ທາງ ສາສນາ ຄຣິສ ໃນບ້ານ, ຊຶ່ງ ຫຼາຍ ຄອບຄົວ ກຳລັງ ສັດທາ ໃນ ສາສນາ ຄຣິສ ໃນ ເວລາ ນີ້. ທາງການ ລາວ ຈຶ່ງ ນາບຂູ່ ແຕ່ ຍັງບໍ່ທັນ ມີການ ຈັບກຸ່ມ ເທື່ອ. ເຈົ້າເມືອງ ນາກາຍ ກໍໄດ້ ມີການ ຊີ້ແຈງວ່າ, ເຄີຍ ໄດ້ຍິນຂ່າວ ຢູ່, ແຕ່ຍັງ ບໍ່ຮູ້ວ່າ ຄວາມຈິງ ຫລື ຂ່າວລື, ເພາະ ຢູ່ ເມືອງ ນາກາຍ ກໍ ອະນຸຍາດ ໃຫ້ ຄົນນັບຖື ສາສນາ ໃດກໍໄດ້, ແຕ່ຕ້ອງ ເປັນໄປຕາມ ຣະບຽບ ກົດໝາຍ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.